ໄທຈະດຳເນີນຄະດີຂົນໄມ້ ເຖື່ອນ

ພາຍຫລັງ ການ ກວດສອບ ໄມ້ ກະຍຸງ ຈາກ ປະເທດລາວ ຢູ່ທ່າ ແຫຼມ ສະບັງ ທັງໝົດ ແລ້ວ ທາງການ ໄທ ຕຣຽມ ດຳເນີນ ຄະດີ ກັບ ຜູ້ທີ່ ມີ ສ່ວນ ກ່ຽວຂ້ອງ ການ ລັກລອບ ຄ້າໄມ້ ເຖື່ອນ.

ທາງການໄທເປີດຕູ້ສິນຄ້າ ທ່າເຮືອ ແຫຼມ ສະບັງ Picture credit:The Nation news

ເຈົ້າໜ້າທີ່ ຕຳຣວດ ຈາກ ກົມ ສືບສວນ ສອບສວນ ຄະດີ ພິເສດ ເປີດເຜີຍ ວ່າ ທາງການ ໄທ ໄດ້ ກວດສອບ ໄມ້ ທີ່ ຕ້ອງສົງໄສ ຢູ່ໃນຕູ້ ຂົນ ສິນຄ້າ ທີ່ ສົ່ງ ຈາກ ປະເທດ ລາວ ທັງໝົດ ແລະ ພົບວ່າ ມີໄມ້ ຜິດ ກົດໝາຍ ທີ່ ທາງການ ໄທ ຕ້ອງ ຍຶດເອົາໄວ້ ຈຳນວນ ນຶ່ງ ໂດຍ ຂັ້ນຕອນ ຕໍ່ໄປຈະ ປະຊຸມ ກັບ ເຈົ້າໜ້າທີ່ ກ່ຽວຂ້ອງ ທັງໝົດ ເພື່ອ ດຳເນີນ ຄະດີ ກັບ ຜູ້ທີ່ມີ ສ່ວນ ກ່ຽວຂ້ອງ. ດັ່ງ ເຈົ້າໜ້າທີ່ ຕຳຣວດ ສືບສວນ ຂອງໄທ ກ່າວວ່າ:

"ກວດໝົດ ແລ້ວ ຕອນນີ້ ເຮົາຍຶດ ຢູ່ ແຫລມ ສະບັງ ມີຫລາຍ ໜ່ວຍງານ ແຕ່ລະ ໜ່ວຍງານ ທີ່ ຖື ກົດໝາຍ ມາຮ່ວມ ຫາລື ກັນ ໃນ ອາທິດ ນີ້ ແຫລະ".

ທ່ານ ເວົ້າວ່າ ຈາກ ຂໍ້ມູນ ຂອງ ເຈົ້າໜ້າທີ່ ຝ່າຍ ພິສູດ ພົບວ່າ ໄມ້ ທີ່ ທາງການ ໄທ ຍຶດ ຈາກ ຕູ້ ຂົນ ສິນຄ້າ ທີ່ ຕ້ອງ ສົງໄສ 30 ຕູ້ ມີໄມ້ ກະຍຸງ 19 ທ່ອນ ທີ່ ໃຫຍ່ ແລະ ມີໄມ້ຕັບ ຂະໜາດ ນ້ອຍ ທີ່ ເປັນ ໄມ້ ກະຍຸງ 913 ກະສອບ ແລະ ໄມ້ ແປຮູບ ອີກ ຈຳນວນ ນຶ່ງ. ປັດຈຸບັນ ເຈົ້າໜ້າທີ່ ເກັບໄມ້ ຜິດ ກົດໝາຍ ທັງໝົດ ໄວ້ ທີ່ ທ່າເຮືອ ແຫລມ ສະບັງ ແຂວງ ຊົນບູລີ.

ການຂົນສົ່ງ ໄມ້ ໃນ ຄັ້ງນີ້ ແມ່ນ ບໍຣິສັດ ຊັບທະນາ ສະປອດ ຈຳກັດ ຂອງໄທ ຊຶ່ງ ແມ່ນ ບໍຣິສັດ ເຮັດ ທຸຣະກິດ ຂົນສົ່ງ ສິນຄ້າ ຣະຫວ່າງ ລາວ-ໄທ ເປັນປະຈຳ. ການ ສົ່ງ ສິນຄ້າ ໃນ ຄັ້ງນີ້ ທຳອິດ ມີຕູ້ ຂົນ ສິນຄ້າ ທັງໝົດ 100 ຕູ້ ໃນນັ້ນ 50 ຕູ້ ມາແຕ່ ແຂວງ ສາຣະວັນ ແລະ 50 ຕູ້ ມາແຕ່ ແຂວງ ສວັນນະເຂດ ແຕ່ວ່າ ມີຕູ້ ຂົນສິນຄ້າ ທີ່ ຕ້ອງ ສົງໄສ 30 ຕູ້ ທີ່ ຖືກພົບວ່າ ມີນ້ຳໜັກ ເກີນ ທາງການ ໄທ ຈຶ່ງໄດ້ ກັກ ຕູ້ ດັ່ງກ່າວ ໄວ້ ນັບແຕ່ ວັນທີ 19 ມົກກະຣາ ທີ່ ຜ່ານມາ. ສ່ວນ ຣາຍ ຣະອຽດ ເພີ່ມເຕີມ ເຈົ້າໜ້າທີ່ ກ່າວວ່າ ຕ້ອງລໍ ຖ້າ ຖແລງການ ອີກ ຄັ້ງນຶ່ງ ຫລັງຈາກ ທີ່ ມີການ ປະຊຸມ ກັບ ໜ່ວຍງານ ທີ່ ຮັບ ຜິດຊອບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org