ຣົຖໄຟລາວ-ຈີນ ຍັງບໍ່ຮັບສົ່ງສິນຄ້າ ກະເສຕບາງປະເພດ
ສິນຄ້າກະເສຕ ເປັນຕົ້ນ ໝາກກ້ວຍ ແລະໝາກໂມ ຂອງນັກລົງທຶນຈີນ ຍັງບໍ່ສາມາດສົ່ງໄປຈີນ ໂດຍຜ່ານທາງຣົຖໄຟ ລາວ-ຈີນ ໄດ້ເທື່ອ ເນື່ອງຈາກບໍຣິສັດທາງຣົຖໄຟ ລາວ-ຈີນ ຢ້ານວ່າ ສິນຄ້າດັ່ງກ່າວ ອາຈເໜົ່າເສັຍໄດ້ງ່າຍ ຍ້ອນຕູ້ຄອນເທັນເນີ້ຣ໌ (Container) ຂອງຣົຖໄຟ ລາວ-ຈີນ ຂ້ອນຂ້າງມີຄວາມຮ້ອນສູງ.
-
ສຸພັດຕາ
2022-04-06 -
-
-
Your browser doesn’t support HTML5 audio
ມາຮອດປັດຈຸບັນ ສວນກ້ວຍ ແລະສວນໝາກໂມ ຂອງນັກລົງທຶນຈີນ ຫຼາຍແຫ່ງໃນລາວ ຍັງບໍ່ສາມາດສົ່ງຜົລຜລິດໄປຈີນ ໂດຍຜ່ານທາງຣົຖໄຟລາວ-ຈີນ ໄດ້ເທື່ອ ມີແຕ່ຍັງຂົນສົ່ງດ້ວຍຣົຖບັນທຸກ ຜ່ານທາງດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ເພື່ອອອກໄປດ່ານບໍ່ຫານຂອງຈີນໄດ້ ເນື່ອງຈາກບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ຍັງບໍ່ເປີດຮັບການຂົນສົ່ງສິນຄ້າປະເພດການກະເສຕ ຜ່ານທາງຣົຖໄຟລາວ-ຈີນເທື່ອ ເນື່ອງຈາກໃນຕູ້ຄອນເທັນເນີ້ຣ໌ (Container) ຂອງຣົຖໄຟລາວ-ຈີນ ຂ້ອນຂ້າງມີຄວາມຮ້ອນຫຼາຍ ອາຈເຮັດໃຫ້ສິນຄ້າປະເພດດັ່ງກ່າວ ເໜົ່າເສັຍໄດ້.
ດັ່ງພະນັກງານສວນກ້ວຍຈີນ ແຫ່ງນຶ່ງ ຢູ່ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ເມສາ ນີ້ວ່າ:
“ຢູ່ບໍຣິຄໍາໄຊ ໄປຫຼາຍລະຫວາ ກະ 3 ຄັນ 4 ຄັນ ບາງເທື່ອກະ ມາຮັບເອົາກ້ວຍຫັ້ນ ອອກໄປທາງບໍ່ເຕັນໄປຈີນ.”
ໃນຂະນະທີ່ ພະນັກງານທີ່ເຮັດວຽກຢູ່ສວນກ້ວຍຈີນ ອີກແຫ່ງນຶ່ງ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ກໍກ່າວວ່າ ທາງເຖົ້າແກ່ ໄດ້ສົ່ງໝາກກ້ວຍໄປຈີນຢູ່ທຸກມື້ ໂດຍຈ້າງຣົຖບົນທຸກ ໃຫ້ຂົນສົ່ງໄປທາງດ່ານຊາຍແດນລາວ-ຈີນ ເນື່ອງຈາກບໍ່ສາມາດ ສົ່ງໝາກກ້ວຍຜ່ານທາງຣົຖໄຟລາວ-ຈີນ ໄດ້ເທື່ອ.
ດັ່ງທ່ານກ່າວວ່າ:
“ເອີ່ ດຽວນີ້ກະຢູ່ແຖວເມືອງຫິນເຫີບນີ້ ເອີ່ກະສົ່ງໃດ໋ ການສົ່ງນີ້ ບໍ່ຮູ້ເດີ້ ສົ່ງໄປທາງໃດ ຮູ້ແຕ່ວ່າ ກະເຮັດທຸກມື້.”
ສ່ວນທາງດ້ານ ສວນໝາກໂມ ຂອງນັກລົງທຶນຈີນ ໃນຫຼາຍແຂວງ ທີ່ຂົນສົ່ງໝາກໂມໄປຈີນ ໃນຫວ່າງຕົ້ນປີ 2022 ນີ້ ກໍຍັງອາສັຍການຂົນສົ່ງ ດ້ວຍຣົຖບັນທຸກ ຜ່ານດ່ານສາກົລບໍ່ເຕັນ-ບໍ່ຫານ ເຊິ່ງໃຊ້ເວລາປະມານ 1 ສັປດາ ໝາກໂມຈຶ່ງຈະຖືກຂົນສົ່ງ ຂ້າມໄປຍັງເບື້ອງຈີນ ເຊິ່ງສວນໝາກໂມຫຼາຍແຫ່ງ ມີແຜນຈະສົ່ງໄປຈີນອີກເທື່ອນຶ່ງ ປະມານເດືອນກໍຣະກະດາ ປີນີ້ເປັນຕົ້ນໄປ.
ດັ່ງຄົນງານຢູ່ສວນໝາກໂມຈີນ ແຫ່ງນຶ່ງ ໃນແຂວງໄຊຍະບູຣີ ກ່າວວ່າ:
“ມີແຕ່ເດືອນ 7 ເດືຶອນ 8 ເດືອນ 9 ສົ່ງໄປທາງຈີນເຈົ້າ ໄປທາງບໍ່ເຕັນ ກະດົນພໍສົມຄວນເນາະ ບາງເທື່ອກໍອາທິດ ອັນນີ້ກໍບໍ່ຮູ້ຂໍ້ມູນ ຈະແຈ້ງເດີ້ເຈົ້າ.”
ໃນຂະນະດຽວກັນ ພະນັກງານຢູ່ສວນໝາກໂມ ຂອງນັກລົງທຶນຈີນ ອີກແຫ່ງນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ໃນໄລຍະຜ່ານມາ ການຂົນສົ່ງໝາກໂມ ຈາກລາວໄປຈີນ ຍັງຕ້ອງຂົນສົ່ງຜ່ານຣົຖບັນທຸກເປັນຫຼັກ ຍ້ອນຣົຖໄຟລາວ-ຈີນ ຍັງບໍ່ອະນຸຍາດໃຫ້ຂົນສົ່ງໝາກໂມເທື່ອ ເນື່ອງຈາກຢ້ານວ່າ ໝາກໂມອາຈເໜົ່າເສັຍ ໃນລະຫວ່າງການຂົນສົ່ງດ້ວຍຣົຖໄຟ ເນື່ອງຈາກໃນຕູ້ຄອນເທັນເນີ້ ຂອງຣົຖໄຟລາວ-ຈີນ ຂ້ອນຂ້າງມີຄວາມຮ້ອນຫຼາຍ.
ດັ່ງຍານາງກ່າວວ່າ:
“ຣົຖໄຟ ບໍ່ໄດ້ອະນຸມັດໃຫ້ຂຶ້ນ ບໍ່ສາມາດທີ່ຈະຢູ່ຕູ້ຄອນເທັນເນີ້ຣ໌ໄດ້ຫັ້ນນ່າ ຄັນຖ້າມັນຢູ່ໃນຕູ້ຄອນເທັນເນີ້ຣ໌ ແລ້ວມັນຈະບໍ່ດີ ສົ່ງທາງອັນນີ້ຢ່າງດຽວ ທາງບໍ່ເຕັນ ແລ້ວແຕ່ດ່ານເນາະ ບາງເທື່ອກະຍາກ ບາງເທື່ອກະງ່າຍ.”
ທາງດ້ານເຈົ້າໜ້າທີ່ ຂແນງການຂົນສົ່ງສິນຄ້າ ຂາເຂົ້າ-ຂາອອກ ກ່າວວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງຫາລືກັນ ກັບບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ເພື່ອໃຫ້ສາມາດສົ່ງສິນຄ້າການກະເສຕ ເປັນຕົ້ນ ໝາກໄມ້ ຈາກລາວໄປຈີນ ໂດຍຜ່ານທາງຣົຖໄຟລາວ-ຈີນໄດ້ ແຕ່ກໍບໍ່ທັນມີຄວາມຄືບໜ້າ ວ່າຈະເຣີ່ມເຮັດໄດ້ໃນເມື່ອໃດ.
ດັ່ງຍານາງກ່າວວ່າ:
“ໝາກໄມ້ນີ້ ບໍ່ມີເທື່ອຕິ ໄດ້ຍິນວ່າມີແຕ່ ຢາງພາຣາ ກັບອັນແຮ່ເຫຼັກນ່າ ເຂົາກະໄປເດ້ ໝາກໄມ້ນີ້ ບໍ່ຮູ້.”
ຢ່າງໃດກໍຕາມ ໃນວັນທີ່ 27 ມິນາ ທີ່ຜ່ານມານີ້ ຂບວນຣົຖໄຟ ຢູ່ສະຖານີ ມາບຕາພຸດ ແຂວງຣະຍອງທາງພາກກາງ ຂອງໄທຍ ກໍໄດ້ເຣີ່ມສົ່ງໝາກທຸລຽນ ຈໍານວນ 2 ຕູ້ຄອນເທັນເນີ້ຣ໌ ແລະໝາກພ້າວ ອີກ 1 ຕູ້ຄອນເທັນເນີ້ຣ໌ ໄປຍັງປະເທດຈີນ ໂດຍຜ່ານເສັ້ນທາງຣົຖໄຟລາວ-ຈີນ ອີງຕາມສັນຍາ ລະຫວ່າງໄທຍ-ຈີນ ແລະກໍມີແຜນຈະສົ່ງໝາກໄມ້ ປະເພດດັ່ງກ່າວ ຜ່ານທາງຣົຖໄຟລາວ-ຈີນຕື່ມອີກ ໃນມໍ່ໆນີ້ ເຊິ່ງການຂົນສົ່ງ ຈາກສະຖານີມາບຕາພຸດ ໄປຮອດດ່ານຊາຍແດນລາວ-ໄທຍ ຂ້າມຂົວມິຕພາບລາວ-ໄທຍ ແຫ່ງທີ່ 1 ໃຊ້ເວລາປະມານ 9-10 ຊົ່ວໂມງ.
ດັ່ງເຈົ້າໜ້າທີ່ ປະຈໍາສະຖານນີຣົຖໄຟ ມາບຕາພຸດ ກ່າວວ່າ:
“ມີທົດລອງຂົນສົ່ງ ແຕ່ຂບວນທໍາອິດ ແຕ່ຍັງບໍ່ທັນມີຂບວນຕໍ່ໄປເທື່ອ ແຕ່ທາງບໍຣິສັດເຂົາບອກວ່າ ຈະມີເພີ່ມອີກ ຣົົຖໄຟແລ່ນເຖິງດ່ານຊາຍແດນລາວ-ໄທຍ ກໍປະມານ 9 ຫາ 10 ຊົ່ວໂມງ.”
ສ່ວນຜູ້ປະກອບການ ສວນທຸລຽນແຫ່ງນຶ່ງ ຢູ່ພາກກາງຂອງໄທຍ ທີ່ສົ່ງອອກໝາກທຸລຽນໄປຈີນນັ້ນກ່າວວ່າ ທາງສວນຂອງຕົນ ກໍສົ່ງທຸລຽນໄປຈີນເລື້ອຍໆ ໃນໄລຍະນີ້ ແຕ່ບໍ່ຮູ້ວ່າ ຖືກສົ່ງໄປທາງຣົຖໄຟລາວ-ຈີນ ຫຼືບໍ່ ຍ້ອນມີພໍ່ຄ້າຄົນກາງ ມາຮັບຊື້ໝາກທຸລຽນ ຢູ່ພາຍໃນສວນເອງໂດຍຕຣົງ ແລະເຂົາເຈົ້າ ກໍຈະຫາວິທີສົ່ງໄປຍັງປະເທດຈີນ ອີກເທື່ອນຶ່ງ:
“ສົ່ງທາງພໍ່ຄ້າຄົນກາງ ເຂົາກໍຈະສົ່ງໄປຈີນເອງ ສ່ວນປີກາຍ ທີ່ສົ່ງໝາກທຸລຽນໄປຈີນ ກໍປະມານ 30 ຫາ 40 ຕັນ (Tons) ສ່ວນທີ່ເຫຼືອ ແມ່ນສົ່ງຂາຍຕລາດພາຍໃນປະເທດໄທຍ.”
ໃນຂະນະທີ່ ສໍານັກຂ່າວຊິນຫົວ (ປະເທດຈີນ) ຣາຍງານໃນວັນທີ່ 5 ເມສາ 2022 ນີ້ວ່າ ນັບແຕ່ເປີດນໍາໃຊ້ຣົຖໄຟລາວ-ຈີນ ຕັ້ງແຕ່ເດືອນທັນວາ ປີ 2021 ມາຮອດວັນທີ່ 3 ເດືອນເມສາ 2022 ທາງຣົຖໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າຂ້າມຊາຍແດນລາວ-ຈີນ ທັງໝົດ 487 ຖ້ຽວ ນໍ້າໜັກຮວມທັງໝົດ 310,000 ຕັນ (Tons) ໂດຍປະກອບມີ ຜລິດຕະພັນຫຼາຍກວ່າ 100 ຊະນິດ ເປັນຕົ້ນ: ຢາງ, ປຸ໋ຍ, ຣົຖຍົນ ແລະດອກໄມ້.