ກະຊວງສຶກສາ ເຕືອນ ຢ່າຫຼົງເຊື່ອ ເອົາລູກຫຼານ ໄປຮຽນຕໍ່ຈີນ

ສຸພັດຕາ
2019.12.27
F-education ລາວຈະປັບປຸງມາຕຖານ ຂອງ ໂຮງຮຽນ ມັທຍົມ
RFA

ກະຊວງ ສຶກສາທິການ ແລະ ກິລາ ແຈ້ງເຕືອນ ບັນດາ ຜູ້ປົກຄອງ ນັກຮຽນ-ນັກສຶກສາ  ແລະ ປະຊາຊົນ ທົ່ວປະເທດ ບໍ່ໃຫ້ຫຼົງເຊື່ອ ການໂຄສະນາ ເອົານັກສຶກສາ ໄປຮຽນຕໍ່ ຕ່າງປະເທດ ເປັນຕົ້ນ ປະເທດຈີນ, ໂດຍອ້າງວ່າ ເປັນທຶນ ຂອງຣັຖບານ ຍ້ອນໃນ ປັດຈຸບັນ ມີກຸ່ມຄົນ ບໍ່ດີ ຫຼື ຕັ້ງເປັນ ບໍຣິສັດ ເຄື່ອນໄຫວ ໂຄສະນາ ຜ່ານສື່ອອນລາຍ໌ ຕ່າງໆ ເພື່ອຕົວະເອົາເງິນ ຂອງພໍ່ແມ່ ປະຊາຊົນ, ແຕ່ເມື່ອ ຈ່າຍເງິນໄປແລ້ວ ພັດບໍ່ໄດ້ ໄປຮຽນ, ດັ່ງເຈົ້າໜ້າທີ່ ສຶກສາທິການ ແລະ ກິລາ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 27 ທັນວາ ນີ້ວ່າ:

“ອັນນີ້ ທ່ານຣັຖມົນຕຣີ ເພິ່ນເປັນ ຜູ້ແຈ້ງໄດ໋ ເພາະວ່າ ມີກຸ່ມຄົນ ແອບອ້າງ ບໍຣິສັດ ຂອງສ່ວນຕົວ ຕົນເອງຊີ້ນາ ມາຕົວະຍົວະ ເອົາບັນດາ ນັກຮຽນ-ນັກສຶກສາ ເຮົານິ່ນາ. ເອົາເງິນ ເອົາຄໍາ ຂະເຈົ້າ ໄປກ່ອນ ຊິໄດ້ ໄປຮຽນຈີນ ໄດ້ໄປຮຽນ ຮົງກົງ ໄປຮຽນ ຫັ້ນຮຽນນີ້. ຫຼັງຈາກຕົວະ ໄດ້ເງິນ ໄດ້ຄໍາ ໄປແລ້ວ ບໍ່ໄດ້ ໄປຮຽນ.”

ໃນໜັງສື ແຈ້ງການ ຂອງກະຊວງ ສຶກສາທິການ ແລະ ກິລາ ຍັງຣະບຸ ອີກວ່າ ປັດຈຸບັນ ທຶນການສຶກສາ ຂອງຣັຖບານຈີນ ຍັງບໍ່ໄດ້ ແຈ້ງມາ ໃຫ້ທາງການລາວ ເທື່ອວ່າ ຈະມີທຶນໃຫ້ ນັກສຶກສາລາວ ໄປສຶກສາຕໍ່ ທີ່ປະເທດຈີນ ໃນສົກຮຽນ 2020-2021. ແຕ່ມີ ບາງບໍຣິສັດ  ໄດ້ອອກ ໂຄສະນາ ຜ່ານສື່ອອນລາຍ໌ ໄປແລ້ວ.

ຜ່ານມາ ເຫັນວ່າ ມີນັກຮຽນ-ນັກສຶກສາ ຈໍານວນຫຼາຍ ຖືກບໍຣິສັດ ຫຼື ກຸ່ມຄົນບໍ່ດີ ຕົວະຍົວະໄປ ເຮັດໃຫ້ ນັກສຶກສາ ທີ່ຖືກຕົວະ ໄປນັ້ນ ມີຄວາມຫຍຸ້ງຍາກ ແລະ ມີບັນຫາ ຫຼາຍຢ່າງ. ໃນເບື້ອງຕົ້ນ, ກ່ອນຈະໄປຮຽນຕໍ່ ເຂົາສັນຍາວ່າ ຈະໄດ້ທຶນ ຣັຖບານ, ແຕ່ເມື່ອ ໄປຮອດແລ້ວ ພັດບໍ່ໄດ້ຮັບ ຕາມທີ່ ໂຄສະນາໄວ້ ເຮັດໃຫ້ ນັກສຶກສາ ຈໍານວນນຶ່ງ ຕ້ອງໄດ້ ກັບຄືນປະເທດ ຍ້ອນບໍ່ມີເງິນ ຈ່າຍຄ່າຮຽນ.

ໃນຂນະດຽວກັນ, ປະຊາຊົນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ເວົ້າວ່າ ຜ່ານມາ ກໍມີຄົນຖືກຕົວະ ບໍ່ແມ່ນແຕ່ໄປຮຽນ ໄປອອກແຮງງານ ກໍມີ, ດັ່ງທ່ານກ່າວວ່າ:

“ໄລຍະຜ່ານມາ ມັນຖືກຕົວະ ກະຫຼົງເຊື່ອເຂົາເນາະ ວ່າ ເອີ່ ຈະເອົາເຂົ້າຮຽນ. ໄປບ່ອນນັ້ນ ບ່ອນນີ້ ໄປເຮັດວຽກ ບ່ອນຫັ້ນ ບ່ອນນີ້ ຊີ້ນາ. ໄປທໍາງານ ກະຍັງຕົວະ ຊີ້ນາ. ດຽວນີ້ຄົນເຮົາ ເຂົາເຈົ້າ ກະມີສະຕິແດ່ ເພາະວ່າ ທາງບ້ານ ເພິ່ນກະໄດ້ ເຂັ້ມງວດ ເຕືອນເນາະ ຕໍ່ບັນຫາ ໂຕນີ້ເນາະ.”

ເຖິງຢ່າງໃດ ກໍຕາມ, ກະຊວງສຶກສາ ທິການ ແລະ ກິລາ ຢາກໃຫ້ ທຸກພາກສ່ວນ ຮວມທັງ ພໍ່ແມ່ ປະຊາຊົນ ທົ່ວປະເທດ ໃຫ້ມີສະຕິ ຣະວັງຕົວ ຢ່າຫຼົງເຊື່ອ ການໂຄສະນາ ຂອງກຸ່ມຄົນ ບໍ່ດີ ທີ່ມາຕົວະຍົວະ ເອົານັກຮຽນ ນັກສຶກສາ ໄປຮຽນຕໍ່ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.