ເຂື່ອນນໍ້າອູ 4 ແລ້ວ 95% ແຕ່ໂຄງຮ່າງ ພື້ນຖານ ຍັງຫຼ້າຊ້າ
ເຂື່ອນນໍ້າອູ 4 ຄືບໜ້າ 95% ແລ້ວ, ແຕ່ການພັທນາ ໂຄງຮ່າງພື້ນຖານ ໃຫ້ຜູ້ໄດ້ຮັບ ຜົລກະທົບ ຍັງຫຼ້າຊ້າ.
-
ສຸພັດຕາ
2019-12-31 -
-
-
Your browser doesn’t support HTML5 audio
ເຂື່ອນນໍ້າອູ 4 ຂອງບໍຣິສັດ ຊີໂນໂຮໂດຣ ຂອງຈີນ ທີ່ຕັ້ງຢູ່ ເມືອງຂວາ ແຂວງຜົ້ງສາລີ ການກໍ່ສ້າງ ຄືບໜ້າ 95% ແລ້ວ ແລະ ປັດຈຸບັນ ກໍາລັງ ຕັນນ້ຳ ເພື່ອທົດລອງ ຜລິຕໄຟຟ້າ, ແຕ່ການພັທນາ ໂຄງຮ່າງ ພື້ນຖານ ເປັນຕົ້ນ: ຣະບົບນໍ້າຣິນ ແລະ ການສ້າງ ກັນເຈື່ອນ ຕາມແຄມບ້ານ ແຄມເຮືອນ ປະຊາຊົນ ໃນບ້ານ ຈັດສັນ ນັ້ນ, ຍັງຫຼ້າຊ້າ ແລະ ບໍ່ໄດ້ ມາຕຖານ ຕາມທີ່ໄດ້ ຕົກລົງໄວ້. ດັ່ງປະຊາຊົນ ເຂດດັ່ງກ່າວ ໄດ້ເວົ້າກັບ ວິທຍຸ ເອເຊັຽເສຣີ ໃນວັນທີ່ 30 ທັນວາ ນີ້ວ່າ:
“ຊິແລ້ວ ປະມານ ເດືອນ 3 ປີ 2020 ເຂົາເຮັດ ແບບດຽວນີ້ນິ່ ເຂົາກໍາລັງອັດ ປະມານ ເຄິ່ງນຶ່ງ ແລ້ວ. ມັນຍັງເຄິ່ງນຶ່ງ, ແຕ່ວ່າ ດຽວນີ້ ມັນຍັງບໍ່ໄດ້ ຕາມມາຕຖານ. ອັນ 1 ນໍ້າຣິນຫັ້ນ, 2 ມາ ກໍຕາມແຄມບ້ານ ແຄມເຮືອນ ຫັ້ນ ມັນກໍເຈືື່ອນ. ຢາກໃຫ້ເຂົາ ແບບກໍ່ກັນເຈື່ອນ.”
ປະຊາຊົນ ຜູ້ນີ້ເວົ້າວ່າ ເຂື່ອນນໍ້າອູ 4 ຈະເຣີ່ມຜລິຕ ໄຟຟ້າຂາຍ ໃນເດືອນ ມີນາ ປີ 2020 ໃນຂນະທີ່ ການກໍ່ສ້າງ ໂຄງຮ່າງພື້ນຖານ ໃຫ້ປະຊາຊົນ ຍັງຫຼ້າຊ້າ ຣະບົບນໍ້າຣິນ ທີ່ບໍຣິສັດ ສ້າງ ໃຫ້ປະຊາຊົນ ໃນ 5 ບ້ານ ເປັນຕົ້ນ ບ້ານຫ້ວຍພຸກ, ບ້ານຕາມຸງ ແລະ ບ້ານຫ້ວຍລີກ ນັ້ນ, ກໍໃຊ້ການບໍ່ໄດ້ ຍ້ອນນໍ້າ ໄຫຼໜ້ອຍ ເນື່ອງຈາກ ບໍຣິສັດ ໃຊ້ທໍ່ ຂນາດນ້ອຍ ກວ້າງພຽງ 65 ຊັງຕີແມັຕ ທັ້ງໆທີ່ ຄວາມເປັນຈິງແລ້ວ ຄວນໃຊ້ ທໍ່ຂນາດ 90-100 ຊັງຕີແມັຕ ເຮັດໃຫ້ ປະຊາຊົນ ຂາດນໍ້າກິນ ນໍ້າໃຊ້.
ນອກຈາກ ບັນຫາ ດັ່ງກ່າວນີ້ແລ້ວ, ໃນເຂດບ້ານ ຈັດສັນ ເຂື່ອນນໍ້າອູ 4 ຫຼາຍບ້ານ ດິນແຄມເຮືອນ ຂອງປະຊາຊົນ ກໍເຣີ່ມເຈື່ອນ ຫຼາຍແລ້ວ ຍ້ອນບໍຣິສັດ ສ້າງແນວກັນ ດິນເຈື່ອນ ໃຫ້ພວກ ເຂົາເຈົ້າ ບໍ່ໄດ້ ມາຕຖານ ເອົາດິນ ມາຖົມ ແລ້ວເອົາຫິນ ມາວາງ ໃສ່ຊື່ໆ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ ແລະ ໄດ້ພາກັນ ຮ້ອງຮຽນ ໄປຫາ ທາງການ ຂັ້ນເມືອງ ເພື່ອຊ່ອຍ ແກ້ໄຂ ເຣື່ອງນີ້, ແຕ່ກໍບໍ່ໄດ້ຮັບ ການແກ້ໄຂ ໃຫ້ໄວ ຄືກັບ ເວລາ ທີ່ກໍ່ສ້າງເຂື່ອນ.
ຕໍ່ກັບບັນຫາ ດັ່ງກ່າວນີ້, ເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງຂວາ ແຂວງຜົ້ງສາລີ ເວົ້າວ່າ ທີ່ຜ່ານມາ ທາງຄນະ ຈັດສັນເມືອງ ກໍໄດ້ເອົາ ຄໍາຮຽກຮ້ອງ ຂອງປະຊາຊົນ ສເນີຕໍ່ ທາງແຂວງແລ້ວ ແລະ ທາງແຂວງ ກໍໃຫ້ຄໍາຕອບ ວ່າ ຄ່ອຍໆ ແກ້ໄຂໄປ, ດັ່ງທ່ານກ່າວວ່າ:
“ໂຄງການນີ້ນະ ປະຊາຊົນ ມາເວົ້ານໍາ ນາຍບ້ານ ມາເວົ້ານໍາ ພວກເຮົາ, ພວກເຮົາ ກໍແກ້ບໍ່ຕົກ ຍ້ອນວ່າ ບໍ່ແມ່ນວຽກ ພວກເຮົາ. ພວກເຮົາ ມີແຕ່ຂໍ້ຕໍ່ ຣະຫວ່າງ ຂັ້ນເທິງ ກັບຂັ້ນລຸ່ມຊື່ໆ, ແຕ່ເວົ້າໄປ ເວົ້າມາ ກໍເປັນການ ຜິດກັນຖຽງກັນ ອຶກກະທຶກ ນຶກນອງ ແລະ ປະຊາຊົນ ຈໍານວນນຶ່ງ ກໍຮ້າຍດ່າ ໃສ່ອໍານາດ ການປົກຄອງ ຄນະພວກເຮົາ. ພວກເຮົາ ກໍບໍ່ຈັກ ຊິແກ້ ອັນນີ້ ນີ້ນະ. ຂັ້ນເທິງ ເພິ່ນກໍມາຢາມ ເທື່ອນຶ່ງ ກໍຄ່ອຍເຮັດ ຄ່ອຍໄປວ່າຊັ້ນ.”
ປັດຈຸບັນ ໂຄງການ ເຂື່ອນນໍ້າອູ 4 ນອກຈາກ ຈະມີບັນຫາ ເຣື່ອງໂຄງຮ່າງ ພື້ນຖານແລ້ວ, ປະຊາຊົນ ກໍຍັງຂາດ ອາຊີພ ແລະ ຍັງບໍ່ໄດ້ ຮັບໃບຕາດິນ ເທືື່ອ ທັ້ງໆທີ່ເຂື່ອນ ສ້າງຈົນໃກ້ ຈະສໍາເຣັຈ 100% ໃນອີກ 3 ເດືອນ ຂ້າງໜ້ານີ້.