ອິດທິພົນຈີນ ໃນລາວ ເພີ່ມຂຶ້ນຢ່າງຈະແຈ້ງ ຢູ່ຫຼາຍແຂວງພາກເໜືອ
ໃນໄລຍະ 2-3 ປີມານີ້ ອິດທິພົນຂອງຈີນ ມີຄວາມຈະແຈ້ງຫລາຍຂຶ້ນ ຢູ່ຫລາຍແຂວງພາກເໜືອ ຂອງລາວ ຊຶ່ງມີທັງເຂດເສຖກິຈພິເສດ, ທາງຣົຖໄຟ ລາວ-ຈີນ, ເຂື່ອນໄຟຟ້າ ແລະໂຄງການອື່ນໆ ຊຶ່ງປັດຈຸບັນມີ 933 ໂຄງການ, ເປັນມູນຄ່າທັງໝົດປະມານ 16.4 ຕື້ໂດລ້າຣ໌ສະຫະຣັຖ.
-
ຈຳປາທອງ
2022-08-25 -
-
-
Your browser doesn’t support HTML5 audio
ການເຂົ້າມາລົງທຶນ ຂອງນັກທຸຣະກິດຈີນ ໃນໄລຍະ 2-3 ປີມານີ້ ຍິ່ງເຮັດໃຫ້ ເຫັນໄດ້ເຖິງອິດທິພົນ ຂອງຈີນຈະແຈ້ງຂຶ້ນຕື່ມອີກ ເປັນຕົ້ນຢູ່ 3 ແຂວງພາກເໜືອ ຂອງລາວ ຄືແຂວງຫລວງນໍ້າທາ, ອຸດົມໄຊ ແລະແຂວງບໍ່ແກ້ວ ເຊັ່ນຢູ່ເຂດເສຖກິຈພິເສດ, ຢູ່ຕາມແລວທາງຣົຖໄຟ ລາວ-ຈີນ ແຕ່ແຂວງຫລວງນໍ້າທາ ຫານະຄອນຫລວງວຽງຈັນ ໂດຍສະເພາະໂຄງການລົງທຶນ ຂນາດໃຫຍ່. ໃນນັ້ນກໍມີຮວມທັງໂຄງການ ທາງຣົຖໄຟ ລາວ-ຈີນ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະໂຄງການລົງທຶນ ດ້ານການກະເສຕ ນໍາດ້ວຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຄຸ້ມຄອງດ່ານສາກົລ ບໍ່ເຕັນ ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ສິງຫານີ້.
ທ່ານເວົ້າຕື່ມວ່າ ທາງການຈີນຈະຍັງບໍ່ອະນຸຍາດໃຫ້ຄົນຈີນ ເດີນທາງເຂົ້າ-ອອກ ດ່ານສາກົລບໍ່ຫານໄດ້ຕາມປົກກະຕິເທື່ອ. ແຕ່ນັກລົງທຶນຈີນຈໍານວນຫລວງຫລາຍ ກໍໄດ້ເຂົ້າມາປະກອບເອກສານເດີນທາງມາລາວ ເພື່ອຕິດຕາມໂຄງການ ລົງທຶນຂອງພວກເຂົາເຈົ້າ ຢ່າງຕໍ່ເນື່ອງ ຊຶ່ງສ່ວນນຶ່ງກໍຂີ່ຣົຖສ່ວນຕົວຂ້າມດ່ານ ເຂົ້າມາ.
ໃນຂະນະດຽວກັນ ຄົນຂັບຣົຖຮັບຈ້າງ ຂົນສົ່ງຜູ້ໂດຍສານ ຢູ່ເຂດບໍ່ເຕັນຜູ້ນຶ່ງ ກໍເວົ້າວ່າ ດ່ານສາກົນບໍ່ເຕັນ-ບໍ່ຫານ ຕັ້ງຢູ່ຫ່າງຈາກສະຖານີຣົຖໄຟ ບໍ່ເຕັນ ແລະເຂດເສຖກິຈ ບໍ່ເຕັນແດງານ ປະມານ 1 ກິໂລແມັດ ຊຶ່ງເປັນເຂດເສຖ ກິຈພິເສດຂອງຈີນ, ປັດຈຸບັນ ຢູ່ລະຫວ່າງການກໍ່ສ້າງ, ແຕ່ກໍມີນັກລົງທຶນ ຈີນຈໍານວນນຶ່ງ ໄດ້ເຂົ້າມາຢູ່ອາສັຍ ແລະດໍາເນີນທຸຣະກິຈບາງປະເພດແລ້ວ, ໃນເຂດນີ້ ໃຊ້ຈ່າຍເປັນເງິນຢັວນຂອງຈີນ ຫລາຍກວ່າເງິນກີບຂອງລາວ.
“ຮ້ອຍນຶ່ງເຂົາແລກ 280 ພັນ. ແພງຫລາຍ ໂອ໋ ຢູ່ແຂວງຊາຍແດນນີ້ ເຂົາໃຊ້ເງິນລາວ ເງິນຢັວນ. ເງິນບາດເຂົາບໍ່ໃຊ້. ເຂົາເອົາເງິນລາວແລ້ວ ກໍເງິນຢັວນ ເຂົາໃຊ້. ໃຊ້ປົກຕິກໍເອົາເງິນລາວ, ເງິນຢັວນແລກ ເຂົາກໍໃຫ້ເຄື່ອງ. ເອີ ເຂົາໄລ່ເງິນຢັວນແລ້ວ. ເອີ ເງິນບາດເຂົາບໍ່ໃຊ້ນ່າແຖວນີ້ນ່າ. ມໍ່ ຊາຍແດນຈີນນີ້ ເຂົາໃຊ້ເງິນຢັວນຊີ້ນ່າ.”
ແລະ ພາຍໃນເຂດເສຖກິຈພິເສດ ບໍ່ເຕັນແດນງາມ ມີໂຮງແຮມ ແລະຮ້ານ ຂາຍເຄື່ອງຍົກ-ເຄື່ອງຍ່ອຍຫລາຍຮ້ານ, ເກືອບທັງໝົດແມ່ນຄົນຈີນ ເປັນເຈົ້າຂອງ. ສິນຄ້າພາຍໃນຮ້ານກໍເປັນສິນຄ້າຂອງຈີນ ແລະຕິດປ້າຍລາຄາສິນຄ້າ ເປັນເງິນຢັວນເປັນຫລັກ. ຖ້າຫາກຄົນລາວ ຫລືຄົນຕ່າງປະເທດ ຕ້ອງການ ຊື້ເຄຶ້ອງຂອງ ກໍຈະຕ້ອງຈ່າຍເປັນເງິນຢັວນ ຫລືເງິນກີບເທົ່ານັ້ນ. ຖ້າຫາກຈ່າຍ ເປັນເງິນຢັວນ ລາຄາສິນຄ້າກໍຈະຖືກກວ່າ ການຈ່າຍເປັນເງິນກີບ.
ນັບຕັ້ງແຕ່ຣົຖໄຟ ລາວ-ຈີນ ເປີດໃຫ້ບໍຣິການມາແຕ່ທ້າຍປີກາຍ ຜູ້ໃຊ້ບໍຣິການ ຫລາຍກວ່າໝູ່ແມ່ນຄົນລາວ, ຮອງລົງມາແມ່ນຄົນໄທຍ ທີ່ມາທ່ຽວຢູ່ເມືອງວັງວຽງ ແລະນະຄອນຫລວງພຣະບາງ, ສ່ວນຄົນຈີນ ແລະຄົນປະເທດອື່ນໆ ຍັງບໍ່ທັນມີພໍເທົ່າໃດ. ຖ້າຫາກທາງການຈີນ ເປີດດ່ານສາກົລບໍ່ຫານເປັນປົກກະ ຕິ ກໍຈະເຮັດໃຫ້ຄົນຈີນຫລັ່ງໄຫລເຂົ້າມາລາວ.
ດັ່ງຕົວແທນຂາຍປີ້ຣົຖໄຟລາວ-ຈີນ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ສິງຫານີ້ວ່າ:
“ເຊື່ອວ່າຄັນເປີດແລ້ວ ກໍສິມີຄົນຈີນເພີ່ມຂຶ້ນຫລາຍກ່ອນໜ້າ ເພາະວ່າມັນມີການລົງທຶນຊີ້ເນາະ ມີລູກຄ້າຈີນໄປເຮັດວຽກເຂົ້າມາຫລາຍ ກໍຄາດຄະເນວ່າ ມີຫລາຍຢູ່ ແຕ່ຄັນເປີດນ່າຄືຈະແມ່ນອັນດັບນຶ່ງ ກໍແມ່ນຈີນນີ້ແຫລະ ອັນຫລັກໆນີ້ ເຂົ້າມາລົງທຶນ ກ່ຽວກັບອັນເຊົ່າດິນເບາະ, ເປັນແຮ່ເຫລັກບໍ່, ເປັນອັນນ່າກໍຖ່ານຫີນ, ເປັນປະເພດໝາກງອກ ໝາກແງງນີ້ນ່າ. ຄົນຈີນມາລົງ ທຶນປູກກ້ວຍປູກຫຍັງຊີ້ນ່າ ເປັນອຸດສາຫະກັມນີ້ແຫລະ.”
ມາເຖິງປັດຈຸບັນ ນັກລົງທຶນຈີນຫລາຍຄົນ ກໍຍັງນິຍົມເຂົ້າມາລົງທຶນ ແລະ ເປີດທຸຣະກິຈ ທີ່ເປັນອາຊີບສງວນຂອງຄົນລາວ ຢູ່ເມືອງໄຊ ແຂວງອຸດົມໄຊ ຊຶ່ງສ່ວນນຶ່ງກໍອາຈເປັນຍ້ອນພື້ນທີ່ ຢູ່ມໍ່ຊາຍແດນຈີນ, ໃຊ້ເວລາເດີນທາງປະມານ 50 ນາທີເທົ່ານັ້ນ.
ດັ່ງເຈົ້າຂອງຣັຖຂົນສົ່ງ ຢູ່ເມືອງໄຊ ຜູ້ນຶ່ງເວົ້າໃນມື້ດຽວກັນ ນີ້ວ່າ:
“ຍັງເຮັດຄືເກົ່າຫັ້ນແຫລະ ຫ້ອງອາຫານ ຂາຍເສື້ອຜ້າອິຫຍັງນີ້ນ່າ. ຫລາຍໆທີ່ສຸດຫັ້ນເນາະ ປະມານໂອ໋ 4 ພັນ 5 ພັນພຸ້ນແຫລະ 10,000. ເຂົ້າມານ່າ ຄົນຈີນເຕັມເມິດເລີຍ ຮ້ານອາຫານແຄມທາງແມ່ນຫຍັງຫັ້ນນ່າ. ຄົນຈີນໂອ໋ ຮ້ານບຸບເຟບໍ່ ຮ້ານຂາຍປີ້ງອິຫຍັງແຄມທາງນີ້ນ່າ ເຕັມເບິດ.”
ເວົ້າເຣື່ອງການທ່ອງທ່ຽວ ເປັນຕົ້ນຢູ່ເມືອງມໍຣະດົກໂລກ ຫລວງພຣະບາງ ກໍມີ ນັກລົງທຶນຈີນເຂົ້າມາເຊົ່າທີ່ດິນເຮັດທຸຣະກິຈ ທັງເຮືອນພັກ, ໂຮງແຮມ, ຮ້ານ ອາຫານ, ຮ້ານກິນດື່ມ ແລະຮ້ານຂາຍເຄື່ອງຄົບວົງຈອນ ຫລືທີ່ເອີ້ນວ່າ “ທົວສູນຫລຽນ” ທີ່ຈັດການທ່ອງທ່ຽວ ເປັນຊຸດພາຍໃນລາວ ໂດຍທີ່ຄົນລາວບໍ່ໄດ້ ຮັບຜົລປໂຍດແນວໃດ.
ດັ່ງຄົນນໍາທ່ຽວ ຢູ່ເມືອງມໍຣະດົກໂລກ ຫລວງພຣະບາງຜູ້ ນຶ່ງ ເວົ້າກ່ຽວກັບເຣື່ອງນີ້ວ່າ:
“ສ່ວນໃຫຍ່ແມ່ນບ້ານ ພັກກໍແມ່ນບ້ານພັກ ຂອງຈີນ ໄປຮ້ານອາຫານກໍໄປຮ້ານອາຫານຈີນ ມີແຕ່ເຂົ້າສະຖານທີ່ທ່ອງທ່ຽວນີ້ແຫລະ ສ່ວນໃຫຍ່ນີ້ກໍຈະ ໃຊ້ໄກລາວນີ້ນໍາໄປພົວພັນຕໍາຣວດຊື່ໆ ເຈົ້າໜ້າທີ່ຊື່ໆ ເຣື່ອງອະທິບາຍເປັນຈີນອະທິບາຍເບີດ ເພິ່ນອະທິ ບາຍເປັນພາສາຈີນເລີຍ ຄົນລາວບາງຄົນກໍບໍ່ຮູ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ທາງການລາວ ແລະທາງການຈີນ ກໍເວົ້າວ່າ ມີແທ້ ທົວສູນຫລຽນ ແລະຂະນະນີ້ທາງພາກສ່ວນທີ່ກ່ຽວຂ້ອງ ກໍພະຍາຍາມຊອກຫາ ວິທີແກ້ໄຂຢູ່.
ດັ່ງເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ສິງຫານີ້ວ່າ:
“ນິສັຍມັນກໍຄ້າຍໆຄືກັບຢູ່ໄທຍຫັ້ນແຫລະ ເຮົາກໍພະຍາຍາມສະ ກັດກັ້ນມັນຢູ່ ກໍແບບວ່າອັນມັນຈະມີຮ້ານ ມັນຈະມີບ່ອນໃຫ້ ມັນຈະມີຊັອບ ສະເພາະຫັ້ນນ່າ ວ່າເອີມັນ ຢາກເປີດກໍໃຫ້ໄດ້ເນາະ ຮ້ານຫັ້ນນ່າ ແຕ່ວ່າມັນເປັນລິງຄບໍ່ ຫລືວ່າຕ້ອງບັງຄັບຕ້ອງຫຍັງບໍ່ ພວກເຮົາກໍ ຕ້ອງພະຍາຍາມເກັບຂໍ້ມູນພວກນັກທ່ອງທ່ຽວວ່າ ຄັນມັນມີແນວນັ້ນພວກເຮົາກໍຕ້ອງເຮັດສະກັດກັ້ນ ເພາະວ່າພວກເຮົາໄດ້ຮ່ວມມືກັບສະຖານກົງສູນຢູ່ນີ້ແນ່ ພະຍາຍາມສະກັດກັ້ນໂຕນີ້ຊ່ອຍກັນ.”
ອີງຕາມກອງປະຊຸມ ແລກປ່ຽນຄວາມຄິດເຫັນ ລະຫວ່າງຣັຖບານລາວ ແລະນັກ ທຸຣະກິຈຈີນຄັ້ງທີ 6 ເມື່ອວັນທີ 15 ກໍຣະກະດາທີ່ຜ່ານມານີ້, ການລົງທຶນຂອງ ຈີນຢູ່ໃນປະເທດລາວ ເປັນອັນດັບນຶ່ງຂອງການລົງທຶນຂອງຕ່າງປະເທດ, ມີ 933 ໂຄງການ, ເປັນມູນຄ່າທັງໝົດປະມານ 16.4 ຕື້ໂດລ້າຣ໌ສະຫະຣັຖ ເປັນ ຕົ້ນໂຄງການຮ່ວມມືຍຸທສາຕ ແລະໂຄງການຂນາດໃຫຍ່ ເຊັ່ນໂຄງການທາງ ຣົຖໄຟລາວ-ຈີນ, ໂຄງການທາງດ່ວນວຽງຈັນ-ວັງວຽງ, ເຂດເສຖກິຈພິເສດ, ໂຄງການສາຍສົ່ງໄຟຟ້າແຮງສູງ, ເຂື່ອນໄຟຟ້າ ແລະອື່ນໆ.