ຊາວບ້ານບໍ່ພໍໃຈຄ່າ ຊົດເຊີຍ ໂຄງການທາງດ່ວນ

ອຸ່ນແກ້ວ ສຸກສະຫວັນ
2020.05.28
F-Xaysettha ທົ່ງນາ ຂອງຊາວບ້ານ ໃນເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຈະຖືກໂຄງການທາງດ່ວນວຽງຈັນ ໝາຍເລຂ 1 ຕັດຜ່ານ ຈາກເຂດເສຖກິຈສະເພາະບຶງທາດຫຼວງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄປຫາເຂດບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຖ່າຍຮູບໂດຍ: ຊາວບ້ານ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ປັດຈຸບັນ ປະຊາຊົນຫຼາຍຄອບຄົວ ຢູ່ເມືອງໄຊທານີ ແລະເມືອງໄຊເສດຖາ ຍັງບໍ່ຍອມຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ-1 ຈາກເຂດເສຖກິດສະເພາະ ບຶງທາດຫຼວງໄປຫາບ້ານດົງໝາກຄາຍ ຍ້ອນເຂົາເຈົ້າເຫັນວ່າ ຄ່າຊົດເຊີຍ ນັ້ນໜ້ອຍເກີນໄປ. ຊາວເມືອງໄຊທານີ ຜູ້ທີ່ໄດ້ຮັບຜົນກະທົບ ຍ້ອນໂຄງການດັ່ງກ່າວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ພຶສພາ ວ່າ:

"ບໍ່! ບໍ່! ບໍ່ໄດ້ໄປເອົາ ເຈົ້າ, ແມ່ນແຫຼະ ເພາະວ່າຄ່າຊົດເຊີຍຫັ້ນມັນຖືກ, ຖືກຫົກພັນແມັດກາເຣ ເຈົ້າ, ຂະເຈົ້າຈະໃຫ້ລາຄາ 150 ພັນກີບ ຫັ້ນ, ສະເພາະໜ້າທາງ ແລ້ວທີ່ເຫຼືອອີກ ຫ້າສິບແມັດ ຂະເຈົ້າຈະໃຫ້ 80 ພັນກີບ, ຄືເຮົາກໍຢາກໄດ້ ລາຄາທ້ອງຕລາດ."

ຍານາງເວົ້າຕື່ມວ່າ ຫຼັງຈາກທາງການໄດ້ສເນີ ຄ່າຊົດເຊີຍມາໃຫ້, ຍານາງໄດ້ພຍາຍາມຮ້ອງຂໍຄ່າຊົດເຊີຍ ຫຼາຍກ່ວານັ້ນ ຍ້ອນວ່າເງິນທີ່ ໂຄງການສເນີໃຫ້ ມັນບໍ່ພຽງພໍທີ່ຈະໄປຊື້ທີ່ດິນ ຢູ່ບ່ອນອື່ນ ແຕ່ເຈົ້າໜ້າທີ່ ກໍຢືນຢັນວ່າ ບໍ່ສາມາດປັບຂຶ້ນໃຫ້ໄດ້.

ຫຼັງຈາກທີ່ເຈົ້າຂອງໂຄງການ ບໍ່ຍອມຂຶ້ນຄ່າຊົດເຊີຍໃຫ້, ຊາວບ້ານກໍໄດ້ເຮັດເອກກະສານ ຮ້ອງທຸກໄປຫາສະພາປະຊາຊົນ ນະຄອນຫຼວງ ວຽງຈັນ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ທັນມີການແກ້ໄຂ.

ຊາວບ້ານທ່ານນຶ່ງ ຢູ່ເມືອງໄຊເສດຖາ ທີ່ຖືກຜົນກະທົບຈາກໂຄງການທາງດ່ວນ ໝາຍເລກ-1 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າຄອບຄົວຂອງລາວ ບໍ່ສາມາດຍອມຮັບເອົາ ຄ່າຊົດເຊີຍນັ້ນໄດ້ ເນື່ອງຈາກວ່າລາຄາຕ່ຳ ເກີນໄປ:

“ເຂົາເອີ້ນເຮົາໄປໝົດລະເຂົາໄປໄລ່ທັງໝົດຫັ້ນ ຂອງດິນນາຫັ້ນນ່າ, ໃຫ້ເຮົາໄປເອົາຫັ້ນລະແມ່ນ ແມັຕກາເຣ ລະ [ຕະລາງແມັດ] 100 ພັນກີບ ຫັ້ນແຫຼະ, ຊິໃຫ້ປະຊາຊົນ ຊິໃຫ້ນ້ອງນີ້ໄປເອົາແນວໃດ ນ້ອງກະບໍ່ ຢາກຍອມແຫຼະອ້າຍ, ຈົນບໍ່ຍອມເຊັນເອົາ, ມັນລາຄາມັນບໍ່ ສົມເຫຕສົມຜົລໂພດ, ມັນຕ່ຳໂພດ. ຢາກໃຫ້ເພິ່ນປ່ຽນເອົາດິນໂຕອື່ນ ໃຫ້ເຮົາກະໄດ້ ຄັນວ່າມັນຊົດເຊີຍໜ້ອຍໂພດ, ເພາະວ່າເຮົາບໍ່ມີ ບ່ອນທຳມາຫາກິນເດ້, ເຮົາຕ້ອງໄດ້ເຮັດນາເດ້, ຫາກິນ.”

ໃນຂນະດຽວກັນ ຊາວເມືອງໄຊເສດຖາ ນາງນຶ່ງ ກໍຢືນຢັນວ່າຢູ່ເຂດບ້ານຂອງລາວ ກໍມີຊາວບ້ານ 50 ປາຍຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງດ່ວນນີ້, ແຕ່ຊາວບ້ານບໍ່ຍອມຮັບເອົາ ຄ່າຊົດເຊີຍ. ຍານາງ ກ່າວວ່າ:

"ກະແມ່ນ, ຫຼາຍຢູ່ສຳລັບເຮືອນເຮົານີ້ ເຮົາບໍ່ຖືກ ແຕ່ວ່າຂອງຄົນອື່ນຫັ້ນຖືກ ຫັ້ນນ່າ, ໄດ້ຍິນຂະເຈົ້າບາງຄົນກະວ່າ ບໍ່ທັນໄດ້ເງິນຊົດເຊີຍ."

ຊາວບ້ານທີ່ໄດ້ຮັບຜົນກະທົບ ບໍ່ໄດ້ເຂົ້າມາສະເໜີ ຜ່ານອຳນາດການປົກຄອງບ້ານ, ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທ່ານນຶ່ງໄດ້ກ່າວວ່າ:

"ຈຳນວນນຶ່ງກະຄືໄດ້ຍິນເຂົາວ່າແລ້ວ ຜູ້ບໍ່ໄດ້ກະຊີ້ນຳ ເຂົາຫາກບໍ່ໄດ້ມາສະເໜີບ້ານນະ ຄືບໍ່ໄດ້ຍິນຜູ້ໃດມາສະເໜີ."

ອີງຕາມຂໍ້ມູນຈາກຊາວບ້ານ ລາຄາທີ່ດິນຕາມທ້ອງຕລາດ ຢູ່ເຂດທີ່ໄດ້ຮັບຜົນກະທົບປະມານ 450 ພັນກີບ ຕໍ່ຕະລາງແມັດ ແຕ່ປະຊາຊົນ ຕ້ອງການໃຫ້ໂຄງການຊົດເຊີຍ 350 ພັນກີບ ຕໍ່ຕະລາງແມັດ.

ເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກແຜນການ ແລະ ການລົງທຶນ ນະຄອນຫຼວງ ວຽງຈັນ ໃນຖານະເຈົ້າຂອງໂຄງການ ໃນວັນທີ 26 ແລະ 27 ພຶສພາ, ແລະ ຕິດຕໍ່ສອບຖາມໄປຍັງ ຫ້ອງການ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ເມືອງໄຊເສດຖາ ເພື່ອຂໍຖາມຂໍ້ມູນເພີ່ມເຕີມ ໃນເລື່ອງນີ້, ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຄວາມເຫັນ ໃນເລື່ອງນີ້.

ໃນວັນທີ 5 ທັນວາ 2019 ທີ່ຜ່ານມາ, ເຈົ້າຂອງທີ່ດິນ 19 ຕອນ ໄດ້ຮັບຄ່າຊົດເຊີຍ ຈາກໂຄງການດັ່ງກ່າວ ເປັນເງິນຈຳນວນ 40 ຕື້ກີບ, ແຕ່ກໍຍັງອີກຫຼາຍຄອບຄົວ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ.

ໂຄງການທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ-1 ມີຄວາມຍາວ 13 ກິໂລແມັດ ເລີ້ມກໍ່ສ້າງແຕ່ວັນທີ 20 ກຸມພາ 2020 ແລະກຳນົດ ສຳເຣັດການກໍ່ສ້າງໃນວັນທີ 20 ກຸມພາ 2023, ມີໄລຍະສຳປະທານ 50 ປີ ແລະ ສາມາດຕໍ່ໄດ້ອີກ 20 ປີ.

ໂຄງການນີ້ ກວມເອົາເນື້ອທີ່ດິນເກືອບ 300 ເຮັກຕາ ຂອງຊາວບ້ານປະມານ 21 ບ້ານ ຢູ່ເມືອງເມືອງ ໄຊທານີ ແລະ ເມືອງໄຊເສດຖາ, ແລະ ຄ່າຊົດເຊີຍທັງໝົດປະມານ 350 ຕື້ ຫລືປະມານ 40 ລ້ານໂດລາ ອີງຕາມການປະເມີນຂອງ ເຈົ້າໜ້າທີ່ໃນເບື້ອງຕົ້ນ.

ເລື້ອງປະຊາຊົນທີ່ ບໍ່ພໍໃຈໃນຄ່າຊົດເຊີຍທີ່ດິນ ມີຂຶ້ນບໍ່ສະເພາະແຕ່ ໃນໂຄງການນີ້ ແຕ່ທີ່ຜ່ານມາ ມີຫຼາຍໂຄງການທີ່ສົ່ງ ຜົນກະທົບ ແລະ ປະຊາຊົນຍັງບໍ່ໄດ້ຮັບຄ່າຊົດເຊີຍ ຕາມລາຄາທ້ອງຕລາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.