ແຂວງພາກກາງໂຄສະນາ ລາວທ່ຽວລາວ
2021.02.20

6 ແຂວງພາກກາງຂອງລາວຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະແຂວງສວັນນະເຂດ ຕຽມຈັດກິຈກັມໂຄສະນາ ”ລາວທ່ຽວລາວ” ເພື່ອຟື້ນຟູການທ່ອງທ່ຽວ ເປັນເວລາ 2 ປີ ໃນໄລຍະ ປີ 2021-2023 ຍ້ອນໄດ້ຮັບ ຜົລກະທົບ ຈາກ ການຣະບາດຂອງໂຄວິດ-19.
ສະເພາະແຂວງວຽງຈັນ ນອກຈາກຈະຈັດກຸ່ມທ່ອງທ່ຽວແລ້ວ ຍັງຈະໄດ້ຮ່ວມກັບພາກສ່ວນຣັຖບາລ ແລະພາກທຸຣະກິດເອກກະຊົນ ເປັນຕົ້ນກັບຜູ້ປະກອບການ ບ້ານພັກ, ໂຮງແຮມ, ຮ້ານອາຫານ ຈັດການຝຶກອົບຮົມ ເຣື່ອງຣະບົບບການເສັຽພາສີອາກອນ ແບບ ທັນສມັຍ ເຂົ້າງົບປະມານຂອງຣັຖ ຢ່າງຖືກຕ້ອງ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຖແລງຂ່າວ ໂຄສະນາ ແລະທ່ອງທ່ຽວ ແຂວງວຽງຈັນ ໃນມື້ວັນທີ 19 ກຸມພາ ນີ້:
“ແຂວງນຶ່ງນີ໋ ມາທ່ຽວກັບແຂວງເຮົາ ແລ້ວແຂວງເຮົາໄປທ່ຽວກັບແຂວງເຂົາ ແລ້ວກໍການຈັດກຣຸບທົວ ເຮົາຈະປະສານງານກັບບໍຣິສັດ ທ່ອງທ່ຽວເລີຍ. ແລະຖ້າຫາກວ່າໂຮງແຮມໃດ ມີການອັບເກຣດນໍ໋ ເປັນຕົ້ນບ້ານພັກ ອັບເປັນໂຮງແຮມ ຈະໃຊ້ເຂົ້າຣະບົບທັນສມັຍ ໃນການເກັບພາສີອາກອນບໍ໋ ໃນການທີ່ວ່າເຮົາ ຈະໄປກວດເບິ່ງ ການອອກທະບຽນ ປີຕໍ່ປີ ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ແຜນການຟື້ນຟູການທ່ອງທ່ຽວ ຂອງແຂວງນີ້ ເບື້ອງຕົ້ນແມ່ນຍັງຈະບໍ່ໄດ້ສຸມໃສ່ ນັກທ່ອງທ່ຽວຕ່າງປະເທດເທື່ອ ຍ້ອນລາວຍັງປິດປະເທດຢູ່, ຈະສຸມໃສ່ແຕ່ການ ທ່ອງທ່ຽວຂອງຄົນພາຍໃນປະເທດ.
ຢູ່ແຂວງຄໍາມ່ວນ ເຈົ້າໜ້າທີ່ຜແນກຖແລງ ຂ່າວໂຄສະນາ ແລະທ່ອງທ່ຽວ ແຂວງນີ້ກ່າວວ່າ ຂແນງການທ່ອງທ່ຽວແຂວງໄດ້ປະສານ ກັບ 5 ແຂວງພາກກາງ ເພື່ອຟື້ນຟູ ການທ່ອງທ່ຽວລາວ ໃນໄລຍະທີ່ ໂຄວິດ-19 ຣະບາດ ໂດຍເລັ່ງໂຄສະນາ ເຣື່ອງການທ່ອງທ່ຽວ ຜ່ານສື່ທຸກຊນິດ:
“ສໍາລັບຄໍາມ່ວນຂອງເຮົານີ້ນໍ໋ ໄດ້ມີການຟື້ນຟູ ຊ່ວງໄລຍະໂຄວິດ-19 ນີ້ ກະຕຸ້ນເວົ້າເຣື່ອງ ລາວທ່ຽວລາວນີ້ແຫຼະ ໂດຍສະເພາະ ເຮົາຈະເນັ້ນໄປໃສ່ ງານບຸນປະເພນີ ຂອງແຕ່ລະ ທ້ອງຖິ່ນ ຢູ່ບ້ານຢູ່ເມືອງ ແຕ່ງຕັ້ງຄະນະປະສານງານ ຮ່ວມກັນ 6 ແຂວງ ວ່າຈະເຮັດຫຍັງເນາະ ໂຄສະນາ ທາງດ້ານສິ່ງພິມແດ່ ດ້ານອິເລັກໂຕຣນິກ ໃນການ ລາວທ່ຽວລາວ ເພື່ອດຶງດູດໃຫ້ ຄົນລາວນີ໋ ມີໂອກາດໄປທ່ຽວໃນແຕ່ລະແຂວງ ໃຫ້ມັນຫລາຍ.”
ຢູ່ແຂວງໄຊສົມບູນ ເຈົ້າໜ້າທີ່ຜແນກຖແລງຂ່າວ ໂຄສະນາ ແລະທ່ອງທ່ຽວ ແຂວງນີ້ເວົ້າວ່າ ກິຈກັມຟື້ນຟູ ການທ່ອງທ່ຽວຂອງ 6 ແຂວງພາກກາງນີ້ ຈະເປັນຣະບົບດຽວກັນໝົດ, ເປັນແຜນລວມ, ແຕ່, ແຕ່ລະແຂວງຈະຍົກເອົາ ແຫລ່ງທ່ອງທ່ຽວ ທີ່ໂດດເດັ່ນ ຂອງຕົນ ຈັດກິຈກັມ ກຸ່ມທ່ອງທ່ຽວເທົ່ານັ້ນ ແລະກິຈກັມນີ້ ມີເປົ້າໝາຍໃຫ້ຫົວໜ່ວຍທຸຣະກິດ ທັງຂນາດ ນ້ອຍ ແລະຂນາດໃຫຍ່ ເຂົ້າຮ່ວມໃນການບໍຣິການທ່ອງທ່ຽວ ດັ່ງທີ່ທ່ານກ່າວວ່າ:
“ມັນກໍຣະບົບດຽວກັນໝົດຫັ້ນແຫຼະ ບັນດາແຂວງ ກໍສ່ວນຫຼາຍ ເພິ່ນເຮັດເປັນແຜນລວມ ເຮັດເປັນກິຈກັມອັນລວມໆ ລະກໍຂຍາຍ ໄປແຕ່ລະແຂວງຊື່ໆ ແລ້ວຍົກເອົາແຕ່ບັນດາແຫຼ່ງ ທ່ອງທ່ຽວທີ່ເປັນໂຕເດັ່ນ ຂອງແຂວງຫັ້ນ.”
ຢູ່ແຂວງໄຊສົມບູນ ເຈົ້າຂອງບ້ານພັກ ທີ່ເມືອງອະນຸວົງ ເວົ້າວ່າ ເຫັນດີນໍາແຜນດັ່ງກ່າວ, ຫາກພາກສ່ວນທີ່ກ່ຽວຂ້ອງ ຈັດການ ຝຶກອົບຮົມ ໃຫ້ຄວາມຮູ້ໃໝ່ ແກ່ຫົວໜ່ວຍທຸຣະກິດ ເພື່ອຈະມີແນວທາງ ໃນການພັທນາການບໍຣິການ ດ້ານການທ່ອງທ່ຽວຕື່ມ:
“ຄິດວ່າດີຫຼາຍ ເພາະວ່າຊ່ວງນີ້ເນາະ ກໍຄືຮູ້ວ່າ ອັນປະຊາຊົນເຮົາ ສ່ວນຫຼາຍມັນກໍສິບໍ່ຄ່ອຍ ມີວຽກເຮັດ ເພາະວ່າມັນກໍມີລູກຄ້າ ມາກໍໜ້ອຍ ແລ້ວໂຮງແຮມແຕ່ລະໂຮງແຮມ ເພິ່ນກໍໄດ້ ຄັດພະນັກງານອອກ.”
ຊາວບ້ານຢູ່ເມືອງວັງວຽງ ແຂວງວຽງຈັນ ຜູ້ນຶ່ງເວົ້າວ່າ ເຫັນດີນໍາຫຼາຍ ທີ່ທາງການເພິ່ນຈັດກິຈກັມຟື້ນຟູ ການທ່ອງທ່ຽວລາວ ເພາະມັນຈະເຮັດໃຫ້ ປະຊາຊົນທີ່ຕົກງານ ໄດ້ກັບມາມີ ວຽກເຮັດ ແລະການທ່ອງທ່ຽວ ກໍຈະຄ່ອຍໆດີຂຶ້ນ, ຈະບໍ່ງຽບເຫງົາ:
“ເຫັນດີ ໄດ້ຄວາມຮູ້ໃໝ່ໆ ດີໃຈແທ້ເພາະວ່າມີແນວທາງ ຊີ້ທາງໃຫ້ເດ໋ ແນະນໍາການບໍຣິການ ເພາະວ່າເຮືອນ ຮ້ານອາຫານ ເຮົາຍັງບໍ່ມີຢູ່ນີ້ນະ ເພາະວ່າເຮືອນເຮົາ ເປັນເຮືອນພັກນ້ອຍ ບໍ່ໄດ້ມີຫ້ອງປະຊຸມ.”
ນັກຊ່ຽວຊານດ້ານການທ່ອງທ່ຽວ ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ການຟື້ນຟູການທ່ອງທ່ຽວລາວ ໃນໄລຍະປີ 2021- 2023 ທີ່ທາງການໄດ້ຂຶ້ນແຜນມານັ້ນ ຖືວ່າຈະເປັນການ ຜັນວິກິດໃຫ້ເປັນໂອກາດ ເພາະມັນຈະຟື້ນຟູ ບົດບາດການທ່ອງທ່ຽວ ຫາກ 6 ແຂວງພາກກາງ ທີ່ວ່ານັ້ນ ມີຄວາມພ້ອມ ແລະ ສາມາດຈັດກິຈກັມນີ້ຂຶ້ນໄດ້:
“ຄັນເຮົາມີຄວາມກຽມພ້ອມ ມີການຟື້ນຟູໄດ້ເຕັມ 100 ນີ້ນ່າ ຖ້າວ່າໃນຕໍ່ໜ້າອີກ 1-2 ປີ ໂຄວິດ-19 ສິຫາຍຈາກປະເທດເຮົາໄປ ເຮົາກໍເປີດໂອກາດ ເປີດປະເທດໄດ້ ເຮົາກໍໄດ້ຕ້ອນ ຮັບແຂກ ຢ່າວເຕັມ 100% ເລີຍ ເຮົາກໍໂຄສະນາ ດຶງດູດແຂກໄດ້ ຜັນວິກິດ ເປັນໂອກາດ.”
ອີງຕາມການລາຍງານ ຂອງສໍານັກຂ່າວວຽງຈັນທາຍມ໌ ພາສາລາວ ໃນມື້ວັນທີ 18 ກຸມພາ 2021 ນີ້ແລ້ວແມ່ນວ່າ ແຜນການ ສົ່ງເສີມການທ່ອງທ່ຽວນີ້ ຈະເນັ້ນໃສ່ການພັທນາ ເສຖກິດ ທາງດ້ານການທ່ອງທ່ຽວ, ຟື້ນຟູຄວາມເຊື່ອໝັ້ນ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ, ປັບປຸງໂຄງຮ່າງພື້ນຖານ ສະຖານທີ່ທ່ອງທ່ຽວ, ເລັ່ງໂຄສະນາ ເຣື່ອງ ການທ່ອງທ່ຽວດ້ວຍການ ກໍານົດຕລາດເປົ້າໝາຍ ຄືນໃໝ່ ໂດຍສຸມໃສ່ໂຄສະນາ ດ້ວຍການໃຊ້ລະບົບເທັກໂນໂລຈີທັນສມັຍ ແລະການຮ່ວມມືຣະຫວ່າງ ພາກຣັຖ, ທຸຣະກິດ ເອກກະຊົນ ແລະປະຊາຊົນໃນທ້ອງຖິ່ນ.