ຕັດຫຍິບລາວຖືກກະທົບ ຊ່ວງ ໂຄວິດ-19

ໄຊຍາ
2020.09.16
F-Garment ໂຮງງານຕັດຫຍິບ ຢູ່ລາວ
ຮູບພາບຈາກ : ນັກຂ່າວພົລເມືອງ

ການຣະບາດຂອງພຍາດ ໂຄວິດ-19 ໃນປີນີ້ ສົ່ງຜົລກະທົບໜັກໜ່ວງ ຕໍ່ການສົ່ງອອກ ຂອງໂຮງງານຕັດຫຍິບ ໃນລາວ ດັ່ງຍອດສັ່ງຈາກ ຕ່າງປະເທດຫຼຸດລົງ, ໂຮງງານປິດຊົ່ວຄາວ ອັນເປັນສາເຫດເຮັດໃຫ້ ຄົນງານຕັດຫຍິບສ່ວນຫຼາຍ ທີ່ເປັນຜູ້ຍິງວ່າງວຽກ, ໃນຈຳນວນນີ້ກໍ ໄດ້ຮຽກຮ້ອງມາຍັງພາກຣັຖ ໃຫ້ຊ່ອຍເຫຼືອຊອກຫາວິທີທາງ ໃຫ້ກັບມາເຮັດວຽກໄດ້ຕາມ ປົກກະຕິ. ດັ່ງແຮງງານຕັດຫຍິບ ທີ່ວ່າງວຽກຢູ່ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກັນຍາ ວ່າ ເດືອດຮ້ອນຫຼາຍ ບໍ່ມີວຽກເຮັດ ຕ້ອງການໃຫ້ຣັຖ ຊ່ອຍເຫຼືອ ໂດຍສະເພາະວຽກໃຫ້ເຮັດ.

"ກະດີໃຈຖ້າຊ່ອຍເຫຼືອ ກະເດືອດຮ້ອນແທ້ ກະຢາກມີຄວາມຊ່ອຍເຫຼືອ ເນາະບໍ່ໄດ້ເຮັດແລ້ວຊ່ວງນີ້ມັນ ຢຸດງານ ບໍ່ມີງານຈະເຮັດແລ້ວ ກະຢຸ່ດຫຍຸ້ງຍາກເທ້ໆ."

ຄົນງານໄດ້ກ່າວຕື່ມວ່າ ເຖິງວ່າຕົນ ໄດ້ຮັບເງິນອຸດໜູນ ຈາກປະກັນສັງຄົມຢູ່ກໍຕາມ ແຕ່ກໍບໍ່ພຽງພໍໃຊ້ຈ່າຍໃນຄອບຄົວ. ສ່ວນຄົນງານທີ່ ເຮັດວຽກ ກັບຜູ້ປະກອບການ ຮ້ານຕັດຫຍິບໄດ້ ກ່າວວ່າ ກໍດີໃຈຖ້າມີການຊ່ອຍເຫຼືອ ຖ້າເປັນໄປໄດ້ ໃຫ້ມີເຄື່ອງມາຫຍິບ ແຕ່ລະວັນກໍພໍ.

"ກະດີໃຈ ກະດີຂື້ນແຫຼະ ຄັນໄດ້ຊ່ອຍເຫຼືອ ຖ້າວ່າເປັນໄປໄດ້ກະຢາກໄດ້ ເຄື່ອງມາຫຍິບ ບໍ່ຂາດມືພໍໄດ້ໃຊ້ ໃນຊີວິດປະຈຳວັນ ກະດີ ໃຈແລ້ວ."

ເຖິງວ່າປັຈຈຸບັນມີລູກຄ້າມາຈ້າງໃຫ້ຫຍິບ ເຄື່ອງໃຫ້ແລ້ວກໍຕາມແຕ່ ກໍຍັງບໍ່ທັນຫຼາຍມີແຕ່ໄດ້ ຕັດຊຸດນັກຮຽນ ແລະ ຊຸດໄປການຍັງບໍ່ທັນ ມີລູກຄ້າມາຕັດເຄື່ອງໄປດອງ ເຊິ່ງຄົນງານໄດ້ ຢໍ້າວ່າຣາຍໄດ້ຫຼຸດລົງຫຼາຍ.

ຕໍ່ກັບການຊ່ອຍເຫຼືອແຮງງານ ໃນຂແນງຕັດຫຍິບນັ້ນ ຫຼ້າສຸດ ສື່ພາຍໃນຣາຍງານເມື່ອຕົ້ນເດືອນ ກັນຍາ ປີ 2020 ວ່າ ເຢັຽຣະມັນຈະໃຫ້ ເງິນຊ່ອຍເຫຼືອ 1,7 ລ້ານຢູໂຣ ແກ່ຄົນງານ ຕັດຫຍິບໃນລາວ ໂດຍສະເພາະແມ່ນກຸ່ມແມ່ລູກອ່ອນ ແລະ ກຸ່ມຄົນງານທີ່ສ່ຽງ ຕົກໃນສະພາບ ທຸກຍາກອັນໄດ້ ຮັບຜົລກະທົບຈາກພຍາດ ໂຄວິດ-19.

ໃນຂນະທີ່ອົງການປະກັນສັງຄົມແຫ່ງຊາດ ໃຫ້ຄວາມເຫັນວ່າໄດ້ປະຕິບັດ ຕາມຣະບຽບການປະກັນສັງຄົມ ທີ່ຄົນງານ ໃນໂຮງງານຕັດຫຍິບ ໄດ້ຈ່າຍໃນແຕ່ລະເດືອນ ແລະ ອີງຕາມເງື່ອນໄຂ ຂອງຜູ້ປະກັນຕົວ ພວກເຮົາກໍໄດ້ຈ່າຍຕາມກົດໝາຍ ແລະ ຣະບຽບການ ທີ່ໄດ້ປະຕິບັດມາ ຕາມປົກກະຕິ.

ຕໍ່ກັບເຣື່ອງດັ່ງກ່າວປ ະທານສະມາຄົມ ອຸດສາຫະກັມຕັດຫຍິບ ໄດ້ກ່າວຕໍ່ສື່ພາຍໃນ ເມື່ອວັນທີ 02 ກັນຍາ 2020 ວ່າ: ສຳລັບໂຮງງານ ຕັດຫຍິບ ມີຫຼາຍໂຮງງານໄດ້ຢຸດການຜລິດ ຊົ່ວຄາວ. ສຳລັບໂຮງງານທີ່ສືບຕໍ່ ຜລິດຕ້ອງເປັນໂຮງງານ ທີ່ນອນໃນເງື່ອນໄຂຂອງຣັຖບານ ກຳນົດໄວ້ຄື:

ໃນຕົ້ນເດືອນພຶສພາ ໂຮງງານຈຳນວນນຶ່ງ ໄດ້ຮັບອະນຸຍາດສືບຕໍ່ການຜລິດ ແມ່ນອີງໃສ່ການສັ່ງຈອງ ຂອງຕລາດການຄ້າ, ໃນເດືອນເມສາ ຫາ ເດືອນກໍຣະກະດາ ເຊີ່ງເປັນການສັ່ງ ຈອງເກົ່າ. ຖ້າຫາກຜລິດໝົດແລ້ວກໍຢຸດຜລິດຊົ່ວຄາວ ເນື່ອງຈາກບໍ່ມີການສັ່ງຈອງເຂົ້າມາໃໝ່.

ຈົນມາຮອດເດືອນສິງຫາ ກໍຍັງບໍ່ໄດ້ຜລິດຢ່າງເຕັມສ່ວນ ເນື່ອງຈາກຄວາມຕ້ອງການ ຂອງຕລາດຫຼຸດລົງ, ບາງໂຮງງານສືບຕໍ່ຢຸດການຜລິດ ຊົ່ວຄາວ, ບາງໂຮງງານຜລິດແຕ່ 50-60% ປັຈຈຸບັນຍັງລໍຖ້າການສັ່ງຈອງ ຂອງຕລາດຕ່າງປະເທດ.

ໄລຍະພຍາດໂຄວິດ-19 ຣະບາດພ້ອມທັງທາງການ ໄດ້ປະກາດມາຕການ ຄວບຄຸມການຣະບາດນັ້ນ ຜົລກະທົບກໍຕົກຢູ່ທີ່ ຜູ້ປະກອບການ ແລະ ແຮງງານທີ່ເຮັດວຽກ ໃນຂແນງການນີ້ ໃນຂອບເຂດທົ່ວປະເທດ. ເຊີ່ງກ່ອນໜ້ານີ້ໃນ ລາວມີໂຮງງານຕັດຫຍິບເຖິງ 80 ປາຍຫົວໜ່ວຍ ໃນນັ້ນຜລິດເພື່ອສົ່ງອອກ 55 ໂຮງງານ,ສ່ວນໂຮງງານທີ່ບໍ່ໄດ້ສົ່ງອອກສ່ວນຫຼາຍ ຮັບວຽກ ມາຈາກໂຮງງານໃຫຍ່. ຕາມມາຕຖານ ຂອງ ຄະນະສະເພາະກິຈ ລົງກວດກາເຫັນວ່າມີພຽງ 18 ໂຮງງານ ທີ່ມີເງື່ອນໄຂຄົບຖ້ວນ.

ສຳລັບແຮງງານໃນຂແນງຕັດຫຍິບ ມີປະມານ 26-30 ພັນປາຍຄົນ ປັຈຈຸຸບັນມີແຮງງານ ຜລິດໂຕຈີງພຽງ 4 ພັນຄົນ. ໂດຍນໍາໃຊ້ແຮງງານ ທີ່ນອນໃນຫໍພັກເທົ່ານັ້ນ. ໃນຂນະທີ່ມີຍອດ ສັ່ງເຂົ້າມາຫາໂຮງງານ ຕັດຫຍິບຮອດເດືອນສິງຫາ ເທົ່ານັ້ນ. ສ່ວນສະຫຼຸບລາຍຮັບ ເມື່ອປີ 2018 ການສົ່ງອອກມີມູນຄ່າ 180 ລ້ານໂດລາ ສະຫະຣັຖ ສ່ວນປີ 2019 ໂຕເລກ ຍັງບໍ່ທັນ ສະຫຼຸບ ຄາດວ່າຈະໃກ້ຄຽງກັບ ປີ 2018.

ສ່ວນການຊ່ອຍເຫຼືອ ແຮງງານນອກຈາກປະກັນສັງຄົມ ທີ່ໂຮງງານມີໃຫ້ແລ້ວນັ້ນ ທາງສະມາຄົມອຸດສະຫະກັມຕັດຫຍິບລາວ ຈະພຍາຍາມ ຊອກເງື່ອນໄຂເພື່ອໃຫ້ໂຮງງານທີ່ ປິດຊົ່ວຄາວ ຍ້ອນໄດ້ຮັບຜົລກະທົບ ໃຫ້ກັບມາເປີດຄືນໃໝ່ ເພື່ອຮັບເອົາແຮງງານ ກັບຄືນມາເຮັດວຽກ ເພື່ອຈະຫຼຸດຜ່ອນ ຜົລກະທົບ.

ແຕ່ໃນນີ້ຣັຖບານຕ້ອງໄດ້ ອຳນວຍຄວາມສະດວກ ຕໍ່ບາງເງື່ອນໄຂ ທີ່ໂຮງງານໄດ້ຮຽກຮ້ອງ ເພື່ອເປັນການຜ່ອນຜັນ ເຊັ່ນ ພາສີອາກອນ, ນະໂຍບາຍ ເງິນກູ້ຢືມ ແລະສ້າງແຮງຈຸງໃຈ ໃຫ້ນາຍທຶນຫັນມາສັ່ງເຄື່ອງ ເພີ່ມຕື່ມເພື່ອເປັນ ການຫຼຸດພາລະການ ແບກຫາບຂອງຜູ້ ປະກອບການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.