ຄົນງານຈີນກັບມາລາວ ຕ້ອງກັກໂຕ 14 ມື້

ສຸພັດຕາ
2020.05.06
F-Train ຂະບວນຣົດໄຟ ຂົນອຸປກອນ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ເຂດບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຖ່າຍເມື່ອ: ວັນທີ 26 ເດືອນເມສາ 2020
RFA/TS

ຄົນງານຈີນ ທີ່ເຮັດວຽກກໍ່ສ້າງທາງຣົດໄຟລາວ-ຈີນ ໃນບາງແຂວງ ເຣີ່ມກັບເຂົ້າມາລາວ ແລ້ວແຕ່ຕ້ອງໄດ້ຖືກກັກໂຕ 14 ມື້ຕາມມາຕການ ປ້ອງກັນການແຜ່ຣະບາດຂອງເຊື້ອໄວຣັສໂຄວິດ-19, ອີງຕາມການ ຣາຍງານຂອງຜແນກປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ.

ກ່ຽວກັບເຣື້ອງນີ້ ຄະນະສະເພາະກິຈ ຄວບຄຸມແລະປ້ອງກັນໂຄວິດ-19  ຢູ່ນະຄອນຫຼວງວຽງຈັນ ຢືນຢັນວ່າ ປັດຈຸບັນ ຄົນງານກໍ່ສ້າງທາງ ຣົດໄຟລາວ-ຈີນ ຈໍານວນ 127 ຄົນ ເຂົ້າມານະຄອນຫຼວງວຽງຈັນ ໂດຍຂີ່ຍົນມາລົງຢູ່ສນາມບິນສາກົລວັດໄຕ ໄດ້ຖືກສົ່ງໄປກັກໂຕ ຢູ່ໂຮງ ແຮມດອນຈັນພາເລັສ 126 ຄົນ ແລະໂຮງແຮມສະກາຍ ອີກ 1 ຄົນ ເປັນເວລາ 14 ມື້ ເມື່ອຄົບກໍານົດແລ້ວ ກໍຈະອະນຸຍາດໃຫ້ ກັບໄປ ເຮັດວຽກຕາມປົກກະຕິ, ດັ່ງເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມແລະປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 5 ພຶສພາ ນີ້ວ່າ:

“ເພິ່ນກະຖືຖກັກໂຕ 14 ມື້ ຢູ່ດອນຈັນພາເລດນີ້ 126 ຄົນ ແລ້ວໂຮງແຮມສະກາຍ ນີ້ 1 ຄົນ ໂຕນີ້ແມ່ນແຮງງານສະເພາະ ຂອງຄົນຈີນ ແຕ່ແຮງງານລາວ ເຮົາໄດ້ເອົາໄປກັກ ໄວ້ຢູ່ບ່ອນຕ່າງຫາກ.”

ຄົົນງານຈີນຈໍານວນດັ່ງກ່າວ ເຂົ້າມາຕັ້ງແຕ່ວັນທີ 1 ພຶສພາ 2020 ແຕ່ບໍ່ມີການຣະບຸຄັກແນ່ ວ່າສ່ວນໃຫຍ່ແມ່ນຄົນງານ ຫຼືນັກວິຊາການ ສ້າງທາງຣົດໄຟ, ໃນຂນະທີ່ ພະນັກງານປະຈໍາໂຮງແຮມ ດອນຈັນ ພາເລັສ ກ່າວວ່າ ທາງໂຮງແຮມ ໄດ້ຈັດຫ້ອງພັກປະມານ 100 ຫ້ອງ ເພື່ອເປັນບ່ອນກັກໂຕ ຂອງຄົນງານຈີນກຸ່ມດັ່ງກ່າວ ໂດຍບໍ່ອະນຸຍາດໃຫ້ຄົນງານຈີນ ອອກຈາກຫ້ອງພັກ ຢ່າງເດັດຂາດ ເຊິ່ງແຕ່ລະມື້ຈະມີ ເຈົ້າໜ້າທີ່ສາທາຣະນະສຸຂ ມາກວດອຸນຫະພູມ ແລະກວດໄຂ້ ຮວມທັງສົ່ງເຂົ້າສົ່ງນໍ້າ ໃຫ້ແກ່ຄົນງານຈີນ ເຫຼົ່ານັ້ນ, ດັ່ງນາງກ່າວວ່າ:

“ເຂົ້າມາຕອນນີ້ ກະມີຄະນະນຶ່ງເນາະປະມານ 100 ຫ້ອງ ມາຈາກເດີ່ນບິນ ຂະເຈົ້າກະມີການກວດວັດເຊື້ອຈາກເດີ່ນບິນ ລະກະມາເຖິງ ໂຮງແຮມນິ່ກະຊວງສາທາຣະນະສຸຂ ເພິ່ນກະມາວັດແທັກສານຄັດລັ່ງ ແລ້ວກະສົ່ງໄປຫ້ອງແຫຼັບ ທຸກຄົນຂ້າເຊື້ອແລ້ວສົ່ງຄະນະຜູ້ກັກໂຕ ນີ້ຂຶ້ນມາພັກຢູ່ສະເພາະໃນຫ້ອງ ກະຊວງສາທາເພິ່ນກະມາກວດ ວັດອຸນນະພູມ ເອົາສອງເທື່ອ 8 ໂມງເຊົ້າກັບ 3 ໂມງແລງ.”

ນາງກ່າວຕື່ມວ່າ ໃນໄລຍະນີ້ ຢູ່ໂຮງແຮມມີແຕ່ຄະນະຄົນງານຈີນມາກັກໂຕຊື່ໆ ຍັງບໍ່ໄດ້ເປີດຮັບແຂກອື່ນໆ ຫຼືນັກທ່ອງທ່ຽວມາເຊົ່າຫ້ອງພັກ ເທື່ອ ແລະຫຼັງຈາກຜ່ານໄລຍະການກັກໂຕ ຂອງຄົນງານຈີນແລ້ວ ທາງໂຮງແຮມກໍຈະມີການຂ້າເຊື້ອຫ້ອງພັກ ທຸກຫ້ອງ ເພື່ອໃຫ້ມີຄວາມ ປອດໄພ ຕໍ່ແຂກທີ່ຈະເຂົ້າມາພັກ ໃນອານາຄົດ.

ສໍາລັບຢູ່ແຂວງອື່ນໆ ເປັນຕົ້ນແຂວງຫຼວງນໍ້າທາ ກໍຍັງບໍ່ມີຄົນງານຈີນ ກັບເຂົ້າມາກໍ່ສ້າງທາງຣົດໄຟເທື່ອ ຍ້ອນຢູ່ດ່ານສາກົລບໍ່ເຕັນຍັງບໍ່ໄດ້ ເປີດໃຫ້ຄົນເຂົ້າອອກຕາມປົກກະຕິ ແລະຫາກເຂົ້າມາຫຼັງຈາກເປີດ ດ່ານແລ້ວກໍຈະມີການກວດກາຢ່າງເຂັ້ມງວດ, ດັ່ງເຈົ້າໜ້າທີ່ ຄະນະ ສະເພາະກິຈຄວບຄຸມ ແລະປ້ອງກັນໂຄວິດ-19 ແຂວງຫຼວງນໍ້າທາ ກ່າວວ່າ:

“ຄົນງານຫັ່ນບໍ່ທັນເຂົ້າມາເທື່ອນະ ຄົນງານຈີນຢູ່ໃນທາງຣົດໄຟຫັ້ນ ເພາະວ່າທາງດ່ານສາກົລເຮົາຍັງບໍ່ທັນໄດ້ເປີດ ຄັນມາມັນຕ້ອງມີໃບຢັ້ງ ຢືນຈາກບໍຣິສັດຂະເຈົ້າມາ ເຮົາຈັ່ງອະນຸຍາດໃຫ້.”

ໃນຂນະດຽວກັນ ຢູ່ແຂວງອຸດົມໄຊ ກໍຍັງບໍ່ມີຣາຍງານວ່າ ຄົນງານຈີນທີ່ກັບໄປຈີນ ກ່ອນໜ້ານີ້ ພາກັນກັບເຂົ້າມາເຮັດວຽກສ້າງທາງຣົດໄຟ ເທື່ອຄາດວ່າຈະທະຍອຍເຂົ້າມາຫຼັງຈາກວັນທີ 17 ພຶສພາ ເປັນຕົ້ນໄປ ດັ່ງເຈົ້າໜ້າທີ່ຄະນະສະເພາະກິຈຄວບຄຸມ ແລະປ້ອງກັນໂຄວິດ-19 ແຂວງອຸດົມໄຊ ກ່າວວ່າ:

“ຄົນຈີນຂະເຈົ້າກັບໄປຕອນນັ້ນ ຂະເຈົ້າກະບໍ່ໄດ້ເຂົ້າມານະ ເປັນຂະບວນບໍ່ໄດ້ປ່ອຍເທື່ອ ດຽວນີ້ປິດດ່ານສາກົລເຮົານີ້ ເພິ່ນບໍ່ທັນອະນຸຍາດ ເຣີ່ມ ວັນທີ 17 ພຸ້ນນະ.”

ປັດຈຸບັນ ການກໍ່ສ້າງທາງຣົດໄຟໃນຫຼາຍຈຸດ ຢູ່ລາວ ກໍຍັງດໍາເນີນໄປແບບປົກກະຕິຢູ່ ຍ້ອນຍັງມີຄົນງານ ແລະ ນັກວິຊາການຈີນຈໍານວນ ນຶ່ງທີ່ຕິດຄ້າງຢູ່ລາວ ເຊິ່ງພວກຂະເຈົ້າ ບໍ່ໄດ້ເດີນທາງກັບໄປ ປະເທດຈີນ ໃນໄລຍະບຸນປີໃໝ່ຈີນ.

ກ່ອນໜ້ານີ້ ກະຊວງແຮງງານ ແລະສວັດດີການສັງຄົມ ເປີດເຜີຍວ່າ ຄົນງານທັງໝົດ ຂອງໂຄງການສ້າງທາງຣົດໄຟລາວ-ຈີນ ມີຈໍານວນ 16,000 ຄົນ ໃນນັ້ນມີຄົນງານຈີນປະມານ 11,500 ຄົນ ສ່ວນທີ່ເຫຼືອ ເປັນຄົນງານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.