ຂຶ້ນເງິນເດືອນຂັ້ນຕ່ຳ ໃຫ້ທັນ 1 ພຶສພາ 2022, ນາຍຈ້າງຍັງບໍ່ພ້ອມ
ຜູ້ປະກອບການ ທຸຣະກິຈໃນຫຼາຍຂແນງ ຍັງບໍ່ມີຄວາມພ້ອມ ຖ້າຫາກຈະມີການປັບ ເງິນເດືອນຂັ້ນຕ່ຳ ຂຶ້ນເປັນ 1,500,000 ກີບຕໍ່ເດືອນ ໃນປີ 2022 ນີ້, ເນື່ອງຈາກຕ້ອງແບກຫາບ ຄ່າໃຊ້ຈ່າຍຫຼາຍຢ່າງ ຂະນະທີ່ຄົນງານລາວ ໃນທົ່ວປະເທດ ຢັ້ງຢືນວ່າ ເງິນເດືອນຂັ້ນຕ່ຳ ໃນປັດຈຸບັນ ບໍ່ຕອບໂຈດ ກັບຄ່າຄອງຊີບແລ້ວ.
-
ພູວົງສ໌
2022-03-16 -
-
-
Your browser doesn’t support HTML5 audio
ຜູ້ປະກອບການ ທຸຣະກິຈໃນຫຼາຍຂແນງ ຍັງບໍ່ມີຄວາມພ້ອມ ແລະ ຍັງເຫັນວ່າ ມີຄວາມຫຍຸ້ງຍາກຫຼາຍດ້ານຢູ່ ຖ້າຫາກທາງການລາວ ຈະປະກາດ ປັບຂຶ້ນເງິນເດືອນຂັ້ນຕໍ່າ ຈາກ 1,100,000 ກີບຕໍ່ເດືອນ ໃຫ້ເປັນ 1,500,000 ກີບຕໍ່ເດືອນ ໃນວັນທີ 1 ເດືອນພຶສພາ ປີ 2022 ຫຼືເນື່ອງໃນວັນກັມມະກອນສາກົລ ນີ້, ຕາມການສເນີ ຂອງສູນກາງສະຫະພັນກັມມະບານລາວ ເພາະເຫັນວ່າ ເປັນການປັບເງິນເດືອນຂັ້ນຕ່ຳຂຶ້ນ ທີ່ສເນີໃນຄັ້ງນີ້ ເປັນການປັບ ທີ່ກ້າວກະໂດດເກີນໄປ, ແຕ່ກໍບໍ່ສາມາດປະຕິເສດໄດ້ ຖ້າຫາກຣັຖບານ ເພິ່ນປະກາດອອກມາແທ້ໆ, ເຊິ່ງຫຼາຍຝ່າຍກໍເປັນຫ່ວງວ່າ ຖ້າຫາກຈະປັບເງິນເດືອນຂັ້ນຕ່ຳ ແບບກ້າວກະໂດດນີ້ ກໍອາຈກະທົບຕໍ່ຜູ້ປະກອບການ ຈົນບໍ່ສາມາດດຳເນີນທຸຣະກິຈ ຕໍ່ໄປໄດ້ ຫຼືຈຳເປັນຕ້ອງຍຸຕິກິຈການໄປ ແລ້ວກໍຈະສົ່ງຜົລກະທົບ ຕໍ່ການສ້າງວຽກເຮັດງານທຳ ຂອງຄົນງານພາຍໃນປະເທດ ເປັນຈຳນວນຫຼາຍ. ດັ່ງຜູ້ປະກອບການ ໂຮງງານຕັດຫຍິບ ໃນນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 7 ມີນາ ທີ່ຜ່ານມານີ້ວ່າ:
“ຖ້າວ່າຣັຖບານເພິ່ນ ອອກແຈ້ງການມາ ພວກເຮົາກະຈຳເປັນຕ້ອງໄດ້ປະຕິບັດ, ອີງຕາມແຈ້ງການ ຂອງຣັຖບານ ເຮົາກະປະຕິເສດບໍ່ໄດ້ແຫຼະ ຖ້າວ່າເພິ່ນແຈ້ງການມາ ເຮົາກະຈຳເປັນຕ້ອງໄດ້ປະຕິບັດ. ຄືປີຜ່ານມາເນາະ ປີ 2018 ເພິ່ນຂຶ້ນຈາກ 9 ແສນ (900,000 ກີບຕໍ່ເດືອນ) ມາເປັນລ້ານເອັດ (1,100,000 ກີບຕໍ່ເດືອນ), ພວກເຮົາກະປະຕິບັດຫັ້ນແຫຼະເນາະ. ແຕ່ຖາມວ່າພ້ອມບໍ່? ທາງເບື້ອງຜູ້ປະກອບການນີ້ ກະມີຜົລກະທົບຫັ້ນແຫຼະເນາະ, ມັນກະລະຫວ່າງໄລຍະໂຄວິດ-19 ນີ້, ການປະກອບການ ກະມີຫຼາຍອັນ ທີ່ຂາດຕົກບົກຜ່ອງ ແລະ ມັນກະບໍ່ທ່ວງບໍ່ທັນເນາະ ຫຼາຍຢ່າງ. ລະທາງດ້ານງົບປະມານ ການກະຕຣຽມນີ້ ກະອາຈຫຼ້າຊ້າເລັກນ້ອຍ. ເຮົາຊິປະຕິເສດໄດ້ບໍ່? ມັນກະຖ້າວ່າມີແຈ້ງການແລ້ວ, ເຮົາກະປະຕິເສດບໍ່ໄດ້.”
ຜູ້ປະກອບການ ໂຮງງານຕັດຫຍິບ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ອີກນາງນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 8 ມີນາ 2022 ທີ່ຜ່ານມານີ້ວ່າ ຖ້າຫາກພາກຣັຖ ປັບເງິນເດືອນຂັ້ນຕ່ຳຂຶ້ນ ຕາມການສເນີ ຂອງສູນກາງສະຫະພັນກັມມະບານລາວ, ກໍປະຕິເສດບໍ່ໄດ້ຢູ່ແລ້ວ, ແຕ່ທາງຜູ້ປະກອບການ ກໍອາຈຕ້ອງຫຼຸດ ສວັດດີການບາງຢ່າງ ຂອງຄົນງານລົງ ເປັນຕົ້ນ ຈະບໍ່ມີທີ່ພັກໃຫ້ຢູ່ຟຣີ, ຄ່ານໍ້າ ຄ່າໄຟຟ້າຟຣີ, ເງິນດຸໝັ່ນ ຫຼືເງິນຂະຫຍັນ ແລະ ເງິນລ່ວງເວລາຕ່າງໆ.
“ຄັນຕາມເບິ່ງ ມັນກະຫຼາຍຢູ່ໄດ໋ ເພາະວ່າ ບາງທີເຮົາກະລ້ຽງເຂົ້າເຊົ້າ ເຂົ້າສວາຍນໍາ, ຫັ້ນນ່າ, ກິນຢູ່ນໍາອີກບາງຄົນ. ແຕ່ຄັນຜູ້ບໍ່ໄດ້ຢູ່ກິນນໍາລະ ແຕ່ວ່າອາຫານ ຂະເຈົ້າເອົາມາຕ່າງຫາກ ກະຖືວ່າເໝາະສົມແລ້ວ ເພາະປັບຂຶ້ນກໍຍ້ອນວ່າ ຄ່າຄອງເງິນຂອງເຮົາມັນສູງຂຶ້ນ ຄ່າກິນຄ່າຢູ່ ເຄື່ອງໃຊ້ມັນສູງຂຶ້ນເບິດ. (ສໍາລັບເງິນເດືອນ ທີ່ຄິດວ່າເໝາະສົມຄື) 1,300,000 (ກີບຕໍ່ເດືອນ) ລວມໝົດ (ສວັດດີການອື່ນໆ). ມີແຕ່ກິນເຂົ້າເຊົ້າ ເຂົ້າສວຍ ແບບກັບບ້ານຕ່າງຫາກ, ໂອເຄຢູ່ ປະມານລາຄາສໍ່ານີ້.”
ທາງດ້ານຜູ້ປະກອບການ ທຸຣະກິຈບໍຣິການ ອີກຈໍານວນນຶ່ງ ກໍເຫັນວ່າ ການປັບເງິນເດືອນຂັ້ນຕໍ່າ ຂຶ້ນນັ້ນ, ຈໍາເປັນຕ້ອງພິຈາຣະນາ ຈາກໜ້າວຽກ ທີ່ຄົນງານຜູ້ນັ້ນຮັບຜິດຊອບ ບໍ່ແມ່ນຈະກຳນົດໃຫ້ຕາຍໂຕເລີຍ, ໂດຍທີ່ຜ່ານມາ ວຽກງານທີ່ຈໍາເປັນ ຕ້ອງໃຊ້ວິຊາສະເພາະ ຈະໄດ້ຮັບເງິນຄ່າແຮງ ກາຍ 1,500,000 ກີບຕໍ່ເດືອນ ຢູ່ແລ້ວ. ໃນຂະນະທີ່ ເງິນເດືອນຂັ້ນຕໍ່າ ຂອງກັມມະກອນ ແລະ ພະນັກງານເສີບ ຈະຢູ່ທີ່ປະມານ 800,000 ຫາ 1,100,000 ກີບຕໍ່ເດືອນ. ຢ່າງໃດກໍຕາມ, ຖ້າຫາກພາກຣັຖ ຈະໃຫ້ປັບຂຶ້ນໃຫ້ໄດ້ ຕາມການສເນີ ຂອງສູນກາງສະຫະພັມກັມມະບານລາວ, ຜູ້ປະກອບການບາງຄົນ ກໍບໍ່ສາມາດປະຕິບັດຕາມໄດ້ ເນື່ອງຈາກຄົນງານແຕ່ລະຄົນ ມີຕໍາແໜ່ງ ແລະ ໜ້າທີ່ວຽກງານ ທີ່ຮັບຜິດຊອບແຕກຕ່າງກັນ. ດັ່ງເຈົ້າຂອງທຸຣະກິຈ ຮ້ານອາຫານ ຢູ່ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ນາງນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄ່າແຮງງານເນາະ ເຮົາກະຕ້ອງມາເບິ່ງວ່າ ເບິ່ງໂມງເຮັດວຽກອີກ, ຫັ້ນນ່າ. ຄືໂຕຢ່າງ ເສີບເນາະ, ເສີບຂອງເຮົານີ້ ເຮັດວຽກບໍ່ໄດ້ໝົດມື້ ມັນກະຕໍ່າລົງ. ມັນກະຂຶ້ນນໍາຕໍາແໜ່ງ ແຕ່ລະຕໍາແໜ່ງຫັ້ນແຫຼະ ມັນແລ້ວແຕ່ລະຕໍາແໜ່ງວ່າຊັ້ນສາ, ບໍ່ຮອດແນ່ນອນທິມເສີບນີ້. ຕໍາແໜ່ງອື່ນນີ້ຈະກາຍ (1,100,000 ກີບຕໍ່ຄົນ) ແຕ່ເສີບເຮົາຊິກຳນົດຢູ່ 800,000 ກີບຕໍ່ເດືອນ ເພາະວ່າຂະເຈົ້າ ເຮັດວຽກບໍ່ເບິດມື້ເດ້ ມັນຕ້ອງຂຶ້ນຢູ່ ກັບຕໍາແໜ່ງເຮັດວຽກ.”
ສ່ວນໃນທັສນະ ຂອງຄົນງານລາວ ຈຳນວນຫຼາຍແລ້ວ ຕ່າງກໍມີຄວາມເຫັນວ່າ ເງິນເດືອນຂັ້ນຕ່ຳໃນປັດຈຸບັນ 1,100,000 ກີບຕໍ່ເດືອນ ກໍຖືວ່າຕ່ຳຫຼາຍ ຈົນບໍ່ຕອບໂຈດຄ່າຄອງຊີບ ໃນປັດຈຸບັນເລີຍ ແລະ ຖ້າຈະປັບໃຫ້ເປັນ 1,500,000 ກີບຕໍ່ເດືອນ ກໍຍັງຖືວ່າຕ່ຳຢູ່ ແລະ ຖ້າເປັນໄປໄດ້ ກໍຢາກຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບໃຫ້ກາຍ 1,500,000 ກີບຕໍ່ເດືອນ ຈະເປັນການດີກວ່າ. ດັ່ງຄົນງານລາວ ທີ່ເຄີຍໄປເຮັດວຽກໃນປະເທດໄທຍ, ແຕ່ຕອນນີ້ ໄດ້ກັບມາເຮັດວຽກ ທີ່ໂຮງງານຕັດຫຍິບ ໃນນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 9 ມີນາ ທີ່ຜ່ານມານີ້ວ່າ:
“ສຳລັບຂ້ອຍເປັນລູກຈ້າງ ຖ້າວ່າລ້ານຫ້າ (1,500,000 ກີບຕໍ່ເດືອນ) ຂ້ອຍກະຍັງຖືວ່າໜ້ອຍເນາະ, ຖ້າວ່າງລ້ານຫົກ-ລ້ານເຈັດ ຖ້າເປັນໄປໄດ້ນີ້ ມັນພໍດີ ສົມຄວນຢູ່. ເຮົາອາຈຊິຍັງເຫຼືອ, ເຫຼືອເລັກໜ້ອຍກິນ ຫຼືວ່າສອງລ້ານ ກະແຮ່ງດີ. ແພງໆໂອ່ເວີ້ເລີຍ, ອີ່ຫຍັງກໍແພງ ເປັນຫຼັກໆນີ້ກະຄື ຄ່າກັບເຂົ້າ, ຄ່າຫ້ອງເນາະ, ຄ່ານ້ຳ, ຄ່າໄຟ, ປະມານນີ້. ສເລັ່ຽແລ້ວ ກະ 5 ແສນ ບໍ່ພໍ. ຖ້າກິນຢູ່ນຳເພິ່ນກະ ປະມານລ້ານອັນນີ້ ກະຖືວ່າພໍໃຊ້ຢູ່, ລ້ານຫ້າ-ລ້ານຫົກ ກະຖືວ່າຍັງພໍມີເງິນເກັບ.”
ຄົນງານລາວ ອີກນາງນຶ່ງ ທີ່ເຮັດວຽກທີ່ຮ້ານອາຫານຈີນ ໃນນະຄອນຫຼວງວຽງຈັນ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 9 ມີນາ ທີ່ຜ່ານມານີ້ ເຊັ່ນດຽວກັນວ່າ ເງິນເດືອນຂັ້ນຕ່ຳປັດຈຸບັນ ຖືວ່າບໍ່ກຸ້ມກິນແນ່ນອນ ແລະ ຖ້າຫາກພາກຣັຖ ຈະປັບໃຫ້ເປັນ 1,500,000 ກີບຕໍ່ເດືອນ ກໍຖືວ່າເປັນເຣື່ອງທີ່ດີ, ແຕ່ກໍຍັງເຫັນວ່າ ຖ້າປັບເປັນ 1,500,000 ກີບຕໍ່ເດືອນ ກໍຍັງບໍ່ສາມາດກຸ້ມຢູ່ກຸ້ມກິນ ເພາະຄ່າໃຊ້ຈ່າຍໃນແຕ່ລະເດືອນ ແລະ ລາຄາສິນຄ້າຕ່າງໆ ກໍຖີບໂຕແພງຂຶ້ນຫຼາຍ.
“ສຸດໆ, ນ້ອງຄິດວ່າປະມານ ລ້ານເຈັດ-ລ້ານແປດ, ເງິນເດືອນບໍ່ຮອດລ້ານຫ້າ ນ້ອງວ່າບໍ່ກຸ້ມ. ຕໍ່ເດືອນ ຄັນຢູ່ເຮືອນເຊົ່າ ເຂົ້າຊື້ ນ້ອງວ່າບໍ່ກຸ້ມ ເພາະວ່າ ເຊົ່າຫ້ອງແຖວກໍແພງ ອາຫານການກິນກະຂຶ້ນ, ຄ່ານ້ຳ, ຄ່າໄຟ, ຄ່ານ້ຳມັນຣົຖ.”
ກ່ຽວກັບການປັບຂຶ້ນ ເງິນເດືອນຂັ້ນຕ່ຳ ຈາກ 1,100,000 ກີບຕໍ່ເດືອນ ໃຫ້ເປັນ 1,500,000 ກີບຕໍ່ເດືອນ ເພື່ອໃຫ້ຕອບໂຈດກັບຄ່າຄອງຊີບ ຂອງຄົນງານລາວ ພາຍໃນປະເທດນັ້ນ, ທາງສູນກາງສະຫະພັນກັມມະບານລາວ ກໍມີຄວາມຈະພະຍາຍາມສູງ ທີ່ຈະຜັກດັນ ໃຫ້ມີການປັບຂຶ້ນ ຄ່າແຮງງານຂັ້ນຕໍ່າ ບໍ່ໃຫ້ຫຼຸດ 1,500,000 ກີບຕໍ່ເດືອນ ໃຫ້ສໍາເຣັດ ພາຍໃນວັນທີ 1 ພຶສພາ 2022 ນີ້, ເຊິ່ງເປັນວັນກັມມະກອນສາກົລ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວໃນວັນທີ 7 ມີນາ ທີ່ຜ່ານມາວ່າ:
“ທາງເຮົາເອີ້ນ 1,570,000 ກີບຕໍ່ເດືອນ, ແຕ່ວ່າ ຂະເຈົ້າຕໍ່ລົງມາແທ້ໆ ບໍ່ໃຫ້ກາຍ 1,500,000 ກີບຕໍ່ເດືອນເນາະ, ບໍ່ໃຫ້ຫຼຸດເນາະ. ຈະບໍ່ໃຫ້ກາຍ ວັນທີ 1 ເດືອນ 5 ເນາະ, ພຶສພາ ນີ້ ໃຫ້ໄດ້ນໍາໃຊ້. ທາງເຮົາເປັນໂຕແທນ ໃຫ້ກັບກັມມະກອນ, ເຮົາຈະໄດ້ແຈ້ງ ໃຫ້ທາງກັມມະກອນ ໄດ້ຮັບຮູ້ໃນມື້ນັ້ນແຫຼະ.”
ເຖິງຢ່າງໃດກໍຕາມ, ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ພັດມີຄວາມເຫັນວ່າ ການປັບເງິນເດືອນຂັ້ນຕໍ່າ ຂຶ້ນເປັນ 1,500,000 ກີບຕໍ່ເດືອນ ຕາມຄໍາສເນີ ຂອງສູນກາງສະຫະພັນກັມມະບານລາວ ນັ້ນ, ເປັນການປັບຂຶ້ນສູງເກີນໄປ ແລະ ຜູ້ປະກອບການສ່ວນຫຼາຍ ກໍຍັງບໍ່ທັນມີຄວາມພ້ອມ ເນື່ອງຈາກເປັນການປັບຂຶ້ນ ທີ່ສູງກາຍ 30% ຂອງເງິນເດືອນຂັ້ນຕໍ່າປັດຈຸບັນ, ພ້ອມທັງສເນີ ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ປັບຂຶ້ນເງິນເດືອນຂັ້ນຕໍ່າ ຢູ່ລະຫວ່າງ 1,210,000 ກີບ ຫາ 1,265,000 ກີບຕໍ່ເດືອນ. ຖ້າບໍ່ດັ່ງນັ້ນ, ຜູ້ປະກອບການ ອາຈຢູ່ບໍ່ໄດ້ ແລະ ຕ້ອງໄດ້ຍຸຕິກິຈການ ແລະ ຍິ່ງຈະເປັນການຊ້ຳເຕີມ ການຈ້າງງານ ຂອງຄົນງານລາວ ແລະ ຈະເຮັດໃຫ້ມີຄົນວ່າງງານເພີ່ມຂຶ້ນ ຢ່າງເປັນວົງກວ້າງ, ອີງຕາມການບອກເລົ່າ ຂອງເຈົ້າໜ້າທີ່ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ທີ່ບໍ່ປະສົງອອກຊື່ ແລະ ສຽງທ່ານນຶ່ງ ທີ່ໄດ້ກ່າວ ໃນວັນທີ 7 ມີນາ 2022 ທີ່ຜ່ານມານີ້.
ກ່ອນໜ້ານີ້, ຄືເມື່ອວັນທີ 24 ກຸມພາ 2022, ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ໄດ້ກ່າວໃນເວທີເສວະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນທຸຣະກິຈ ວ່າ ບັນດານັກທຸຣະກິຈລາວ ແລະ ນັກທຸຣະກິຈຕ່າງປະເທດ ທີ່ຢູ່ພາຍໃນປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກ ຈາກການແຜ່ຣະບາດ ຂອງໂຄວິດ-19 ແລະ ໃນປີ 2021 ທີ່ຜ່ານມານີ້, 5.5% ຂອງທຸຣະກິຈ ພາຍໃນປະເທດລາວ ໄດ້ປິດກິຈການຖາວອນ ແລະ 33% ໄດ້ປິດກິຈການຊົ່ວຄາວ ສ່ວນຫຼາຍເປັນເປັນທຸຣະກິຈ ໃນຂແນງການທ່ອງທ່ຽວ, ການບໍຣິການ ແລະ ການຜລິຕ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ຄົນງານລາວ ຈໍານວນຫຼາຍ ບໍ່ມີວຽກເຮັດງານທໍາ.
ກ່ຽວກັບບັນຫາ ການປັບເງິນເດືອນຂັ້ນຕ່ຳ ທີ່ຍັງບໍ່ສາມາດບັນລຸໄດ້ນີ້, ຫຼາຍພາກສ່ວນ ກໍເປັນຫ່ວງວ່າ ຄ່າຄອງຊີບ ທີ່ຖີບໂຕສູງຂຶ້ນໃນປະເທດລາວ ຈະຍິ່ງເຮັດໃຫ້ຄົນງານລາວ ທີ່ເຮັດວຽກໄດ້ເງິນເດືອນໜ້ອຍຢູ່ແລ້ວ ຍິ່ງຈະພາກັນອອກຈາກວຽກ ເພື່ອໄປຊອກຫາກວຽກເຮັດງານທຳ ຢູ່ຕ່າງປະເທດຫຼາຍຂຶ້ນ ເພາະສາມາດຫາເງິນ ທີ່ຕອບໂຈດຄ່າຄອງຊີບ ໄດ້ດີກວ່າ, ໂດຍສະເພາະປະເທດໄທຍ ທີ່ນັບມື້ ນັບມີຄົນງານລາວ ລັກລອບໄປເຮັດວຽກຢູ່ໄທຍຫຼາຍຂຶ້ນ ແລະ ສ່ວນນຶ່ງ ກໍຖືກເຈົ້າໜ້າທີ່ຕຳຣວດໄທຍ ຈັບໄດ້. ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກຈັດຫາງານ ໃຫ້ຄົນງານລາວ ທີ່ຢາກໄປເຮັດວຽກຢູ່ຕ່າງປະເທດ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 9 ມີນາ ທີ່ຜ່ານມານີ້ວ່າ:
“ສ່ວນຫຼາຍ ທາງເຮົາກະໄດສັມພາດເຂົາເຈົ້າ ກະຈະມີແບບວ່າ ເຂົາເຈົ້າກະຢາກໄປຫາເງິນ, ຫຼັກໆກະແມ່ນໄປຫາເງິນເນາະ. ສ່ວນຫຼາຍເຂົາເຈົ້າກະຄິດວ່າ ເງິນເດືອນຢູ່ລາວ ມັນຕ່ຳເນາະ, ລະກະຢາກໄປເຮັດວຽກຢູ່ຕ່າງປະເທດ ເພາະວ່າ ໄປດົນ ໄປ 3 ປີ 5 ປີ ແບບນີ້ນ່າ, ກະມີເງິນເກັບມາ, ຫັ້ນນ່າ.”
ກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດ, ໂດຍສະເພາະປະເທດໄທຍນັ້ນ, ເຈົ້າໜ້າທີ່ ດ້ານແຮງງານ ແລະ ສວັດດີການສັງຄົມ ໃນແຂວງຈຳປາສັກ ທ່ານນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 9 ມີນາ ທີ່ຜ່ານມານີ້ວ່າ ຍ້ອນສະພາບຄ່າຄອງຊີບໃນລາວ ສູງຂຶ້ນນັບມື້ ຈຶ່ງເປັນສິ່ງເຮັດໄດ້ຍາກແລ້ວ ທີ່ຈະດຶງດູດຊາວໜຸ່ມລາວ ໃຫ້ຊອກວຽກເຮັດງານທຳ ພາຍໃນປະເທດ ແລະ ບໍ່ໄປຊອກວຽກເຮັດງານທຳ ໃນປະເທດໄທຍ ແລະ ພາກຣັຖ ກໍເຂົ້າໃຈໃນຈຸດນີ້ດີ. ແຕ່ຢ່າງໃດກໍຕາມ, ພາກຣັຖກໍຍັງຈະສົ່ງເສີມ ແລະ ຊອກຫາໂອກາດ ໃຫ້ຊາວໜຸ່ມລາວ ທີ່ຢາກໄປເຮັດວຽກຢູ່ຕ່າງປະເທດ ຫັນໄປເຮັດວຽກຢູ່ປະເທດອື່ນໆ ທີ່ມີເງິນເດືອນສູງ ແລະ ສະພາບແວດລ້ອມ ໃນການເຮັດວຽກ ປອດພັຍກວ່າ ເປັນຕົ້ນແມ່ນ ຍີ່ປຸ່ນ ແລະ ເກົາຫຼີໃຕ້.
“ເຮົາມາເຫັນ ໃນຂົງເຂດການຈ້າງງານ ຫຼືວ່າການຂຍາຍໂຕ ທາງດ້ານການຈັດສົ່ງແຮງງານ ອີ່ຫຍັງຕ່າງໆນີ້ ດຽວນີ້ບັນດາຜູ້ປະກອບການ ເພິ່ນກະບໍ່ໄດ້ເລັງໃສ່ຕັ້ງແຕ່ປະເທດໄທຍ. ຣັຖບານເພິ່ນກະຍັງຢາກໃຫ້ ຍົກລະດັບຂຶ້ນໄປວ່າ ປະເທດໃດ ທີ່ມີຄ່າຕອບແທນສູງແດ່, ມີຄວາມປອດພັຍໃນການອອກແຮງງານ, ອີ່ຫຍັງຕ່າງໆຫັ້ນແຫຼະ, ເພິ່ນກະພະຍາຍາມຢາກຜັກດັນ ສົ່ງໄປປະເທດນັ້ນ. ຄືເຮົາກະຢາກເຫັນ ແຮງງານທີ່ໄດ້ໄປແລ້ວ ໄດ້ຄວາມຮູ້ມາ, ໄດ້ເງິນມາພັທນາເສຖກິຈ. ຄືດຽວນີ້ເພິ່ນກະ ມີຍີ່ປຸ່ນ, ມີເກົາຫຼີເນາະ ລະກະບັນດາປະເທດໃດ ທີ່ມີເງື່ອນໄຂ.”
ອີງຕາມກອງປະຊຸມປຶກສາຫາລື 3 ຝ່າຍ ລະດັບສູງ ຄັ້ງທີ 19 ທີ່ຜ່ານມາ, ກະຊວງແຮງງານ ແລະ ສວັດດີການສັງຄົມ, ສູນກາງສະຫະພັນກັມມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ກໍໄດ້ເຫັນດີຮ່ວມກັນ ກ່ຽວກັບການປັບຂຶ້ນ ຄ່າແຮງງານຂັ້ນຕໍ່າ ຫຼືເງິນເດືອນຂັ້ນຕ່ຳ ໃຫ້ແກ່ຄົນງານ ພາຍໃນປະເທດ ໃນພາກວິສາຫະກິຈ, ໂດຍເບື້ອງຕົ້ນຄາດວ່າ ຈະປັບຂຶ້ນ ໃນວັນທີ 1 ພຶສພາ 2022 ນີ້, ແຕ່ດ້ວຍເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ຍັງບໍ່ອຳນວຍ ທາງສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ຈຶ່ງໄດ້ສເນີ ຂໍເລື່ອນໄປເປັນວັນທີ 1 ເດືອນພຶສພາ ປີ 2023 ແທນ, ເຊິ່ງນັ້ນ ກໍເປັນພຽງຂໍ້ສະຫຼຸບ ທີ່ຍັງຕ້ອງສເນີໃຫ້ຣັຖບານ ພິຈາຣະນາຄືນອີກຄັ້ງນຶ່ງ ກ່ອນຈະມີການປະກາດ ຢ່າງເປັນທາງການ ວ່າຈະປັບຂຶ້ນໄດ້ທັນ ຫຼືບໍ່ທັນ ຕາມການສເນີ ຂອງສູນກາງສະຫະພັນກັມມະບານລາວ ທີ່ມີແຜນຢາກໃຫ້ ປັບເງິນເດືອນຂັ້ນຕ່ຳຂຶ້ນ ໃນວັນທີ 1 ເດືອນພຶສພາ 2022 ນີ້. ສບາຍດີ.