ສປປລາວ ຍັງບໍ່ອະນຸຍາດ ໃຫ້ຄົນຕ່າງປະເທສ ເຂົ້າມາ ຊື້-ຂາຍ ເຮືອນ, ຄອນໂດ ແລະ ທີ່ດິນ ຢູ່ພາຍໃນປະເທສໄດ້, ເຊິ່ງໃນປັດຈຸບັນ ຄົນຕ່າງປະເທສ ທີ່ເຂົ້າມາ ດຳເນີນທຸຣະກິຈ ແລະ ອາສັຍຢູ່ລາວ ຍັງເປັນພຽງ ການເຊົ່າແບບໄລຍະຍາວ ບໍ່ເກີນ 30 ປີ, ດັ່ງເຈົ້າໜ້າທີ່ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 17 ມົກກະຣາ ນີ້ວ່າ:
“ແມ່ນຍັງເນາະ ໝາຍຄວາມວ່າ ພວກອັນນ່າ ທີ່ດິນ ຫຼືວ່າ ເປັນອະສັງຫາຣິມະຊັພຫັ້ນ ຊື້ນີ້ ຍັງບໍ່ໄດ້ເນາະ, ແຕ່ວ່າ ເຊົ່າໄລຍະຍາວເນາະ. ແຕ່ວ່າ ເຮົາຕ້ອງໄດ້ເບິ່ງຄືນ ຢູ່ໃນກໍຣະນີ ຂອງເຂດເສຖກິຈພິເສດ. ແຕ່ວ່າສຳລັບທົ່ວໄປແມ່ນບໍ່ໄດ້ເນາະ ມີແຕ່ເຊົ່າຊື່ໆ”.
ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ ຄົນຕ່າງປະເທສ ສາມາດຖືກັມມະສິດອະສັງຫາຣິມະຊັພ ຢູ່ລາວໄດ້ ໃນເຂດເສຖກິຈ ພິເສດບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ ເທົ່ານັ້ນ, ເຊິ່ງເຂດດັ່ງກ່າວ ເປັນເຂດສັມປະທານ ຂອງຈີນ ທີ່ໄດ້ເປີດຂາຍ ມາແຕ່ປີ 2016 ຈຳນວນ 4 ຕຶກ ຈາກທັງໝົດ 11 ຕຶກ ມີຣາຄາເຣີ້ມຕົ້ນ 100,000 ໂດລາ ສະຫະຣັຖ ຕໍ່ຫ້ອງ. ສ່ວນຕຶກອື່ນໆ ແມ່ນຢູ່ຣະຫວ່າງ ການກໍ່ສ້າງ ແລະ ຕົກແຕ່ງ ພາຍໃນ ຍັງບໍ່ໄດ້ເປີດຂາຍເທື່ອ.
ສ່ວນບັນຍາກາດ ຢູ່ເຂດເສຖກິຈ ພິເສດບຶງທາດຫຼວງ ກໍຍັງງຽບເຫງົາ, ຄົນທີ່ຊື້ ແລະ ຢູ່ຄອນໂດ ກໍມີໜ້ອຍ ສ່ວນຫຼາຍເປັນຄົນຈີນ ທີ່ເຂົ້າມາ ຊື້ຄອນໂດ. ອີກຈຳນວນນຶ່ງ ກໍເປັນຄົນລາວ ທີ່ມີເງິນຄຳ ຊື້ເກັບໄວ້. ຫາກພົບເຫັນວ່າ ມີຄົນຕ່າງປະເທສ ຊື້ເຮືອນ ຫຼືຄອນໂດ ຢູ່ອາໃສໃນ ພື້ນທີ່ອື່ນ ທີ່ບໍ່ແມ່ນ ເຂດເສຖກິຈ ພິເສດບຶງທາດຫຼວງ ຖືວ່າ ຜິດກົດໝາຍ.
ປັດຈຸບັນ, ທຸຣະກິຈ ກໍ່ສ້າງ ເຮືອນ ແລະ ຄອນໂດຢູ່ລາວ ບໍ່ຂຍາຍໂຕ ມາແຕ່ປີ 2017 ຍ້ອນວ່າ ຜູ້ລົງທຶນສ້າງເຮືອນ, ຕຶກອາຄານ ແລະ ຄອນໂດ ສ້າງຂຶ້ນມາແລ້ວ ກໍບໍ່ຄ່ອຍມີຄົນມາຊື້ ຫຼືເຊົ່າ ເວົ້າລວມກໍຄື ພາກທຸຣະກິຈ ອະສັງຫາຣິມະຊັພ ຢູ່ໃນລາວ ບໍ່ມີການຂຍາຍໂຕ ມາຮອດສູ່ມື້ນີ້.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວມ້ວນທ້າຍວ່າ ຣັຖບານລາວ ກຳລັງທົບທວນຄືນ ກົດໝາຍວ່າດ້ວຍ ທີ່ດິນ ໃນມາດຕຣາ ທີ່ກ່ຽວກັບເຣື່ອງ ໃຫ້ຄົນຕ່າງປະເທສ ເປັນເຈົ້າຂອງ ກັມມະສິດ ອະສັງຫາຣິມະຊັພ ຢູ່ລາວ ສາມາດ ຊື້-ຂາຍ ໄດ້ທຸກບ່ອນ ບໍ່ໄດ້ຈຳກັດ ຢູ່ພຽງແຕ່ ເຂດເສຖກິຈ ພິເສດບຶງທາດຫຼວງ ເທົ່ານັ້ນ. ທັງນີ້, ກໍເພື່ອເປັນການດຶງດູດ ໃຫ້ນັກລົງທຶນຕ່າງປະເທສ ເຂົ້າມາລົງທຶນ ໃນດ້ານ ອະສັງຫາຣິມະຊັພ ຢູ່ລາວ ເພີ້ມຂຶ້ນ.