ໝີດຳ ຖືກຍຶດ, ມອບໃຫ້ ສູນອະນຸຮັກ
2018.03.26

ຜແນກ ກະສິກັມ ແລະ ປ່າໄມ້ ແຂວງບໍ່ແກ້ວ ມອບໝີດຳ 3 ໂຕ ອາຍຸ ປະມານ 5 ຫາ 7 ປີ ທີ່ຍຶດ ມາຈາກປະຊາຊົນ ເມືອງຫ້ວຍຊາຍ ເພື່ອໃຫ້ ສູນອະນຸຮັກໝີ ແລະ ຟື້ນຟູໝີ ຫລື Free the bears ແຂວງ ຫລວງພຣະບາງ ເປັນຜູ້ດູແລຕໍ່ ໃນວັນທີ 16 ມີນາຜ່ານມາ, ດັ່ງເຈົ້າໜ້າທີ່ ກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣິ ໃນວັນທີ 26 ມີນານີ້ວ່າ:
"ອັນນີ້ ແມ່ນໝີ ທີ່ເຈົ້າຢຶດ ມອບໃຫ້ສູນ Free the Bears ຂອງ ແຂວງ ຫລວງພຣະບາງ ເປັນສູນທຳອິດ ຂອງລາວ ທີ່ວ່າໄປຕັ້ງສູນ ຊ່ວຍເຫລືອໝີ ຢູ່ຫັ້ນເນາະ ຜູ້ຄອບຄອງ ຄື ເປັນປະຊາຊົນ ທີ່ເຂົາເຈົ້າຫາມາລ້ຽງ ຫາມາໄດ້ແຕ່ປ່າ ແລ້ວມາລ້ຽງໄວ້ ແລ້ວ ເຂົາເຈົ້າ ກໍໄປລະດົມ ເຂົາຮອ້ງວ່າ ຍຶດຄືນໃຫ້ຣັຖ ໃຫ້ແລ້ວ ວະຊັ້ນສະ."
ທ່ານ ກ່າວຕື່ມວ່າ ໝີດຳ ທັງ 3 ໂຕ ເປັນໝີ ທີ່ຊາວບ້ານ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ນຳອອກມາຈາກເຂດປ່າ ຕັ້ງແຕ່ ໝີທັງ 3 ໂຕ ອາຍຸ ຍັງບໍ່ເຖິງ 1 ປີ ໄດ້ນຳມາລ້ຽງ ເມື່ອເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ເມືອງຫ້ວຍຊາຍ ກວດພົບ ຈຶ່ງໄດ້ເຂົ້າໄປຢຶດ.
ພາຍຫລັງ ທີ່ຍຶດໝີ ທັງ 3 ໂຕ ຈາກປະຊາຊົນ ກໍໄດ້ປະສານ ໄປຍັງສູນ Free The Bears ແຂວງຫລວງພຣະບາງ ເພື່ອທີ່ຈະມອບ ໝີດຳ 3 ໂຕ ໄປຟື້ນຟູ ແລະ ຝຶກໃຫ້ໝີ ທັງ 3 ໂຕນັ້ນ ປ່ຽນພຶດຕິກັັມ ໃຫ້ອາໃສ ແລະ ຫາກິນໄດ້ ຂະນະທີ່ ຢູ່ໃນປ່າ ໂດຍມີ ເຈົ້າໜ້າທີ່ ຊ່ຽວຊານ ເປັນຜູ້ດູແລ.