ສາມຫຼ່ຽມຄຳ ຫ້າມຜູ້ບໍ່ມີໃບອະນຸຍາດ ຂາຍເຄື່ອງໃນເຂດນີ້

ຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ອອກແຈ້ງການ ຫ້າມພໍ່ຄ້າ-ແມ່ຄ້າ ຜູ້ທີ່ບໍ່ມີໃບທະບຽນວິສາຫະກິຈ ຫຼື ໃບອະນຸຍາດເຮັດທຸຣະກິຈ ຢູ່ພາຍໃນເຂດນີ້ ນໍາເອົາເຄື່ອງຍ່ອຍ, ອາຫານ ແລະເຄື່ອງດື່ມຕ່າງໆ ຂາຍເດັດຂາດ ເພາະມີຜົລກະທົບຕໍ່ຜູ້ປະກອບການ ຂາຍເຄື່ອງ ພາຍໃນ.

ເດັກນ້ອຍຊາຍຄົນນີ້ ກຳລັງຍົກເຄື່ອງ ອອກຈາກເຮືອ ໃນເຂດຊາຍແດນ ລະຫວ່າງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ (ປະເທດໄທຍ). ວັນທີ 9 ກໍຣະກະດາ 2023. RFA

ວັນທີ 1 ສິງຫາ 2023 ຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ອອກແຈ້ງການ ເລຂທີ 440/ຄຂສພ.ບກ ຫ້າມພໍ່ຄ້າຊາວຂາຍ ຜູ້ທີ່ບໍ່ມີໃບທະບຽນວິສາຫະກິຈ ຫຼື ໃບອະນຸຍາດເຮັດທຸຣະກິຈ ຢູ່ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ນໍາເອົາເຄື່ອງເຂົ້າມາສົ່ງ ແລະຂາຍ ດ້ວຍການນໍາໃຊ້ຣົຖຈັກ, ຣົຖສາມລໍ້ ແລະຣົຖໄຟຟ້າ ໂດຍສະເພາະ ປະເພດຂາຍເຄື່ອງຍ່ອຍ, ອາຫານ ແລະເຄື່ອງດື່ມຕ່າງໆ ເພາະມີຜົລກະທົບ ຕໍ່ຜູ້ປະກອບການດໍາເນີນທຸຣະກິຈ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ.

ກ່ຽວກັບເຣື່ອງນີ້ ຜູ້ປະກອບການ ດໍາເນີນທຸຣະກິຈພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ກ່າວວ່າ ສະພາບໂຕຈິງ ຮ້ານໃນເຂດຂາຍບໍ່ໄດ້ ຍ້ອນຮ້ານນອກເຂດ ຂາຍຖືກຫຼຸດລາຄາ ແລະວ່າ ຖ້າຜູ້ໃດບໍ່ໄດ້ເຊົ່າຮ້ານຢູ່ໃນເຂດ ເຊິ່ງມີເຈົ້າຂອງເປັນຄົນຈີນ ຄິດຄ່າເຊົ່າແພງ ກໍບໍ່ສາມາດຂຶ້ນທະບຽນວິສາຫະກິຈ ຫຼືບໍ່ສາມາດຂາຍເຄື່ອງໄດ້ ຫຼື ນໍາສົ່ງເຄື່ອງໃນເຂດໄດ້.

ດັ່ງຍານາງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 4 ສິງຫາ ນີ້ວ່າ:

“ພວກທາງໃນໄດ້ຮັບຜົລກະທົບ ເພາະວ່າ ພວກທາງນອກ ຂາຍຖືກຕັດລາຄາໂພດ ແລ້ວທາງໃນຫັ້ນນ່າບໍ່ໄດ້ຂາຍ ມັນຕ້ອງມີຮ້ານຢູ່ໃນເດີ້ ຈັ່ງຂຶ້ນ (ທະບຽນວິສາຫະກິຈ) ໄດ້ນ່າ. ໂອ້ ຄ່າເຊົ່າຮ້ານກໍແພງຫັ້ນນ່າ ຮ້ານເຮົານີ້ ເດືອນນຶ່ງ 27,000 ຢວນ (3,759 ໂດລ້າຣ໌ສະຫະຣັຖ) ຮ້ານຂ້ອຍນີ້ ຮ້ານໃຫຍ່. ໂອ້ຍ ຢ່າມາເຊົ່າເຖາະ. ຄ່າເຊົ່າຢາກແພງໆ ເຂົາໃຫ້ຈ່າຍ 6 ເດືອນອີກ ຈັກຄ່າອາກອນ ຄ່າຫຍັງອີກ. ຄັນບໍ່ຮູ້ຈັກຄົນຫຼາຍຫັ້ນ ບໍ່ໄດ້ຂາຍ ບໍ່ຄຸ້ມ.”

ປະຊາຊົນ ທີ່ຮັບສົ່ງເຄື່ອງ ຢູ່ເມືອງຕົ້ນເຜິ້ງ ກ່າວວ່າ ປະເພດເຄື່ອງທີ່ຜ່ານບໍຣິສັດຂົນສົ່ງ ສາມາດໃສ່ຣົຖ ເຂົ້າໄປສົ່ງໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ໄດ້ຢູ່ ແຕ່ວ່າ ປະເພດເຄື່ອງດື່ມ, ອາຫານ ທີ່ໃສ່ຣົຖເຂົ້າໄປເລາະຂາຍຢູ່ໃນເຂດບໍ່ໄດ້ແລ້ວ ເນື່ອງຈາກດ່ານກວດຄົນ ເຂົ້າ-ອອກ ເຂດເສຖກິຈພິເສດ ມີເຈົ້າໜ້າທີ່ກວດກາ ຢ່າງເຄັ່ງຄັດ ພາຍຫຼັງທີ່ຊາວຄ້າຂາຍ ຢູ່ພາຍໃນເຂດດັ່ງກ່າວ ໄດ້ຮັບຜົລກະທົບ ຂາຍເຄື່ອງບໍ່ໄດ້.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ເຂົ້າຫ້າມ ທີ່ວ່າ ເຂົາເຈົ້າເອົາຂອງກິນ ເອົາຫຍັງເຂົ້າໄປຂາຍນ່າ ໃສ່ຣົຖໃສ່ຫຍັງເຂົ້າໄປຂາຍ ໃສ່ຣົຖສາມລໍ້ໄປ ປະເພດຂອງກິນ ປະເພດນໍ້າປົງນໍ້າປັ່ນ ກາຟອກກາເຟ ຈັ່ງຊີ້ນ່າ ເຂົາໃສ່ຣົຖເຂົ້າໄປຂາຍໃນຫັ້ນ ເຂົາຫ້າມບໍ່ໃຫ້ເອົາເຂົ້າໄປ ຄືເຄື່ອງຈັ່ງຊີ້ ເຂົາເຈົ້າເອົາໄປເລາະຂາຍຢູ່ທາງໃນຫັ້ນນ່າ ເຂົາເຈົ້າໜ້າຈະຫ້າມ ປະເພດພວກນີ້ ຄືຊິເຂົ້າບໍ່ໄດ້ ໄດ້ຍິນເຂົາກວດເຄັ່ງເດ້. ເຂົາເຈົ້າຢູ່ໃນເດ້ ຖືກຜົລກະທົບ ຢູ່ນອກເຂົາເຈົ້າຈະຂາຍຖືກວ່າ ເອົາເຂົ້າໄປຂາຍຢູ່ໃນ ຈະຂາຍຖືກກວ່າຢູ່ໃນ.”

ດ້ານຊາວໜຸ່ມອາຍຸ 19 ປີ ທີ່ອອກໂຮງຮຽນ ເພື່ອມາເຮັດວຽກ ເປັນຜູ້ຮັບຫິ້ວເຄື່ອງ ເປັນຕົ້ນ ເຄື່ອງໃຊ້ສ່ວນໂຕ, ເຄື່ອງສໍາອາງ, ອາຫານຕາມສັ່ງ ຈາກນອກເຂດເຂົ້າໄປສົ່ງ ແລະຂາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ກ່າວວ່າ ພາຍຫຼັງ ແຈ້ງການດັ່ງກ່າວ ອອກມາ ເຮັດໃຫ້ມື້ວານນີ້ ບໍ່ສາມາດຫິ້ວເຄື່ອງເຂົ້າໄປສົ່ງໃຫ້ລູກຄ້າໄດ້ເລີຍ ລາຍໄດ້ບໍ່ມີ ຍ້ອນໂຕເອງ ບໍ່ມີຮ້ານຄ້າໃນເຂດ ຂະນະທີ່ ລາຍໄດ້ຫຼັກຂອງຕົນມາຈາກວຽກຮັບຫິ້ວເຄື່ອງ ເຂົ້າໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ.

ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:

“ບໍ່ໃຫ້ຮັບຫິ້ວເຄື່ອງ ບໍ່ໃຫ້ສົ່ງເຄື່ອງໃຊ້ ຂອງກິນເຂົ້າດ່ານ ເພາະວ່າ ຄັນຢູ່ ຄັນເປີດຮ້ານຢູ່ໃນເຂດຊີ້ ຮັບຫິ້ວໄດ້ ສົ່ງໄດ້ ຄັນບໍ່ມີຮ້ານຢູ່ໃນຫັ້ນກໍສົ່ງບໍ່ໄດ້ ວ່າຊີ້. ລາຍໄດ້ມາຈາກທາງນີ້ເລີຍ ຂ້ອຍຮຽນແບບ ແບບຮຽນບໍ່ຈົບມາເຮັດວຽກນີ້ ເພາະວ່າ ມີຫຼາຍຄົນເຮັດກໍຄືໄດ້ ພໍແຕ່ມາ ເຂົາກໍອອກກົດມາແບບນີ້ເລີຍ ກໍຄືບໍ່ຮູ້ຊິເຮັດແນວໃດ.”

ແມ່ຄ້າຂາຍອາຫານຕາມສັ່ງ ຢູ່ນອກເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່າວວ່າ ຢູ່ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ມີຮ້ານຂາຍອາຫານຕາມສັ່ງ ຈໍານວນຫຼາຍ ແຕ່ລູກຄ້າພາຍໃນເຂດ ກໍຈະນິຍົມສັ່ງອາຫານນອກເຂດມາກິນ ຍ້ອນລາຄາຖືກກວ່າ ປັດຈຸບັນ ຣາຍໄດ້ທີ່ໄດ້ຈາກການສົ່ງເຝີ ນຶ່ງຖ້ວຍ ຢູ່ໃນເຂດ ຕົກຖ້ວຍລະ 25 ຢວນ ບໍ່ໄດ້ແລ້ວ ເຊິ່ງຈໍາເປັນຕ້ອງ ປະຕິບັດຕາມແຈ້ງການ ຂອງຄະນະຄຸ້ມຄອງໃນເຂດເສຖກິຈ ພິເສດ.

ດັ່ງນາງກ່າວໃນມື້ດຽວກັນນີ້ວ່າ:

“ຂາຍຢູ່ ແຕ່ພວກເຝີເຂົ້າປຽກ ເຂົ້າຊອຍ ຊ່ວງນີ້ມັນເຂົ້າຍາກນ່າ ເຂົ້າດ່ານນ່າ ເຂົາເຈົ້າບໍ່ໃຫ້ເຂົ້າດ່ານ ເຂົາເຈົ້າຢາກໃຫ້ຜູ້ຢູ່ທາງໃນຂາຍ ເຂົາເຈົ້າບໍ່ໃຫ້ທາງນອກຂາຍເຂົ້າໄປໃນ ເຮົາກໍບໍ່ໄດ້ຂາຍ ກໍຫາກຫຼາຍເດ້ ມັນຫຼາຍຮ້ານ ຫຼາຍຮ້ານ ເຂົາເຈົ້າກໍໄປຊື້ຢູ່ນອກ ເຂົາຢູ່ໃນ ເຂົາເຈົ້າຊິຂາຍ ເຂົາເລີຍບໍ່ໃຫ້ຈຸທາງນອກເຂົ້າໄປຂາຍ.”

ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ວັນທີ 11 ກໍຣະກະດາ 2023. ຮູບພາບໂດຍ: RFA

ສ່ວນຜູ້ຮັບຫິ້ວເຄື່ອງ ຈາກນອກເຂດເຂົ້າໄປສົ່ງ ແລະຂາຍ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເປັນລາຍໄດ້ເສີມ ຈະບໍ່ໄດ້ຮັບຜົລກະທົບ ຈາກແຈ້ງການດັ່ງກ່າວຫຼາຍ ຄືຜູ້ຮັບຫິ້ວເຄື່ອງເປັນລາຍໄດ້ຫຼັກ ແລະຢືນຢັນວ່າ ປັດຈຸບັນ ພໍ່ຄ້າຊາວຂາຍ ບໍ່ສາມາດຝາກເຄື່ອງປະເພດເຄື່ອງຍ່ອຍ ເຂົ້າໄປໃນເຂດໄດ້ແລ້ວ ເວັ້ນແຕ່ວ່າ ເປັນປະເພດເຄື່ອງຂອງບໍຣິສັດ ມີໃບວິສາຫະກິຈຄັກແນ່.

ດັ່ງຜູ້ຮັບຫິ້ວເຄື່ອງ ເປັນລາຍໄດ້ເສີມ ກ່າວໃນມື້ດຽວກັນນີ້ວ່າ:

“ຕ່າງແຕ່ວ່າ ຊິເອົາເຄື່ອງຍ່ອຍໃຫ້ເຂົາ ເຂົາບໍ່ໃຫ້ເອົາເຂົ້າ ແຕ່ວ່າ ເຄື່ອງບໍຣິສັດນີ້ ເອົາເຂົ້າໄດ້ຢູ່ ເຂົາເຈົ້າມີໃບ ເຂົາເຈົ້າເຂົ້າໄດ້ (ເຮົາ) ບໍ່ກະທົບປານໃດ ເພາະວ່າ ເຮົາບໍ່ໄດ້ເຮັດເອົາແທ້ເອົາວ່າຫັ້ນນ່າ ແຕ່ວ່າ ຜູ້ເຮັດຫັ້ນ ໜ້າຈະໄດ້ຮັບຜົລກະທົບ.”

ເຖິງຢ່າງໃດກໍຕາມ ແຈ້ງການດັ່ງກ່າວ ຍັງໄດ້ລະບຸວ່າ ໃນກໍຣະນີ ບັນດາພໍ່ຄ້າຊາວຂາຍຝ່າຝືນ ຖ້າຫາກເຈົ້າໜ້າທີ່ກ່ຽວຂ້ອງ ພົບເຫັນ ຈະປະຕິບັດຕາມລະບຽບການ ແລະກົດໝາຍທີ່ວາງອອກຢ່າງເຂັ້ມງວດ.

ນອກນັ້ນ ແຫຼ່ງຂໍ້ມູນຂ່າວສານເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ຍັງໄດ້ລະບຸວ່າ ປ່ອງບໍຣິການ ເບີ 7 ແລະ ເບີ 8 ຢູ່ໃນເຂດ ເປັນບ່ອນຍື່ນຂໍໃບທະບຽນ ວິສາຫະກິຈ. ທ່ານໃດ ທີ່ຈະເຂົ້າມາເປີດຮ້ານ ແລະດໍາເນີນທຸຣະກິຈ ຢູ່ໃນເຂດ ຕ້ອງມາຂຶ້ນທະບຽນກິຈການກ່ອນ ແລະຍັງເປັນບ່ອນໃຫ້ຂໍ້ມູນ ກ່ຽວກັບການຈົດທະບຽນ ວິສາຫະກິຈຕ່າງໆ ອີກດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org