ພະນັກງານໂຄລາວຕົກງານ ຮ້ອງທຸກ
2020.05.29

ໃນວັນທີ 28 ພຶສພາ, ພະນັກງານກຸ່ມບໍຣິສັດໂຄລາວ ຫຼາຍ 10 ຄົນ ໄປຂໍຄວາມເປັນທັມ ຕໍ່ກະຊວງແຮງງານ ຢູ່ກະຊວງແຮງງານ ແລະ ສວັດດີການສັງຄົມ ຢູ່ນະຄອນຫຼວງວຽງຈັນ ຍ້ອນວ່າບໍຣິສັດຍົກເລີກ ສັນຍາເຮັດວຽກ ແລະ ປົດຄົນງານອອກ ໂດຍບໍ່ໃຫ້ເງິນຊົດເຊີຍແກ່ ເຂົາເຈົ້າ.
ໃນເດືອນພຶສພາ 2020 ກຸ່ມບໍຣິສັດໂຄລາວ ຍົກເລີກສັນຍາເຮັດວຽກກັບ ພະນັກງານ 200 ປາຍຄົນ, ແຕ່ຈະບໍ່ຈ່າຍຄ່າຊົດເຊີຍໃຫ້ເຂົາເຈົ້າ ສະນັ້ນພະນັກງານຈຳນວນນຶ່ງ ຈຶ່ງມາຂໍຄວາມເປັນທັມ ຢູ່ກະຊວງ ແຮງງານ ແລະ ສວັດດີການສັງຄົມ, ພະນັກງານທີ່ຖືກຍົກເລີກສັນຍາ ເຮັດວຽກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ພຶສພາ ວ່າ:
"ມີແຕ່ພວກປີການສູງໆ ແຕ່ບໍ່ມີການຊົດເຊີຍ ມີແຕ່ໄລ່ເງິນໃຫ້ເດືອນດຽວ ທຳມະດາມັນຕ້ອງມີການຊົດເຊີຍ ແມ່ນຫຍັງແມ່ນບໍ່ ແຕ່ພວກອອກ ກ່ອນລະແມ່ນມີການຊົດເຊີຍເນາະ ພວກອອກປະມານ 3 ເດືອນ ຫລັງຫັ້ນເນາະ."
ພະນັກງານທ່ານນີ້ ຍັງກ່າວຕື່ມອີກກວ່າ: ໃນເດືອນກຸມພາ 2020 ບໍຣິສັດ ເລີ່ມຍົກເລີກສັນຍາ ເຮັດວຽກກັບພະນັກງານ ຢູ່ ນະຄອນຫຼວງ ວຽງຈັນ ປະມານ 200 ປາຍຄົນ ແລະຈ່າຍຄ່າເງິນຊົດເຊີຍໃຫ້ຂະເຈົ້າ 10 ເປີເຊັນຂອງເດືອນ ຄູນກັບປີການເຮັດວຽກ, ບໍຣິສັດໄດ້ບັງຄັບ ໃຫ້ພະນັກງານອອກການ ໂດຍບໍ່ໃຫ້ເຂົາເຈົ້າໄປເຮັດວຽກ ຢູ່ຫ້ອງການ, ພະນັກງານທ່ານດຽວກັນນີ້ ໄດ້ກ່າວວ່າ:
“ຂະເຈົ້າກະບໍ່ແມ່ນວ່າໄລ່ອອກເນາະ ກະຊໍ່າໄລ່ອອກເນາະ ເພາະວ່າໝາຍຄວາມວ່າ ເປັນພະນັກງານ, ແຕ່ພະນັກງານເລື່ອນລອຍຫັ້ນນ່າ ມັນໝາຍຄວາມວ່າແນວໃດ? ເປັນພະນັກງານເລື່ອນລອຍ, ແຕ່ມີຣາຍຊື່ ຢູ່ໃນຫັ້ນ, ແຕ່ບໍ່ໃຫ້ກ່ຽວຂ້ອງນຳບໍຣິສັດ ບໍ່ໃຫ້ໄປຢູ່ໃນຫ້ອງການ ບໍ່ໃຫ້ໄປອີ່ຫຍັງ.”
ພະນັກງານອີກຄົນນຶ່ງ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າບໍຣິສັດ ໄດ້ບີບບັງຄັບໃຫ້ພະນັກງານ ອອກວຽກທັງທາງກົງ ແລະ ທາງອ້ອມ ດ້ວຍການສະເໜີທາງເລືອກໃຫ້ພະນັກງານ ຄື:
ທາງເລືອກທີ 1, ໃຫ້ໄປເປັນພະນັກງານຂາຍ ທີ່ເງິນເດືອນເກົ່າເຄີຍໄດ້ທໍ່ໃດກະຢ່າ ແຕ່ຖ້າຍັງຢາກເປັນພະນັກງານ ຈະໄດ້ເງິນເດືອນພຽງ 1 ລ້ານ 1 ແສນກີບ, ໂດຍມີເງື່ອນໄຂວ່າ ຈະໄດ້ຮັບເງິນເດືອນ ຖ້າຫາກວ່າຂາຍຣົດໄດ້.
ທາງເລືອກທີ 2, ການເປັນພະນັກງານຂາຍອິສຣະ ຂາຍຣົດກິນເງິນເປີເຊັນ, ຖ້າຂາຍຣົດບໍ່ໄດ້ ກໍບໍ່ໄດ້ເງິນ.
ທາງເລືອກທີ 3, ໃຫ້ໄປເຂົ້າຮ່ວມໂຄງການ ທີ່ຫາກໍ່ຕັ້ງຂຶ້ນມາ, ແຕ່ຍັງບໍ່ເກີດໃນມໍ່ໆນີ້.
ອີງຕາມຂໍ້ມູນຈາກພະນັກງານ ກຸ່ມບໍຣິສັດໂຄລາວ, ພະນັກງານໂຄລາວ ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ແຂວງສວັນນະເຂດ ຖືກຍົກເລີກ ສັນຍາ ໃຫ້ເຊົາເຮັດວຽກໃນ ເດືອນກຸມພາ ຈະໄດ້ຮັບເງິນຊົດເຊີຍ 10 ເປີເຊັນ ຂອງເງິນເດືອນ, ເດືອນສຸດທ້າຍ ແລ້ວ ຄູນໃຫ້ ຈໍານວນ ປີການຂອງພະນັກງານ.
ເຈົ້າໜ້າທີ່ກົມແຮງງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໃຫ້ພະນັກງານທີ່ມາຮ້ອງຮຽນ ຂຽນຄຳຮ້ອງມາ, ດັ່ງຍານາງ ກ່າວວ່າ:
“ທາງເຮົາແມ່ນແນະນຳໃຫ້ເພິ່ນ ທາງພະນັກງານເພິ່ນເນາະ ຂຽນໃບຄຳຮ້ອງອີ່ຫຍັງມາຫາທາງ ພາກຣັຖເນາະ ວ່າຢາກໃຫ້ພາກຣັຖຊ່ອຍ ອີ່ຫຍັງແດ່ ອີ່ຫຍັງຫັ້ນນ່າ.”
ເມື່ອບໍ່ດົນມານີ້ ດຣ. ກິແກ້ວ ຈັນທະບູລີ ຮອງຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ, ທັງເປັນຜູ້ປະຈຳການ ຄະນະສະເພາະກິຈ ຕ້ານໂຄວິດ19 ໄດ້ມີຄວາມເຫັນ ກ່ຽວກັບນະໂຍ ບາຍ ດ້ານແຮງງານ ແລະ ສວັດດີການສັງຄົມ ຂອງຣັຖບານລາວ ຕໍ່ແຮງງານ 3 ປະເພດ ທີ່ໄດ້ເຜີຍແຜ່ ຜ່ານວິທຍຸກະຈາຍສຽງແຫ່ງຊາຕລາວ ເມື່ອວັນທີ 25 ພຶສພາ ທີ່ຜ່ານມາວ່າ ຖ້າຫາກມີຄວາມຈຳເປັນ ໃນການແກ້ໄຂບັນຫາ ທີ່ພົວພັນເຖິງຄົນງານລາວ ພາຍໃນປະເທດ ກໍຈຳເປັນຕ້ອງໄດ້ປະຕິບັດຕາມກົດໝາຍ ວ່າດ້ວຍແຮງງານ ແລະ ດຳຣັຖທີ່ກ່ຽວຂ້ອງ.
“ເຣື່ອງແຮງງານນີ້ ພວກເຮົາແບ່ງອອກຢູ່ເປັນ 3 ປະເພດ ແຕ່ວ່າປະເພດທີ 1 ນີ້ແມ່ນເຂົາເຈົ້າເປັນສະມາຊິກ ຂອງກອງທຶນ ປະກັນສັງຄົມ. ໃນເມື່ອວ່າຄຳສັ່ງເລຂທີ 06/ນຍ ໄດ້ມີການຢຸດວຽກຈຳນວນນຶ່ງຫັ້ນ ຖືກຜົລກະທົບ. ອັນນີ້, ທາງກະຊວງແຮງງານ ເພິ່ນກະໄດ້ແຈ້ງ ຢ່າງຈະແຈ້ງວ່າ ຈະຕ້ອງໄດ້ປະຕິບັດຕາມກົດໝາຍປະກັນສັງຄົມ ທົດແທນຄືນແນວໃດ, ຖ້າມີຄວາມຈຳເປັນ ກະຊິໄດ້ປະຕິບັດຕາມດຳຣັຖ ສັງຄົມສົງເຄາະ ຫຼືວ່າການຊ່ອຍເຫຼືອ ຂອງສັງຄົມຈຳນວນນຶ່ງ.”
ນັບແຕ່ເດືອນກຸ່ມພາ ຫາ ເດືອນ ພຶສພາ 2020, ກຸ່ມບໍຣິສັດໂຄລາວ ໄດ້ປົດພະນັກງານອອກຢູ່ ນະຄອນຫຼວງວຽງຈັນ ແລະ ຢູ່ແຂວງ ສວັນນະເຂດ ໄປແລ້ວປະມານ 1 ພັນຄົນ ອີງຕາມຕາມຂໍ້ມູນ ເບື້ອງຕົ້ນ ຈາກພະນັກງານ ກຸ່ມບໍຣິສັດໂຄລາວ.
ກຸ່ມບໍຣິສັດໂຄລາວ ເປັນບໍຣິສັດ ທີ່ລົງທຶນໂດຍນັກລົງທຶນ ຈາກປະເທດເກົາຫຼີໃຕ້ ໄດ້ເຂົ້າມາດຳເນີນທຸຣະກິດ ປະເພດຣົດຍົນ ແລະ ອີກ ຫຼາຍທຸຣະກິດ ມາໄດ້ປະມານ 20 ປີ ຊຶ່ງມີພະນັກງານທັງໝົດ 4 ພັນຄົນ.