ດ່ານຊ່ອງເມັກ-ວັງເຕົ່າ ຄ່າຜ່ານ ຝັ່ງລາວ ບໍ່ໂປ່ງໃສ
ເຈົ້າໜ້າທີ່ ດ່ານສາກົນ ຊ່ອງເມັກ ວັງເຕົ່າ ແຂວງຈໍາປາສັກ ເກັບພາສີ ບໍ່ເປັນຣະບົບ ຍັງມີຂໍ້ ຫຍຸ້ງຍາກ.
-
ໄມຊູລີ
2019-06-04 -
-
-
Your browser doesn’t support HTML5 audio
ການແກ້ໄຂບັນຫາ ເຈົ້າໜ້າທີ່ ດ່ານສາກົນ ຊ່ອງເມັກ-ວັງເຕົ່າ ແຂວງຈໍາປາສັກ ເກັບພາສີອາກອນ ແບບບໍ່ເປັນຣະບົບ ຍັງມີຂໍ້ຫຍຸ້ງຍາກ ຍ້ອນເຈົ້າໜ້າທີ່ ຣະດັບສູງຂັ້ນແຂວງ ທີ່ມີສ່ວນກ່ຽວຂ້ອງ ບໍ່ເອົາໃຈໃສ່ ແລະ ລົງກວດກາຢ່າງຈິງຈັງ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກການເງິນ ແຂວງຈໍາປາສັກ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 4 ມິຖຸນາ ນີ້:
"ກໍເກັບປົກກະຕິ ເຂົາກໍເກັບນອກຣະບົບເຂົາຫັ້ນແລ້ວ ກັມມະການພັກແຂວງ ທັມມະດາກໍຕ້ອງ ເຫັນເປັນບັນຫາ ມັນກໍຕ້ອງໄດ້ເວົ້າ ກອງປະຊຸມປະຈໍາປີ ເພິ່ນຫັ້ນນະ ຄນະພັກເພິ່ນ ແຕ່ເພິ່ນສິເວົ້າຫຼືບໍ ແຕ່ມັນກໍຍັງຄືເກົ່າຢູ່ເຫັນແລ້ວ ບໍ່ແກ້ຫັ້ນນະ."
ທ່ານວ່າຜ່ານມາ ມີປະຊາຊົນຫຼາຍຄົນທີ່ເຂົ້າອອກ ດ່ານຊ່ອງເມັກ-ວັງເຕົ່າ ໄດ້ຮ້ອງຮຽນໃຫ້ ຣັຖບານລົງມາກວດກາ ຍ້ອນເຈົ້າໜ້າທີ່ດ່ານ ສາກົນ ເກັບພາສີ-ອາກອນ ນໍາປະຊາຊົນ ໂດຍບໍ່ມີເອກກະສານຢັ້ງຢືນ ຫຼືໃບເກັບເງິນ ພ້ອມກັນນັ້ນການຣາຍງານ ເຣື້ອງຈໍານວນຣົດ ເຂົ້າ-ອອກ ກໍບໍ່ກົງກັບຄວາມເປັນຈິງ ເຊັ່ນວ່າ; ເຈົ້າໜ້າທີ່ ຕ.ມ ຣາຍງານວ່າ ມີຣົຖເຂົ້າ-ອອກ ຜ່ານດ່ານ 2 ພັນຄັນຕໍ່ປີ ແຕ່ເຈົ້າໜ້າທີ່ ພາສີປະຈໍາດ່ານສາກົນ ກັບຣາຍງານວ່າ ມີຣົຖເຂົ້າ-ອອກ ພຽງ 1 ພັນຄັນຕໍ່ປີ ນັ້ນໝາຍເຖິງເງິນພາສີ ກໍຈະຫລຸດລົງນໍາດ້ວຍ.
ຕໍ່ບັນຫານີ້ ປະຊາຊົນທີ່ ຂັບຣົຖຂົນສົ່ງສີນຄ້າ ເຂົ້າ-ອອກ ປະຈໍາ ດ່ານສາກົນຜູ້ນື່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ເຫັນດີນໍາ ທີ່ຣັຖບານລາວ ຈະຫັນມາໃຊ້ ຣະບົບແຈ້ງພາສີ ປະຕູດຽວເພື່ອໃຫ້ໝັ້ນໃຈວ່າ ເງິນທີ່ເສັຽພາສີອາກອນໄປນັ້ນ ຈະຢູ່ໃນບັນຊີ ຣາຍຮັບຂອງປະເທດ:
”ດີກວ່າເດ້, ເພາະວ່າມັນຕ້ອງເຂົ້າຣັຖ ເພາະວ່າຕອນນີ້ ມັນຈ່າຍເປັນເງິນສົດ ເນາະ ໄປເສັຽແລ້ວມັນເຂົ້າຖົງເສື້ອ ພະນັກງານ ແຕ່ລະຜແນກ ແຕ່ລະກົມກອງ ບາງສ່ວນມັນກໍຫາຍໄປເດ້.”
ເຖິງຢ່າງໃດກໍຕາມ ຣັຖບານລາວ ໄດ້ປ່ຽນຣະບົບການເກັບພາສີ-ອາກອນ ຈາກເງິນສົດ ມາເປັນຣະບົບ ແຈ້ງພາສີປະຕູດຽວ ຄືຣະບົບ ເສັຽພາສີ ແບບອິເລັກໂທຣນິກ ຊຶ່ງໃຊ້ແທນ ຣະບົບເອກກະສານ ແບບເກົ່າ, ຣະບົບນີ້ ຈະຊ່ວຍຫລຸດຜ່ອນເວລາໃນການ ດໍາເນີນຂັ້ນຕອນ ໃຫ້ສັ້ນລົງ ແລະ ໂປ່ງໃສຂຶ້ນ
ສໍາລັບການນໍາເຂົ້າສິນຄ້າ ແລະສິ່ງຂອງຕ່າງໆ ໃຫ້ສໍາລະຄ່າເສັຽ ຜ່ານຣະບົບແຈ້ງພາສີ ປະຕູດຽວແຫ່ງຊາດ ຊຶ່ງຈະເຮັດໃຫ້ຣັຖສາມາດ ເກັບພາສີ-ອາກອນ ໄດ້ຢ່າງເຕັມເມັດ ເຕັມໜ່ວຍ ບໍ່ຮົ່ວໄຫລຄືແຕ່ກ່ອນ.
ໃນກອງປະຊຸມຂອງຣັຖບານ ປະຈໍາເດືອນເມສາ ຜ່ານມາ ທາງການລາວ ໄດ້ປະກາດວ່າ ຕຽມແກ້ໄຂບັນຫາ ຮົ່ວໄຫລ ແລະ ການສວຍ ໂອກາດ ຂອງພະນັກງານຣັຖ ປະຈໍາດ່ານສາກົນຕ່າງໆ ໃນທົ່ວປະເທດ ຊື່ງທີ່ຜ່ານມາ ການເກັບຣາຍຮັບ ຢູ່ຫຼາຍແຂວງ ຍັງມີຄວາມສັບສົນ ແລະບໍ່ເປັນຣະບຽບ ເຮັດໃຫ້ເກິດບັນຫາຣາຍຮັບຮົ່ວໄຫຼ ໂດຍຈະແຕ່ງຕັ້ງ ຄນະສະເພາະກິຈ ລົງພື້ນທີ່ຕິດຕາມ ກວດກາຕາມດ່ານສາກົນ ຢ່າງເຂັ້ມງວດ.
ຣະບົບແຈ້ງພາສີປະຕູດຽວ ຈະຖືກນໍາໃຊ້ຢູ່ ດ່ານສາກົນ ແຫ່ງ ທີ 1 ນະຄອນຫລວງ ວຽງຈັນ-ໜອງຄາຍ ເປັນດ່ານທໍາອິດ ໃນວັນທີ 24 ມິຖຸນາ 2019 ນີ້ ເປັນຕົ້ນໄປ ສ່ວນດ່ານສາກົນອື່ນໆ ທົ່ວປະເທດ ຍັງບໍ່ມີແຜນຕິດຕັ້ງຣະບົບນັ້ນເທື່ອ.