ຊາວລາວບໍ່ແຈບໃຈ ນະໂຍບາຍ ຫຼຸດຄ່ານໍ້າຄ່າໄຟ

ຈໍາປາທອງ
2021.04.30
ຊາວລາວບໍ່ແຈບໃຈ ນະໂຍບາຍ ຫຼຸດຄ່ານໍ້າຄ່າໄຟ ວັນທີ 26 ເມສາ 2021, ຣັຖວິສາຫະກິດໄຟຟ້າລາວ ສເນີໄປຍັງຣັຖບາລລາວ ເພື່ອຂໍໃຫ້ ພິຈາຣະນາ ຊ່ອຍເຫລືອ ປະຊາຊົນ.
ນັກຂ່າວພົລເມືອງ

ປະຊາຊົນລາວຫຼາຍຄົນ ທີ່ປະສົບກັບບັນຫາຣາຍໄດ້ຫຼຸດລົງ ໃນໄລຍະການແຜ່ຣະບາດຂອງໂຄວິດ-19 ຍັງບໍ່ພໍໃຈ ນໍານະໂຍບາຍ ຂອງຣັຖວິສາຫະກິດໄຟຟ້າລາວ ທີ່ສເນີຕໍ່ຣັຖບາລ ໃຫ້ຫລຸດຄ່າໄຟຟ້າລົງ 3% ເພື່ອເປັນການຫລຸດຜ່ອນຣາຍຈ່າຍ ຂອງປະຊາຊົນ ຊຶ່ງຫຼາຍຄົນເຫັນວ່າ ການຫລຸດຄ່າໄຟຟ້າ ພຽງແຕ່ 3% ເທົ່ານັ້ນ ແມ່ນເກືອບຈະບໍ່ແຕກຕ່າງຫຍັງເລີຍ ກັບຄ່າໄຟຟ້າປົກກະຕິຢູ່ນີ້ ດີແທ້ຢາກໃຫ້ຫລຸດລົງຫຼາຍກວ່ານັ້ນ ດັ່ງຊາວລາວນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ເມສາ 2021 ນີ້ວ່າ:

“ເພິ່ນວ່າສິຜ່ອນຫລຸດໃຫ້ 3% ວ່າຊັ້ນ ກໍຢາກໃຫ້ຫລຸດຜ່ອນຫຼາຍກວ່ານັ້ນແຫຼະ ພວກເຮົາມີຜົລກະທົບເດ໋ນໍ໋ ມັນກະຂາດຣາຍໄດ້ທັງ ທຸຣະກິດເຮົານະ ຄ່າໄຟຟ້າຍັງຄືເກົ່າ ເພິ່ນວ່າສິຫຼຸດ ລົງເດືອນ 4 ນີ້ ເບິ່ງກ່ອນຕົວຈິງ ຄັນວ່າທາງການຈະຫຼຸດຄ່າໄຟຟ້າ ໃຫ້ພຽງແຕ່ 3% ເຮົາກໍຄິດວ່າບໍ່ແຕກຕ່າງຫຍັງ ກັບຣາຄາຄ່າໄຟ້າໃນປັດຈຸບັນ ດີແທ້ຄວນຫລຸດໃຫ້ຕັ້ງແຕ່ 20% ຂຶ້ນໄປຈຶ່ງຈະເປັນການຊ່ອຍເຫຼືອ ປະຊາຊົນ ຜູ້ເດືອດຮ້ອນຢ່າງແທ້ຈິງ.”

ນາງກ່າວຕື່ມວ່າ ນັບຕັ້ງແຕ່ຕົ້ນປີ 2021 ມາເຖິງປັດຈຸບັນ ຊຶ່ງເປັນໄລຍະປິດເມືອງ ປິດແຂວງນັ້ນ ສະພາບເສຖກິດໃນຄອບຄົວຂອງ ຕົນບໍ່ດີຂຶ້ນເລີຍ ໃນຂນະທີ່ມີແນວໃຊ້ຈ່າຍ ຫຼາຍຢ່າງ. ດັ່ງນັ້ນ ຫາກທາງການມີນະໂຍບາຍ ຫລຸດຄ່າໄຟຟ້າລົງ ກໍຂໍໃຫ້ຫລຸດລົງແບບ ສົມເຫດສົມຜົລ ທີ່ເປັນປະໂຫຍດຕໍ່ຜູ້ ທີ່ມີຣາຍໄດ້ໜ້ອຍ. ໃນຂນະດຽວກັນຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ຢູ່ນະຄອນຫຼວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນທາງການຈະຫລຸດຄ່າໄຟຟ້າ ໃຫ້ພຽງ 3% ຕົນຄິດວ່າ ຈະບໍ່ແຕກຕ່າງກັນ ຫຍັງກັບຄ່າໄຟຟ້າ ໃນປັດຈຸບັນ, ດີແທ້ຄວນຫລຸດໃຫ້ ຕັ້ງແຕ່ 20% ຂຶ້ນໄປ ຈຶ່ງຈະເປັນການຊ່ອຍເຫລືອ ປະຊາຊົນຜູ້ເດືອດຮ້ອນຢ່າງແທ້ຈິງ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ຣັຖວິສາຫະກິດໄຟຟ້າລາວ ເພື່ອຂໍຮູ້ຣາຍລະອຽດ ຂອງການສເນີນະໂຍບາຍ ຫລຸດຄ່າໄຟຟ້າ ທີ່ວ່ານັ້ນ, ໄດ້ຮັບຄໍາຕອບຈາກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງວ່າ ແຈ້ງການກ່ຽວກັບການສເນີ ນະໂຍບາຍຫລຸດຄ່າໄຟຟ້າ ທີ່ຖືກເຜີຍແຜ່ ທາງສື່ສັງຄົມອອນລາຍນັ້ນ ຍັງບໍ່ທັນເປັນທາງການເທື່ອ, ຕ້ອງໄດ້ລໍຖ້າແຈ້ງການ ຂອງ ຣັຖບາລກ່ອນ ແລ້ວທາງ ຣັຖວິສາຫະກິດໄຟຟ້າລາວ ຈຶ່ງຈະອອກແຈ້ງການຕື່ມ ດັ່ງທີ່ນາງກ່າວວ່າ:

“ຖ້າຟັງເບິ່ງແຈ້ງການຂອງຣັຖບານ ກ່ອນເນາະ ແມ່ນແລ້ວຍັງບໍ່ທັນເປັນທາງການເທື່ອ ເຫັນຢູ່ທາງເຟສບຸກເນາະ ແຕ່ບໍ່ທັນໄດ້ເຫັນ ຂອງໄຟຟ້າເຮົາ.”

ອີງຕາມເອກສານ ຂອງຣັຖວິສາຫະກິດໄຟຟ້າລາວ ວັນທີ 26 ເມສາ 2021, ຣັຖວິສາຫະກິດໄຟຟ້າລາວ ສເນີໄປຍັງຣັຖບາລລາວ ເພື່ອຂໍໃຫ້ພິຈາຣະນາ ຊ່ອຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກມາຕການປິດເມືອງ ປິດແຂວງ ຢູ່ຫຼາຍແຂວງໃນທົ່ວປະເທດ ໂດຍສເນີໃຫ້ຫລຸດຄ່າໄຟຟ້າ ສະເພາະພາກທີ່ຢູ່ອາສັຍ 3% ຂອງມູນຄ່າໃນໃບບິນ ແລະຂໍຈັດຕັ້ງປະຕິບັດ ຕັ້ງແຕ່ເດືອນພຶສພາ ເຖິງ ເດືອນກໍຣະກະດາ 2021 ນີ້ ຄືທັງໝົດ 3 ເດືອນ.

ແລະຫລັງຈາກເຫັນແຈ້ງການຂອງຫ້ອງການ ກະຊວງໂຍທາທິການ ແລະຂົນສົ່ງ ວັນທີ 29 ເມສາ 2021 ເຣື່ອງການຄົ້ນຄວ້າ ຜ່ອນຜັນ ເວລາແລະເລື່ອນເວລາ ຂອງການຊໍາຮະ ຄ່ານໍ້າປະປາ ຂອງຜູ້ຊົມໃຊ້ ນໍ້າປະປາ ປະເພດຄົວເຮືອນ ແລະນອກຄົວເຮືອນ ໃນໄລຍະການຣະບາດ ຂອງໂຄວິດ-19 ໃນປີ 2021 ທີ່ຈະມີນະໂຍບາຍ ຫລຸດຄ່ານໍ້າປະປາ 5% ເປັນເວລາ 3 ເດືອນ ຕັ້ງແຕ່ ເດືອນພຶສພາ ເຖິງ ເດືອນກໍຣະກະດາ 2021 ນັ້ນແລ້ວປະຊາຊົນລາວ ຈໍານວນນຶ່ງກໍຮູ້ສຶກບໍ່ພໍໃຈ ຍ້ອນເຫັນວ່າ ພາກສ່ວນທາງການ ທີ່ກ່ຽວຂ້ອງຫລຸດຄ່າ ນໍ້າປະປາລົງໜ້ອຍ ແລະວ່າຄວນຫລຸດລົງຫລາຍກວ່ານັ້ນ ເພາະໃນໄລຍະນີ້ ຊາວບ້ານຫຼາຍຄົນເກືອບບໍໍ່ມີຣາຍ ໄດ້, ດັ່ງຊາວບ້ານທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ເມສາ ນີ້ວ່າ:

“ເອີ ຢາກຫລຸດຫລາຍໄດ້ກະແຮງດີຫັ້ນແຫລະ ເຣື່ອງຣາຍໄດ້ນີ໋ກະຊ່ວງນີ້ ກະບໍ່ໄດ້ເຮັດວຽກ ນໍ້າປະປາຢູ່ເຮືອນ ເດືອນນຶ່ງກະສິ ປະມານ ແສນປາຍ ປະມານ 500 ບາດ.”

ແຕ່ຜູ້ປະກອບການບ້ານພັກ ແຫ່ງນຶ່ງຢູ່ແຂວງສວັນນະເຂດ ເວົ້າວ່າ ຖ້າວ່າທາງການ ເພິ່ນມີນະໂຍບາຍ ຫລຸດຄ່ານໍ້າປະປາ ແລະ ເລື່ອນເວລາຊໍາຮະ ຄ່ານໍ້າປະປາ ແຕ່ເດືອນພຶສພາ ຮອດເດືອນກໍຣະກະດາໃຫ້, ຕົນກໍຮູ້ສຶກດີໃຈ ແລະຖ້າຫາກຫລຸດຫລາຍກວ່າ 5% ກໍຈະເປັນການດີຂຶ້ນ ຍ້ອນໃນໄລຍະນີ້ປະສົບ ກັບບັນຫາລູກຄ້າມາເຊົ່າໜ້ອຍ ດັ່ງທີ່ທ່ານກ່າວວ່າ:

“ຫລຸດໃຫ້ກະດີຫວະ ຂອບໃຈເນາະຫລຸດໃຫ້ ໂອ໋ຣາຍໄດ້ສະເພາະຊ່ວງນີ້ ບໍ່ໄດ້ ໜ້ອຍລົງໆ ລູກຄ້າໜ້ອຍ ນໍ້າປະປາເສັຽປົກຕິ.”

ເຈົ້າໜ້າທີ່ຣັຖວິສາຫະກິດ ນໍ້າປະປາ ນາງນຶ່ງເວົ້າວ່າ ກ່ຽວກັບການປະຕິບັດ ນະໂຍບາຍຫລຸດຄ່ານໍ້າປະປາ ນັ້ນມາຮອດປັດຈຸບັນ ກໍຍັງບໍ່ທັນຮູ້ເທື່ອວ່າ ຈະໄດ້ຈັດຕັ້ງປະຕິບັດ ໃນພາກຕົວຈິງເມື່ອໃດ, ແຕ່ກໍຄາດວ່າ ມີແຈ້ງການອອກມາ ຢ່າງເປັນທາງການ ໃນ ຕົ້ນເດືອນໜ້າ ດັ່ງທີ່ນາງກ່າວວ່າ:

“ກະຍັງບໍ່ຮູ້ເທື່ອເນາະ ເພາະວ່າຕ້ອງຖ້າເພິ່ນແຈ້ງການ ລົງມາກ່ອນຫັ້ນນ່າ ຕ້ອງເປັນອາທິດໜ້າພຸ້ນແຫຼະ ໜັງສືເຊັນອໍານວຍການ ຈຶ່ງລົງມາຫັ້ນນະ ຖ້າຟັງເບິ່ງນໍາກັນແຫລະ.”

ໃນແຈ້ງການຂອງຫ້ອງການ ກະຊວງໂຍທາທິການແລະຂົນສົ່ງສະບັບດັ່ງກ່າວ ມີ 3 ນະໂຍບາຍເພື່ອເປັນທາງອອກ ຄື:

1.ເລື່ອນເວລາ ໃນການຊໍາຮະເງິນ ຄ່າໃຊ້ນໍ້າປະປາ ຂອງເດືອນ 5, ເດືອນ 6 ແລະ ເດືອນ 7 ປີ 2021 ໃຫ້ໄປຊໍາຮະໃນເດືອນ 8, ເດືອນ 9 ແລະເດືອນ 10 ປີ 2021 ພ້ອມກັບການ ຍົກເລີກ ຣະບຽບ ມາຕການວ່າດ້ວຍການຕັດນໍ້າ ສໍາລັບລູກຄ້າທີ່ມີໜີ້ເກີນ 90 ວັນ ແລະຍົກເລີກການຈັດເກັບ ອາກອນມູນຄ່າເພີ່ມ 10% ຕາມກົດໝາຍອາກອນ ມູລຄ່າເພີ່ມ.

2. ຫລຸດຣາຄາຄ່າຊົມໃຊ້ນໍ້າໃນເດືອນ 5, ເດືອນ 6 ແລະເດືອນ 7 ປີ 2021 ລົງ 5% ແລະຍົກເລີກການຈັດເເກັບອາກອນມູນຄ່າ ເພີ່ມ 10% ຕາມກົດໝາຍອາກອນມູນຄ່າເພີ່ມ.

ແລະ 3. ຫລຸດຣາຄາຄ່າຊົມໃຊ້ນໍ້າ ໃນເດືອນ 5, ເດືອນ 6 ແລະເດືອນ 7 ປີ 2021 ລົງ 5% ແລະຍົກເລີກການຈັດເກັບອາກອນ ມູລຄ່າເພີ່ມ 10% ຕາມກົດໝາຍອາກອນມູນຄ່າເພີ່ມ ພ້ອມກັບການເລື່ອນເວລາໃນການຊໍາຣະເງິນຄ່າຊົມ ໃຊ້ນໍ້າປະປາໃຫ້ໄປຊໍາຮະ ໃນເດືອນ 7, ເດືອນ 8 ແລະເດືອນ 9 ປີ 2021 ແລະຍົກເລີກຣະບຽບການ/ມາຕການວ່າດ້ວຍ ການຕັດນໍ້າສໍາລັບລູກຄ້າທີ່ມີໜີ້ເກີນ 90 ວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.