ຫີນຄວັດປະດັບຢູ່ແຂວງ ອັດຕະປື
2014.09.26
ຫີນຄວັດ ປະດັບ ຫລື ທີ່ເອີ້ນວ່າ alabaster ຢູ່ແຂວງ ອັຕຕະປື ທີ່ ຊາວບ້ານ ທ້ອງຖິ່ນ ຄົ້ນພົບ ຢູ່ເຂດ ພູກາງໂຮງ ບ້ານ ວັງແຄນ ເມືອງ ພູວົງ ເມື່ອ ບໍ່ດົນມາ ນີ້ ມີ ຫລາຍສິບ ບໍຣິສັດ ໃຫ້ຄວາມ ສົນໃຈ ຢາກ ເຂົ້າຂຸດຄົ້ນ ແລະ ຣັຖບານ ໄດ້ອອກ ຄຳສັ່ງຫ້າມ ການ ຂຸດຄົ້ນ ແລະ ໃຫ້ ສຶກສາ ສຳຣວດ ຄວາມ ເປັນໄປໄດ້ ເມື່ອວັນທີ 8 ກັນຍາ 2014. ຕາມຂ່າວ ວຽງຈັນ ທາມ.
ຫີນປະດັບ ທີ່ວ່ານີ້ ຕາມຄຳເວົ້າ ຂອງ ຄົນທ້ອງຖີ່ນ ແຂວງ ອັຕຕະປື ທີ່ໄດ້ເຫັນ ແລ້ວ ແມ່ນວ່າ ຊາວບ້ານ ໄດ້ໄປພົບພໍ້ ຍາມອອກໄປ ຫາຢູ່ ຫາກິນ ເມື່ອ ປະມານ 3 ເດືອນ ກ່ອນ ແລະ ຕໍ່ມາກໍມີ ຜູ້ຄົນ ຫລັ່ງໄຫລ ເຂົ້າໄປ ນຳອອກ ມາຂາຍ ຈົນກາຍເປັນ ຂ່າວໂດ່ງດັງ ເອົາແທ້ ເອົາວ່າ ຄົນທີ່ ເຂົ້າໄປນັ້ນ ຫລາຍປານ ປາງບຸນໃຫຍ່ ກໍວ່າໄດ້:
"ຊາວບ້ານ ໄປຫັ້ນເດ໋ ພາຍ ອອກມາຂາຍ ກັນຢູ່ທາງ ນອກ ຄືກັບຂາຍ ຜັກບົ້ງ ບາງຄົນ ໄດ້ ຂາຍດີແດ່ ມັນເປັນ ເກຣດເອ ເກຣດບີ ກ້ອນໃຫຍ່ນ້ອຍ ກິໂລລະ ສອງສາມ ແສນກີບ ສີ່ຫ້າ ສິບພັນກີບ 15 ພັນກີບ ກະມີ ສູງສຸດ 5 ແສນ ເພາະວ່າ ມັນງາມແດ່ ແພງ ເຂົາກະຊື້".
ຊື້ໄປເປັນ ຕົວຢ່າງ ເຂົາບໍ່ຊື້ ຫລາຍດອກ ຊື້ເພື່ອໄປ ລໍ້ ນາຍທຶນ. ການຫາຫີນ ປະດັບ ນັ້ນ ບໍ່ເປັນ ເຣື່ອງຍາກ ເພາະມີທັງ ທີ່ພົ້ນອອກມາ ຢູ່ ຕາມຕີນພູ ຕາມເຈີ້ຍພູ ມີທັງທີ່ ຢູ່ໃຕ້ພູ ບໍ່ເລິກດອກ ຂຸດອອກມາ ກໍພໍໄດ້ ຢູ່:
"ພວກເຂົາ ໄປຫັ້ນເຂົາ ເວົ້າເດ່ ກ້ອນຂນາດ ທໍ່ທົບເຄົ່າ ທໍ່ຕິບເຂົ້າ ກາງ ທໍ່ແຂ່ງ ກະມີ ຄົນ ເຂົ້າໄປຫັ້ນ 2-3 ພັນຄົນ ເຮັດເຕັ້ນນອນ ຂອງໃຜລາວ ເຖົ້າແກ່ໃຜ ເຖົ້າແກ່ລາວ ຂອງເອົາຄົນ ໄປຂຸດ ຈ້າງເຂົ້າໄປ ຂຸດເດ້".
ເຣື່ອງທີ່ຍາກ ກໍແມ່ນຕອນ ນຳອອກມາ ເພາະທັງໄກ ທັງໜັກ ຫົນທາງ ກໍບໍ່ມີ ຍ່າງເຂົ້າໄປ ມື້ໜຶ່ງ ຄືນໜຶ່ງ ຈຶ່ງຮອດ ຍ່າງອອກມາ ອີກມື້ໜຶ່ງ ຄືນໜຶ່ງ ແບກ ອອກມາ ເປ້ ອອກມາ ຜູ້ໜຶ່ງ ກໍສາມາດ ເຮັດໄດ້ ແຕ່ 20 ກິໂລ. ແຕ່ຊາວບ້ານ ກະບໍ່ຖອຍ ເພາະໄດ້ເງິນ ດີ ໂອກາດ ແນວນີ້ ກໍບໍ່ຄ່ອຍ ມີ ສຳລັບ ຊາວບ້ານ ຫັ້ນນະ:
"ຫລັງລອກໝົດ ມັນໜັກເດ້ ຄ່າຈ້າງເປ້ ລ້ານໜຶ່ງ ພວກ ຮັບຈ້າງ ກໍໄດ້ເງິນ ຂອງເຂົາ ແຫລະ ຢູ່ແຖວນັ້ນ ໄກຈາກ ຖນົນໃຫຍ່ 3-40 ຫລັກ ພວກໄປ ຫັ້ນເກັ່ຽຈົນ ຫລັງລອກ".
ຫີນຄວັດ ປະດັບ ຫລືຫີນ alabaster ທີ່ ພົບຢູ່ເຂດ ພູກາງໂຮງ ແຂວງ ອັຕຕະປື ນີ້ ທາງ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ອັຕຕະປື ປະເມີນວ່າ ມີປະມານ 250 ພັນຕັນ ພົ້ນອອກມາ ເທິງເຂດ ໜ່ວຍພູ ກວ້າງ 1 ພັນ 20 ເຮັກຕາ. ຕາມຣາຍງານ ຂອງ ໜັງສືພິມ Vientiane Times ສະບັບ ວັນທີ 8 ກັນຍາ 2014. ແລະວ່າ ໃນ ຈຳນວນ 48 ບໍຣິສັດ ທີ່ ໄດ້ລົງນາມ ໃນ ບັນທຶກ ຄວາມເຂົ້າໃຈ ກັບ ທາງການ ແຂວງ ເພື່ອ ສຳຣວດຫີນ ອາລາບັສເຕີ ນັ້ນ ປະມານ 90 ເປີເຊັນ ເປັນ ບໍຣິສັດ ຂອງ ຄົນລາວ ເອງ ແຕ່ ຫລາຍຄົນ ຫາກເຫັນວ່າ ເປັນ ບໍຣິສັດ ທີ່ໄດ້ຮັບ ການ ສນັບສນູນ ຈາກ ທຸຣະກິດ ຂອງຈີນ ແລະ ວຽດນາມ.
ຫາກເວົ້າເຖິງ ຊາວບ້ານ ທີ່ ຫລັ່ງໄຫລ ເຂົ້າໄປ ເອົາຫີນຄວັດ ປະດັບ ນັ້ນ ຊາວ ອັຕຕະປື ບອກວ່າ ອາດຊິມີ ຄົນວຽດນາມ ທີ່ເຂົ້າມາ ຕັ້ງບ້ານເຮືອນ ຫາຢູ່ ຫາກິນ ທີ່ ມີຈຳນວນ ບໍ່ໜ້ອຍ ຢູ່ເຂດນັ້ນ ປະປົນ ຢູ່ນຳ ນັ້ນ ກໍອາດ ເປັນໄປໄດ້:
"ເຂົາແຫ່ງ ຫາລະ ເຈົ້າຊິເຫັນ ເຂົາແຊັມບໍ່ ພູເປັນໜ່ວຍ ບໍ່ແມ່ນເຂົາ ຊິປ່າວ ໂທຣະໂຄ່ງ ວ່າ ຊິໄປເດີ".
ຫາກເວົ້າເຖິງ ລັກສນະ ຂອງ ຫີນຄວັດ ປະດັບ ທີ່ພົບວ່າ ມີຢູ່ເຂດ ພູກາງໂຮງ ຂນາດ ປະມານ 7800 ເຮັກຕານັ້ນ ທ່ານເວົ້າວ່າ ມີຄວາມ ເປັນພິເສດ ຂອງມັນ ຄືວ່າ ເປັນຫີນແຂງ ແຕ່ ຜຸ່ຍ ມີຫລາຍສີ ທັງ ສີສົດໃສ ແລະ ສີ ຂຸ້ນໆ ມົ່ນໆ ແຕ່ຫາກ ເຍືອງໄຟໃສ່ ແມ່ນ ຊອດທັງ 2 ຂ້າງ ແລະ ກໍເປັນ ປະເພດຫີນ ທີ່ນິຍົມ ກັນຫລາຍ ຂອງ ພວກພໍ່ຄ້າ ແມ່ຄ້າ ຊາວຈີນ ຊາວ ວຽດນາມ ເພື່ອນຳ ກັບໄປ ປະເທດ ຂອງ ພວກເຂົາ:
"ພວກຊື້ ເຂົາເອົາໄປ ເຮັດຮູບປັ້ນ ແກະສລັກຫີນ ອີ່ ຫຍັງໆ ເພາະວ່າ ໄຟມັນ ຊ່ອງຊອດ ເລີຍ ແບບແກ້ວ ນາງສານ ເປັນສີມ່ວງ ສີຫຍັງ ຄືກັນ ເຮົາເອົາກະ ແລັດຂູດ ກໍຜຸ່ຍໄປ ເຂົາເອົາ ໄປ ສລັກ ສະບາຍ ໄຟຊ່ອງ ຂ້າງຊ້າຍ ຊອດ ຂ້າງຂວາ ຂຸ້ນກໍມີ ຊ່ອງຊອດ ຄືກັນ".
ແລະ ເຖິງຈະມີ ຄຳສັ່ງຫ້າມ ຈາກ ທາງການລາວ ແລ້ວກໍຕາມ ແຕ່ ກໍອາຈ ຍັງມີ ຈຳນວນ ໜຶ່ງທີ່ ລັກເຂົ້າ ມາຍັງເຂດ ພູກາງໂຮງ ຢູ່ຕໍ່ໄປ ເພື່ອ ເອົາ ຫີນນັ້ນ ອອກມາຂາຍ. ຊາວ ອັຕຕະປື ທ່ານນີ້ ກ່າວຕໍ່ໄປ ກ່ຽວກັບ ການ ຄຸ້ມຄອງ ບໍຣິຫານ ຈັດການ ຄວາມ ອຸດົມ ສົມບູນ ທາງ ຊັພຍາກອນ ທັມຊາດ ໃນແຂວງ ຕ່າງໆ ຂອງລາວ ຮວມທັງ ແຂວງ ອັຕຕະປື ສຳຄັນ ທາງການ ລາວ ຕ້ອງມີ ການ ຄຸ້ມຄອງ ໝູນໃຊ້ ໃຫ້ຖືກຕ້ອງ:
"ມັນດັງແຮງ ມີແຕ່ໃຊ້ ຖືກບໍ່ ໝູນໃຊ້ ຖືກບໍ່ ທໍ່ນັ້ນລະ ໝູນຖືກ ກະດີ ພັກຣັຖ ກໍໄດ້ນຳ ໝູນ ບໍ່ຖືກ ກະໄປເປັນ ຂອງ ເອກຊົນ ໝົດ ເທົ່ານັ້ນ ລະ".
ພູກາງໂຮງ ຕາມຄຳເວົ້າ ຂອງທ່ານ ບຸນຊູ ມູນຄະຕິ ຊາວລາວ ອາເມຣິກັນ ທີ່ ເປັນ ຄົນພື້ນຖານ ແຂວງ ອັຕຕະປື ແລ້ວແມ່ນວ່າ ອາຈເປັນຊື່ ໃໝ່ ຂອງ ພູກາງເຮືອນ ແຕ່ຄາວ ສມັຍເພິ່ນ ເປັນ ເດັກນ້ອຍ ຢູ່ ອັຕຕະປື:
"ພູກາງເຮືອນ ແມ່ນຢູ່ ເຂດ ເມືອງພູວົງ ພູກາງໂຮງ ບາງທີ ເພິ່ນໃສ່ຊື່ ໃໝ່ ເມືອງພູວົງ ແມ່ນແຖວ ເມືອງພວກ ຊົນຊາດ ລະແວ ແຕ່ກ່ອນ ນະ".
ແຂວງ ອັຕຕະປື ທ່ານ ບຸນຊູ ເວົ້າວ່າ ເປັນແຂວງ ທີ່ ມີສາຍນ້ຳ ຫລັກ 2 ສາຍ ຄື ນ້ຳເຊກອງ ແລະ ນ້ຳ ເຊກະໝານ ນັ້ນ ມີຄວາມ ສົມບູນ ຫລາຍ ໃນ ຊັພຍາກອນ ທັມຊາດ ດັ່ງເດີມ ຂອງ ພີ່ນ້ອງ ຊາວ ອັຕຕະປື. ເມື່ອຮອດ ຣະດູແລ້ງ ນ້ຳ ຫລຸດລົງ ຄືໃນ ເດືອນ ເມສາ ພຶສພາ ມີຖຸນາ ແມ່ນ ຣະດູຮ່ອນຄຳ ຂອງ ພີ່ນ້ອງ ຊາວ ອັຕຕະປື ລົງຮ່ອນຄຳ ຢ່າງເປັນ ຂະບວນ ຟົດຟື້ນ ຕາມລຳນ້ຳ ເຊກອງ ແລະ ເຊກະໝານ:
"ບາງຊ່ວງ ຮ່ອນຕາມ ຫາດ ຕາມດອນ ທາງພວກເຮົາ ຮ່ອນຕາມ ກາງນ້ຳ ເລິກ ພຽງແອວ ພຽງ ໜ້າເອິກ ພຽງ ຄໍກໍມີ ໂດຍ ໃຊ້ເຮືອພາຍ ເປັນ ພາຫານະ ຊຳເຮືອໄວ້ ກາງນ້ຳ ຜູ້ຍິງ ນັ່ງ ຢູ່ເຮືອ ເປັນຜູ້ ຫ່ອນ ຜູ້ຊາຍ ມີໜ້າທີ່ ໃຊ້ຊ້ວນ ມຸດດຳ ລົງໄປ ຕັກເອົາແຮ່ ຂຶ້ນມາ ໃຫ້ ພວກຜູ້ຍິງ ຫ່ອນຄຳ. ຜູ້ໂຊກດີ ໝົດມື້ ຮ່ອນໄດ້ ຄຳຜຸຍ ເປັນ ເມັດນ້ອຍໆ ປະມານ 1 ຫາ 3 ບາດ ກໍມີ ສມັຍ ຂ້າພະເຈົ້າ ຍັງນ້ອຍ ເຄີຍເຫັນ ຜູ້ໃຫຍ່ ເພິ່ນມັກ ຫລອມ ຄຳຜຸຍ ມາເປັນ ຄຳໂກ ເກດ ຄຳກອນ ເພາະສມັຍ ນັ້ນ ຍັງບໍ່ມີ ຊ່າງຕີຄຳ ຫລາຍຄື ດຽວນີ້. ຮອດຣະດູ ເຮັດບຸນ ປະເພນີ ມາ ພວກ ພໍ່ແມ່ ຜູ້ໃຫຍ່ ເພິ່ນນິຍົມ ຮ້ອຍຄຳກີບ ຄຳກອນ ໃຫ້ ລູກຫລານ ຖືໄປບຸນ ປະເພນີ ຕ່າງໆ".
ສຳລັບ ເຣື່ອງ ທີ່ຊາວບ້ານ ຄົ້ນພົບ ຫີນຄັວດ ປະດັບ ເທື່ອນີ້ ທ່ານບຸນຊູ ເວົ້າວ່າ ບໍ່ເປັນເຣື່ອງ ແປກ ຫຍັງເລີຍ ເພາະໄດ້ຮູ້ ແລະ ໄດ້ຍິນ ພໍ່ແມ່ ຜູ້ເຖົ້າ ຜູ້ແກ່ ເວົ້າເຖິງ ເຣື່ອງ ບໍ່ຄຳ ບໍ່ກົ່ວ ບໍ່ແກ້ວ ຢູ່ແຂວງ ອັຕຕະປື ຕລອດ:
"ອັຕຕະປື ແມ່ນອຸດົມ ສົມບູນ ຫລາຍ ສມັຍກ່ອນ ທີ່ ຂ້າພະເຈົ້າ ຍັງຢູ່ ເພາະມີສາຍ ນ້ຳເຊກອງ ເຊກະໝານ ເຊປຽນ ເຊກອງ ແມ່ນຍາວ ຢຽດ ຈາກ ແຂວງເຊກອງ ຜ່ານ ອັຕຕະປື ລົງມາ ໃສ່ ຫລີ່ຜີ ຕົກໃສ່ນ້ຳ ຂອງ ທາງ ປະເທດ ຂເມນ ພີ້ນະ ໝາຍວ່າ ປູປານານ້ຳ ອຸດົມ ສົມບຸນ ຫລາຍທີ່ສຸດ ຣະດູການ ປາຂຶ້ນ ມານີ້ ຊາວບ້ານ ແມ່ນເອົາ ຂຶ້ນ ເປັນຂະບວນ ນັ້ນ ອຸດົມ ສົມບຸນ ຕາມພາສາ ຂອງ ຊົນບົດ ທີ່ຊາວນາ ຢູ່ໃນ ຊົນນະບົດ ຫັ້ນລະ ອຸດົມ ແທ້ ຕາມເຄີຍຢູ່ ມາ".
ເວົ້າເຣື່ອງ ການຄົ້ນພົບ ຫີນຄວັດ ປະດັບ ຢູ່ເຂດ ພູກາງໂຮງ ຫລື ພູກາງເຮືອນ ເມືອງພູວົງ ເປັນເຣື່ອງ ທີ່ ບໍ່ແປກເລີຍ ຫາກເປັນເຣື່ອງ ທີ່ ຄາດຄິດ ຕລອດວ່າ ຈະມີ ການຄົ້ນພົບ ຫີນ ແຫ່ທາດ ທີ່ ມີຄ່າສູງ ຢູ່ບ່ອນໃດ ບ່ອນໜຶ່ງ ຢູ່ຕລອດ ໃນແຂວງ ອັຕຕະປື. ແລະ ກໍຄາດວ່າ ຈະມີການ ຄົ້ນພົບ ແຮ່ທາດ ອື່ນໆອີກ ໃນ ອະນາຄົດ.