​ສົມ​ສະ​ຫວັນ ຕາຍ​ໃນ​ຄຸກ ອາດບໍ່ແມ່ນ ຂ້າໂຕຕາຍ: ຟີ​ລ

ໄຊຍາ
2018.02.13
f-phil robertson ທ່ານ ຟີລ ໂຣເບີຣ໌​ທເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຽຕາວັນອອກ
RFA

ນັກສິດທິມະນຸດ ບໍ່ເຊື່ອວ່າ ກໍລະນີ ການເສັຽຊີວິດ ຂອງ ທ້າວ ສົມສະຫວັນ, ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ຢູ່ໃນຄຸກ ໃນວັນທີ 29 ມົກກະຣາ ເປັນການຂ້າຕົວຕາຍ ຕາມຄໍາກ່າວອ້າງ ຂອງເຈົ້າໜ້າທີ່ຕໍາຣວດ. ທ້າວ ສົມສະຫວັນ ເປັນນຶ່ງ ໃນຈໍານວນຊາວບ້ານຢຶບ 14 ຄົນ ທີ່ຖືກຈັບ ໃນເດືອນ ກໍຣະກະດາ ປີ 2017 ໃນກໍລະນີ ຂໍ້ຂັດແຍ້ງທີ່ດິນ ຈົນເສັຽຊີວິດໃນຄຸກ ໃນວັນທີ 29 ມົກກະຣາ.

ເຈົ້າໜ້າທີ່ຕໍາຣວດ ແຂວງເຊກອງ ໄດ້ບອກກັບ ຍາດພີ່ນ້ອງ ຂອງ ທ້າວ ສົມສະຫວັນ ຜູ້ເສັຽຊີວິດ ວ່າ ເປັນການຂ້າຕົວຕາຍ, ແຕ່ ນັກສິດທິ ມະນຸດ ບໍ່ເຊື່ອວ່າ ລາວຈະຂ້າຕົວຕາຍ. ທ່ານ ຟີ​ລ ໂຣເບີຣ໌ທເຊິ໊ນ (Phil Robertson), ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈໍາເຂດ ເອເຊັຽ, ໄດ້ກ່າວ ຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນວັນທີ 12 ກຸມພາ ວ່າ:

"ຂ້າພະເຈົ້າ ຄິດວ່າ ມັນບໍ່ແມ່ນ ເຣື່ອງຈິງ, ຄິດວ່າ ເປັນການແກ້ໂຕ ຄືກັບ ຢູ່ວຽດນາມ, ຊຶ່ງບໍ່ແມ່ນຄວາມຈິງແທ້ໆ. ປະຊາຊົນ ຜູ້ທີ່ຖືກຂັງຄຸກ ແລະ ເຈົ້າໜ້າທີ່ ປະຕິບັດ ກັບເຂົາເຈົ້າ ແບບບໍ່ຖືກຕ້ອງ ຢູ່ໃນຄຸກ ແລະ ເຂົາເຈົ້າ ກໍເສັຽຊີວິດຄາຄຸກ ແລະ ເຈົ້າໜ້າທີ່ ກໍອ້າງວ່າ ເປັນການຂ້າ ຕົວຕາຍ ຫຼື ຫົວໃຈວາຍຕາຍ ຄ່ືແນວນັ້ນ. ເວົ້າແທ້ໆ ມັນບໍ່ເປັນ ຄວາມຈິງ."

ຂ້ອນຂ້າງ ຈະແຈ້ງແລ້ວວ່າ ການກັກຂັງຄົນ ຢູ່ໃນລາວ ກາຍເປັນບັນຫາໃຫຍ່ ແລະ ຜູ້ທີ່ຖືກກັກຂັງ ບໍ່ໄດ້ຮັບອະນຸຍາດ ພົບກັບຄອບຄົວ ແລະ ບໍ່ໄດ້ພົບກັບ ທະນາຍຄວາມ, ອີງຕາມ ຄຳ​ເວົ້າ ຂອງທ່ານ ຟີ​ລ ໂຣ​ເບີ​ຣ​໌​ທ​ເຊິ໊ນ. ທ່ານ ກ່າວຕື່ມອີກ ວ່າ:

"ຊາວບ້ານ ທີ່ຖືກກັກຂັງ ທັງໝົດ ຄວນໄດ້ຮັບການປ່ອຍຕົວ ຖ້າວ່າ ມີການດໍາເນີນຄະດີ ກັບເຂົາເຈົ້າແລ້ວ ກໍຕ້ອງມີ ຂະບວນການສານ ທີ່ຍຸຕິທັມ ແລະ ເປີດເຜີຍ ຊາວບ້ານ ຈະຕ້ອງເຂົ້າເຖິງ ທະນາຍຄວາມ ແລະ ຕ້ອງມີການດໍາເນີນຄະດີ ທີ່ໂປ່ງໄສ. ການກັກຂັງ ຄົນໄວ້ ຢູ່ໃນຄຸກແບບນີ້ ຖືວ່າ ເປັນອາຊຍາກັມ. ແລະ ອີກເທື່ອນຶ່ງ ມັນກໍເປັນຕົວຢ່າງ ທີ່ສະແດງໃຫ້ເຫັນວ່າ ຣັຖບານ ບໍ່ຄ່ອຍໃສ່ໃຈ ກັບປະຊາຊົນ ຂອງຕົນເອງ."

ເຖິງຢ່າງໃດກໍຕາມ, ທ່ານ ເພັດສະໝອນ ເຈົ້າໜ້າທີ່ຂັ້ນສູງ ຈາກອົງການອັຍການປະຊາຊົນສູງສຸດ ໄດ້ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນວັນທີ 13 ກຸມພາ ວ່າ:

"ກ່ຽວກັບເຣື້ອງນີ້ ຖ້າຄອບຄົວ ຂອງຜູ້ຕາຍ ບໍ່ເຫັນດີ ກໍສາມາດຂຽນໃບສເນີ ຂຶ້ນມາ ເພື່ອໃຫ້ມີການແກ້ໄຂ ຕາມໂຕຈິງ ຂັ້ນ ຖ້າວ່າມັນ ເກີດ ມີບັນຫານີ້ແທ້, ແຕ່ກໍຄົງບໍ່ສາມາດ ໃຫ້ຄໍາເຫັນໄດ້ຫລາຍກວ່ານີ້ ເພາະວ່າ ຍັງບໍ່ຮູ້ລາຍລະອຽດເຣື້ື້ອງນີ້."

ເພື່ອສອບຖາມຂໍ້ມູນເພີ້ມຕື່ມ, ວັນທີ 13 ກຸມພາ ເອເຊັຽ ເສຣີ ໄດ້ໂທຫາ ກອງບັນຊາການ ປກສ ແຂວງເຊກອງ, ແຕ່ ເຈົ້າໜ້າທີ່ ຜູ້ທີ່ ຮັບໂທຣະສັບ ປະຕິເສດ ທີ່ຈະໃຫ້ຄໍາເຫັນ ໃນເຣື້ອງນີ້. ນອກຈາກນີ້ ເອເຊັຽ ເສຣີ ຍັງໂທຫາ ທ່ານ ສໍລະເສີມສັກ ຜ່ອງສານຸວົງ, ຫົວໜ້າຫ້ອງການ ອັຍການແຂວງ ແລະ ທ່ານ ສົມນິດ ສິລິບຸນເລື້ອງ, ຫົວໜ້າຫ້ອງການ ອັຍການແຂວງເຊກອງ, ແຕ່ທັງສອງທ່ານ ບໍ່ຮັບໂທຣະສັບ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.