ສວັດດີການ ຄົນງານລາວ ຢູ່ໄທຍ ຍັງບໍ່ດີ ເທົ່າ​ທີ່​ຄວນ

ຄົນງານລາວ ທີ່ເຮັດວຽກ ນອກຣະບົບ ຢູ່ໄທຍ ບໍ່ໄດ້ຮັບ ການຄຸ້ມຄອງ ທາງດ້ານ ສວັດດີການ ສັງຄົມ.

ກອງ​ປະ​ຊຸມ ວັນແຮງງານຂ້າມ​ຊາ​ຕສາກົລ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ 15 ທັນວາ 2019 RFA/PN

ເຄືອຂ່າຍສິທທິ ເພື່ອແຮງງານຂ້າມຊາຕ ໄດ້ຮຽກຮ້ອງ ໄປຍັງຣັຖບານໄທຍ ໃຫ້ເອົາໃຈໃສ່ ຄຸ້ມຄອງ ແຮງງານຂ້າມຊາຕ ຕາມກົດໝາຍ. ດັ່ງ ຍານາງ ສຸທາສິນີ ແກ້ວເຫຼັກໄຫຼ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຽເສຣີ ໃນວັນທີ 16 ທັນວາ ວ່າ ເນື່ອງໃນໂອກາດ ຈັດງານ ວັນແຮງງານ ສາກົລ ຂຶ້ນ ຢູ່ບາງກອກ ປະເທດໄທຍ ໃນ​ວັນ​ທີ 15 ທີ່​ຜ່ານ​ມາ ແຮງງານລາວ ສວ່ນຫຼາຍ ບໍ່ໄດ້ເຮັດວຽກ ໃນ​ຂແນງອຸດສາຫະກັມ. ສ່ວນຫຼາຍ ເຮັດວຽກ ຢູ່ພາກບໍຣິການ ຕີເປັນນອກຣະບົບ ຂາດສິທ ໃນການຄຸ້ມຄອງ.

“ຄົນງານລາວ ສ່ວນໃຫຍ່ ກໍຈະນ້ອຍຫຼາຍ ທີ່ເຮັດວຽກໃນ ອຸດສາຫະກັມ. ສ່ວນໃຫຍ່ ຈະເຮັດໃນພາກ ບໍຣິການ ຖ້າເກີດວຽກເຮັດ ຢູ່ໃນຮ້ານອາຫານ ຕີເປັນຄົນງານ ນອກຣະບົບ ອັນນີ້ ກໍຄືຂາດສິທ ໃນກົດໝາຍ ທີ່ຈະຄຸ້ມຄອງ. ພໍໂຕເອງ ໄດ້ຮັບຜົລກະທົບ, ກໍບໍ່ກ້າ ທີ່ຈະຮ້ອງຮຽນ, ບໍ່ກ້າ ທີ່ຈະເຮັດຫຍັງ, ແລ້ວກໍຍັງບໍ່ຮູ້ ວິທີການ, ບໍ່ຮູ້ຊ່ອງທາງ ທີ່ຈະຮ້ອງຮຽນ.”

ເມື່ອປຽບທຽບ ຄົນງານລາວ ກັບຄົນງານຊາດອື່ນໆ ທີ່ເຂົາມາເຮັດວຽກ ໃນພາກອຸດສາຫະກັມ ຂນາດໃຫຍ່, ເຊິ່ງຈະມີ ການຄຸ້ມຄອງ ແລະ ໃຫ້ສວັດດີການສັງຄົມ ທຽບເທົ່າກັບຄົນໄທຍ, ເຊິ່ງຈະແຕກຕ່າງ ຈາກແຮງງານລາວ ທີ່ບໍ່ໄດ້ຮັບສິທເຫຼົ່ານີ້.

ສ່ວນທ່ານ ສົມພອນ ຂວັນເນ​ຕ, ປະທານ ຄນະກັມມະການ ສະໝານ​ອະສັນ ຄົນງານໄທຍ ຫຼື (ຄ​ສ​ຣ​ທ), ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ວ່າ ຄົນງານຂ້າມຊາດ ທີ່ເຮັດວຽກຢູ່ໃນໄທຍ ຍັງບໍ່ໄດ້ຮັບ ການປະຕິບັດ ທີ່ີດີພໍ.

“ຄົນງານ ທີ່ຈິງແລ້ວ ຄວນໄດ້ຮັບການດູແລ ໃຫ້ດີກ່ວາ ທີ່ເປັນຢູ່, ເນື່ອງຈາກ ເຂົາເປັນຄົນຂັບເຄື່ອນເສຖກິຈ​ ຂອງປະເທດ. ເນື່ອງຈາກ 70% ມາຈາກ ການສົ່ງອອກ ແລະ ມາຈາກ ພາກອຸດສາຫະກັມ, ຈຶ່ງປະຕິເສດບໍ່ໄດ້ວ່າ ຄົນງານມີຄວາມສຳຄັນ ໃນການຂັບເຄື່ອນ ເສຖກິຈ ຂອງປະເທດ.”

ຕໍ່ກັບບັນຫາ ດັ່ງກ່າວ ຄົນງານລາວ ທີ່ເຮັດວຽກ ຢູ່ໃນປະເທດໄທຍ ໄດ້ກ່າວ ສະແດງຄວາມເຫັນ ຕໍ່ນັກຂ່າວເອເຊັຽເສຣີ ວ່າ ຖ້າວ່າ ຄົນງານລາວ ໄດ້ສິທເຮັດບັດ ປະກັນສັງຄົມ ກໍຖືວ່າ ເປັນຜົລດີ ຕໍ່​ກັບ ແຮງງານລາວ ຢູ່ໃນໄທຍ.

“ກະແລ້ວແຕ່ບໍຣິສັດ ຄືວ່າ ເຂົາເຈົ້າຈ້າງລູກນ້ອງ ຄ່າ​ແຮງງານ ຖືກ ຫຼືແພງ ມັນກະຂຶ້ນຕາມວຽກແດ່. ເພາະວ່າດຽວນີ້ ເຂົາເຈົ້າໃຫ້ເປັນເງິນເດືອນ. ໃຫ້ເຮັດປະກັນສັງຄົມ ປະກັນສຸຂພາບ ໃຫ້​ໄປ​ເຮັດ​ມ້ຽນ​ ແມ່ນບໍ່. ເວລາເຂົ້າໂຮງໝໍ ເຮົາໃຊ້ບັດປະກັນສັງຄົມ. ກະດີຄືກັນໄດ໋ ຖ້າຫາກວ່າ ທາງພັກ-ຣັຖ ທາງຜູ້ໃຫຍ່ ເພິ່ນແກ້ໄຂໄດ້.”

ສ່ວນຄົນງານ ທີ່ມາເຮັດວຽກ ແບບມີ MOU ຢູ່ບາງກອກ ປະເທດໄທຍ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ວ່າ ບໍຣິສັດ ມີປະກັນສັງຄົມໃຫ້ ໂດຍຈະຫັກເງິນ 5% ຂອງແຕ່​ລະເດືອນ.

“ຖ້າເຮົາເຮັດວຽກ ນໍາບໍຣິສັດ ເຂົາກໍຊິບັງຄັບ ໃຫ້ເຮັດປະກັນສັງຄົມແຫຼະ, ແຕ່ລະເດືອນ ເຂົາຫັກເງິນເດືອນເຮົາເນາະ. ແຕ່ວ່າຄັນເຮັດງານທົ່ວໄປ ນາຍຈ້າງແບບວ່າ ມັນບໍ່ແມ່ນ ບໍຣິສັດ, ມັນກະ​ຊິໄດ້ ປະກັນສຸຂພາບ ມັນຈ່າຍນ້ອຍກ່ວາ ປະກັນສັງຄົມ, ແຕ່ມັນຈ່າຍ ເປັນປີຕໍ່ປີ.”

ຜ່ານມາ ແຮງງານລາວ ທີ່ເຂົ້າເຮັດວຽກນອກຣະບົບ ກໍຄືບໍ່ຜ່ານ ຂັ້ນຕອນ MOU ຕາມຣະບຽບການ ທີ່ລາວ-ໄທ ໄດ້ຮ່ວມລົງນາມກັນນັ້ນ, ແມ່ນຈະບໍ່ໄດ້ສິທ ໃນການຄຸ້ມຄອງ ທາງດ້ານ ສວັດດີການ. ພ້ອມກັນນີ້, ແຮງງານເຫຼົ່ານີ້ ຍັງມີຄວາມສ່ຽງ ຕໍ່ການຖືກຂູດຮີດ ແຮງງານ.

ອີງຕາມ ກະຊວງແຮງງານໄທຍ ໄດ້ຣາຍງານ ເມື່ອເດືອນກັນຍາ ປີ 2019 ຜ່ານມາ, ມີຄົນງານລາວ ມາເຮັດວຽກຢູ່ໄທຍ ໂດຍຜ່ານຂັ້ນຕອນ MOU 175,153 ຄົນ ແລະ ໄດ້ພິສູດສັນຊາຕ ຫຼື ຖືບັດອະນຸຍາດ ເຮັດວຽກຊົ່ວຄາວ 105,153 ຄົນ, ຮວມຄົນງານລາວ ທີ່ເຮັດວຽກຢູ່ໄທ ມີທັງໝົດ 280,919 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org