ຄ່າຜ່ານແດນບໍ່ເຕັນ ບໍ່ຫານ ຍັງມີຢູ່

ປັດຈຸບັນ ການເກັບຄ່າ ຜ່ານແດນ ຢູ່ດ່ານ ບໍ່ເຕນ-ບໍ່ຫານ ແຂວງ ຫຼວງນໍ້າທາ ກັບ ແຂວງຢຸນນານ ທັງ ຜູ້ໂດຍສານ ແລະ ຍວດຍານ ພາຫະນະ ຍັງມີຢູ່ ຮ່ວມທັງ ຄ່າລ່ວງເວລາ,

ການເກັບຄ່າຜ່ານແດນ ບໍ່ເຕັນ-ບໍ່ຫານ ຍັງປະຕິບັດຢູ່ RFA/NY

ປັດຈຸບັນ ການເກັບຄ່າ ຜ່ານແດນ ຢູ່ດ່ານ ບໍ່ເຕນ-ບໍ່ຫານ ແຂວງ ຫຼວງນໍ້າທາ ກັບ ແຂວງຢຸນນານ ທັງ ຜູ້ໂດຍສານ ແລະ ຍວດຍານ ພາຫະນະ ຍັງມີຢູ່ ຮ່ວມທັງ ຄ່າລ່ວງເວລາ, ເຖິງແມ່ນວ່າ ຄໍາສັ່ງ ຈາກ ຣັຖບານ ໃຫ້ຍົກເລີກ ແລ້ວກໍດີ, ແຕ່ທາງແຂວງ ຍັງບໍ່ທັນໄດ້ ຈັດຕັ້ງ ປະຕິບັດ ຕາມການຢືນຢັນ ຂອງຜູ້ໂດຍສານ ທາງຣົດ ຜ່ານດ່ານນີ້ ເປັນປະຈໍາ:

"ເຮົາເຂົ້າໄປກ່າໄປຊື້ໃບຂ່ຽນຖ່າຍ ຂອງພາສີຫັ້ນ 1 ແສນ ກັບ 75,000  ແລ້ວໄປເສັຽຢູ່ ດ່ານຕໍາຣວດ ໃບຄົມະນາຄົມ ຫັ້ນກ່າ 20,000 ແລ້ວ. ລ່ວງເວລານີ້ກໍ 35,000, ຍາມກັບມາກໍ 30,000 ຕໍ່ຄັນຄົນອີກ 10,000 ບິນໃບນີ້ມີ ເຂົ້າໄປຈີນເສັຽຢູ່ຈີນ ອີກຫັ້ນນະ ລວມກັນນີ້ມັນ ຖືກຢູ່ 5 ແສນ ທັງໄປທັງກັບ ອັນລ່ວງເວລາ 1 ແສນ ຫັ້ນມັນສິມີ ສອງບ່ອນ ຜູ້ບໍ່ມັກຖຽງ ກ່າໄດ້ ເສັຽແທ້".

ກ່ຽວກັບວ່າ ເປັນຫຍັງການເກັບຄ່າຜ່ານແດນ ໂດຍສະເພາະ ເກັບຄ່າລ່ວງເວລາ ທີ່ທາງຣັຖບານ ສັ່ງໃຫ້ຍົກເລີກ ມາໄດ້ປະມານ 2 ອາທິດ ແລ້ວແຕ່ທາງແຂວງຫຼວງນໍ້າທາ ຈຶ່ງບໍ່ປະຕິບັດໄດ້ ເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ບອກວ່າ:

"ຍັງລໍຖ້າຄໍາສັ່ງຈາກແຂວງກ່ອນ ໂຕທີ່ລ່ວງເວລານັ້ນ ລະແມ່ນບໍ່ໃຫ້ເອົາແລ້ວ ຣັຖບານ ເພິ່ນສິຈ່າຍເອງ ແລະກ່າເກັບຄ່າ ນັກທ່ອງທ່ຽວ ເຂົ້າ-ອອກ ຫັ້ນນະ ໂດລາ ສອງໂດລາຫັ້ນນະ ເພິ່ນກ່າວ່າແນວນັ້ນແຫຼະ ມັນຕ້ອງໄດ້ ໄປຜ່ານແຂວງ  ພຸ້ນແຫຼະ ຄັນຖ້າຫາກວ່າ ແຂວງ ແຈ້ງໃຫ້ ພວກຢູ່ດ່ານແລ້ວ ເຂົາຈັ່ງສິປະຕິບັດ ຫັ້ນແລ້ວ".

ທີ່ຜ່ານມາຜູ້ໂດຍສານ ແລະຜູ້ປະກອບການຂົນສົ່ງ ມັກຈະຈົ່ມວ່າ ການເກັບຄ່າທໍານຽມ ຜ່ານດ່ານ ແລະຄ່າທໍານຽມ ຫຼາຍຢ່າງ ແຕ່ລະດ່ານ ບໍ່ຄ່ອຍຄືກັນ. ນອກນັ້ນ ຍັງມີບາງປະຕູ ເປັນຕົ້ນ ຜູ້ທີ່ຕ້ອງການ ຜ່ານໄວ ໄດ້ຈ່າຍພິເສດ ເປັນຄ່ານໍ້າໃຈ ໃຫ້ເຈົ້າໜ້າທີ່ ຊຶ່ງ ແຕ່ລະມື້ລະວັນ ມີຣົດຜ່ານດ່ານ ບໍ່ຕໍ່າກວ່າ 100 ຄັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org