ຂັ້ນຕອນການລົງທຶນ ຢູ່ລາວ ຫຍຸ້ງຍາກ

ໄຊຍາ
2020.06.23
f-mall ຫ້າງຮ້ານຄ້າ ຂອງ ນັກລົງທຶນຈີນ ຢູ່ ນະຄອນຫຼວງວຽງຈັນ
RFA

ການລົງທຶນເຮັດທຸຣະກິດໃນລາວ ຍັງມີຂັ້ນຕອນຫຍຸ້ງຍາກ ແລະ ໃຊ້ເວລາຢ່າງນ້ອຍ 90 ວັນ ຫລື 03 ເດືອນ ອີງຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016. ອັນສົ່ງຜົລ ໃຫ້ປະເທດລາວ ເສັຽໂອກາດດ້ານການລົງທຶນ ຫຼາຍເມື່ອທຽບໃສ່ ປະເທດ ອ້ອມຂ້າງ. ດັ່ງເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ມິຖຸນາ ວ່າ:

"ດຽວນີ້ເຮົາກະອີງຕາມກົດໝາຍ ສົ່ງເສີມການລົງທຶນສະບັບປັບປຸງ ປີ 2016 ແລ້ວບາດນີ້ຫັ້ນຫລັງຈາກ ໂຄວິດແລ້ວ ເຮົາກະຍັງດຳເນີນ ຕາມກົດໝາຍໂຕເກົ່າ, ມີຫຼາຍຂັ້ນຕອນແຕ່ວ່າເຮົາປັບປຸງ ຂອດຂັ້ນໂຕອັນການບໍຣິຫານງານເນາະ ແລະການດຳເນີນງານຂອງເອກກະສານ ໃນຂັ້ນຕອນຂອງວຽກງານ ປະຕູດຽວເພື່ອດັດຂອດຂັ້ນ ໃຫ້ມັນສັ້ນເຂົ້າ ໂດຍປະສານສົມທົບ ພາຍໃນຂອງພາກຣັຖ ເອງເນາະ."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ຂັ້ນຕອນໃນການຂໍອະນຸຍາດ ປະກອບທຸຣະກິດ ຕາມກົດໝາຍສະບັບ ປັດຈຸບັນນີ້ ຍອມຮັບວ່າຊັກຊ້າ ທັງຣະບຽບ ຂັ້ນຕອນ ແລະ ເຈົ້າໜ້າທີ່ພາກຣັຖ ເຊິ່ງຣັຖບານ ລາວ ກໍເຫັນວ່າຄວນຈະປັບປຸງກົດໝາຍ ໃຫ້ມີຂັ້ນຕອນທີ່ໄວຂື້ນ ຮວມເຖິງການປັບປຸງ ໂຄງສ້າງຂອງຂແນງການ ແຜນການ ແລະການລົງທືນ ແຕ່ຣະດັບສູນກາງ ຫາທ້ອງຖິ່ນ.

ໃນຂອດການລົງທຶນໃນລາວ ເຈົ້າໜ້າທີ່ສົ່ງເສີມການຄ້າ ຣະຫວ່າງປະເທດ ກະຊວງພານິດ ປະເທດໄທຍ ປະຈຳລາວໄດ້ກ່າວຕໍ່ ເອເຊັຽເສຣີ ວ່າການເຂົ້າໄປລົງທຶນ ເຮັດທຸຣະກິຈຂນາດນ້ອຍ ແລະ ຂນາດກາງໃນປະເທດລາວ ເປັນຕົ້ນ ການເຂົ້າໄປຈົດທະບຽນ ທຸຣະກິຈ ແຟຣນຊາຍ ຫລື ທຸຣະກິຈທ່ອງທ່ຽວ ແລະ ບໍຣິການ ຍັງມີຄວາມຫຍຸ້ງຍາກ.

"ເບື້ອງຕົ້ນທີ່ເຄີຍເຫັນເປັນ ແຟຣນຊາຍ ຂອງໄທຍ ເພື່ອທີ່ຈະຈົດທະບຽນທຸຣະກິຈເປັນແຟຣນຊາຍ ແບບນີ້ຫລາຍເດືອນຄືກັນ ຂ້ອງຂ້າງດົນ."

ທາງຜູ້ປະກອບການຮ້ານອາຫານ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າການເຮັດທຸຣະກິຈໃນລາວ ຍັງຖືວາຫຍຸ້ງຍາກມີຫຼາຍ ຂັ້ນຕອນກ່ວ່າຈະໄດ້ເປີດທຸຣະກິຈໄດ້, ເຊັ່ນ: ຂຽນໃບສເນີຜ່ານເມືອງ ແລະແຂວງ ຫລັງຈາກນັ້ນຜແນກແຜນການ ແລະການລົງທຶນ ຈະລົງມາກວດກາຖ້າໄດ້ຮັບ ອະນຸຍາດຈະຕ້ອງເອົາ ໃບອະນຸຍາດໄປຍື່ນຕໍ່ຂແນງການ ພາສີ-ອາກອນ ຜແນກການເງິນກວ່າຈະຜ່ານ ເຊີ່ງມັນຖ່ວງດຶງເວລາຫລ້າຊ້າ.

"ເຮົາກະໄປຂຶ້ນທະບຽນນຳເຂົາເຈົ້າ ແລ້ວກະບາດນັ້ນເຮົາກະຂໍ ດຳເນີນທຸຣະກິຈ ແລ້ວຂະເຈົ້າຈະມາກວດ ແລ້ວຂະເຈົ້າກະເຮັດທະບຽນ ລົງທະບຽນ ຈະຕ້ອງອັນນັ້ນ ຮູ້ຈັກຂະເຈົ້າ ແລ້ວຈັ່ງເຮັດໄດ້ ຄັນບໍ່ຮູ້ຂະເຈົ້າເຮັດບໍ່ໄດ້."

ເຈົ້າໜ້າທີ່ສະພາການຄ້າ ແລະອຸດສາຫະກັມແຫ່ງຊາດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ກໍມີຄວາມພຍາຍາມ ທີ່ຈະສເນີ ໃຫ້ພາກຣັຖບານ ປັບປຸງ ຣະບຽບການລົງທຶນໃຫ້ໄວກ່ວານີ້.

"ຕອນນີ້ມັນກະຍັງບໍ່ມີໂຕແຈ້ງການ ອອກມາເນາະແຕ່ວ່າທາງເຮົາພຍາຍາມຫັ້ນນ່າ ກະມີເຮັດເປັນໜ່ວຍງານແກ້ໄຂເຣື່ອງນີ້ແລ້ວ."

ທາງນັກເສຖສາດໄດ້ໃຫ້ຄຳເຫັນ ຕໍ່ກັບເຣື່ອງການລົງທຶນ ຕໍ່ເອເຊັຽເສຣີວ່າ ຣັຖບານລາວ ຄວນປັບປຸງຂັ້ນຕອນການລົງທຶນ ເພື່ອອຳນວຍ ຄວາມສະດວກໃນການລົງທຶນ ເພື່ອການເປັນດຶງດູດ ນັກລົງທຶນ ພາຍຫລັງພຍາດໂຄວິດ-19 ເຊົາຣະບາດ.

"ໂຕນີ້ນິ ຈະຕ້ອງມີການປ່ຽນຫຼາຍຢ່າງເຕີບ ທີ່ຈະເຮັດໃຫ້ການລົງທຶນ ພາຍໃນລົງທຶນອື່ນໆເຣື່ອງອຸດສາຫະກັມ ການບໍຣິການຕ່າງໆໃຫ້ມີ ຄວາມສະດວກຂື້ນ ໃຫ້ມີຄວາມຍາກລຳບາກ ນ້ອຍລົງມີຄ່າ ສິ້ນເປືອງນ້ອຍລົງ ແລ້ວຈະສາມາດຟື້ນໂຕຄືນໄດ້ ລະເສຖກິຈຈະໄປໄດ້ດີ."

ເມື່ອທ້າຍປີຜ່ານມາທະນາຄານໂລກ ໄດ້ຣາຍງານກ່ຽວກັບການຈັດອັນດັບປະເທດ ທີ່ມີຄວາມຍາກ-ງ່າຍ ໃນການປະກອບທຸຣະກິຈ ຫລື Doing Business ປະຈຳປີ 2020 ທັງໝົດ 190 ປະເທດ ທົ່ວໂລກ ໂດຍປະເທດລາວ ຢູ່ອັນດັບທີ 154 ອັນດັບເທົ່າກັບ ປີ 2019 ເຊິ່ງປະເມີນຈາກປັດຈັຍ ຄວາມສາມາດຂອງແຮງງານ, ຄວາມສາມາດຂອງປະຊາກອນ ທີ່ເຮັດວຽກມີ ປະສິດຕິພາບ ແລະ ການສໍ້ຣາສ ບັງຫລວງ ນ້ອຍທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.