ໄມ້ 3 ພັນ​ຕັບ ຖືກ​ຍຶດ ທີ່​ຈຳ​ປາ​ສັກ

ສິດນີ
2018.01.23
f-logs ໄມ້ຢູ່ສະໜາມ 3 ແຂວງ ພາກໃຕ້ຂອງລາວ
RFA

ເຈົ້າໜ້າທີ່ ແຂວງຈຳປາສັກ ສາມາດຈັບ ແລະ ຢຶດໄມ້ທ່ອນ ທີ່ຜິດກົດໝາຍ ຊຸກເຊື່ອງ ໄວ້ໃນປ່າ ປະມານ 3,000 ຕັບ ຫຼື ປະມານ 500 ແມັດກ້ອນ ໄດ້ຢູ່ເຂດ ບ້ານຫ້ວຍຊວຍ, ເມືອງປາກຊ່ອງ, ແຂວງຈຳປາສັກ ໃນມື້ວັນທີ 10 ມົກຣາຜ່ານມາ.

ເຈົ້າໜ້າທີ່ ສະເພາະກິດ ທ່ານນຶ່ງ ໄດ້ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນວັນທີ 11 ມົກຣາ ວ່າ: ຫລັງຈາກ ຢຶດໄມ້ທ່ອນ ຈຳນວນດັ່ງກ່າວແລ້ວ ເຈົ້າໜ້າທີ່ ສະເພາະກິດ ແລະ ເຈົ້າໜ້າທີ່ ກວດກາ ແຂວງຈຳປາສັກ ກໍໄດ້ເຮັດບົດບັນທຶກ ໂດຍ ຊ້ອງໜ້າ ເຈົ້າເມືອງ ເມືອງປາກຊ່ອງ. ນອກຈາກນີ້ ທ່ານ ຍັງໄດ້ກ່າວວ່າ: ເຈົ້າເມືອງ ເມືອງປາກຊ່ອງ ໄດ້ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ໃນຈຳນວນໄມ້ດັ່ງກ່າວ.

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ທ່ານນີ້, ໄມ້ຈຳນວນດັ່ງກ່າວ ແມ່ນກຳລັງຈະຖືກສົ່ງ ໄປໂຮງງານເຟີນິເຈີ ຂອງ ທ້າວ ເວີນ, ຊຶ່ງເປັນ ນັກທຸລະກິດ ຊາວວຽດນາມ ແລະວ່າ ໄມ້ທັງໝົດນີ້ ບໍ່ມີເອກກະສານ ທີ່ຖືກຕ້ອງ ຕາມກົດໝາຍ. ໃນປັດຈຸບັນ ເຈົ້າໜ້າທີ່ ສະເພາະກິດ ກຳລັງ ກວດກາ ແລະ ຢຶດໄມ້ຈຳນວນນີ້ ໄວ້ ເປັນຂອງຣັຖ.

ອີງຕາມຂໍ້ມູນ ຈາກທາງການລາວ, ໃນປີ 2017 ຜ່ານມາ ທາງການ ແຂວງຈໍາປາສັກ ໄດ້ສັ່ງປິດ ໂຮງງານປຸງແຕ່ງໄມ້ ທີ່ບໍ່ມີ ໃບອະນຸຍາດ ໄປແລ້ວ 170 ແຫ່ງ, ແຂວງຄໍາມ່ວນ ກໍໍໄດ້ສັ່ງປິດ ໂຮງງານເຟີນິເຈີ ແບບຄອບຄົວ 280 ແຫ່ງ, ແລະ ແຂວງສະຫວັນເຂດ ກໍໄດ້ສັ່ງປິດ ໂຮງເຟີນິເຈີ 250 ແຫ່ງ.

ໃນປັດຈຸບັນ ຣັຖບານລາວ ບໍ່ອະນຸຍາດ ໃຫ້ເປີດໂຮງງານປຸງແຕ່ງໄມ້ ຕື່ມອີກ ແລະ ຈະສັ່ງປິດ ໄປເລື້ອຍໆ ທັງໂຮງງານ ທີ່ມີໃບອະນຸຍາດ ແລະບໍ່ມີໃບອະນຸຍາດ ເພື່ອປະຕິບັດ ຕາມດໍາຣັຖນາຍົກຣັຖມົນຕຣີ ເລກທີ 15.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.