ເຈົ້າໜ້າທີ່ຈູດສິນຄ້າ ໝົດອາຍຸ ສິນຄ້າເຖື່ອນ

ສຸພັດຕາ
2021.02.18
ເຈົ້າໜ້າທີ່ຈູດສິນຄ້າ ໝົດອາຍຸ ສິນຄ້າເຖື່ອນ ເຈົ້າໜ້າທີ່ ເມືອງພູວົງ ແຂວງອັດຕະປື ຈູດທໍາລາຍສິນຄ້າ ໝົດອາຍຸ ແລະ ສິນຄ້ານໍາເຂົ້າ ບໍ່ເສັຽພາສີອາກອນ
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ກ່ຽວຂ້ອງ ໃນເມືອງພູວົງ ແຂວງອັດຕະປື ຈູດທໍາລາຍສິນຄ້າໝົດອາຍຸ ແລະສິນຄ້າທີ່ນໍາເຂົ້າ ໂດຍບໍ່ຜ່ານການເສັຍພາສີ ອາກອນ ເປັນຕົ້ນ: ຈັກສະຕິ້ນຕັດໄມ້ ທີ່ນໍາເຂົ້າມາຈາກ ປະເທດຈີນ ຈໍານວນ 5 ເຄື່ອງ, ເບັຍ ທີ່ເຂົ້າມາຈາກວຽດນາມ ພ້ອມທັງ ທໍາລາຍສິນຄ້າ ທີ່ໝົດອາຍຸອື່ນໆອີກ ຊຶ່ງນໍາເຂົ້າມາ ຈາກປະເທດໄທຍ ຮວມມູນຄ່າທັງໝົດ ຈໍານວນ 44 ລ້ານປາຍກີບ, ອີງຕາມ ຄວາມເວົ້າຂອງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປືທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 18 ກຸມພາ ນີ້:

“ມີຫຼາຍເນາະ ຈໍາພວກນໍາເຂົ້າຄື: ຈັກສະຕິ້ນ ອິຫຍັງຕ່າງໆນີ່ນະ, ສ່ວນຫຼາຍເຫັນ ມັນມາຈາກປະເທດຈີນນີ່ນ່າ ແລ້ວມັນກະມີຈໍາພວກ ເບັຍເນາະ, ເບັຍວຽດນີ່ນາເຂົາເອົາເຂົ້າມາ ບໍ່ໄດ້ເສັຍພັນທະອາກອນຕ່າງໆ ແລ້ວມັນກະມີໝວດນໍ້າຫວານເນາະ, ມັນກະມີກໍານົດ ມັນເດ້ ມາຈາກຂອງໄທຍນີ່ແຫຼະ.”

ທ່ານກ່າວຕື່ມວ່າ ສໍາລັບມາຕການປາບປາມ ສິນຄ້າທີ່ນໍາເຂົ້າແບບຜິດກົດໝາຍ ແມ່ນເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກກ່າວເຕືອນ ກັບບັນດາຫົວໜ່ວຍທຸຣະກິຈຕ່າງໆ ບໍ່ວ່າຈະເປັນຮ້ານ ຂາຍຍົກຂາຍຍ່ອຍ ຕາມຕລາດໃນຂອບເຂດທົ່ວເມືອງ:

“ສ່ວນຫຼາຍເຮົາບໍ່ໄດ້ປັບໃໝເນາະ ສ່ວນຫຼາຍເຮົາ ຊິເຮັດບົດບັນທຶກກ່າວເຕືອນຫັ້ນນ່າ ເຮົາໄປທົ່ວເດ້ ເພື່ອປົກປ້ອງຜູ້ຊົມໃຊ້ຄື; ປະຊາຊົນນິ່ ເຂົາບໍ່ຈັກເດ້ ວ່າອັນໃດເປັນອັນໃດ ອັນໃດໝົດອາຍຸ.”

ຊາວບ້ານ ເມືອງສາມັກຄີໄຊ ແຂວງອັດຕະປື ເວົ້າວ່າເຫັນດີ ທີ່ເຈົ້າໜ້າທີ່ ທໍາລາຍສິນຄ້າ ຜິດກົດໝາຍຖິ້ມ ໂດຍສະເພາະສິນຄ້າ ທີ່ບໍ່ໄດ້ເສັຍພາສີອາກອນ, ແຕ່ບາງຢ່າງກໍບໍ່ຄວນ ທໍາລາຍຖິ້ມ ຖ້າມັນບໍ່ມີສານປົນເປື້ອນ ຄວນເອົາໄປຂາຍ ແລ້ວເອົາເງິນນັ້ນໄປຊື້ ເຄື່ອງແຈກ ເດັກນ້ອຍທຸກຍາກ ຈະດີກວ່າ:

“ກະເຫັນດີ, ແຕ່ວ່າການທໍາລາຍນີ່ ມັນບໍ່ມີສານພິດຫຍັງຫັ້ນ ກະບໍ່ຢາກໃຫ້ທໍາລາຍ ເປັນເຫຼົ້າ, ເປັນເບັຍຈັ່ງຊີ້ ຂາຍສົ່ງຄືນປະເທດ ເຂົາເບາະ ຫຼືວ່າ ມາຂາຍຈໍາໜ່າຍອອກ ລະກະເອົາ ເງິນໄປໝຸນໃຊ້ ໃຫ້ຜູ້ດ້ອຍໂອກາດ ຊື້ເຄື່ອງນຸ່ງຂອງຖື ແລ້ວກະຊື້ອາຫານ ໄປລ້ຽງເດັກ ຈະດີກວ່າ, ຖ້າມັນມີສານປົນເປື້ອນ, ສານພິດອັນນັ້ນອັນນີ້ ເອີ່ທໍາລາຍ ມັນຊິເປັນຫຍັງ.”

ຊາວບ້ານ ໃນແຂວງອັດຕະປື ຜູ້ນຶ່ງເວົ້າວ່າ ເຫັນດີ ທີ່ເຈົ້າໜ້າທີ່ ຍຶດສິນຄ້າຜິດກົດໝາຍ ແລ້ວເອົາມາທໍາລາຍຖິ້ມ ໂດຍສະເພາະ ສິນຄ້າໝົດອາຍຸ ເນື່ອງຈາກວ່າ ສິນຄ້າທີ່ໝົດອາຍຸ ແລ້ວນັ້ນ ບໍ່ຄວນນໍາມາຂາຍ ເພາະມັນຈະສົ່ງຜົນເສັຍ ຕໍ່ສຸຂພາບຂອງຜູ້ບໍຣິໂພຄ:

“ໂອເຄ ເອີ່ຄັນເຮັດໄດ້ ກະເຮັດນັ້ນແຫຼະ, ກະຄືເວົ້າຫັ້ນແຫຼະ ຄັນໝົດອາຍຸ ຊິເອົາມາຂາຍເຮັດສັງ ມັນໝົດກໍຖິ້ມໄປສາ.”

ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ທ່ານດຽວກັນນີ້ ແລ້ວແມ່ນວ່າ ການທໍາລາຍ ສິນຄ້າທີ່ນໍາເຂົ້າຜິດກົດໝາຍ ແລະສິນຄ້າ ໝົດອາຍຸທັງໝົດນັ້ນ ແມ່ນເປັນໄປຕາມແຜນການເຄື່ອນໄຫວຂອງ 2020 ທີ່ເຈົ້າໜ້າທີ່ ຫ້ອງການ ອຸດສາຫະກັມແລະການຄ້າເມືອງ ໄດ້ລົງກວດກາ ເດືອນລະ 3 ເທື່ອ, ແລ້ວຍຶດມາເກັບໄວ້ ທີ່ຫ້ອງການເມືອງ ຕັ້ງແຕ່ ເດືອນມົກຣາ ຫາ ເດືອນທັນວາ  ປີກາຍແລ້ວເອົາມາທໍາລາຍ ໃນເດືອນກຸມພາ ປີ 2021 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.