ຫຼາຍແຂວງ ປະສົພພັຍແລ້ງ ໜັກສຸດ
2019.11.22

ໃນປີນີ້, ຫຼາຍເຂດໃນລາວ, ໂດຍສະເພາະແມ່ນບັນດາແຂວງທາງພາກເໜືອ ພວມປະສົພພັຍແຫ້ງແລ້ງຢ່າງໜັກ ເຮັດໃຫ້ການປູກເຂົ້າ ແລະ ພືດພັນທັນຍາຫານຕ່າງໆ ບໍ່ໄດ້ຮັບຜົລ ຜລິຕຕາມແຜນທີ່ວາງໄວ້ ແລະ ໃນບາງເຂດ ໄດ້ຮັບຄວາມເສັຽຫາຍທັງໝົດກໍມີ ຍ້ອນຂາດນ້ຳ.
ອີງຕາມຄວາມເວົ້າຂອງທ່ານ ໂສພາ ສີວິລັຍ, ຊາວບ້ານໃນເຂດເມືອງປາກລາຍ, ແຂວງໄຊຍະບູຣີ ເມື່ອທ້າຍເດືອນຕຸລາ ແລ້ວແມ່ນວ່າ ປີນີ້ ພັຍແລ້ງເຂົ້າມາໄວເກີນຄາດ ແລະ ຝົນກໍບໍ່ຕົກຖືກຕ້ອງຕາມຣະດູການ ເຮັດໃຫ້ການປູກເຂົ້ານາປີ ໃນເຂດເມືອງດັ່ງກ່າວ ໄດ້ຮັບຄວາມເສັຽຫາຍຫຼາຍເຖິງເຄິ່ງນຶ່ງ ຍ້ອນໄຮ່ນາຂາດນ້ຳຢ່າງໜັກ ນ້ຳຕາມຫ້ວຍຮ່ອງຄອງບຶງ ກໍເຫືອດແຫ້ງ.
ສຽງ1: “ມັນແບບວ່າຝົນບໍ່ຕົກ, ໃບເຂົ້າກະແຫ່ວຕາຍ ລະກະແຕ່ລະເຂດນ່າ. ກະໄດ້ 50-50 ນ່າ, ສົມມຸດວ່າ 100 ກະໄດ້ 50-50 ປະມານນີ້. ເບິ່ງນາຜູ້ໃດນີ້ກະຖືວ່າ ແຕກຂາບ ບໍ່ມີນ້ຳເລີຍ ແຫ້ງໝົດເລີຍ, ແຕ່ຂນາດນ້ຳຫ້ວຍກະຍັງແຫ້ງເນາະ. ຕາຍຫຼາຍປີນີ້ນ່າ ເສັຽຫາຍຫຼາຍແທ້ ບໍ່ມີນ້ຳ ບໍ່ມີນ້ຳຫຼໍ່ລ້ຽງນາ, ແຕ່ປູກໄດ້ ປູກໄດ້ກະບໍ່ມີນ້ຳຫຼໍ່ລ້ຽງ ກະຕາຍ ເພາະໃບມັນຈະເຫຼືອງເດ.”
ເຊັ່ນດຽວກັບທ່ານ ອິດວື່ ຊົ່ງລໍ່, ຊາວບ້ານໃນເຂດເມືອງນ້ຳບາກ, ແຂວງຫຼວງພຣະບາງ ກໍໄດ້ກ່າວໃນທຳນອງດຽວກັນຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິກາ ນີ້ວ່າ ປີນີ້ ເຂົ້ານາປີທີ່ປູກ ທັງເຂົ້ານາ ແລະ ເຂົ້າໄຮ່ ຕ່າງກໍບໍ່ໄດ້ຜົລຜລິຕດີ ຍ້ອນຂາດຝົນ ຂາດນ້ຳ ເຮັດໃຫ້ເມັດເຂົ້າລີບ. ຈາກທີ່ເຄີຍເຮັດໄຮ່-ເຮັດນາໄດ້ເຂົ້າປີນຶ່ງ ເຖິງ 70-80 ເປົ໋າເຂົ້າເປືອກ, ແຕ່ປີນີ້ ໄດ້ແຕ່ 30 ເປົ໋າເຂົ້າເປືອກ, ເຊິ່ງຖືວ່າຫຼຸດລົງຫຼາຍ.
ສຽງ2: “ເຂົ້າພວກນ້ອງປີນີ້ ແບບວ່າເມັດເຂົ້າຫັ້ນບໍ່ເຕັມ ເຂົ້ານີ້ໄດ້ປະມານ 30 ເປົ໋ານີ້. ປົກກະຕິ ຖ້າວ່າຫຼາຍນີ້ ປົກກະຕິທຸກປີຜ່ານມາ ຖ້າວ່າມັນມີຝົນເນາະ ກະປະມານ 80-70 ເປົ໋ານີ້ແຫຼະ. ແຕ່ປີນີ້ຢູ່ໃສເຂົາກໍວ່າ ຖ້າວ່າບໍ່ໄດ້ນີ້ກະ 5-6 ເປົ໋ານີ້ແຫຼະ ປູກໄປ 2 ເປົ໋າ ກະໄດ້ 5-6 ເປົ໋ານີ້. ແຕ່ວ່າປີນີ້ ຂອງນ້ອງນີ້ ປູກໄປ 2 ເປົ໋າ ໄດ້ປະມານ 30 ເປົ໋ານີ້ແຫຼະ.”
ຊາວບ້ານທ່ານດຽວກັນນີ້ກ່າວຕື່ມວ່າ ພັຍແຫ້ງແລ້ງໃນເຂດແຂວງຫຼວງພຣະບາງ ໃນປີນີ້, ບໍ່ພຽງແຕ່ເຮັດໃຫ້ການປູກເຂົ້າຫຼຸດລົງເທົ່ານັ້ນ, ຊາວກະເສຕກອນ ທີ່ປູກຢາງພາຣາຈຳນວນຫຼາຍ ກໍພອຍໄດ້ຮັບຜົລກະທົບນຳດ້ວຍ ຍ້ອນຕົ້ນຢາງບໍ່ຄ່ອຍມີນ້ຳຢາງໃຫ້ເກັບກ່ຽວຜົລເລີຍ.
ສຽງ3: “ສວນຢາງພາຣາແຕ່ລະຄົນ ຄືປີນີ້ກໍບໍ່ຄ່ອຍມີນ້ຳຢາງຫຼາຍປານໃດ. ຕາມທັມມະດາຝົນບໍ່ຕົກນີ້ ສ່ວນຫຼາຍນີ້ກໍບໍ່ຄ່ອຍໄດ້ມີນ້ຳປານໃດ, ປາດບໍ່ຄ່ອຍໄດ້ຢາງຫຼາຍປານໃດ. ແຕ່ວ່າປີນີ້ເນາະ, ປີນີ້ກໍຄືເມື່ອກີ້ວ່າຫັ້ນແຫຼະ ມັນບໍ່ມີຝົນ ຄືນ້ຳຢາງກໍບໍ່ຄ່ອຍໄດ້ປານໃດ.”
ສຽງ4: “ໂອ, ໂຕນີ້ກະຮູ້ສະພາບນຳກັນ ກະຕິດຕາມແລ້ງຫັ້ນແຫຼະ. ທຽບໃສ່ປີຜ່ານມາ ກະຖືວ່າແລ້ງຫຼາຍ ປີນີ້ຫັ້ນນ່າ. ກະຫາກໄດ້ກ່ຽວຈຳນວນນຶ່ງ, ແຕ່ຫາກບໍ່ໄດ້ຜົລປານໃດ ຂາດນ້ຳເນາະ, ຫັ້ນນ່າ. ແມ່ນແຫຼະ, ມັນແຫ້ງແລ້ງ ມັນກະຕາຍ ແບບບໍ່ມີນ້ຳສນອງໃຫ້ມັນເນາະ, ຫັ້ນນ່າ.”
ທ່ານ ສົດວິໄຊ ພູລາວົງ, ຮອງຫົວໜ້າຫ້ອງການກະສິກັມ ແລະ ປ່າໄມ້ ເມືອງສັງທອງ ກໍໄດ້ກ່າວຕໍ່ສື່ມວນຊົນລາວວ່າ ເມື່ອສັປດາທີ່ຜ່ານມາວ່າ ສມັຕພາບການປູກເຂົ້ານາປີຕໍ່ເຮັກຕ້າ ໃນປີນີ້, ຖືວ່າໄດ້ຜົລ ຜລິຕໜ້ອຍກວ່າທີ່ຄາດກະໄວ້ ຍ້ອນສະພາບດິນຟ້າອາກາດ ບໍ່ຄ່ອຍເອື້ອອຳນວຍ.
ສຽງ5: “ຖືວ່າໄດ້ສຸ່ມເອົາໂຕຢ່າງຢູ່ໃນ 10 ບ້ານ. ສມັຕພາບເຂົ້ານາປີ ຢູ່ເມືອງສັງທອງປີນີ້, 3,79 ຕັ່ນຕໍ່ເຮັກຕ້າ, ຖ້າທຽບໃສ່ແຜນເນາະ. ແຜນທາງເຮົາວາງໄວ້ກະ 4,79 ຕັ່ນຕໍ່ເຮັກຕ້າ ຖືວ່າຫຼຸດເນາະ ເພາະວ່າອີງໃສ່ສະພາບເງື່ອນໄຂດິນຟ້າອາກາດ ປີນີ້ກະບໍ່ອຳນວຍ.”
ຕໍ່ບັນຫາພັຍແຫ້ງແລ້ງໃນປີນີ້, ຄນະກັມມາທິການແມ່ນ້ຳຂອງສາກົນ ຫຼື MRC ກໍໄດ້ອອກແຈ້ງເຕືອນຢ່າງເປັນທາງການວ່າ ພັຍແຫ້ງແລ້ງປີນີ້ ໄດ້ເຮັດໃຫ້ສະພາບນ້ຳຂອງບົກແຫ້ງທີ່ສຸດ ໃນຮອບ 60 ປີ, ຈາກທີ່ຣະດູຝົນ ຈະມີຝົນຕົກຫຼາຍໃນເດືອນ ພຶສພາ ຫາເດືອນ ຕຸລາ, ແຕ່ປີນີ້, ຝົນພັດຕົກໜ້ອຍ ແລະ ບໍ່ທົ່ວເຖິງ.
ນອກຈາກນີ້, ພັຍແຫ້ງແລ້ງຈະຮຸນແຮງ ແລະ ແກ່ຍາວໄປຈົນເຖິງເດືອນມົກກະຣາ ປີ 2020, ເຊິ່ງຈະເຮັດໃຫ້ມີຜົລກະທົບ ຕໍ່ການປູກພືດຜັກທັນຍາຫານຂອງປະຊາຊົນ ໃນເຂດລຸ່ມແມ່ນ້ຳຂອງ ແລະ ໃນນັ້ນກໍລວມມີປະເທດລາວນຳດ້ວຍ.
ແຈ້ງການສບັບດັ່ງກ່າວ ຍັງໄດ້ອ້າງອີງຄວາມເວົ້າຂອງທ່ານ ດຣ. ລ່ຳ ຮັງ ເຊີນ, ຫົວໜ້າສູນຄຸ້ມຄອງພັຍແຫ້ງແລ້ງ ແລະ ອຸທົກະພັຍ ປະຈຳພາກພື້ນ ຂອງກອງເລຂາຄນະກັມມາທິການແມ່ນ້ຳຂອງສາກົນ ວ່າ: “ພັຍແຫ້ງແລ້ງໜັກທີ່ແກ່ຍາວໃນປີນີ້ ຈະສົ່ງຜົລກະທົບຕໍ່ພາກການກະເສຕ ແລະ ການປູກພືດຜັກທັນຍາຫານ. ບັນຫາການຂາດນ້ຳໃຊ້ ກໍຈະປະກົດໃຫ້ເຫັນເຊັ່ນກັນ.”
ເຖິງຢ່າງໃດກໍຕາມ, ໃນນາມຣັຖບານລາວ, ກະຊວງກະສິກັມ ແລະ ປ່າໄມ້ ກໍພວມຄົ້ນຄວ້າ ແລະ ຫາທາງແກ້ໄຂບັນຫາພັຍແຫ້ງແລ້ງ ທີ່ແກ່ຍາວນີ້ຢູ່, ໂດຍໄດ້ວາງມາຕການ ໃນການສົ່ງເສີມໃຫ້ຊາວກະເສຕກອນ ຫັນໄປປູກພືດອາຍຸສັ້ນ ແທນທີ່ການປູກເຂົ້າ. ແຕ່ການປູກເຂົ້າ, ກໍຈະສົ່ງເສີມໃຫ້ປູກໃນເຂດທີ່ ມີເງື່ອນໄຂສະພາບນ້ຳອຳນວຍເທົ່ານັ້ນ.
ຫຼ້າສຸດນີ້, ຫຼາຍເຂດໃນລາວ ທີ່ປູກເຂົ້າບໍ່ໄດ້ ເນື່ອງຈາກພັຍແລ້ງ ກໍພວມປະສົພກັບສະພາວະອຶດເຂົ້າ ເຮັດໃຫ້ຕ້ອງມີການນຳເຂົ້າສານຈາກປະເທດເພື່ອບ້ານເຂົ້າມາຂາຍ ແລ້ວລາຄາເຂົ້າສານຕາມທ້ອງຕລາດ ກໍມີລາຄາສູງຂຶ້ນຕາມກົລໄກຕລາດ, ອັນເປັນສັນຍານບົ່ງບອກວ່າ ພັຍແຫ້ງແລ້ງປີນີ້ ຈະສົ່ງຜົລກະທົບຕໍ່ປະຊາຊົນທຸກພາກສ່ວນຂອງສັງຄົມລາວ.