ຂ.ບໍ່ແກ້ວກວດກາຄຸນນະພາບ ນໍ້າມັນ

ສິດນີ
2016.10.20
F-gas ປັ້ມນໍ້າມັນເຊື້ອເພີງ ໃນ ສປປ ລາວ
RFA

ໃນວັນທີ 18 ຕຸລາ ຜ່ານມາ ທາງການລາວ ໄດ້ເປີດຫ້ອງການ ກວດກາ ຄຸນນະພາບ ນ້ຳມັນ ຢູ່ດ່ານ ມິດຕະພາບ ລາວ-ໄທ ແຫ່ງທີ 4 ທີ່ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອ ສະກັດກັ້ນ ບໍ່ໃຫ້ຂົນ ນ້ຳມັນ ທີ່ ບໍ່ສະອາດ ເຂົ້າມາຂາຍ ໃນລາວ ຍ້ອນວ່າ ປັດຈຸບັນ ມີກຸ່ມນັກ ທຸຣະກິດ ລັກລອບ ນຳເຂົ້ານ້ຳມັນ ທີ່ຂາດ ຄຸນນະພາບ ຜ່ານເຂົ້າມາ ໃນດ່ານ ດັ່ງກ່າວ ແລະ ດ່ານອື່ນໆ, ສ້າງຄວາມເດືອດຮ້ອນ ໃຫ້ແກ່ ຜູ້ໃຊ້ຣົດຍົນ ໃນລາວ. ດັ່ງ ເຈົ້າຫນ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ທີ່ ແຂວງບໍ່ແກ້ວ ນາງນຶ່ງ ກ່າວ ໃນວັນທີ 20 ຕຸລາ ນີ້ວ່າ:

"ກວດນ້ຳມັນ ປະປົນສານເປື້ອນ ອີ່ສັງ ການນຳເຂົ້າ ນ້ຳມັນ ຜ່ານແດນ ນ້ຳເຂົ້າ ນ້ຳມັນຊົມໃຊ້ ຢູ່ພາຍໃນ ປັດຈຸບັນ ນີ້ມັນມີ ການນຳເຂົ້າ ນ້ຳມັນ ບໍ່ສະອາດ ເນາະ ບໍ່ໄດ້ ຄຸນນະພາບ ມາຂາຍທົ່ວໄປ ແລ້ວມັນມີ ຜົລກະທົບ ຕໍ່ຜູ້ຊົມໃຊ້".ໜ່

ນາງກ່າວຕື່ມວ່າ ຕໍ່ໄປນີ້ ການນຳເຂົ້າ ນໍ້າມັນ ຈາກ ຕ່າງປະເທດ ຜ່ານດ່ານ ມິດຕະພາບ ລາວ-ໄທ ແຫ່ງທີ 4 ຮ່ວມດ້ວຍ ການຂົນນ້ຳມັນ ທາງ ເຮືອ ຜ່ານນ້ຳຂອງ ທີ່ ແຂວງບໍ່ແກ້ວ ຕ້ອງຖືກ ກວດກາ ຢ່າງລະອຽດ ເພື່ອຫມັ້ນໃຈວ່າ ນ້ຳມັນ ທີ່ ນຳເຂົ້ານັ້ນ ມີ ຄຸນນະພາບ ບໍ ຫລັງຈາກນັ້ນ ຈຶ່ງຈະ ອະນຸຍາດ ໃຫ້ຜ່ານ ເຂົ້າໄດ້.

ແຕ່ຖ້າຫາກຜູ້ໃດ ຍັງ ລັກນຳເຂົ້າ ຕາມຈຸດອື່ນໆ ຈະຖືກ ປັບໄຫມ ແລະ ລົງໂທດ. ນາງວ່າ ນອກຈາກນີ້ ທາງການແຂວງ ຍັງໄດ້ຈັດຕັ້ງ ໜ່ວຍງານ ກວດນ້ຳມັນ ເຄື່ອນທີ່ ເພື່ອໄປກວດ ຣົດ ຂົນນ້ຳມັນ ຕາມຈຸດ ຕ່າງໆ ທີ່ ຂົນມາຈາກ ຕ່າງປະເທດ ໃນແຂວງ ທີ່ ມີຊາຍແດນ ຕິດກັບ ຈີນແລະໄທ. ທາງການ ແຂວງ ບໍ່ແກ້ວ ເອົາຈີງ ເອົາຈັງ ໃນບັນຫາ ດັ່ງກ່າວ ດ້ວຍການສັ່ງ ໃຫ້ ປ້ຳນ້ຳມັນ ທີ່ເປີດໂດຍ ບໍ່ໄດ້ຮັບ ອະນຸຍາດ ໃຫ້ເປັນ ປ້ຳນ້ຳມັນ ທີ່ ຜິດກົດຫມາຍ ໃນນັ້ນ ມີປ້ຳນ້ຳມັນ ຍ່ອຍ 33 ແຫ່ງ ແລະ ບໍຣິສັດນຳເຂົ້າ ນ້ຳມັນ ເຊື້ອໄຟ ອີກ 4 ບໍຣິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.