ອ້ອຍບໍ່ໄດ້ສົ່ງອອກ ດ່ານປິດ ໂຄວິດ-ຣະບາດ

ຊາວສວນປູກອ້ອຍ ຢູ່ ແຂວງຫຼວງນໍ້າທາ ເດືອດຮ້ອນ ສົ່ງອ້ອຍ ອອກໄປຈີນ ບໍ່ໄດ້ ຍ້ອນດ່ານປິດ ຕາມມາຕການ ຕ້ານໂຄວິດ-19 ຣະບາດ.

ຣົດຂົນສົ່ງອ້ອຍອອກໄປ ຈີນ ບໍ່ໄດ້ຍ້ອນທ່າດ່ານປາງໄຮປິດ ໃນໄລຍະທີ່ມີການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19. RFA/VD

ຊາວສວນປູກອ້ອຍ ຢູ່ເມືອງສິງ ແລະ ເມືອງລອງ ແຂວງຫຼວງນ້ຳທາ ທີ່ປູກອ້ອຍສົ່ງໄປຂາຍ ໃຫ້ບໍຣິສັດຈີນ ປະສົບກັບບັນຫາ ພາຍຫຼັງທີ່ ທາງການສັ່ງປິດດ່ານທ້ອງຖິ່ນ ຊາຍແດນລາວ-ຈີນ ຫຼືດ່ານປາງໄຮ, ທີ່ ເມືອງສິງ ແຂວງຫຼວງນ້ຳທາ ຍ້ອນມາຕການສະກັດກັ້ນ ການແຜ່ ຣະບາດຂອງເຊື້ອໄວຣັສໂຄວິດ-19, ຊຶ່ງ ມີກຳນົດເຣີ່ມປິດດ່ານ ມາແຕ່ວັນທີ 1 ເມສາ ຈົນໄປເຖິງວັນທີ 19 ເມສາ, ເຮັດໃຫ້ຊາວສວນ ໄດ້ຮັບຜົລ ກະທົບຫຼາຍຄອບຄົວ ຍ້ອນໄດ້ຕັດອ້ອຍ ຂົນໃສ່ຣົດບັນທຸກເຕັມຣົດຫຼາຍຄັນ ແຕ່ບໍ່ສາມາດສົ່ງອ້ອຍອອກໄປຂາຍຈີນ ທັນເວລາ ກ່ອນທີ່ດ່ານປິດ. ດັ່ງຊາວສວນປູກອ້ອຍ ຢູ່ເມືອງສິງຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ເມສາ ນີ້ວ່າ:

“ໂອ, ອ້ອຍນີ້ຍັງຫຼາຍໂອຍັງ. ບໍ່ໃຫ້ເອົາອອກນາດຽວນີ້ ຕັດອ້ອຍກໍມີປະມານ 4 ຖ້ຽວນີ້ ບໍ່ໄດ້ໃສ່ນີ້. ບ້ານເຮົາຍັງຢູ່ 7 ພັນໂຕນເດ. ບໍ່ດີແລ້ວບໍ່ດີ ກໍຈັ່ງໃດ ບໍ່ໃຫ້ເອົາອອກນີ້. ກໍບໍ່ແມ່ນວ່າ ບໍຣິສັດບໍ່ໃຫ້ເອົາອອກ ວ່າຊັ້ນເດ, ແຕ່ດ່ານເພິ່ນບໍ່ໃຫ້ເອົາອອກນີ້ ເຮົາກໍບໍ່ຊ່າງ ຊິເຮັດແນວໃດນິ. ບໍ່ແມ່ນແຕ່ບ້ານເຮົາ, ຫຼາຍບ້ານເດ.”

ຊາວສວນເວົ້າວ່າ ຖ້າບໍ່ໄດ້ສົ່ງອ້ອຍທີ່ຕັດອອກໄປຮອດຈີນ ພາຍໃນເວລາສອງສັປດາ ອ້ອຍທີ່ຕັດນັ້ນ ກໍຈະເນົ່າຖິ້ມລ້າໆ ບໍ່ສາມາດຂາຍໄດ້. ໃນຂນະທີ່ ອ້ອຍທີ່ຍັງຄ້າງຢູ່ສວນ ຖ້າກາຍກຳນົດຕັດ ທາງບໍຣິສັດ ກໍບໍ່ສາມາດຮັບຊື້ໄດ້ ເນື່ອງຈາກອ້ອຍກາຍອາຍຸ ບໍ່ຕຣົງກັບສັນຍາຊື້.

ໃນຂນະດຽວກັນ ຊາວສວນປູກອ້ອຍ ຢູ່ເຂດເມືອງລອງ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວສວນສ່ວນຫຼາຍ ແມ່ນຫາກິນ ນຳການ ປູກອ້ອຍ ຖ້າບໍ່ໄດ້ຂາຍອ້ອຍ ກໍບໍ່ມີຣາຍຮັບ:

“ກາຍກຳນົດຕັດ ກໍໄດ້ຖິ້ມລ້າ ປີໜ້າກໍໄດ້ຕັດຖິ້ມ. ບໍຣິສັດກໍຈົນຊິໄຫ້ຍ້ອນໂອ. ບໍ່ໄດ້ຂາຍອ້ອຍ ຊິເອົາເງິນຢູ່ໃສມາໃຊ້ຈ່າຍ. ເຂົາບໍ່ໃຫ້ຕັດອ້ອຍ ກໍບໍ່ມີແລ້ວນີ້.  ບໍຣິສັດກະຊິຕາຍ ປະຊາຊົນເຮັດກະຊິຕາຍນາ.”

ຊາວສວນຜູ້ນີ້ ກ່າວຕື່ມອີກວ່່າ ປັດຈຸບັນ, ຍັງມີຣົດຂົນອ້ອຍ ທີ່ຍັງຄ້າງຢູ່ດ່ານ ປະມານ 10 ປາຍຄັນ ໃນຈຳນວນທັງໝົດ 50 ປາຍຄັນ. ແຕ່ເນື່ອງຈາກດ່ານປິດ ຣົດຂົນອ້ອຍຂອງເມືອງສິງຈຳນວນນຶ່ງ ກໍກັບຄືນ ເມືອເຮືອນ ແລ້ວເທອ້ອຍອອກ ປະໃຫ້ເນົ່າຢູ່ສວນຄືນ ສ່ວນຣົດ ທີ່ຍັງຄ້າງ ເປັຣົດຂົນອ້ອຍຈາກເມືອງລອງ ທີ່ຍັງລໍຖ້າການເປີດດ່ານ.

ກ່ຽວເຣື່ອງດັ່ງກ່າວ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າ ປະຈຳດ່ານທ່ານນຶ່ງ ຢູ່ເມືອງສິງ, ຊຶ່ງທ່ານບໍ່ປະສົງອອກຊື່ແລະສຽງຈິງ ກ່າວວ່າ:

“ທ່າດ່ານປາງໄຮ ນີ້, ໃນໄລຍະທີ່ມີການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ຕອນທຳອິດນັ້ນ, ແມ່ນອະນຸຍາດ ໃຫ້ແຕ່ຣົດຂົນສົ່ງສິນຄ້າ ຜ່ານເທົ່ານັ້ນ, ແຕ່ດຽວນີ້ ເພິ່ນໄດ້ເພີ່ມມາຕການ ໃຫ້ປິດໝົດ ຣົດຂົນສົ່ງ ສິນຄ້າ ກໍບໍ່ໃຫ້ອອກ. ມີແຕ່ດ່ານສາກົລບໍ່ເຕັນ ທີ່ອະນຸຍາດ ໃຫ້ຣົດຂົນສົ່ງສິນຄ້າອອກໄດ້. ຖ້າຣົດອອ້ຍຊິໄປອອກທາງນັ້ນ, ມັນພັດໄກໂພດ ຊາວສວນເຂົາໄປບໍ່ໄດ້. ຜ່ານມາ, ມີແຕ່ເມືອງອະນຸຍາດ ໃຫ້ອອກໄດ້, ແຕ່ດຽວນີ້ແຂວງສັ່ງໂຈະໝົດ.”

ຊາວສວນປູກອ້ອຍ ໄດ້ເຣີ່ມຕັດອ້ອຍ ແຕ່ເດືອນມົກຣາ ເປັນຕົ້ນມາ, ເຊິ່ງປັດຈຸບັນ ການຕັດອ້ອຍ ຂອງຊາວສວນ ສາມາດສົ່ງອ້ອຍອອກ ໄປຈີນ ໄດ້ພຽງ 60% ເທົ່ານັ້ນ, ຍັງມີອ້ອຍທີ່ຄ້າງຢູ່ສວນຈຳນວນຫຼາຍ ທີ່ບໍ່ສາມາດຕັດໄດ້ ແລ້ວນຳສົ່ງອອກໄປຂາຍຈີນໄດ້ຍ້ອນທາງການ ບໍ່ອະນຸຍາດໃຫ້ຜ່ານດ່ານ.

ກ່ຽວກັບການປູກອ້ອຍໃນປີນີ້, ນອກຈາກຊາວສວນ ຈະໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງແລ້ວນັ້ນ, ພວກເຂົາຍັງໄດ້ຮັບຜົລກະທົບ ຈາກການປິດດ່ານຊາຍແດນ ແລ້ວບໍ່ສາມາດຕັດອ້ອຍ ສົ່ງໄປຂາຍຈີນໄ ດ້ທັນເວລານຳດ້ວຍ.

ເມືອງສິງ ແລະ ເມືອງລອງ ແຂວງຫຼວງນ້ຳທາ ມີຊາວສວນປູກອ້ອຍທັງໝົດ 1 ພັນປາຍຄອບຄົວ ແລະ ສ່ວນຫຼາຍ ແມ່ນປະຊາຊົນເຜົ່າ ອາຂ່າ ທີ່ອາສັຍຢູ່ຕາມພູດອຍ. ເນື້ອທີ່ປູກອ້ອຍທັງໝົດ ໃນ 2 ເມືອງນີ້, ມີປະມານ 10 ປາຍພັນເຮັກຕ້າຣ໌ ແລະ ມີການສົ່ງອ້ອຍອອກໄປ ຂາຍຈີນ  ໃນແຕ່ລະປີເກືອບ 8 ແສນຕັນຕໍ່ປີ, ອີງຕາມຂໍ້ມູນຈາກຫ້ອງການກະສິກັມ ແລະ ປ່າໄມ້ ປະຈຳເມືອງສິງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org