ນັກລົງທຶນຈີນຈະມ້າງ ຕລາດເຊົ້າ ຕຶກເກົ່າ

ມະນີຈັນ
2020.09.10
F-VT-morning-market ຕລາດເຊົ້າວຽງຈັນ ອາຄານຫຼັງເກົ່າ ທີ່ເປີດດຳເນີນການມາແຕ່ປີ 1963 ຈະຖືກທຸບຖິ້ມໃນມໍ່ໆນີ້ ພາຍຫຼັງທີ່ຣັຖບານລາວ ອະນຸຍາດໃຫ້ ນັກລົງທຶນຈີນ ສັມປະທານເປັນເວລາ 40 ປີ ແລ້ວຈະສ້າງອາຄານໃໝ່ໃສ່ແທນທີ່. ( ຖ່າຍເມື່ອ: ເດືອນສິງຫາ 2020 )
RFA

ຊາວລາວຫຼາຍຄົນ ບໍ່ເຫັນດີນໍາເຣື່ອງທີ່ບໍຣິສັດ ຮົວຊິນພັທນາ ຈໍາກັດ ຂອງນັກລົງທຶນຈີນ ຈະທຸບຕລາດເຊົ້າຕຶກເກົ່າ mall 1 ແລະ mall 2 ທີ່ຖືກສ້າງມາແຕ່ດົນນັ້ນຖິ້ມ ແລ້ວຈະສ້າງໃຫ້ ເປັນຕຶກຮູບແບບໃໝ່ ທີ່ວ່າມີຄວາມທັນສມັຍຂຶ້ນ ມາແທນ ໂດຍບໍ່ຄໍານຶງເຖິງ ແນວຄິດຈິດໃຈ ຂອງປະຊາຊົນລາວ ເປັນຕົ້ນຊາວນະຄອນຫຼວງວຽງຈັນ ທີ່ຜູກພັນກັບຕຶກເກົ່າ ຊຶ່ງເປັນຕຶກ ເກົ່າແກ່ສົມຄວນ.

ຕຶກທີ່ວ່ານີ້ມີອາຍຸເຖິງ 5 ທົສວັດ ປາຍ ຈົນໄດ້ກາຍເປັນຈຸດໃຈກາງ ທີ່ສໍາຄັນ ສໍາລັບການຊື້ຂາຍຂອງມວນຊົນ ທີ່ເປັນເອກລັກສະເພາະຕົວ ອັນນຶ່ງຂອງນະຄອນຫຼວງວຽງຈັນ ໄປແລ້ວນັ້ນ ຈຶ່ງສົມຄວນທີ່ຈະຮັກສາເອົາໄວ້ ໃຫ້ເປັນມໍຣະດົກຕົກທອດຕໍ່ໆໄປ ໂດຍມີການປັບປຸງສ້ອມ ແຊມຄືນໃໝ່ ຈະດີກວ່າທຸບຖິ້ມ ແລ້ວສ້າງຕຶກໃໝ່ ເຖິງແມ່ນບໍຣິສັດຈີນ ຈະຖືວ່າຕຶກເກົ່ານັ້ນ ບໍ່ທັນສມັຍ, ຕ້ອງໄດ້ສ້າງຕຶກໃໝ່ ທີ່ທັນສມັຍ ຂຶ້ນມາແທນ, ເຖິງຊາວລາວຈະເສັຍດາຍແນວໃດກໍຕາມ, ດັ່ງຊາວນະຄອນຫລວງວຽງຈັນ ນາງນຶ່ງ ໃຫ້ຄໍາເຫັນຕໍ່ RFA ໃນມື້ວັນທີ 8 ກັນຍາ ນີ້ວ່າ:

“ເສັຽດາຍຫັ້ນລະ ຄວນຈະປັບປຸງໃຫ້ດີຂຶ້ນ ເພາະວ່າມັນຍັງດີຢູ່ ຫັ້ນນະ ມີແຕ່ວ່າອະນຸຮັກໄວ້ ປັບປຸງໄວ້ຈະດີກວ່າ ເພາະວ່າມັນເປັນເອກລັກ ຂອງນະຄອນຫລວງ ໄປແລ້ວ ຫັ້ນນະ. ມັນກະຢູ່ໃຈກາງເມືອງ ເປັນແບບໃໝ່ຈະເສັຽເອກລັກ ໄປເລີຍ.”

ນາງເວົ້າຕໍ່ໄປວ່າ ອີກສາເຫດນຶ່ງທີ່ນາງ ບໍ່ຢາກໃຫ້ທຸບຕຶກເກົ່າຖິ້ມ ກໍຍ້ອນວ່າຄົນລາວລຸ້ນເກົ່າ ໂດຍທົ່ວໄປ ຈະລຶ້ງເຄີຍກັບຕລາດແບບຕຶກເກົ່າ ເພາະມັນສະແດງອອກເຖິງ ເອກລັກອັນດີ ຂອງຄວາມເປັນລາວ. ຖ້າຫາກວ່າທຸບຕຶກຫລັງເກົ່າຖິ້ມ ແລ້ວສ້າງຕຶກຫລັງໃໝຂຶ້ນມາແທນ ທີ່ວ່າ ຈະມີຄວາມທັນສມັຍ ແຕ່ມັນກໍຈະເຮັດໃຫ້ຄວາມເປັນແບບລາວໆ ຄ່ອຍໆຫາຍໄປນໍາ ເລື້ອຍໆ.

ແລະຊາວລາວອີກຜູ້ນຶ່ງ ກໍມີຄວາມຮູ້ສຶກໄປໃນທໍານອງດຽວກັນນັ້ນ ຄືບໍ່ເຫັນດີ ນໍາການທີ່ຈະທຸບຕຶກເກົ່າ ຢູ່ຕລາດເຊົ້າຖິ້ມ ຍ້ອນຕົນເອງຄິດວ່າ ຕຶກຫລັງເກົ່ານັ້ນ ຍັງບໍ່ທັນຖືກນໍາໃຊ້ ໃຫ້ຄຸ້ມຄ່າເທື່ອ, ແຕ່ກໍຄົງຈະເວົ້າຫຍັງບໍ່ໄດ້ ແລະບໍ່ສາມາດຄັດຄ້ານ ຫຍັງໄດ້ ເນື່ອງຈາກ ບໍຣິສັດຈີນ ໄດ້ເຊັນສັນຍາສັມປະທານ ກັບ ທາງການລາວ ໄປແລ້ວ, ມີແຕ່ໄດ້ລໍຖ້າ ເບິ່ງຕຶກຫລັງ ເກົ່າຈະຫາຍໄປ, ດັ່ງຍານາງ ກ່າວຕອນນຶ່ງວ່າ:

“ກໍຮູ້ສຶກແບບວ່າໂຕເກົ່າ ກະຍັງຫາໃຊ້ການບໍ່ທັນກຸ້ມຄ່າ ແລ້ວກະທຸບຖິ້ມເນາະ ເປັນສົມບັດຂອງຄົນລາວ ຢູ່ແລ້ວນີ້ເນາະ ເສັຽດາຍຢູ່ ແຕ່ເພິ່ນ ມ້າງແລ້ວກະຈໍາເປັນ ແຜນຂອງຣັຖບານ ເຮົາກະຄິດບໍ່ໄດ້ ບາງເທື່ອພັກ-ຣັຖ ກໍເຮັດໃຫ້ມັນດີກວ່າ.”

ນາງເວົ້າຕື່ມອີກວ່າ ນອກຈາກນັ້ນ ຕົນເອງກໍມີຄວາມຮູ້ສຶກເປັນຫ່ວງ ນໍາພວກພໍ່ຄ້າແມ່ຄ້າ ທີ່ເຊົ່າຫ້ອງຂາຍເຄື່ອງ ຢູ່ຕລາດຕຶກເກົ່າ ເພາະ ຈໍາເປັນຕ້ອງໄດ້ຍ້າຍ ໄປຂາຍຢູ່ບ່ອນໃໝ່ ຊຶ່ງອາຈຕ້ອງໄດ້ເສັຽຄ່າເຊົ່າຫ້ອງ ຂາຍເຄື່ອງເພີ່ມຂຶ້ນອີກ ທັງໆທີ່ພວກເຂົາເຈົ້າ ປະສົບບັນຫາ ທາງດ້ານການເງິນ ໃນໄລຍະເຊື້ອພຍາດ ໂຄວິດ-19 ແຜ່ຣະບາດແຮງ ຢູ່ແລ້ວ.

ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍມີຄວາມເຫັນ ທີ່ແຕກຕ່າງ ຄືຮູ້ສຶກຍິນດີ ທີ່ນັກລົງທຶນຈີນ ຈະທຸບ ຕລາດເຊົ້າຕຶກເກົ່າຖິ້ມ ແລ້ວສ້າງ ຕຶກໃໝ່ຂຶ້ນມາແທນ, ຍ້ອນວ່າ ຕຶກຫລັງເກົ່າ ຖືກໃຊ້ການມາດົນນານ ຫລາຍປີແລ້ວ, ຣະບົບໂຄງຮ່າງຂອງຕຶກ ກໍບໍ່ມີຄວາມແຂງແຮງ ຄືແຕ່ກ່ອນ, ດັ່ງນັ້ນຈຶ່ງສົມຄວນ ສ້າງຕຶກຫລັງໃໝ່ ຂຶ້ນທົດແທນ ເພື່ອຄວາມແຂງແຮງ ປອດພັຍ ແລະ ທັນສມັຍ ດັ່ງທີ່ນາງກ່າວຕໍ່ RFA ໃນມື້ວັນທີ 8 ກັນຍາ ນີ້ວ່າ:

“ກະສິມ້າງຕຶກເກົ່າ ເພາະວ່າມັນເກົ່າມັນແກ່ແລ້ວ ຫັ້ນນະ. ເພິ່ນສິເຮັດໃໝ່ ມັນແກ່ຫລາາຍແລ້ວ ແລ້ວບາດນີ້ສ້ອມແປງ ຫຍັງກະຍາກເດ໋ ມັນກະເບິດຄຸນພາບ ແລ້ວເນາະ. ສາຍໄຟ ມັນກໍບໍ່ມາຕຖານ ຫັ້ນນະ ເພິ່ນສິມ້າງປຸກໃໝ່ ມັນກໍບໍ່ຮັບປະກັນ ຈັ່ງຊີ້ ມັນຫລາຍໆສິບປີແລ້ວ.”

ນາງກ່າວຕື່ມອີກວ່າ ສໍາລັບພໍ່ຄ້າ ແມ່ຄ້າ ຊາວຂາຍ ທີ່ຈະຕ້ອງໄດ້ຖືກຍ້າຍອອກຕຶກຫລັງເກົ່ານັ້ນ ຕົນກໍມີຄວາມເປັນຫ່ວງເປັນໄຍ ນໍາພວກ ເຂົາເຈົ້າ ເພາະຮູ້ດີວ່າ ພວກຂະເຈົ້າກໍຫາສິໄດ້ ຮັບຜົລກະທົບ ແບບເຕັມໆມາ ເມື່ອບໍ່ດົນນີ້ ແລະມາຮອດມື້ນີ້ ຜົລກະທົບນັ້ນກໍຍັງບໍ່ຜ່ອນ ຄາຍລົງ ພໍເທົ່າໃດເທື່ອ ຍ້ອນການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19.

ແຕ່ພວກເຂົາເຈົ້າ ກໍສາມາດຍ້າຍໄປຂາຍ ເຄື່ອງຢູ່ຕຶກໃໝ່ ພາຍໃນຕລາດເຊົ້າ ນັ້ນໄດ້ຢູ່ ຊຶ່ງທາງເຈົ້າຂອງ ບໍຣິສັດຈີນ ກໍໄດ້ຊີ້ແຈງກ່ອນ ໜ້ານີ້ແລ້ວວ່າ ມີບ່ອນຮອງຮັບ ໃຫ້ຂາຍເຄື່ອງ ພຽງພໍ ຢູ່ແລະຈະຍົກ ເວັ້ນ ການເກັບຄ່າເຊົ່າຫ້ອງ ທັງໝົດ 9 ເດືອນ.

ເຖິງຢ່າງໃດກໍຕາມ ພວກພໍ່ຄ້າແມ່ຄ້າ ທີ່ເຊົ່າຫ້ອງຂາຍເຄື່ອງຢູ່ຕລາດເຊົ້າ ຕຶກຫລັງເກົ່າ ກໍເຊື່ອວ່າ ການທີ່ບໍຣິສັດຈີນ ເຂົ້າມາສັມປະທານ ຕລາດເຊົ້າ ແລ້ວສ້າງຕຶກຫລັງໃໝ່ຂຶ້ນແທນ ຕຶກຫລັງເກົ່ານີ້ ແມ່ນບໍຣິສັດຈີນ ມີເປົ້າໝາຍດຶງດູດ ເອົາພໍ່ຄ້າແມ່ຄ້າຈີນ ໃຫ້ຫລັ່ງໄຫລກັນ ເຂົ້າມາຄ້າຂາຍ ຢູ່ຕຶກຫລັງໃໝ່ ແທນທີ່ຈະເປັນຄົນລາວ ຊຶ່ງການເດີນທາງ ຈາກປະເທດຈີນ ມານະຄອນຫລວງວຽງຈັນ ກໍຈະສະດວກຂຶ້ນ ຫລັງຈາກທາງຣົດໄຟ ລາວ-ຈີນ ຖືກສ້າງແລ້ວເສັດ ແລະຈະເປີດໃຊ້ຢ່າງ ເປັນທາງການ ໃນທ້າຍປີ 2021 ທີ່ຈະມາເຖິງນີ້  ດັ່ງແມ່ຄ້າ ນາງນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 8 ກັນຍາ ນີ້ຕອນນຶ່ງວ່າ:

“ຫລາຍຄົນ ຄິດວ່າ ຖ້າລາງຣົດໄຟແລ້ວປີໜ້ານີ້ນະ ກະຄິດວ່າ ເຂົາຈະເອົາຄົນຂອງເຂົາແຫລະ ມາຢູ່ຕຶກທີ່ເຂົາກໍ່ສ້າງຢູ່ນີ້ ໃຜກະຄິດວ່າ ຂະເຈົ້າກໍສ້າງໄປຍ້ອນວ່າ ຈະເອົາຄົນເຂົ້າມາ ຫັ້ນແຫລະ. ສໍາລັບແມ່ຄ້າຄົນລາວ ອິຫຍັງນະ ບໍ່ມີໃຜເຂົ້າໄປແລ້ວ ມັນມີແຕ່ໜ້ອຍດຽວນຶ່ງ ຄົນຂາຍກະມີແຕ່ເທົ່ານີ້.”

ອີງຕາມຄໍາເວົ້າຂອງແມ່ຄ້າ ທີ່ເຊົ່າຫ້ອງຂາຍເຄື່ອງຢູ່ຕລາດເຊົ້າ ຕຶກຫລັງເກົ່າແລ້ວແມ່ນວ່າ, ເມື່ອບໍ່ດົນຜ່ານມານີ້ ເຈົ້າໜ້າທີ່ນະຄອນຫຼວງ ວຽງຈັນ ໄດ້ຊີ້ແຈງວ່າ ຈະໃຫ້ພໍ່ຄ້າແມ່ຄ້າ ທີ່ຂາຍເຄື່ອງຢູ່ຕຶກຫລັງເກົ່າ mall 1 ແລະ mall 2 ຍ້າຍໄປເຊົ່າຫ້ອງຂາຍເຄື່ອງ ຢູ່ຕຶກ shopping mall ພາຍໃນ 3 ເດືອນ, ແຕ່ວ່າຫລາຍຄົນ ກໍບໍ່ຢາກຍ້າຍໄປ ຂາຍຢູ່ຕຶກດັ່ງກ່າວ ເພາະວ່າຄ່າເຊົ່າແພງ ຫລາຍ, ຫ້ອງນຶ່ງ ປະມານ 10 ພັນ ໂດລາ ສະຫະຣັຖ ຕໍ່ປີ ເຮັດໃຫ້ບໍ່ມີໃຜສົນໃຈ.

ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງນີ້ RFA ພຍາຍາມຕິດຕໍ່ໄປຫາ ບໍຣິສັດ ຮົວຊິນ ພັທນາຈໍາກັດ ຂອງຈີນ ແລະຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ, ແຕ່ບໍ່ມີ ເຈົ້າໜ້າທີ່ຄົນໃດ ສາມາດໃຫ້ຄໍາເຫັນໄດ້.

ແຕ່ອີງຕາມຣາຍງານຂອງໜັງສືພິມວຽງຈັນທາມສ ວັນທີ 29 ສິງຫາ 2020, ໃນເບື້ອງຕົ້ນ ທາງບໍຣິສັດ ໄດ້ກຽມຫ້ອງຄ້າຂາຍ ຈໍານວນ 302 ຫ້ອງໄວ້ ສໍາລັບໃຫ້ພໍ່ຄ້າແມ່ຄ້າ ທີ່ຈະຍ້າຍ ອອກຈາກຕຶກຫລັງເກົ່າ ເພື່ອໃຫ້ມີການກໍ່ສ້າງຕຶກຫລັງໃໝ່ ໂດຍຈະຍົກເວັ້ນຄ່າເຊົ່າ ເປັນເວລາ 9 ເດືອນ, ແຕ່ຕ້ອງເສັຽຄ່ານໍ້າແລະຄ່າໄຟຟ້າເອງ ຕາມປົກຕິ,

ແລະແມ່ຄ້າຜູ້ນຶ່ງ ຢູ່ຕລາດເຊົ້າ ຕຶກເກົ່າ ເວົ້າຕໍ່ RFA -ວິທຍຸເອເຊັຍເສຣີ ໃນມື້ວັນທີ 31 ສິງຫານີ້ວ່າ ເມື່ອສັບປະດາ ທີ່ຜ່ານມາ ທາງ ບໍຣິສັດຮົວຊິນ ພັທນາ ຈໍາກັດ ຂອງຈີນ ໄດ້ເອີ້ນພວກ ພໍ່ຄ້າແມ່ຄ້າ ທີ່ຈະຖືກໂຍກຍ້າຍນັ້ນ ໄປປະຊຸມກັນ ຊຶ່ງໃນເບື້ອງຕົ້ນ ທາງບໍຣິສັດ ມີນະໂຍບາຍ ໃຫ້ຜູ້ທີ່ໂຍກຍ້າຍ ໄປຕຶກຫລັງໃໝ່ ບໍ່ໄດ້ເສັຍຄ່າເຊົ່າ ຫ້ອງຂາຍ ເປັນເວລາ 6 ເດືອນ ແລະ ຫລັງຈາກນັ້ນ ຈະເກັບຄ່າເຊົ່າ 50% ໄປຈົນກວ່າການກໍ່ສ້າງ ຈະສໍາເຣັດ. ແຕ່ເຖິງປານນັ້ນ ນາງກໍຍັງເຫັນວ່າ ການເກັບຄ່າເຊົ່ານັ້ນ ຍັງແພງຢູ່ດີ.

ບໍຣິສັດ ຮົວຊິນພັທນາ ຈໍາກັດ Houaxin Development company limited ຂອງຈີນ ໄດ້ຮັບສັມປະທານ ພັທນາຕລາດເຊົ້າຕຶກເກົ່າ ເປັນເວລາ 40 ປີ ໂດຍມີການເຊັນສັນຍາ ສັມປະທານ ກັບທາງການລາວ ໃນເດືອນພຶສພາ 2020 ນີ້ ໂດຍມີແຜນຈະທຸບຕຶກຫລັງເກົ່າ mall 1 ແລະ mall 2 ຖິ້ມ ເພື່ອສ້າງຕຶກຫລັງໃໝ່, ແຕ່ຍັງບໍ່ທັນກໍານົດວ່າ ຈະເລີ່ມລົງມື ສ້າງ ເມື່ອໃດກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.