ຈີນບໍ່ໄດ້ສັມປະທານ ຕາດກວາງຊີ

ອຸ່ນແກ້ວ ສຸກສະຫວັນ
2020.07.31
F-Tad-Khuangsi ສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດກວາງຊີ ແຂວງຫຼວງພຣະບາງ (ຮູບຖ່າຍ ວັນທີ 29 ກໍຣະກະດາ 2020)
ນັກຂ່າວພົລເມືອງ

ທາງການແຂວງຫລວງພຣະບາງ ໄດ້ຍົກເລີກ ບໍຣິສັດອາໂຈ ຈາກ ປະເທດຈີນ ບໍ່ໃຫ້ສັມປະທານແຫຼ່ງທ່ອງທ່ຽວ ຕາດກວາງຊີແລ້ວຕັ້ງແຕ່ ປີ 2018 ຍ້ອນວ່າ ຖ້າໃຫ້ບໍຣິສັດຈີນ ສຳປະທານ ແຫລ່ງທ່ອງທ່ຽວສຳຄັນ ເຈົ້າໜ້າທີ່ຈະຄຸ້ມຄອງຍາກ. ເຈົ້າໜ້າທີ່ ຄະນະກັມມະການກ່ຽວຂ້ອງ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 31 ກໍຣະກະດາ ວ່າ:

"ໂຕຕາດກວາງຊີ ນີ້ຫວະ, ຜ່ານມາຫັ້ນວ່າ ມີຈີນຈະໃຫ້ສຳປະທານ ໄປເຮັດພັທນາເພິ່ນຍົກເລີກໝົດແລ້ວໄດ້ 2 ປີນີ້ແລ້ວບໍ່ມີ ເພາະວ່າເລື່ອງ ຄຸ້ມຄອງເຂົາເຈົ້າກະຊິຍາກເນາະ ມອບສິດ ມອບເນາະໃຫ້ເຂົາເຈົ້າແລ້ວ ມັນກະເລື່ອງການພົວພັນ ເຮັດວຽກເຂົາເຈົ້າ ກະຊິເປັນສິດຂອງ ເຂົາເຈົ້າ ເຮົາກະຊິຍາກຣັຖຄຸ້ມຄອງຢູ່."

ໃນອະນາຄົດ ຣັຖບານຈະມີການປັບປຸງ ສິ່ງອຳນວຍ ຄວາມສະດວກຕ່າງໆ ໃຫ້ນັກທ່ອງທ່ຽວຫລາຍຂຶ້ນ ແຕ່ຍັງຮັກສາຮີດຄອງ ປະເພນີ ອັນດີງາມໄວ້. ຣັຖບານຈະບໍ່ໃຫ້ ເອກກະຊົນຕ່າງ ປະເທດມາສັມປະທານ ແຫຼ່ງທ່ອງທ່ຽວຢູ່ ແຂວງຫລວງພຣະບາງ, ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ:

"ຣັຖບານເຮົາກະຄ່ອຍປັບ ສິ່ງອຳນວຍຄວາມສະດວກ ອິຫຍັງຕ່າງໆເນາະ ພາຍໃນແຫຼ່ງທ່ອງທ່ຽວຫັ້ນ ຈະບໍ່ໃຫ້ເອກກະຊົນເຂົ້າມາມີສ່ວນ ຮ່ວມຢູ່ຫັ້ນເນາະ ຖ້າວ່າທາງເອກກະຊົນ ເຂົາເຈົ້າມີທຶນມີຮອນ ແລ້ວເຂົາເຈົ້າກະໄປສ້າງ ປ່ອນໃໝ່ພຸ້ນ ເພື່ອເຮັດແຫຼ່ງທ່ອງທ່ຽວ ແຫ່ງໃໝ່."

ປັດຈຸບັນ ນ້ຳຕົກຕາດກວາງຊີ ໄດ້ເປີດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວແລ້ວ ແຕ່ມັນເປັນໄລຍະ ໂຄວິດ19 ລະບາດ ຈຶ່ງບໍ່ມີນັກທ່ອງທ່ຽວເຂົ້າ ມາຫລາຍ. ນອກຈາກນີ້ ທາງການຍັງບໍ່ທັນ ອະນຸຍາດ ໃຫ້ນັກທ່ອງທ່ຽວ ຕ່າງປະເທດເຂົ້າມາ.

ຊາວແຂວງຫລວງພະບາງ ກໍເວົ້າວ່າ ຖ້າມີການພັທນາເຂດນ້ຳຕົກຕາດກວາງຊີ ກໍເປັນການດີ ເພາະວ່າ ທີ່ຜ່ານມາຍັງບໍ່ມີການພັທນາ ເທົ່າທີ່ຄວນ:

"ຖ້າມີການພັທນາ ເຮົາກະດີໃຈ ເພາະວ່າດຽວນີ້ ມັນກໍກວ້າງຢູ່ເດ້ເນາະ ອາດຊິກາຍເປັນສວນອຸທຍານ ນ້ຳຕົກ ຫລື ແມ່ນຫຍັງໄປນີ້ນ່າ ດຽວນີ້ ກະຍັງຄືເກົ່າຫັ້ນແລ້ວ ໄປຊົມເບິ່ງຕາດແລ້ວ ກໍກັບ ແລະ ບໍ່ມີແນວອື່ນ ຕາມເບິ່ງນີ້ ພັທນາກໍບໍ່ຫລາຍປານໃດ ປັດຈຸບັນນີ້ ເປັນຂອງຣັຖບານ."

ປັດຈຸບັນ ຮ້ານອາຫານ ຢູ່ເຂດຕາດກວາງຊີ ສ່ວນຫລາຍຍັງບໍ່ທັນເປີດໃຫ້ບໍຣິການ ຍ້ອນວ່າບໍ່ມີແຂກ.

ຫວນຄືນ ໃນວັນທີ 2 ມີນາ ປີ 2015, ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫລວງພຣະບາງ ໃນເວລານັ້ນ ແລະ ບໍຣິສັດອາໂຈ ຈາກ ປະເທດຈີນ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ຫລື MOU ວ່າດ້ວຍ ການພັທນາຕາດກວາງຊີ ໃຫ້ເປັນແຫລ່ງທ່ອງທ່ຽວ ທັມມະຊາດ.

ຕໍ່ມາ ເດືອນ ມິຖຸນາ 2015, ມີພະນັກງານຄົນນຶ່ງ ເອົາຂໍ້ຕົກລົງຂອງເຈົ້າແຂວງຫລວງພຣະບາງ ທີ່ອະນຸຍາດໃຫ້ບໍຣິສັດອາໂຈ ສຳປະທານ ເຂດຕາດກວາງຊີ ລົງເຜີຍແຜ່ທາງເຟສບຸກ. ໃນເວລານັ້ນ ເກີດມີຫາງສຽງວິພາກວິຈານ ຈາກສັງຄົມ ຢ່າງກວ້າງຂວາງ ຍ້ອນວ່າ ຄົນລາວ ສ່ວນໃຫຍ່ ບໍ່ພໍໃຈທີ່ເຈົ້າແຂວງ ຫລວງພຣະບາງ ອະນຸຍາດໃຫ້ບໍຣິສັດຂອງຈີນ ເຂົ້າມາ ສຳປະທານ ຕາດກວາງຊີ ທີ່ເປັນແຫຼ່ງທ່ອງທຽວ ອັນເກົ່າແກ່ຂອງ ແຂວງຫລວງພຣະບາງ. ແລະໃນວັນທີ 25 ມິຖຸນາ 2015, ພະນັກງານຜູ້ທີ່ເອົາຂໍ້ຕົກລົງຂອງ ເຈົ້າແຂວງຫຼວງພຣະບາງ ລົງເຜີຍແຜ່ທາງເຟສບຸກ ຖືກຈັບຂັງຄຸກ ເປັນເວລາ 1 ເດືອນ.

ອີງຕາມການຣາຍງານ ຂອງກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ, ໃນເດືອນມົກກະຣາ - ເດືອນກັນຍາ 2019 ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາລາວ ປະມານ 4 ແສນຄົນ ເພີ່ນມຂຶ້ນ 11 ເປີເຊັນ ຖ້າທຽບໃສ່ໄລຍະດຽວ ກັນໃນປີ 2018.

ແຕ່ໃນປີ 2020 ເກີດໂຣກຣະບາດໂຄວິດ19 ປະເທດລາວ ໄດ້ປິດປະເທດ ບໍ່ໃຫ້ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.