ໂຄລາວ ຕົກລົງຍອມຈ່າຍ

ບໍຣິສັດ ໂຄລາວ ປົດຄົນງານ ອອກຈາກວຽກ ເຖິງນຶ່ງພັນຄົນ ໂດຍບໍ່ຍອມ ຈ່າຍ ຄ່າຊົດເຊີຍ, ພວກຄົນງານ ປະທ້ວງ ຂໍຄວາມເປັນທັມ ແລະ ສຸດທ້າຍ ບໍຣິສັດ ກໍ່ຍອມຈ່າຍ.

ອີກສ່ວນນຶ່ງ ຂອງ ພະນັກງານ ຈາກ ບໍຣິສັດໂຄລາວ ທີ່ອອກມາຮຽກຮ້ອງ ຂໍຄວາມເປັນທັມ ໃນເຣື້ອງຖຶກຢຸດງານ ນັກຂ່າວພົລເມືອງ

ນັກຂ່າວ: ເປັນຈັ່ງໃດ ການປະຊຸມ ມື້ນີ້ຫັ້ນນະ?

ພະນັກງານ: ໂອ້! ເພິ່ນກະຊິໃຫ້ພະນັກງານເດ້ ເພິ່ນກະຊິຈ່າຍໃຫ້ພະນັກງານ

ນັກຂ່າວ: ສລຸບວ່າ ເພິ່ນວ່າ ຊິຈ່າຍເນາະ ທາງ ບໍຣິສັດເພິ່ນວ່າ ຈັ່ງໃດ?

ພະນັກງານ: ກະເພິ່ນມີແຕ່ໃຫ້ລົງຣາຍຊື່ ນຳບໍຣິສັດໄວ້ ຖ້າໃຜບໍ່ຢາກເຮັດວຽກນຳບໍຣິສັດ ແລ້ວ ວ່າ ແມ່ນໃຜ ບໍ່ຢາກເຮັດວຽກນຳ ບໍຣິສັດແລ້ວ ລະເພິ່ນກະເອີ້ນໄປພາຍຫລັງ ແລະ ເພິ່ນຈະຈ່າຍຕາມລະບຽບ ກົດໝາຍແຮງງານຫັ້ນຫລະ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org