ຈີນ ເປີດໂຮງງານຜລິດ ທາດຣະເບີດ

ຈໍາປາທອງ
2021.01.21
ຈີນ ເປີດໂຮງງານຜລິດ ທາດຣະເບີດ ທາງດ້ານໃນ ຂອງ ບໍຣິສັດ ຄໍາໄຊ-ຍິງຊິນ ຈໍາກັດ ຂອງຈີນ ທີ່ຈະເລີ່ມເປີດການຜລິດ ແລະ ຈໍາໜ່າຍ ທາດຣະເບີດ
ຂ່າວປະເທດລາວ

ບໍຣິສັດຄໍາໄຊ-ຍິງຊິນຈໍາກັດຂອງຈີນ ໄດ້ຈັດພິທີເປີດໃຊ້ໂຮງງານຜລິດ ແລະ ຈໍາໜ່າຍທາດຣະເບີດຫິນ ເພື່ອສ້າງເຂື່ອນ, ຖນົນ, ກັນເຈື່ອນ ແລະ ອື່ນໆ ຢູ່ປະເທດລາວ ທີ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ໃນມື້ວັນທີ 18 ມົກກະຣາ 2021 ນີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າແຂວງບໍຣິຄໍາໄຊ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມົກກະຣາ ນີ້:

“ເອີ້ນວ່າ ມີພາກຜລິຕພັນ ໃນການນໍາໃຊ້ເຂົ້າ ວຽກງານອຸດສາຫະກັມນີ້. ໃນໄລຍະຜ່ານມາຫັ້ນ, ວຽກງານດັ່ງກ່າວນີ້ຍັງຂາດຜລິຕພັນ ອັນນີ້, ໂດຍສະເພາະແມ່ນການສ້າງເຂື່ອນ ກໍຕ້ອງໄດ້ນໍາໃຊ້ອັນນີ້, ເພື່ອຂຸດເຈາະກ່ຽວກັບຫິນຫັ້ນ, ແລະ ກໍ່ສ້າງເສັ້ນທາງ ມັນກໍຕ້ອງ ໄດ້ນໍາໃຊ້ອັນນີ້ເວລາເຮົາຣະເບີດຫິນຫັ້ນ ນໍາເອົາຫິນມາແປຮູບເປັນຫິນກໍ່ສ້າງ ກໍຕ້ອງໄດ້ ນໍາໃຊ້ອັນນີ້ກັນເຈື່ອນກໍຕ້ອງໄດ້ນໍາໃຊ້ຫິນ. ໃນເມື່ອນໍາໃຊ້ຫິນ ມັນກໍຕ້ອງໄດ້ນໍາໃຊ້ວັດຖຸ ທີ່ພາໃຫ້ດິນມັນແຕກຫັ້ນແຫລະເນາະ, ທຸກການກໍ່ສ້າງຫັ້ນແຫລະເນາະ ມັນຕ້ອງໄດ້ ນໍາໃຊ້ຫິນ.”

ທ່ານກ່າວຕື່ມວ່າ ແຜນການເບື້ອງຕົນ ການຜລິດທາດຣະເບີດຫິນ ແມ່ນພື່ອໃຊ້ພາຍໃນປະເທດກ່ອນ, ແຕ່ຫາກຕ່າງປະເທດມີຄວາມ ຕ້ອງການ, ກໍມີແຜນທີ່ຈະຜລິດສົ່ງຂາຍໃຫ້. ໂຮງງານທີ່ວ່ານີ້ ໄດ້ໃຊ້ເວລາກໍ່ສ້າງ 3 ປີ, ຢູ່ບ້ານວັດທາດ ແລະ ບ້ານສີສະຫວາດ ເມືອງບໍຣິຄັນ.

ເຈົ້າໜ້າທີ່ຜແນກການເງິນ ແຂວງບໍຣິຄໍາໄຊ ກ່າວວ່າ, ໂຮງງານ ທີ່ທາງການອະນຸຍາດໃຫ້ສ້າງນີ້ ຈະເຮັດໃຫ້ແຂວງບໍຣິຄໍໄຊ ມີຣາຍ ຮັບເຂົ້າງົບປະມານ ຈາກການເກັບຄ່າເຊົ່າ ສໍາປະທານ, ເງິນປັນຜົລຫຸ້ນ, ອາກອນກໍາໄຣ ແລະ ອາກອນເງິນ ເດືອນ ແລະວ່າ ຈະບໍ່ໃຫ້ຣາຍຮັບນັ້ນຮົ່ວໄຫລ:

“ເວລາສ້າງຕັ້ງຂຶ້ນມາແລ້ວ, ມັນໄດ້ມີການປະກອບສ່ວນ ທາງດ້ານພັນທະງົບປະມານ, ຕາມກົດໝາຍ ທຸກການເຄື່ອນໃຫວ ມັນຈະ ໄດ້ມີການຄຸ້ມຄອງ, ກວດກາຢ່າງເປັນຣະບົບ ທັງເຣື່ອງລົງທຶນ, ທັງເຣື່ອງຣາຍຮັບຕ່າງໆ, ຄິດວ່າຈະມີອັນໃດທີ່ຮົ່ວໄຫລ ກ່ອນທີ່ຈະ ມາເຂົ້າງົບປະມານ.”

ດິນທີ່ບໍຣິສັດຈີນ ໃຊ້ສ້າງສາງ ແລະໂຮງງານນັ້ນ ເປັນດິນຂອງປະຊາຊົນບ້ານວັດທາດ ແລະ ບ້ານສີສະຫວາດ ຮວມກັນທັງໝົດ 98 ເຮັກຕາ, ເປັນດິນຂອງປະຊາຊົນ ທີ່ເຮັດການ ກະເສດ.

ຊາວບ້ານບ້ານສີສະຫວາດ ເມືອງບໍຣິຄັນ ຜູ້ນຶ່ງເວົ້າວ່າ, ຕົນໄດ້ເປັນໂຕແທນຂອງຊາວບ້ານສີສະຫວາດນີ້, ສເນີໃນໂອກາດເປີດ ໂຮງງານໃນມື້ວັນທີ 18 ມົກກະຣາ ນີ້ວ່າ, ໃຫ້ທາງໂຮງງານສັນຍາວ່າ, ຈະປົກປ້ອງສິ່ງແວດລ້ອມ, ເປັນຕົ້ນໃນເຣື່ອງນໍ້າເສັຽ ແລະໃຫ້ເອົາຄົນຕົກງານໃນບ້ານ, ໄປເຮັດວຽກວຽກໃນໂຮງງານນັ້ນນໍາ, ແລະວ່າທາງໂຮງງານ ກໍຮັບ:

“ຍັງບໍ່ມີຫຍັງ ເຣື່ອງສິ່ງແວດລ້ອມ ບໍ່ມີຫຍັງ, ເພາະວ່າພວກເຮົາຕິດຕາມຢູ່, ພໍ່ແມ່ປະຊາຊົນເຂົາ ຢູ່ເຂດນັ້ນ ເຂົາກໍປູກຝັງ ລ້ຽງສັດ, ກໍບໍ່ມີໃຜມາຣາຍງານຫຍັງ ກໍປົກກະຕິ ບໍ່ມີຫຍັງ, ສໍາຄັນກໍເວົ້າເຣື່ອງສິ່ງແວດລ້ອມໃຫ້ມັນໄດ້ ບັນຫານຶ່ງ. ບັນຫາສອງມາ ກໍຢາກໃຫ້ທາງໂຮງງານ ຊ່ວຍຜູ້ຕົກງານ ຜູ້ທີ່ບໍ່ມີວຽກເຮັດຢູ່ນີ້ ດຽວນີ້ເພິ່ນກໍເອົາກັມກອນ ຢູ່ບ້ານໃກ້ຄຽງໄປ ເຮັດ ໝົດເລີຍເດ໋.”

ຊາວບ້ານຢູ່ບ້ານວັດທາດ ເວົ້າວ່າ, ເຮືອນທີ່ຢູ່ໄກກັບໂຮງງານ ປະມານ 8 ກິໂລແມັດ, ຍັງບໍ່ໄດ້ຮັບຜົລກະທົບຈາກໂຮງງານເທື່ອ, ມີແຕ່ໄດ້ຮັບຄວາມຫຍຸ້ງຍາກແດ່ ເວລາໄປນາ ໄປສວນ, ໃນຣະດູຝົນ ຍ້ອນຕ້ອງໄດ້ໄປທາງເວີ້ງ ທາງເປື້ອນ ທີ່ເປັນທາງດິນແດງ ຊຶ່ງທາງໂຮງງານສ້າງໃຫ້:

“ມີແຕ່ວ່າ ມີແຕ່ເສັ້ນທາງສັນຈອນໄປມາ ຕິດກັບໂຮງງານຣະເບີດເນາະ, ເພິ່ນເຮັດທາງນ້ອຍໃຫ້ ໄປຫາໄຮ່ຫານາ, ມັນເປື້ອນເນາະ ຍາມຝົນຍາມຫຍັງຫັ້ນນະ, ແຕ່ວ່າກໍບໍ່ພໍເປັນ ຜົລກະທົບ ປານໃດດອກ.”

ປະຊາຊົນບ້ານວັດທາດ ອີກຄົນນຶ່ງ ກໍເວົ້າວ່າ, ເຖິງແມ່ນວ່າປັດຈຸບັນ ຍັງບໍ່ທັນໄດ້ຮັບຜົລກະທົບ, ແຕ່ກໍຍັງກັງວົນໃນຕໍ່ໜ້າ ທີ່ອາຈໄດ້ ຮັບຜົລກະທົບ, ຫາກທາງໂຮງງານ ບໍ່ປະຕິບັດ ຕາມທີ່ໄດ້ຕົກລົງກັນໄວ້, ປະຊາຊົນກໍຈະຕ້ອງສເນີໃຫ້ມີການປັບປຸງທັນທີ:

“ພວກເຮົາຄິດແຕ່ວ່າ ມັນສິກະທົບສໍ່າໃດ, ມັນກໍຍັງຄິດບໍ່ທັນໄດ້ຫັ້ນນ່າ, ເຮົາກໍຮູ້ແຕ່ຄວາມສ່ຽງ ແລ້ວເບິ່້ງສະພາບຕົວຈິງ ພວກເຮົາກໍ ສເນີຫາຂັ້ນເທິງ ເປັນໄປຕາມຂັ້ນຕອນຂອງມັນ.”

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ແຂວງບໍຣິຄໍາໄຊ ທ່ານດຽວກັນນີ້ ກ່າວຕື່ມວ່າ, ໂຕເອງເຫັນວ່າ ທາງພາກສ່ວນທີ່ ກ່ຽວຂ້ອງ ຈະຕິດຕາມ ຄຸ້ມຄອງສິ່ງແວດລ້ອມທີ່ດີ, ແລະ ມີການຮັບປະກັນບໍ່ໃຫ້ເກີດຜົລກະທົບ:

“ກໍເຊື່ອວ່າ ມັນມີຊ່ຽວຊານ ມີການຄວບຄຸມ, ມັນມີການຕິດຕາມ ມາເບິ່ງແລ້ວ, ຜ່ານການເຂົ້າຮ່ວມພິທີເປີດ ກໍເຫັນວ່າ ກໍຈະມີການ ວາງແຜນ ແລະ ກໍມີການຄຸ້ມຄອງທີ່ດີ.”

ໂຮງງານຜລິດ ແລະ ຈໍາໜ່າຍທາດຣະເບີດຫິນ ເພື່ອສ້າງເຂື່ອນ, ຖນົນ, ກັນເຈື່ອນ, ແລະອື່ນໆ ຢູ່ປະເທດລາວ ທີ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ແຫ່ງນີ້ ເປັນໂຮງ ງານຮ່ວມຫຸ້ນ ຣະຫວ່າງ ນັກລົງທຶນຈີນ ແລະ ກອງທັບລາວ, ຄືບໍຣິສັດຍິງຊິນເຄມີຄໍ ຈໍາກັດ ຜູ້ດຽວ ຂອງຈີນ ຖືຮຸ້ນ 75%, ມູນຄ່າ 45 ລ້ານໂດລາ ແລະ ກົມໃຫຍ່ເຕັກນິກກອງທັບ ປະຊາຊົນລາວ ຖືຫຸ້ນ 25%.

ໂຮງງານແຫ່ງນີ້ ມີກໍານົດດໍາເນີນກິຈການ ເປັນເວລາ 22 ປີ, ມີສໍານັກງານ ຂອງບໍຣິສັດ ຕັ້ງຢູ່ບ້ານຄໍາຮຸ້ງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.