ນັກທຸຣະກິດ ສເນີໃຫ້ ຣັຖບາລ ແກ້ໄຂບັນຫາ

ຈໍາປາທອງ
2021.07.30
ນັກທຸຣະກິດ ສເນີໃຫ້ ຣັຖບາລ ແກ້ໄຂບັນຫາ ກອງປະຊຸມ ກ່ຽວກັບ ທຸຣະກິດໃນລາວ ຄັ້ງທີ 13 ທີ່ ນະຄອນຫລວງວຽງຈັນ ແຕ່ມື້ວັນທີ 28 ຫາ 30 ກໍຣະກະດາ 2021.
ພາບຈາກ ວີດີໂອ: ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ

ນັກທຸຣະກິດລາວ ແລະ ຕ່າງປະເທດ ຈັດກອງປະຊຸມກ່ຽວກັບ ທຸຣະກິດລາວ ຄັ້ງທີ 13 ທີ່ ນະຄອນຫລວງວຽງຈັນ ແຕ່ມື້ວັນທີ 28 ຫາ 30 ກໍຣະກະດາ ນີ້ ເພື່ອປຶກສາຫາລື ແລະ ສເນີບັນຫາຕ່າງໆ ໃຫ້ຣັຖບາລລາວ ພິຈາຣະນາແກ້ໄຂ ເພື່ອສົ່ງເສີມໃຫ້ເສຖກິດລາວ ກັບມາຟື້ນໂຕ ພາຍຫລັງປະເຊີນກັບ ການຣະບາດຮອບໃໝ່ຂອງໂຄວິດ-19 ດັ່ງທີ່ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ກ່າວໃນພິທີເປີດກອງປະຊຸມ ນັ້ນວ່າ:

ທຸຣະກິດລາວ-13-1.jpg
ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ

“ການຣະບາດຂອງໂຄວິດ-19 ໄດ້ເຮັດໃຫ້ເສຖກິດຂອງລາວ ຖົດຖອຍລົງຫຼາຍໃນປີ 2020, ໃນປີ 2021 ມີຫຼາຍອຸດສາຫະກັມ ທີ່ໄດ້ ຟື້ນໂຕຂຶ້ນ ເຊັ່ນ ດ້ານພະລັງງານ ບໍ່ແຮ່ ອຸດສາຫະກັມປຸງແຕ່ງ ເພື່ອສົ່ງອອກ. ແຕ່ຢ່າງໃດກໍຕາມ ຂແນງການບໍຣິການໂດຍສະເພາະ ໂຮງແຮມ ຂົນສົ່ງທາງອາກາດ ແລະ ຂແນງການທີ່ປິ່ນອ້ອມ ການທ່ອງທ່ຽວ ແມ່ນຍັງຈະໄດ້ ມີການຫຍູ້ງຍາກ ໃນການຟື້ນໂຕໃນປີ 2021 ຍ້ອນສະພາບການຣະບດ ຄັ້ງທີ 2 ທີ່ມີລັກສນະຮ້າຍແຮງ ກວ່າເກົ່າ.”

ທ່ານກ່າວຕື່ມວ່າ ນັບແຕ່ເກີດການຣະບາດຂອງໂຄວິດ-19 ແຕ່ຕົ້ນປີ 2020 ມາຈົນຮອດປັດຈຸບັນ ມີຫົວໜ່ວຍທຸຣະກິດໃນລາວເກືອບ 80% ໄດ້ຮັບຜົລກະທົບ, ໄດ້ປິດກິຈການຊົ່ວຄາວ ແລະ ບາງຂແນງການປິດຖາວອນ, ຄົນງານລາວ 15% ຂອງຈໍານວນຄົນງານ ລາວ ໃນທົ່ວປະເທດ ເສັຍວຽກເຮັດ. ແລະ ວ່າ ຣັຖບາລລາວພຍາຍາມ ສົ່ງເສີມການຄ້າ, ການລົງທຶນ ແລະເຮັດໃຫ້ພາກທຸຣະກິດ ຂອງລາວ ແລະ ຕ່າງປະເທດ ກັບມາເປີດກິຈການ ຊຶ່ງຈະມີການຈ້າງຄົນງານເພິ່ມຂຶ້ນ.

ທ່ານ ທໍານອງ ພົລທອງມາກ ຮອງປະທານສະມາຄົມ ນັກທຸຣະກິດໄທຍ ຢູ່ປະເທດລາວ ສເນີຕໍ່ກອງປະຊຸມ ຄັ້ງທີ 13 ໃນມື້ດຽວກັນ ນີ້ ຂໍໃຫ້ຣັຖບາລລາວ ຫລຸດຜ່ອນການເກັບພາສີ ແລະ ອາກອນນໍາເຂົ້າສິນຄ້າ ປະເພດອາຫານສັດ ແລະ ການກະເສດ ໃນໄລຍະ ເກີດການຣະບາດ ຂອງໂຄວິດ-19 ເພື່ອບໍ່ໃຫ້ຕົ້ນທຶນ ການຜລິດສິນຄ້າໃນລາວສູງ ທີ່ກະທົບຕໍ່ຜູ້ ບໍຣິໂພກ ແລະ ການສົ່ງອອກ:

“ມືືື້ນີ້ວັດຖຸດີບນໍາເຂົ້າ ຕ່າງໆກໍຕິດບັນຫາຫລາຍຢ່າງ ຄືກັນ ແລ້ວກໍເຮັດໃຫ້ຕົ້ນທຶນສູງ ຈາກຄ່າເງິນທີ່ຜັນຜວນ ເຮັດໃຫ້ຕົ້ນທຶນ ທັງຫລາຍນີ້ ເພີ່ມຂຶ້ນຢ່າງມີ...  ກໍຢາກຈະໃຫ້ເຣື່ອງ ຍົກເວັ້ນພາສີຕ່າງໆ ໃນທຸກຣາຍການສິນຄ້າ ການຍົກເວັ້ນຫລາຍກວ່າເກົ່າ ເພື່ອຊ່ວຍເຫລືອນັກລົງທຶນ.”

ທ່ານ ປຣະຈິດ ໄຊຍະວົງ ປະທານສະມາຄົມຂົນສົ່ງ ແລະ ການສົ່ງສິນຄ້າ ຣະຫວ່າງ ປະເທດ ກໍສເນີຕໍ່ກອງປະຊຸມນັ້ນວ່າ ຂໍໃຫ້ ຣັຖບາລລາວ ອໍານວຍຄວາມສະດວກ ໃຫ້ແກ່ການ ຂົນສົ່ງສິນຄ້າຜ່ານແດນ ເປັນຕົ້ນເຣື່ອງການກວດກາ ເອກກະສານ, ກວດກາ ສິນຄ້າໃຫ້ວ່ອງໄວ, ການເກັບພາສີ ແລະ ອາກອນດ້ວຍຣະບົບຄອມພິວເຕີ ແລະ ຫລຸດຜ່ອນຄ່າທໍານຽມ ຕ່າງໆ ເຊັ່ນຄ່າທໍານຽມທາງ, ທໍານຽມເອກກະສານ ເພື່ອຫລຸດຜ່ອນຄ່າຂົນສົ່ງສິນຄ້າລົງ:

“ບັນຫາຄ່າຂົນສົ່ງແພງ ແມ່ນເປັນອຸປສັກອັນໃຫຍ່ຫລວງ ກະທົບຕໍ່ທຸກຂແນງການ ທີ່ດໍາເນີນທຸຣະກິດ ໃນສປປລາວ ຍັງມີຄ່າທໍານຽມ ແລະ ຄ່າບໍຣິການທີ່ຕິດພັນກັບການຂົນສົ່ງອີກ ຫລາຍຣາຍການ ທີ່ນັງຖືກຈັກເກັບເປັນເງິນສົດ ແບບດັ່ງເດີມ ຫລືບໍ່ມີໃບບິນຮັບເງິນ ຈັດປ່ອງຂາເຂົ້າ ແລະຂາອອກ ກວດກາຕາມຄິວ ແລະ ເກັບຄ່າທໍານຽມຢູ່ຈຸດດຽວ ຜ່ານຣະບົບ ສະມາດແທກໃຫ້ວ່ອງໄວ ແລະ ເກີດຜົລປໂຍດສູງສຸດ.”

ເຈົ້າຂອງທຸຣະກິດ ທີ່ ນໍາປຸ໋ຍເພື່ອການກະເສດເຂົ້າມາ ຢູ່ນະຄອນປາກເຊາ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ກໍຣະກະດາ ນີ້ວ່າ ໄດ້ສເນີໃຫ້ຣັຖບາລລາວ ມີນະໂຍບາຍເລື່ອນການຊໍາຣະ ດອກເບັ້ຍ ແລະ ຕົ້ນທຶນກູ້ຢືມທະນາຄານ ໄປຈົນກວ່າ ການຣະບາດຂອງໂຄວິດ-19 ຈະໝົດໄປ:

“ນະໂຍບາຍໂຕນີ້ວ່າ ເອີ ກະໂຍະຍານເຣື່ອງຊໍາຣະເຣື່ອງໜີ້ ເລື່ອນໄດ້ເບາະອິຫຍັງຈັ່ງຊີ້ຫັ້ນນະ.”

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ

ແລະເຈົ້າຂອງທຸຣະກິດ ຂົນສົ່ງສິນຄ້າຂນາດນ້ອຍ ໃນນະຄອນຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ການຂົນສົ່ງສິນຄ້າ ໄດ້ຮັບຜົລກະທົບໜັກໜ່ວງ ຍ້ອນໄດ້ຂົນໜ້ອຍລົງ, ຢາກໃຫ້ຣັຖບາລແກ້ໄຂບັນຫາ ຣາຄານໍ້າມັນລົງ ເພາະມັນເຮັດ ໃຫ້ຄ່າຂົນສົ່ງແພງຂຶ້ນ:

“ຊ່ວງນີ້ມັນກະໂຄວິດ ແນ່ເນາະ ເອີ ນໍ້າມັນຢາກສູງໄດ໋ ນໍ້າມັນກະເຊົາປັບຂຶ້ນ ຄ່າຂົນສົ່ງກະປັບຂຶ້ນໜ້ອຍນຶ່ງ ຣົດກະຈອດຢູ່ເຮືອນ 7-8 ຄັນ ນີ້ແຫລະ ກະຍັງຫວ່າງຢູ່.”

ກ່ຽວກັບບັນຫາດັ່ງກ່າວ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວໃນພິທີເປີດກອງປະຊຸມຄັ້ງທີ 13 ນັ້ນຕອນນຶ່ງວ່າຣັຖບາລ ລາວ ມີຄວາມມຸ້ງໝັ້ນໃນການຮັກສາ ສະຖຽນຣະພາບ ຂອງເສຖກິດມະຫາພາກ ໂດຍການເພິ່ມມາຕການປັບປຸງ ສະພາບແວດລ້ອມ ການດໍາເນີນທຸຣະກິດ, ການລົງທຶນຂອງຣັຖ ໃນໂຄງຮ່າງພື້ນຖານ ເພື່ອເຮັດໃຫ້ມີສິນຄ້າ ສົ່ງອອກທີ່ຫລາກຫລາຍ, ເພິ່ມຜລິຕພາບ ຂອງພາກທຸຣະກິດ ແລະ ຫລຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍ ໃນການດໍາເນີນທຸຣະກິດ ດ້ວຍການປັບປຸງກົນໄກ ຄຸ້ມຄອງ ຂອງພາກຣັຖ ແລະປັບປຸງຂັ້ນຕອນ ອະນຸຍາດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ:

“ແລະຂ້າພະເຈົ້າຄິດວ່າ ພວກເຮົາຍັງຈະຕ້ອງໄດ້ສືບຕໍ່ ປຶກສາຫາຣືກັນໃນບັນດາບັນຫາຕ່າງໆ ທີ່ຄົງຄ້າງ ເພີ່ມທະວີຄຸ້ມຄອງເສຖກິດ ມະຫາພາກໃຫ້ມີຄວາມເຂັ້ມແຂງ ໂດຍທຸກມາຕການ ແລະ ອຸປສັກຕົ້ນຕໍທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອເຮັດໃຫ້ສະພາບແວດລ້ອມ ການດໍາເນີນທຸຣະກິດ ພາຍໃນປະເທດຫັ້ນດີຂຶ້ນ.”

ສະຖາບັນວິທຍາສາດເສຖກິດ ແລະ ສັງຄົມ ແຫ່ງຊາດລາວ ໄດ້ຣາຍງານວ່າ ການແຜ່ຣະບາດຂອງໂຄວິດ-19 ຮອບໃໝ່ນີ້ ອາຈເຮັດ ໃຫ້ລວມຍອດມູນຄ່າຜລິຕພັນພາຍໃນ ຫລື GDP ຂອງລາວ ໃນປີ 2021 ນີ້ ຈະສາມາດຂຍາຍໂຕໄດ້ 3.7%.

ເມື່ອຕົ້ນປີນີ້ ທະນາຄານໂລກ ປະຈໍາລາວ ຣາຍງານວ່າ ການຣະບາດຂອງໂຄວິດ-19 ໄດ້ສົ່ງຜົລກະທົບອັນບໍ່ດີ ຢ່າງໃຫຍ່ຫລວງຕໍ່ ການຂຍາຍຕົວຂອງເສຖກິດ ໃນທົ່ວປະເທດລາວ, ເຮັດໃຫ້ເສຖກິດຖົດຖອຍ; ເພື່ອເຮັດໃຫ້ສະພາບເສຖກິດລາວ ກັບມາຟື້ນຕົວໄດ້ ຢ່າງມີປະສິດທິພາບ ແລະ ຍັ້ງຍືນ ທະນາຄານໂລກ ໄດ້ສເນີໃຫ້ຣັຖບາລລາວ ວາງນະໂຍບາຍ ການເງິນເພື່ອກະຕຸ້ນເສຖກິດ, ຫລຸດຜ່ອນໜີ້ສິນຕ່າງປະເທດ, ປັບປຸງການເກັບຣາຍຮັບ ບໍ່ໃຫ້ຮົ່ວໄຫລ ແລະ ຊ່ອຍເຫລືອປະຊາຊົນ ທຸຣະກິດຂນາດນ້ອຍ ແລະ ຂນາດກາງ ທີ່ຖືກຜົລກະທົບໜັກ ຈາກການຖົດຖອຍຂອງ ເສຖກິດ ຮວມທັງການສົ່ງເສີມ ການພັທນາສີມືແຮງງານ, ຊ່ອຍຜູ້ທີ່ ເສັຍວຽກເຮັດງານທໍາ ທັງຢູ່ພາຍໃນ ແລະ ຜູ້ທີ່ກັບມາຈາກ ຕ່າງປະເທດ ໃຫ້ມີວຽກເຮັດໄວທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.