ສວນໝາກຖົ່ວລຽນ ຂອງຈີນ ເສັຽຫາຍກາຍເຄິ່ງ

ໄຊຍາ
2021.02.23
ສວນໝາກຖົ່ວລຽນ ຂອງຈີນ ເສັຽຫາຍກາຍເຄິ່ງ ສວນໝາກຖົ່ວລຽນ ທີ່ ຫາກໍເລີ່ມປູກ ຢູ່ ເມືອງປາກກະດິງ ແຂວງບໍລິຄໍາໄຊ
ພາບປະກອບ: ນັກຂ່າວພົລເມືອງ

ສວນຖົ່ວລຽນ ຂອງບໍຣິສັດງົວ 9 ໂຕ ພັທນາກະສິກັມ ບໍລິຄຳໄຊ ຈຳກັດ ເນື້ອທີ່ 130 ເຮັກຕ້າ ເຂດບ້ານນາຫິນ ເມືອງປາກກະດິງ ແຂວງບໍຣິຄຳໄຊ ໄດ້ເລີ່ມລົງມືປູກໄປແລ້ວ 100 ເຮັກຕ້າ ຈຳນວນ 9,000 ຕົ້ນ. ຍ້ອນສະພາບລົມແຮງເຮັດໃຫ້ ເສັຽຫາຍໄປແລ້ວ 70% . ສວນຖົ່ວລຽນນີ້ປູກເພື່ອສົ່ງອອກໄປຂາຍທີ່ ປະເທດຈີນ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ເມືອງປາກກະດິງ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ກຸມພາ ວ່າ:

"ປູກແລ້ວ 100 ເຮັກຕ້າ ແລ້ວຫວ່າງກີ້ມັນມີຜົລຜລິດເສັຽຫາຍ ຈາກພັຍທັມຊາດຟ້າລົງເສັຽຫາຍ 70% ໂດຍຮວມມາເບິ່ງເງື່ອນໄຂ ສະພາບແວດລ້ອມ ກ່ຽວກັບການປູກຖົ່ວລຽນ. ສະພາບດິນຟ້າອາກາດ ມັນກໍຍັງບໍ່ທັນ ເອື້ອອຳນວນແດ່ກະມີບັນຫາເລື່ອງລົມ, ລົມແຮງເຂດທີ່ປູກຫັ້ນນ່າ ເລີ່ມປັບປຸງໃນການປູກຫັ້ນແຫຼະ ຜົລຮັບມັນຈະໄດ້ຊໍ່າໃດ."

ການສັມປະທານດິນ ເພື່ອປູກໝາກຖົ່ວລຽນ ສົ່ງອອກໄປຈີນ ທາງການແຂວງບໍຣິຄຳໄຊ ໄດ້ຢັ້ງຢືນວ່າປະມານ 15-20 ປີໂດຍອີງ ຕາມກົດໝາຍ ການລົງທຶນ. ບໍຣິສັດດັ່ງກ່າວ ເປັນການລົງທຶນ ຣະຫວ່າງ ລາວ-ຈີນ ມີແຜນສົ່ງອອກໝາກຖົ່ວລຽນໄປຈີນ.

ໃນຂນະທີ່ຊາວບ້ານ ທີ່ອາສັຍຢູ່ເຂດໃກ້ຄຽງສວນໝາກຖົ່ວລຽນ ກໍຢ້ານຜົລກະທົບ ຈາກສານເຄມີ ຄືດັ່ງສວນກ້ວຍຂອງຈີນ ທີ່ສ້າງ ຜົລກະທົບໄລຍະຜ່ານມາ. ແນວໃດກໍຕາມທາງ ກະສິກັມ ແຂວງບໍລິຄຳໄຊ ກໍຢັ້ງຢືນວ່າໄດ້ລົງໄປກວດ ແລະຄວບຄຸມການໃຊ້ ສານເຄມີ ຕາມທີ່ທາງການໄດ້ ກຳນົດເພື່ອປ້ອງກັນ ຜົລກະທົບ ຕໍ່ສີ່ງແວດລ້ອມ. ດັ່ງເຈົ້າໜ້າທີ່ຜແນກ ກະສິກັມ ແຂວງບໍລິຄຳໄຊ ໄດ້ກ່າວຕື່ມວ່າ:

"ກະບໍ່ແມ່ນວ່າຈະປູກ ຈະໃຊ້ສານເຄມີໂລດ ມັນບໍ່ແມ່ນ ຖ້າເກີດມີພຍາດມີຫຍັງ ກໍຈຳເປັນຕ້ອງໄດ້ໃຊ້ ບໍ່ຖ້າແຕ່ ໝາກກ້ວຍ ໝາກຖົ່ວລຽນດອກ, ປູກຜັກປູກຫຍັງ ມັນກະຕ້ອງໄດ້ໃສ່ ຄວບຄຸມຕິດຕາມ ຢູ່ຕລອດຕາມມາຕຖານ ທີ່ເຮົາກຳນົດ. ການຈ້າງ ງານເຂົາເຈົ້າ ກໍຈ້າງແຮງງານທ້ອງຖິ່ນຫັ້ນເດ້ ສ່ວນຫຼາຍກະຈ້າງຄົນເຂດນັ້ນແຫຼະ."

ຕໍ່ກັບໂຄງການປູກໝາກຖົ່ວລຽນ ສົ່ງອອກ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ຂອງແຂວງບໍລິຄຳໄຊ ຍັງບໍ່ຮູ້ວ່າໂຄງການ ນີ້ຈະໄດ້ຮັບຜົ ຫຼືບໍ່ ເພາະວ່າຫາກໍເລີ່ມຕົ້ນຍັງບໍ່ຮູ້ ວ່າຜົລຊິອອກແນວໃດ. ດັ່ງເຈົ້າໜ້າທີ່ໄດ້ກ່າວວ່າ:

"ມັນກໍເປັນການສັມປະທານຊື່ໆ ແຕ່ການປູກແທ້ ກໍຍັງບໍ່ທັນເຫັນປະກົດເປັນຈີິງຫຍັງດອກ. ແຕ່ວ່າເມື່ອກ່ອນເຂົາເຈົ້າຈະປູກຕົ້ນ ມັງກອນມັນບໍ່ສອດຄ່ອງກໍເຫັນ ວ່າຈະມາເຮັດຖົ່ວລຽນ ບໍ່ທັນຮູ້ເທື່ອວ່າ ຈະໄດ້ແນວໃດເນາະ."

ດ້ວຍສະພາບດິນຟ້າອາກາດ ບໍ່ປົກກຕິ ປະກອບກັບສວນຖືກໄຟໄໝ້ ຊາວບ້ານຫິນທີ່ເຮັດວຽກ ຢູ່ສວນຖົ່ວລຽນກໍຖືກໄລ່ອອກ ແລະ ເຮັດໃຫ້ຊາວບ້ານຈຳນວນ ຫຼາຍຫວ່າງງານມາ ສອງເດືອນແລ້ວ. ໂດຍເຈົ້າຂອງສວນບອກວ່າ ຣະດູຝົນຈຶ່ງກັບເຂົ້າມາເຮັດວຽກໃໝ່. ດັ່ງຊາວບ້ານຫິນ ເມືອງປາກກະດິງ ໄດ້ກ່າວວ່າ:

"ໄລ່ອອກໝົດແລ້ວຍັງແຕ່ 3 ຄົນ ຫັ້ນນ່າ ໂອ້ອອກມາເກືອບເປັນເດືອນ ສອງເດືອນແລ້ວອັນນຶ່ງ ກະດິນຟ້າອາກາດແດ່ໄຟໄໝ້ແດ່, ມັນກໍວ່າຍາມຝົນສາກ່ອນມີວຽກ ຄ່ອຍມາເຂົ້າອີກ ບາງຄົນກະຫວ່າງງານ ບາງຄົນກະໄປເຮັດຢູ່ເຂື່ອນເດ້ ດຽວນີ້ນ່າ ເຂື່ອນນໍ້າເທີນ 2."

ປະຊາຊົນໃນເຂດດັ່ງກ່າວ ຜູ້ທີ່ຫວ່າງວຽກ ກໍຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງ ຊ່ອຍລົງມາແກ້ໄຂ ໃຫ້ກັບຊາວບ້ານແດ່. ປັຈຈຸບັນ ມີຄົນຫວ່າງຫຼາຍ. ດັ່ງຊາວບ້ານຫິນ ໄດ້ກ່າວຕື່ມ ວ່າ:

"ຢາກໃຫ້ທາງຂັ້ນເທິງ ໂດຍສະເພາະແມ່ນພາກສ່ວນ ທີ່ກ່ຽວຂ້ອງແຜນການ ແລະການລົງທຶນເບາະ, ທ່ານເຈົ້າແຂວງບໍ່ ຫຼືຈັ່ງຊີ້ນ່າ ຢາກໃຫ້ເພິ່ນລົງມາເບິ່ງ ປະຊາຊົນຫວ່າງງານຫຼາຍ ບໍ່ມີວຽກເຮັດ ບໍ່ມີງານທໍາ ມີແຕ່ເຮັດສວນນີ້ແຫຼະ ຜູ້ບໍ່ເຮັດກໍຫວ່າງງານ."

ສື່ທ້ອງຖິ່ນໄດ້ຣາຍງານວ່າ ຢູ່ແຂວງບໍລິຄຳໄຊມີ 16 ບໍຣິສັດ ເຂົ້າມາລົງທຶນສ່ວນຫຼາຍແມ່ນ ນັກລົງມທຶນຈີນ. ໃນນີ້ມີປູກກ້ວຍ 1,860 ເຮັກຕ້າ, ປູກໝາກມ່ວງ 1.373 ເຮັກຕ້າ, ປູກ ໝາກກ້ຽງ 342 ເຮັກຕ້າ ແລະ ປູກໝາກຖົ່ວລຽນ 130 ເຮັກຕ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.