ອັດຕະປື ເລື່ອນປະມູນ ຂາຍໄມ້ ແບບບໍ່ມີກໍານົດ
2018.12.19
ຜແນກອຸສຫະກັມ ແລະການຄ້າ ແຂວງອັດຕະປື ເລື່ອນການປະມູນຂາຍໄມ້ ແບບບໍ່ມີກໍານົດ ຈາກວັນທີ 18 ທັນວາ ຜ່ານມາ, ຊື່ງເປັນວັນ ເປີດຊອງປະມູນ ໄມ້ຈໍານວນເກືອບ 700 ແມັດກ້ອນ. ສາເຫດ ຍ້ອນບໍ່ມີນັກທຸຣະກິຈ ຫຼື ເຈົ້າຂອງໂຮງງານ ປຸງແຕ່ງໄມ້ ເຂົ້າມາປະມູນ ຫຼື ຊື້ໄມ້ດັ່ງກ່າວ; ອີກສາເຫດນຶ່ງກໍຄື ໄມ້ທີ່ນໍາມາປະມູນ ຂາຍໃນເທື່ອນີ້ ເປັນໄມ້ປະເພດເນື້ອອ່ອນ ຈຶ່ງບໍ່ມີໃຜສົນໃຈ, ດັ່ງ ເຈົ້າໜ້າທີ່ ຄນະຮັບ ຜິດຊອບ ປະມູນໄມ້ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ທັນວາ ນີ້ວ່າ:
“ບໍ່ ບໍ່ມີຜູ້ເຂົ້າມາຊື້ຊອງເລີຍ ຖືວ່າເປັນໂມຄະ ຄືເຮົາເປີດຫວ່າງກີ້ ມັນຈະເປັນພວກໄມ້ເນື້ອອ່ອນຫັ້ນນະ ບໍ່ຄ່ອຍສົນໃຈຫລາຍນະ ຄັນເປັນ ປະເພດໄມ້ເນື້ອແຂງບໍ ໄມ້ດູ່ໄມ້ຫຍັງ ກໍຊິສົນໃຈຫລາຍ.”
ທ່ານກ່າວວ່າ ເຖິງຢ່າງໃດກໍດີ ປັັດຈຸບັນ ຄນະກັມມະການ ກ່ຽວຂ້ອງ ຕຽມຫາຣືກັນ ກ່ຽວກັບ ມື້ທີ່ຈັດງານປະມູນ ຂາຍໄມ້ຄັ້ງໃໝ່ ຊຶ່ງຄາດວ່າ ຈະຢູ່ໃນຣະຫວ່າງ ຕົ້ນປີ 2019 ຈະມາເຖິງນີ້. ການປະມູນໄມ້ ຂອງແຂວງອັດຕະປື ໃນວັນທີ 18 ທັນວາ ຜ່ານມານັ້ນ ເປັນການປະມູນ ຄັ້ງທີ 2 ໃນປີນີ້ ຂອງແຂວງ ອັດຕະປື ມີໄມ້ທັງໝົດ 697 ແມດກ້ອນ, ຊື່ງເປັນໄມ້ທີ່ຍຶດໄດ້ ຈາກການລັກລອບຕັດໄມ້ ຢູ່ບໍຣະເວນ ຊາຍແດນວຽດນາມ.
ເມື່ອເດືອນກັນຍາ ທີ່ຜ່ານມາ ທາງການແຂວງ ອັດຕະປື ກໍໄດ້ເປີດປະມູນ ຂາຍໄມ້ຈໍານວນ 102 ແມັດກ້ອນ ໂດຍໂຮງງານປຸງແຕ່ງໄມ້ ສີນາດ ສົມບູນ ຈາກເມືອງ ພູວົງ ເປັນຜູ້ຊະນະການປະມູນ ໃນມູນຄ່າ 1.4 ຕື້ກີບ ແລະ ເມື່ອປີກາຍນີ້ ທາງການ ແຂວງອັດຕະປື ໄດ້ເປີດ ປະມູນໄມ້ 2 ຄັ້ງ, ຄັ້ງທໍາອິດ ໃນເດືອນ ມິຖຸນາ ໄມ້ທີ່ນໍາມາປະມູນ ມີຈໍານວນໄມ້ 13,000 ແມັດກ້ອນ ແລະ ຄັ້ງທີ 2 ໃນເດືອນຕຸລາ ຈໍານວນ 1,394 ແມັດກ້ອນ ໂດຍໄມ້ທີ່ນໍາມາປະມູນ ສ່ວນນຶ່ງມາຈາກ ໄມ້ທີ່ຍຶດໄດ້ຈາກຣົຖບັນທຸກ 13 ຄັນ ຢູ່ດ່ານພູເກືອ ຊາຍແດນ ວຽດນາມ.