ຄົນງານລາວໄດ້ຄ່າແຮງ ທີ່ນາຍຈ້າງ ຈີນຕິດຄ້າງ

ສຸພັດຕາ
2021.04.29
ຄົນງານລາວໄດ້ຄ່າແຮງ ທີ່ນາຍຈ້າງ ຈີນຕິດຄ້າງ ໂຮງງານຜລິດຊິເມັນ ເກັດທາວ ລາວ ຈໍາກັດ ຢູ່ ແຂວງຫຼວງພຣະບາງ ຊຶ່ງ ກາຍມາເປັນໂຮງງານຜລິດຊິເມັນ ຈຽງເກີ ຈໍາກັດ.
ນັກຂ່າວພົລເມືອງ

ຄົນງານລາວ ຈໍານວນ 179 ຄົນ ທີ່ເຮັດວຽກໃນໂຮງງານຊິເມັນ ເກັດທາວ ລາວ ຈໍາກັດ ຂອງນັກລົງທຶນຈີນ ຕັ້ງຢູ່ບ້ານໂພນມະນີ ເມືອງນໍ້າບາກ ແຂວງຫຼວງພຣະບາງ ຫາກໍໄດ້ຮັບ ເງິນເດືອນ ຂອງເດືອນພຶສຈິກາ ປີ 2020 ໃນໄລຍະບຸນປີໃໝ່ລາວ ທີ່ຜ່ານມານີ້, ໂດຍເຈົ້າຂອງໂຮງງານຜູ້ໃໝ່ ຊຶ່ງເປັນນັກລົງທຶນຈີນ ອີກກຸ່ມນຶ່ງ ເປັນຜູ້ຊ່ອຍຈ່າຍເງິນເດືອນນັ້ນໃຫ້ ແກ່ຄົນງານຈໍານວນດັ່ງກ່າວ ຮວມທັງໝົດ 400 ປາຍລ້ານກີບ, ຕາມການຂໍຄວາມຮ່ວມມື ຈາກພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາ ດັ່ງກ່າວ, ດັ່ງຄົນງານ ລາວ ທີ່ເຄີຍເຮັດຢູ່ ໂຮງງານເກັດທາວ ແລະໄດ້ຮັບເດືອນ ທີ່ຕິດຄ້າງນັ້ນແລ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ເມສາ ນີ້ວ່າ:

“ເອີ ! ໂຕນີ້ຂະເຈົ້າຈ່າຍໃຫ້ແລ້ວ ຕອນນີ້ ເຮົາໄດ້ເງິນໂຕນີ້ ເຮົາກະຮູ້ສຶກດີໃຈ ເຈົ້າ ດຽວນີ້ຢູ່ແຕ່ເຮືອນ ຊ່ວງນີ້ກະໂຄວິດຣະບາດແດ່ ເຂົາກະບໍ່ໃຫ້ອອກໄປໃສ.”

ໃນຂນະດຽວກັນ ຄົນງານອີກຄົນນຶ່ງ ທີ່ໄດ້ຮັບເງິນເດືອນແລ້ວ ແລະຍັງເຮັດວຽກຢູ່ໂຮງງານດັ່ງກ່າວ ຊຶ່ງປ່ຽນຊື່ເປັນໂຮງງານຜລິດ ຊິເມັນ ຈຽງເກີ ຈໍາກັດນັ້ນ ກໍຮູ້ສຶກດີໃຈ ທີ່ພາກສ່ວນ ກ່ຽວຂ້ອງ ແລະເຈົ້າຂອງໂຮງງານຜູ້ໃໝ່ ມີການແກ້ໄຂບັນຫານັ້ນໃຫ້ ເຮັດໃຫ້ ຄົນງານ ໄດ້ຮັບເງິນເດືອນ ທີ່ຕິດຄ້າງນັ້ນຮຽບຮ້ອຍແລ້ວ ສ່ວນການເຮັດວຽກ ກັບເຈົ້າຂອງໂຮງງານ ຜູ້ໃໝ່ນີ້ ແມ່ນຍັງບໍ່ໄດ້ເງິນ ເດືອນເທື່ອ ເນື່ອງຈາກຕົນເອງ ຫາກໍກັບເຂົ້າມາເຮັດ ຍັງບໍ່ທັນໄດ້ຮອດເດືອນ, ດັ່ງຄົນງານຜູ້ນີ້ ເວົ້າວ່າ:

“ເດືອນ 11 ຫັ້ນໄດ້ແລ້ວ ເຂົາກະໃຫ້ແຕ່ ໃຫ້ຕາມວັນງານຫັ້ນແຫຼະ ເງິນທີ່ຄ້າງ ວ່າໄດ້ກະຮູ້ສຶກວ່າ ກະດີໃຈຫັ້ນແຫຼ້ວ ເອີ່ໂຕໃໝ່ນີ້ ຍັງບໍ່ໄດ້ເທື່ອ ຫາໄດ້ເຮັດ 10 ປາຍມື້ນີ້.”

ສ່ວນຄົນງານ ອີກຄົນນຶ່ງ ທີ່ເຮັດວຽກໃນຕໍາແໜ່ງ ພະນັກງານຮັກສາຄວາມປອດພັຍ ປະຈໍາໂຮງງານດັ່ງກ່າວ ກໍຮູ້ສຶກດີໃຈທີ່ໄດ້ຮັບ ເງິນເດືອນ ຂອງເດືອນພຶສຈິກາ ປີ 2020 ໂດຍຜ່ານການ ໂອນເຂົ້າບັນຊີທະນາຄານ ແລະຕົນກໍກັບມາເຮັດວຽກ ກວດກາຄວາມສງົບ ຮຽບຮ້ອຍ ຢູ່ໃນຂອບເຂດໂຮງງານຊິເມັນນີ້ ຄືເກົ່າ, ດັ່ງຄົນງານຜູ້ນີ້ ເວົ້າວ່າ:

“ດຽວນີ້ເພິ່ນຈ່າຍໝົດແລ້ວເຈົ້າ ໄດ້ໝົດແລ້ວ ກັບມາເຮັດວຽກປົກກະຕິຄືເກົ່າ ຍັງເຄື່ອນໄຫວຢູ່ ມີຄົນໃໝ່ຂະເຈົ້າ ມາຮັບບໍຣຫານງານ ຕໍ່ເນາະ ຂະເຈົ້າກະຈ່າຍເຂົ້າເລຂບັນຊີໝົດແລ້ວ ໂອນໃຫ້.”

ກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຫຼວງພຣະບາງ ທ່ານນຶ່ງ ກໍໄດ້ກ່າວ ຢືນຢັນຕໍ່ວິທຍຸເອເຊັຽເສຣີວ່າ ຄົນງານລາວ ຈໍານວນ 179 ຄົນ ດັ່ງກ່າວ ໄດ້ຮັບເງິນເດືອນ ທີ່ຕິດຄ້າງນັ້ນເປັນທີ່ຮຽບຮ້ອຍແລ້ວ ໂດຍມີຄະນະກັມມະການ ທີ່ກ່ຽວຂ້ອງ ເປັນຜູ້ແກ້ໄຂ ຮ່ວມກັບເຈົ້າຂອງໂຮງງານຜລິດ ຊິເມັນ ຜູ້ໃໝ່ ພ້ອມທັງມີການເຮັດບົດບັນທຶກ ຮ່ວມກັນ, ດັ່ງທ່ານກ່າວວ່າ:

“ໂຕຈໍານວນ 179 ຄົນຫັ້ນ ເຂົາຈ່າຍແລ້ວ ຈ່າຍທີ່ວ່າ ຍັງຄ້າງບາງກະ 10 ປາຍມື້ ບາງຄົນກໍ 20 ປາຍມື້ຫັ້ນນະ ເຂົາຈ່າຍໃຫ້ເປັນ ບຸກຄົນ ເພາະວ່າອັນນີ້ ມັນມີຄະນະກັມມະການ ຂັ້ນເມືອງເພິ່ນເນາະ ແຕ່ວ່າມັນມີໂຕແທນ ຂອງຜແນກແຮງງານເຮົາ ຢູ່ບັນດາເມືອງ ເຂົ້າຮ່ວມ ແລ້ວກໍເຮັດບົດບັນທຶກ ນໍາກັນຫັ້ນ.”

ສໍາລັບເຈົ້າຂອງໂຮງງານຜູ້ເກົ່າ ທີ່ຖືກດໍາເນີນຄະດີ ໃນຂໍ້ຫາຕິດຄ້າງຈ່າຍເງິນເດືອນ ຄົນງານນັ້ນ ທ່ານຊີ້ແຈງວ່າ ມາຮອດປັດຈຸບັນ ກໍຍັງບໍ່ໄດ້ຮັບການຣາຍງານເທື່ອ ວ່າມີຄວາມ ຄືບໜ້າໄປຮອດໃສແລ້ວ ແລະຖືກສານຕັດສິນແລ້ວຫຼືບໍ່ ໃນຂນະດຽວກັນ ວິທຍຸເອເຊັຽ ເສຣີ ກໍໄດ້ຕິດຕໍ່ໄປຫາ ສານປະຊາຊົນ ແຂວງຫຼວງພຣະບາງ ເພື່ອຖາມຣາຍຣະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ຂໍ້ມູລ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການ ເມືອງນໍ້າບາກ ທ່ານນຶ່ງກ່າວວ່າພາຍຫຼັງ ທີ່ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ແກ້ໄຂບັນຫາ ດັ່ງກ່າວ ສໍາເຣັດແລ້ວນັ້ນ ປັດຈຸບັນ ໂຮງງານຜລິດຊິເມັນ ດັ່ງກ່າວ ທີ່ປ່ຽນເຈົ້າຂອງໃໝ່ ແລະປ່ຽນຊື່ເປັນ ໂຮງງານຜລິດຊິເມັນ ຈຽງເກີ ຈໍາກັດ ກໍຍັງມີການດໍາເນີນ ການຜລິດຊິເມັນຕາມປົກກະຕິຢູ່ ໂດຍມີການຫຼຸດຈໍານວນພະນັກງານລົງ ບໍ່ໃຫ້ແອອັດຫຼາຍເກີນໄປ ແລະເຈົ້າໜ້າທີ່ ກ່ຽວຂ້ອງ ກໍຕິດຕາມການເຄື່ອນໄຫວ ຢ່າງໃກ້ຊິດ, ດັ່ງທ່ານກ່າວວ່າ:

“ບໍ່ໄດ້ປິດເດີ້ ໂຮງງານຫັ້ນ ເພາະວ່າປົກກະຕິ ສໍາລັບໂຮງງານຊິເມັນ ຫຼັງນຶ່ງຫັ່ນ ບໍ່ມີຄໍາສັ່ງຫຍັງປິດ ແຕ່ວ່າ ຕິດຕາມກໍາລັງຜລິດ ປັດຈຸບັນນີ້ນະ.”

ກ່ອນໜ້ານີ້ຄືເມື່ອວັນທີ 22 ກຸມພາ 2021 ນີ້ ຄົນງານປະມານ 100 ປາຍຄົນໄດ້ໄປເຕົ້າໂຮມກັນ ຢູ່ໜ້າເຮືອນພັກຄຸນໝິງ ເພື່ອທວງ ຖາມເອົາເງິນເດືອນ ຂອງເດືອນ ພຶສຈິກາ ປີ 2020 ນໍາບໍຣິສັດ ເກັດທາວ ລາວ ຈໍາກັດ, ແຕ່ເຈົ້າໜ້າທີ່ຂັ້ນບ້ານ ແລະຂັ້ນເມືອງ ໄດ້ລົງພື້ນທີ່ໄປໄກ່ເກັ່ຽ ໃຫ້ຄົນງານດັ່ງກ່າວ ພາກັນກັບບ້ານໄປກ່ອນ ແລະຮັບປາກວ່າ ຈະແກ້ໄຂໃຫ້ ຈົນມາຮອດປັດຈຸບັນກໍໄດ້ຮັບ ການແກ້ໄຂເປັນທີ່ຮຽບຮ້ອຍແລ້ວ.

ໃນໄລຍະທໍາອິດ ໂຮງງານຜລິດຊິເມັນດ່ັງກ່າວ ມີຊື່ວ່າ ໂຮງງານຜລິດຊິເມັນ ຫຼວງພຣະບາງ ຈໍາກັດ ໂດຍມີຊາວຈີນ ເປັນເຈົ້າຂອງ ແຕ່ມາຮອດ ວັນທີ 5 ຕຸລາ ປີ 2019 ທາງໂຮງງານ ກໍໄດ້ຣະເບີດຫິນຜາ ເຮັດໃຫ້ເສດຫິນ ຕົກໃສ່ເຮືອນຂອງຊາວບ້ານ ຈໍານວນ 90 ປາຍຫຼັງຄາ ມີຄົນເສັຽຊີວິດ 1 ຄົນ ແລະ ບາດເຈັບອີກ 23 ຄົນ ແລະຫຼັງຈາກເຫດການ ດັ່ງກ່າວເປັນຕົ້ນມາ ເຈົ້າຂອງໂຮງງານ ຄົນເກົ່າ ກໍໄດ້ຂາຍໂຮງງານ ໃຫ້ແກ່ຊາວຈີນຜູ້ໃໝ່ ແລະປ່ຽນຊື່ມາເປັນໂຮງງານ ເກັດທາວ ລາວ ຈໍາກັດ ແລະຕໍ່ມາໄດ້ເກີດບັນຫາ ເຣື່ອງຕິດຄ້າງເງິນ ເດືອນຄົນງານ ຈົນກາຍມາເປັນໂຮງງານຜລິດຊິເມັນ ຈຽງເກີ ຈໍາກັດ ໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.