ຂ.ບໍຣິຄໍາໄຊ ໃຫ້ຈີນ ຂຸດຄົ້ນ ຫິນອ່ອນ
2021.07.19

ອໍານາດການປົກຄອງແຂວງບໍຣິຄໍາໄຊ ໄດ້ອະນຸຍາດ ໃຫ້ບໍຣິສັດຈີນໄທເຕີ້ ຄໍາເກີດມາໂບ້ພັທນາ ບໍ່ແຮ່ຈໍາກັດຂອງຈີນ ຂຸດຄົ້ນຫິນ ອ່ອນ ຢູ່ບ້ານທົ່ງວຽງຄໍາ ເມືອງຄໍາເກີດ ໂດຍຢືນຢັນວ່າ ໂຄງການດັ່ງກ່າວຈະບໍ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ດັ່ງ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງບໍຣິຄໍາໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ:
“ຫາກໍເຊັນສັນຍາ ສັມປະທານແລ້ວ ມື້ວັນພະຫັດ, ບໍຣິສັດ Marble ຂອງຈີນ ຄົ້ນຄວ້າສຶກສາຜ່ານໄປແລ້ວ ມີແຕ່ສັນຍາຂຸດຄົ້ນເລີຍ ແຫຼະ, ມັນຢູ່ໃກ້ກັບເມືອງຄໍາເກີດຫັ້ນນ່າ ຢູ່ຊານເມືອງໜ້ອຍນຶ່ງ ຖືວ່າບໍ່ມີບັນຫາ.”
ທ່ານກ່າວຕື່ມວ່າ ບໍຣິສັດຈີນທີ່ວ່ານີ້ ໄດ້ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ໃນການຂຸດຄົ້ນຫິນອ່ອນ ແຕ່ປີ 2019-2020 ແລະ ເຫັນວ່າ ໂຄງການນີ້ຈະບໍ່ສົ່ງຜົລກະທົບຕໍ່ ສິ່ງແວດລ້ອມ ແລະສັງຄົມ, ດັ່ງນັ້ນທາງແຂວງຈຶ່ງໄດ້ເຊັນສັນຍາ ໃຫ້ສໍາປະທານຂຸດຄົ້ນ ໃນມື້ວັນທີ 15 ກໍຣະກະດາ 2021 ນີ້ ຊຶ່ງທາງບໍຣິສັດ ສາມາດເຣີ່ມຂຸດຄົ້ນໄດ້ທັນທີ.
ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ຊຶ່ງຢູ່ໃກ້ກັບເຂດທີ່ບໍຣິສັດສໍາປະທານ ນັ້ນກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ບໍ່ວ່າຈະແມ່ນ ການເຊັນສັນຍາໃດໆກໍຕາມ ຊາວບ້ານບໍ່ເຄີຍຮູ້ ແລະ ບໍ່ເຫັນພາກສ່ວນທີ່ ກ່ຽວຂ້ອງ ມາຖາມຄວາມຄິດຄວາມເຫັນ ຂອງປະຊາຊົນ ຈັກເທື່ອ ແລະວ່າ ຕາມທັສນະສ່ວນຕົວແລ້ວເຫັນວ່າ ເຖິງຊາວບ້ານຈະບໍ່ໄດ້ເສັຍທີ່ດິນທໍາການຜລິດ ແຕ່ກໍກັງວົນນໍາເຣື່ອງຜົລກະທົບ ທັງເຣື່ອງສຽງດັງ, ເຣື່ອງກິ່ນ, ເຣື່ອງປ່າໄມ້ ແລະສັດປ່າ ຈະຖືກທໍາລາຍ:
“ຢາກອະນຸຮັກຫັ້ນແລ້ວ ຄວາມຈິງກະສິກັງວົນ ຫັ້ນນ່າເນາະ. ບັນຫານຶ່ງກະດ້ານສຽງ. ບັນຫາທີ 2 ມາກະດ້ານກິ່ນ. ບັນຫາທີ 3 ມາ ກະທັງປ່າ ທັມມະຊາດແດ່ ແລະ ສັດແດ່ຫັ້ນແຫລະ.”
ທ່ານກ່າວຕື່ມອີກວ່າ ແຕ່ເຖິງແນວໃດກໍຕາມ ກໍຕ້ອງລໍຖ້າເບິ່ງວ່າ ເມື່ອບໍຣິສັດຈີນເຂົ້າມາຂຸດຄົ້ນຫິນອ່ອນແລ້ວ ຈະສ້າງຜົລກະທົບຕໍ່ ສິ່ງແວດລ້ອມ ແລະສັງຄົມໜ້ອຍຫຼາຍສໍ່າໃດ, ຫາກມີຜົລກະທົບ ຕໍ່ແນວໃດແນວນຶ່ງ ຮຸນແຮງເກີນໄປ ກໍຈະສົ່ງໜັງສືຮ້ອງຮຽນໄປຍັງ ອໍານາດການປົກຄອງ ເມືອງແລະແຂວງບໍຣິຄໍາໄຊ ເພື່ອຂໍໃຫ້ເພິ່ນພິຈາຣະນາ ເຣື່ອງການຂຸດຄົ້ນ ນັ້ນຄືນໃໝ່.
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງຄໍາເກີດ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍ່ເຫັນພາກສ່ວນ ທີ່ ກ່ຽວຂ້ອງມາຖາມ ຄວາມຄິດ ຄວາມເຫັນນໍາປະຊາຊົນຈັກເທື່ອ ແລະເຫັນວ່າ ທາງການລາວ ຄວນຈະອະນຸຮັກຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນນັ້ນເອົາໄວ້:
“ບໍ່ ບໍ່ໄດ້ຖາມຄວາມເຫັນ ເຮົາບໍ່ໄດ້ຮູ້ນໍາເດ໋. ແມ່ນກະຢາກອະນຸຮັກໄວ້ຫັ້ນແຫລະເນາະ.”
ແລະປະຊາຊົນຢູ່ເມືອງດຽວກັນນີ້ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ ທາງການລາວບໍ່ຄວນອະນຸຍາດໃຫ້ ບໍຣິສັດຈີນສໍາປະທານຂຸດຄົ້ນຫິນອ່ອນນີ້ ເນື່ອງຈາກ ຫິນດັ່ງກ່າວມີຄວາມສວຍງາມ ແລະ ຫາຍາກໃນປະເທດລາວ, ຄວນອະນຸຮັກ ເອົາໄວ້ ເປັນແຫຼ່ງທ່ອງທ່ຽວ ແລະຮັກສາເອົາໄວ້ໃຫ້ຄົນລຸ້ນຫລັງເບິ່ງຕໍ່ໆໄປ:
“ແບບຂະເຈົ້າຢາກອະນຸຮັກໄວ້ແດ່ຫັ້ນນ່າ ສ່ວນໜ້ອຍມັນສິມີແບບນີ້ ມັນບໍ່ຄ່ອຍມີແລ້ວ ຢາກໃຫ້ຄົນຕາມຫລັງມາ ຄົນຮຸ່ນຫລັງກະຍັງ ເຫັນຄືເກົ່າ.”
ຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເຖິງຈະເປັນໂຄງການຂນາດນ້ອຍ ແຕ່ການຂຸດຄົ້ນຫິນ ຍ່ອມຈະສົ່ງຜົລ ກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມບໍ່ຫລາຍ ກໍໜ້ອຍ ຢູ່ແລ້ວ. ແຕ່ສິ່ງສໍາຄັນ ແມ່ນຊັພຍາກອນປ່າໄມ ທີ່ອຸດົມສົມບູນ ແລະ ທັງຍັງເປັນແຫລ່ງທີ່ຢູ່ ອາສັຍຂອງສັດປ່າອີກຫລາຍຊນິດນັ້ນ ທາງການລາວຄວນຈະອະນຸຮັກເອົາໄວ້ ບໍ່ແມ່ນໃຫ້ນັກລົງທຶນເຂົ້າມາ ສໍາປະທານ:
“ສົ່ງຜົລກະທົບກັບປະຊາຊົນ ກັບສິ່ງແວດລ້ອມຢູ່ແລ້ວ ໂດຍສະເພາະກັບສັດແຖວໆນັ້ນ ເພາະວ່າດຽວນີ້ ຊັພຍາກອນລາວນີ໋ ກໍຫລຸດ ໜ້ອຍຖອຍລົງແລ້ວເນາະ.”
ບໍຣິສັດຂອງຈີນ ທີ່ວ່ານີ້ ໄດ້ສັມປະທານທີ່ດິນ ໃນເນື້ອທີ່ 4 ເຮັກຕາ ຈາກແຂວງບໍຣິຄໍາໄຊ ເພື່ອຂຸດຄົ້ນຫິນອ່ອນ ຫຼື marble ຢູ່ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ. ບໍຣິສັດນີ້ມີເປົ້າໝາຍ ຂຸດຄົ້ນຫິນອ່ອນ ເພື່ອຈໍາໜ່າຍທົ່ວໄປ ທັງຢູ່ໃນລາວ ແລະຂາຍໄປຕ່າງປະເທດ, ມູນຄ່າການລົງທຶນ 15 ລ້ານໂດລາ ສະຫະຣັຖ, ໄລຍະສັມປະທານ 10 ປີ.
ທ່ານ ດາວວົງ ພອນແກ້ວ ຣັຖມົນຕຣີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຣາຍງານ ເມື່ອຕົ້ນປີ 2021 ນີ້ວ່າມາຮອດປັດຈຸບັນມີ ບໍຣິສັດຈີນ ເຂົ້າມາລົງທຶນ ດ້ານທໍຣະນີສາດ ແລະບໍ່ແຮ່ ຢູ່ທົ່ວປະເທດລາວ 52 ບໍຣິສັດ, ມີ 79 ໂຄງການ. ໃນນັ້ນໄດ້ຮັບການ ເຊັນສັນຍາແລ້ວ 35 ບໍຣິສັດ, ມີ 67 ໂຄງການ, ສ່ວນທີ່ເຫລືອ ແມ່ນຢູ່ໃນຣະຫວ່າງການສໍາຣວດ ແລະ ສຶກສາຄວາມເປັນໄປໄດ້ຢູ່.