ຊາວລາວ ຂາດຄວາມເຂົ້າໃຈ ການພັທນາ ຍືນຍົງ
ຊາວລາວ ສ່ວນໃຫຍ່ ຍັງຂາດຄວາມເຂົ້າໃຈ ກ່ຽວກັບ ເປົ້າໝາຍ ການພັທນາ ທີ່ຍືນຍົງ.
-
ໄມຊູລີ
2018-04-24 -
-
-
Your browser doesn’t support HTML5 audio
ຊາວລາວ ໂດຍສ່ວນໃຫຍ່ແລ້ວ ຍັງຂາດ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບເປົ້າໝາຍ ການພັທນາແບບຍືນຍົງ 18 ຂໍ້ ທີ່ຣັຖບານລາວ ວາງເປົ້າໝາຍໄວ້ວ່າ ຈະບັນລຸໃຫ້ໄດ້ໃນປີ 2030 ຕາມມະຕິກອງປະຊຸມ ອົງການສຫະປະຊາຊາຕ ໄດ້ກໍານົດ ໃຫ້ແຕ່ລະ ປະເທສສມາຊິກ ຕ້ອງປະຕິບັດ. ຊາວລາວສ່ວນໃຫຍ່ ຍັງສັບສົນວ່າ ອັນໃດຄືການພັທນາ ແລະ ອັນໃດ ຄືຄວາມຍືນຍົງ, ດັ່ງຊາວລາວ ໃນນະຄອນຫຼວງ ວຽງຈັນ ນາງນື່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ເມສາ ນີ້ວ່າ:
“ຄືບໍ່ຄ່ອຍໄດ້ຍິນເນາະ ອັນນີ້ເນາະ, ເວົ້າຕາມອັນນັ້ນລະ ແມ່ນຄືບໍ່ຄ່ອຍໄດ້ຍິນ. ແບບບໍ່ຮູ້ຫັ້ນນ່າ, ວ່າຊີ້ສາ. ເວົ້າຕາມຄວາມຈິງ ວ່າຊີ້ສາ, ເຮົາກະບໍ່ຮູ້."
ນາງກ່າວຕື່ມວ່າ ເວລາ ມີກອງປະຊຸມ ຢູ່ຕາມຫ້ອງການບ້ານ ກໍບໍ່ເຄີຍໄດ້ຍິນທາງອຳນາດ ການປົກຄອງຂັ້ນບ້ານ ກ່າວເຖີງບັນຫານີ້ ແຕ່ຢ່າງໃດ, ສ່ວນໃຫຍ່ ເພິ່ນມັກຈະກ່າວເຖິງ ການຮັກສາຄວາມປອດພັຍ ແລະ ບັນຫາອັນອື່ນໆ ກ່ຽວກັບບ້ານເມືອງ ຫຼາຍກວ່າ.
ໃນຂນະດຽວກັນ, ນັກວິຊາການ ດ້ານການພັທນາ ທ່ານນຶ່ງ ກ່າວວ່າ ປະຊາຊົນ 90 ເປີເຊັນ ໃນບັນດາແຂວງຕ່າງ ຍັງຂາດຄວາມຮັບຮູ້ ກ່ຽວກັບ ເປົ້າໝາຍການພັທນາ ທີ່ຍືນຍົງນີ້ຢູ່, ຍົກເວັ້ນ ໃນບັນດາ ພະນັກງານຂັ້ນເມືອງ ແລະ ແຂວງ ພໍຈະເຂົ້າໃຈ ບັນຫາ ແດ່ເລັກໜ້ອຍ.
“ຂ້າພະເຈົ້າ ເອງກະມີໂອກາດ ລົງໄປຫຼາຍແຂວງເນາະ ກະເລີຍຖາມ ທາງເຣື້ອງນີ້ ໄປວ່າ ເຂົ້າໃຈບໍ່ວ່າ ການພັທນາທີ່ຍືນຍົງ ແມ່ນຫຍັງ? 90 ເປີເຊັນແມ່ນບໍ່ຮູ້. ນອກເສັຽຈາກວ່າ ພນັກງານ ທີ່ເຮັດວຽກ ຢູ່ກັບເມືອງ ຫຼື ກັບແຂວງຈັ່ງຄ່ອຍຮູ້."
ດຣ. ເອກສະຫວ່າງ ວົງວິຈິຕ, ຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ອະດີດຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ຂອງລາວ ກ່າວຕໍ່ກອງປະຊຸມແຫ່ງຊາຕ ຄັ້ງຫຼ້າສຸດວ່າ ຢາກໃຫ້ຣັຖບານ ຫັນເອົາເປົ້າໝາຍການພັທນາທີ່ຍືນຍົງ ຫຼື SDG ເປັນບັນຫາ ທີ່ຕ້ອງໄດ້ ຖືເປັນວາຣະແຫ່ງຊາຕ.
“ລະມີຂໍ້ສັງເກດນຶ່ງ ລະແມ່ນເຣື້ອງ MDG ກັບ SDG ນີ້, MDG ລະແມ່ນເປົ້າໝາຍສະຫັດສະວັດເພື່ອການເພື່ອການພັດທະນາ ຮອດ 2015 ລະເຂົາສລຸບ ຫຼືວ່າສືບຕໍ່ມາເປັນ SDG ໝາຍຄວາມວ່າ ເປົ້າໝາຍການພັທນາທີ່ຍືນຍົງ ເພາະວ່າ SDG ນີ້, ກໍເປັນບັນຫາສຳຄັນ. ມາຮອດໄລຍະນີ້, ມັນກະສົມຄວນແກ່ເວລາ ທີ່ຈະຕ້ອງໄດ້ຍົກຂຶ້ນ ກ່ຽວກັບການຈັດຕັ້ງປະຕິບັດ SDG ນີ້."
ໃນເດືອນກໍຣະກະດາ 2018 ທີ່ຈະມາເຖິງນີ້, ຣັຖບານລາວ ມີວາຣະທີ່ຈະຕ້ອງຣາຍງານ ຢ່າງສມັກໃຈ ຫຼື ຕໍ່ອົງການສຫະປະຊາຊາຕ ຫຼື UN ທີ່ນະຄອນນິວຢ໋ອກ, ກ່ຽວກັບແຜນການຕ່າງໆ ແລະ ໝາກຜົລຂອງຈັດຕັ້ງປະຕິບັດ ເປົ້າໝາຍການ ພັທນາທີ່ຍືນຍົງ ຢູ່ໃນປະເທສລາວ ທັງ 18 ຂໍ້ ວ່າຄວາມຄືບໜ້າ ຫຼື ອຸປະສັກແນວໃດ.