ທຸຣະກິດເປີດຄືນເຈົ້າຂອງ ຍັງກັງວົນ
2020.05.06
ຊ່າງຕັດຜົມຊາຍ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຍັງກັງວົນໃຈ ຍ້ອນບໍ່ມີລູກຄ້າ ຄືເກົ່າຄືແຕ່ກ່ອນ ແລະຢ້ານຈະໄດ້ປິດຮ້ານຮອບ ສອງອີກ ຍ້ອນວ່າການເປີດຮ້ານໃນໄລຍະນີ້, ລູກຄ້າບໍ່ຄ່ອຍມີ, ຣາຍໄດ້ ໃນເມື່ອກ່ອນ ຕອນສະພາບການປົກກະຕິ ທີ່ບໍ່ມີການແຜ່ຣະບາດ ຂອງໄວຣັສໂຄວິດ-19 ໄດ້ມື້ລະ 6 ແສນກີບ ດຽວນີ້ໄດ້ພຽງມື້ລະ 2 ແສນ ກີບ, ດັ່ງຊ່າງຕັດຜົມຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ພຶສພາ ນີ້ວ່າ:
“ເຮົາປິດຮ້ານເຄິ່ງເດືອນເນາະ ມີແຕ່ມື້ທໍາອິດແຫຼະ ເຮົາຕັດໄດ້ 6 ແສນ ຫຼັງຈາກນັ້ນກໍປະມານ ສອງແສນ ສາມແສນ ເຮົາກໍກັງວົນຢູ່ຢ້ານ ປິດອີກຮອບສອງຫັ້ນນາ.”
ທ່ານກ່າວຕື່ມວ່າ ເວລາທີ່ຕົນຕັດຜົມໃຫ້ລູກຄ້າ ກໍໄດ້ປ້ອງກັນໄວຣັສໂຄວິດ-19 ໄດ້ໃສ່ຖົງມື ໃສ່ຜ້າອັດປາກອັດດັງ ໃສ່ໝວກຄຸມຜົມ ແລະ ກໍລ້າງມືທຸກຄັ້ງ ຫຼັງຈາກທີ່ຕັດຜົມໃຫ້ລູກຄ້າ ແຕ່ລະຄົນແລ້ວ.
ໃນຂນະທີ່ ຜູ້ຈັດການໂຮງແຮມ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າກັງວົນໃຈ ເພາະບໍ່ມີລູກຄ້າຄືແຕ່ກ່ອນ ຍ້ອນວ່າ ປັດຈຸບັນ ບໍ່ມີແຂກຕ່າງປະເທດ ແລະແຂກຕ່າງແຂວງເດີນທາງເຂົ້າມາ ພັກເລີຍ ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດ ຫຼືແຂກຕ່າງແຂວງ ຖ້າເດີນທາງມາທ່ຽວໄລຍະນີ້ ກໍຕ້ອງໄດ້ກັກໂຕເອງ ເບິ່ງອາການຢູ່ສູນກັກກັນຢ່າງໜ້ອຍ 14 ມື້, ດັ່ງທ່ານກ່່າວວ່າ:
“ບໍ່ປິດ ກະຊໍ່າປິດນາ ເພາະວ່າເຂົາຊິມາຂັດກອງ ຄັນນັກທ່ອງທ່ຽວ ຂະກໍບໍ່ມາ ນອກຈາກພວກຂ້າຣາຊການ ມາໃນນາມໂຄງການມາໄດ້ກໍ 14 ມື້ ຂະເຈົ້າມີໂຄງການຈ່າຍໃຫ້ ແຕ່ຄັນນັກທ່ອງທ່ຽວບໍ່ມາຫຍັງ ມາພັກຢູ່ບ້ານເຈົ້າ 14 ມື້ ຈ່າຍເງິນແຕ່ຂະເຈົ້າບໍ່ໄດ້ໄປທ່ຽວໃສ ຄົນລາວ ເຂົາກໍໄປມາພາຍໃນແຂວງ ຕ່າງແຂວງບໍ່ໄດ້ຈັດກອງປະຊຸມ ມີແຕ່ຄົນຈໍາເປັນ ເຂົາຈັ່ງໃຫ້ມາ.”
ທ່ານກ່າວວ່າ ປັດຈຸບັນ ໂຮງແຮມຍັງຄົງສືບຕໍ່ມາຕການປ້ອງກັນ ໄວຣັສໂຄວິດ-19 ໄດ້ຮັກສາໄລຍະຫ່າງ 1 ແມັດ, ຈຸດບໍຣິການຮັບແຂກ ກໍມີເຈວລ້າງມື ແລະມີເຄື່ອງກວດວັດ ອຸນຫະພູມ ສໍາລັບກວດຄົນ ເຂົ້າ-ອອກ ທຸກຄັ້ງ, ເຖິງແມ່ນວ່າຈະມີພຽງແຕ່ລູກຄ້າເກົ່າ ທີ່ພັກຢູ່ ໂຮງແຮມພຽງ 4 ຫ້ອງ ຈາກທັງໝົດ 130 ປາຍຫ້ອງກໍຕາມ.
ນອກຈາກນີ້ ພໍ່ຄົວ ຢູ່ຮ້ານອາຫານໃນນະຄອນຫຼວງວຽງຈັນ ກໍກັງວົນໃຈຄືກັນ ຍ້ອນບໍ່ມີລູກຄ້າຄືທີ່ຜ່ານມາ ສ່ວນໃຫຍ່ລູກຄ້າທີ່ເຂົ້າມາກິນ ອາຫານ ຢູ່ຮ້ານໃນເມື່ອກ່ອນ ເປັນລູກຄ້າຈາກຫ້ອງການ, ກະຊວງ, ບໍຣິສັດ ແລະໂຮງງານຕ່າງໆ ແຕ່ປັດຈຸບັນ ລູກຄ້າເຫຼົ່ານັ້ນ ໄດ້ຜັດ ປ່ຽນກັນມາເຮັດວຽກ ຣາຍໄດ້ຈາກການຂາຍອາຫານກໍຫຼຸດລົງ ເຖິງ 50%:
“ດຽວນີ້ເປີດມາມື້ວານນີ້ ແຂກກໍບໍ່ຫຼາຍປານໃດ ໂຕ໊ະສອງໂຕ໊ະຈັ່ງຊີ້ນະ ເປີດພໍສີ້ນເປືອງແອລ້າໆ ຄົນຫຼີ້ນກິນບໍ່ຄ່ອຍຫຼາຍໄດ໋ ຄົນໃຊ້ຈ່າຍ ກໍບໍ່ຫຼາຍ ຂາຍອອນລາຍດີກວ່າ.”
ທ່ານກ່າວຕື່ມວ່າ ປັດຈຸບັນຮ້ານອາຫານ ມີພະນັກງານທັງໝົດ 2 ຄົນ ຄືພໍ່ຄົວແລະຜູ້ຈັດການຮ້ານ ສ່ວນພະນັກງານເສີບ ພະນັກງານລ້າງ ຖ້ວຍແມ່ນໄດ້ກັບບ້ານຂອງພວກເຂົາເຈົ້າ ຢູ່ຕ່າງແຂວງ ຍັງບໍ່ສາມາດ ກັບມາໄດ້ເທື່ອ ຈົນກວ່າວ່າສະຖານະການຈະປົກກະຕິ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມແລະປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ກ່າວວ່າ ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມແລະຮ້ານເສີມສວຍ ສາມາດດໍາເນີນທຸຣະກິຈໄດ້ ແຕ່ຕ້ອງປະຕິບັດຕາມຄໍາແນະນໍາ ຂອງຂັ້ນເທິງ ເປັນຕົ້ນ ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໃສ່ຜ້າອັດປາກອັດດັງ, ໃສ່ຖົງມື, ໃສ່ໝວກຄຸມຜົມ, ກວດອຸນນະພູມ ແລະ ໝັ່ນລ້າງມື ດວກສະບູ ຫຼືເຈວລ້າງມື.
ຫາກຜູ້ປະກອບການຄົນໃດ ບໍ່ປະຕິບັດຕາມຄໍາແນະນໍາຢ່າງເຂັ້ມງວດ ເຈົ້າໜ້າທີ່ສະເພາະກິຈແຕ່ລະເມືອງ ທີ່ໄດ້ຖືກຈັດຕັ້ງກວດກາຕາມ ຂົງເຂດຮັບຜິດຊອບຂອງໃຜລາວ ກວດພົບຈະໄດ້ຕັກເຕືອນ ແລະເຮັດບົດບັນທຶກ ແລະຖ້າຫາກເຮັດຜິດສອງເທືຶ່ອຂຶ້ນໄປຈະຖືກປັບໃໝ ແລະລົງໂທດຕາມກົດໝາຍບ້ານເມືອງ:
“ດຽວນີ້ຫັ້ນຮ້ານໃດເຮັດຜິດ ມີຜູ້ລົງກວດຂະເຈົ້າຈະເຮັດບົດບັນທຶກ ຍ້ອນບໍ່ປະຕິບັດຕາມຄໍາສັ່ງ 06 ມີຫຍັງຮັກສາໄລຍະຫ່າງມີເຈວລ້າງມື ມີຜ້າອັດປາກນັ້ນແຫຼະ.”
ອີງຕາມຄໍາແນະນໍາຂອງກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເລຂທີ 142/ຖວທ ນະຄອນຫຼວງວຽງຈັນ ລົງວັນທີ 3 ພຶສພາ 2020, ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ ແລະ ຮ້ານເສີມສວຍ ສາມາດສືບຕໍ່ທຸຣະກິຈ ດັ່ງກ່າວ ນັບແຕ່ວັນທີ 4-17 ພຶສພາ ຫາກສະພາບການແຜ່ຣະບາດ ຂອງ ໄວຣັສໂຄວິດ-19 ມີການປ່ຽນແປງ ຈະແຈ້ງຄໍາແນະນໍາໃໝ່ ໃຫ້ຊາບ ພາຍຫຼັງແຕ່ລະໄລຍະ.