ອັດຕະປື ກຽມເປີດ ປະມູນຂາຍໄມ້
2018.12.10

ຜແນກອຸດສາຫະກັມ ແລະ ການຄ້າ ແຂວງອັດຕະປື ກຽມເປີດ ປະມູນຂາຍໄມ້ ທີ່ຢຶດໄດ້ ຈາກຊາຍແດນລາວ-ວຽດນາມ ຈຳນວນເກືອບ 700 ແມັດກ້ອນ ພາຍໃນ ວັນທີ 18 ທັນວາ ນີ້ ໂດຍໄດ້ເຣີ້ມຂາຍ ຊອງປະມູນ ໃຫ້ແກ່ຜູ້ສົນໃຈປະມູນ ນັບຕັ້ງແຕ່ ວັນທີ 26 ພຶສຈິກາ ຜ່ານມາ, ເຊິ່ງເປັນການປະມູນ ຄັ້ງທີສອງ ຂອງແຂວງໃນປີນີ້. ເຈົ້າໜ້າທີ່ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 07 ທັນວາ ນີ້ວ່າ:
“ໂຕນີ້ ແມ່ນເປັນໄມ້ ທີ່ວ່າເພີ່ນທ້ອນໂຮມ ຈາກໄມ້ທີ່ຂະເຈົ້າລັກຕັດ ລັກລອບຕັດໄມ້ຢູ່ຕາມເຂດຊາຍແດນ ລາວ-ວຽດນາມຫັ້ນເນາະ ສ່ວນໃຫຍ່ ຈະເປັນໄມ້ເນື້ອອ່ອນ ພວກໄມ້ບາກ ໄມ້ຍາງ.”
ທ່ານກ່າວຕື່ມວ່າ ການປະມູນໄມ້ ໃນຄັ້ງນີ້ ມີບັນດານັກທຸຣະກິຈ ຫຼາຍຄົນ ໃຫ້ຄວາມສົນໃຈ ເຂົ້າຮ່ວມ ແຕ່ຍັງບໍ່ມີ ຜູ້ໃດ ເຂົ້າມາຕິດຕໍ່ ຊື້ຊອງ ປະມູນເທື່ອ ແຕ່ເຊື່ອວ່າ ຈະມີຄົນເຂົ້າມາ ຊື້ແນ່ນອນ ກ່ອນຮອດ ມື້ເປີດຊອງປະມູນ, ສຳລັບ ຜູ້ທີ່ມີສິດ ມາຊື້ຊອງປະມູນ ຕ້ອງແມ່ນເຈົ້າຂອງ ໂຮງງານປຸງແຕ່ງໄມ້ ຫລື ໂຮງງານເຟີນີເຈີ້ ທີ່ຖືກຕ້ອງຕາມກົດໝາຍ ໂດຍຕ້ອງມີ ຄວາມພ້ອມ ທາງດ້ານການເງິນ ແລະ ບໍ່ມີໜີ້ສີນ ຫລື ພັນທະອາກອນກັບຣັຖ.
ເມື່ອເດືອນກັນຍາຜ່ານມາ ທາງການແຂວງອັດຕະປື ຫາກໍເປີດຊອງປະມູນ ຂາຍໄມ້ຈຳນວນ 102 ແມັດກ້ອນ ໂດຍໂຮງງານປຸງແຕ່ງໄມ້ ສີນາດ ສົມບູນ ຈາກເມືອງພູວົງ ເປັນຜູ້ຊະນະ ການປະມູນ ໃນມູນຄ່າ 1 ຕື້ 400 ປາຍລ້ານກີບ ແລະ ເມື່ອປີ 2017 ທາງການແຂວງ ອັດຕະປື ໄດ້ເປີດການປະມູນ ໄມ້ 2 ຄັ້ງ. ຄັ້ງທຳອິດ ໃນເດືອນ ມິຖຸນາ ຈຳນວນໄມ້ປະມູນ 1,300 ແມັດກ້ອນ ແລະ ຄັ້ງທີສອງໃນເດືອນ ຕຸລາ 1,394 ແມັດກ້ອນ ໂດຍໄມ້ທີ່ນຳມາປະມູນສ່ວນນຶ່ງ ມາຈາກໄມ້ ທີ່ຢຶດໄດ້ຈາກຣົດບັນທຸກ 13 ຄັນ ທີ່ດ່ານພູເກືອ.