ຂີ້ຝຸ່ນໃນແກ້ວເບັຽລາວ
2019.10.07
ຜແນກອຸດສາຫະກັມ ແລະ ການຄ້າ ແຂວງອັດຕະປື ກວດພົບເຫັນສິ່ງເຈືອປົນ ໃນຜລິຕພັນເບັຽລາວຂນາດ 640 ມລ ທີ່ຍັງບໍ່ທັນເປີດຝາ ຂອງໂຮງງານເບັຽລາວ ສາຂາແຂວງຈຳປາສັກ ໃນມື້ວັນທີ 23 ກັນຍາ ທີ່ຜ່ານມາ.
ປະຈຸບັນ, ຍັງລໍຖ້າການຊີ້ແຈງ ຢ່າງເປັນທາງການ ຈາກບໍຣິສັດເບັຽລາວ, ຕາມຄວາມເວົ້າຂອງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ແຂວງອັຕປື ທີ່ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ຕຸລາ ນີ້ວ່າ:
“ປະມານ 2 ອາທິດ ເພາະວ່າໄດ້ລົມກັບໂຕແທນ ກັບສາທາຣະນະສຸຂ ແມ່ນມີແຕ່ເປັນ (ໂຕແທນ) ມາລົມຊື່ໆ.”
ເຈົ້າໜ້າທີ່ທ່ານນີ້ເວົ້າຕື່ມວ່າ ສິ່ງເຈືອປົນທີ່ພົບເຫັນພາຍໃນແກ້ວເບັຽ ດັ່ງກ່າວນັ້ນ ມີລັກສນະເປັນຂີ້ຝຸ່ນຂນາດນ້ອຍ ໄດ້ຮັບການຢືນຢັນ ຈາກ ເຈົ້າໜ້າທີ່ຂແນງອາຫານ ແລະ ຢາ, ຜແນກສາທາຣະນະສຸຂ ແຂວງອັຕປື. ປະຈຸບັນ, ແກ້ວເບັຽທີ່ກວດພົບສິ່ງ ເຈືອປົນ ແມ່ນຖືກຮັກສາໄວ້ ຢູ່ນຳໜ່ວຍງານກວດກາການຄ້າ, ທີ່ຜແນກອຸດສາຫະກັມ ແລະ ການຄ້າແຂວງອັຕປື.
ເຖິງແມ່ນວ່າຈະກວດພົບເຫັນສິ່ງເຈືອປົນ ໃນແກ້ວເບັຽລາວ, ແຕ່ທາງການແຂວງອັດຕະປື ກໍບໍ່ໄດ້ມີການແຈ້ງການ ໃຫ້ຜູ້ບໍຣິໂພຄຢຸດການ ຊື້-ຂາຍເບັຽລາວ ແຕ່ຢ່າງໃດ. ໃນຂນະດຽວກັນ, ເຈົ້າໜ້າທີ່ບໍຣິສັດເບັຽລາວ ທີ່ສຳນັກງານໃຫຍ່ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ຂໍສະຫຼຸບວ່າ ມີການພົບເຫັນສິ່ງເຈືອປົນ ໃນແກ້ວເບັຽລາວດັ່ງກ່າວ. ປະຈຸບັນ, ໄດ້ມອບໃຫ້ເຈົ້າໜ້ທີ່ ຝ່າຍວິໃຈ ປະຈຳໂຮງງານເບັຽລາວ ສາຂາແຂວງຈຳປາສັກ ເລັ່ງດຳເນີນການ ກວດກາແລ້ວ, ແຕ່ຍັງບໍ່ທັນມີຜົລສະຫຼຸບເທື່ອ.
“ຍັງເທື່ອນ່າ ມີແຕ່ເພິ່ນແຈ້ງຂ່າວອອກໄປທາງເພຈ ຂອງເບັຽລາວ, ແຕ່ວ່າເພິ່ນຍັງບໍ່ທັນ ແຈ້ງອອກເປັນຖແລງການ ແຕ່ຕອນນີ້ເພິ່ນກຳລັງ ໃຫ້ທາງໂຮງງານ ຈຳປາສັກ ເພິ່ນກວດສອບຢູ່, ແຕ່ວ່າຍັງບໍ່ທັນອອກຖແລງການ ເປັນທາງການເທື່ອ.”
ຢ່າງໃດກໍຕາມ, ບໍຣິສັດເບັຽລາວ ໄດ້ອອກຖແລງການຜ່ານເຟສບຸກ ແຟນເພຈເບັຽລາວ ໃນມື້ວັນທີ 6 ຕຸລາ 2019 ນີ້, ໂດຍໄດ້ຣະບຸວ່າ ພາຍຫຼັງມີຂ່າວ ທີ່ຖືກເຜີຍແຜ່ຜ່ານສື່ສັງຄົມ ອອນລາຍ ກ່ຽວກັບການພົບເຫັນຂີ້ຝຸ່ນ ໃນແກ້ວເບັຽລາວ ຂນາດ 640 ມລ ທີ່ບໍ່ທັນໄດ້ເປີດຝາ ຈຳຈຳນວນ 1 ແກ້ວ ຂອງຜູ້ບໍຣິໂພຄ ຢູ່ແຂວງອັຕປື.