ຈີນເຊົ່າດິນ ປະຊາຊົນ ຢູ່ເມືອງສິງ ລ້ຽງງົວ ສົ່ງໄປຈີນ

ສຸພັດຕາ
2019.12.23
F-cow2019 ຝູງງົວ ​ຂອງ​ຊາວ​ບ້ານ ​ແຂວງວຽງ​ຈັນ ທີ່​ປະ​ປ່ອຍ​ໃຫ້​ກິນ​ຫ​ຍ້າ ຕາມ​ທັມ​ມະ​ຊາດ (ຮູບ​ຖ່າຍ​ເມື່ອ: ເດືອນ​ກັນ​ຍາ 2018)
RFA/PV

ບໍຣິສັດ ເຢຫົງ ຂອງຈີນ ໄດ້ເຂົ້າມາ ເຊົ່າດິນ ຂອງປະຊາຊົນ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ຫຼາຍຮ້ອຍ ເຮັກຕ້າ​ຣ໌ ເພື່ອສ້າງຟາມ ລ້ຽງງົວ ແລະ ປູກຫຍ້າ. ໃນເບື້ອງຕົ້ນ ທາງບໍຣິສັດ  ໄດ້ເຮັດສັນຍາ ການເຊົ່າດິນ ນໍາປະຊາຊົນ 25 ປີ, ໂດຍຈ່າຍ ຄ່າເຊົ່າ ເປັນໄລຍະ 5 ປີຕໍ່ຄັ້ງ, ລາຄາ ເຊົ່າດິນ ແມ່ນ 7 ພັນຢວນ ຫຼື 1,000 ໂດລ້າ ສະຫະຣັຖ ຕໍ່ນຶ່ງເຮັກຕ້າ​ຣ໌ ຕໍ່ປີ. ດັ່ງຊາວບ້ານ ຜູ້ນຶ່ງ ໃນເມືອງສິງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 18 ທັນວາ ນີ້ວ່າ:

ເຂົາຂຽນແມ່ນ ຊາວປີພຸ້ນ ວ່າສາ. ຄົນ​ລາວ ເປັນພະນັກງານເຂົາ. ບໍ​ຣິ​ສັດ ເຢຫົງ. ເຊົ່າຊາວປີ ພຸ້ນແຫຼະ ເອີຄັນໝົດ ເຂົາກະຕໍ່ຕື່ມ ບາງເທື່ອ ກະບໍ່ຮອດ. ບາງເທື່ອ ກະສິບປາຍປີ ນີ້ຢູ່. ເຂົາກໍ ຄັນງົວ ບໍ່ອັນນັ້ນ ເຂົາກໍເຮັດ ອັນອື່ນ ແລະ ຄົນຈີນ ເຂົາເຮັດແນວອື່ນ. ຣັຖບານ ເພິ່ນເຊັນໃຫ້ ຊາວປີພຸ້ນແຫຼະນາ.

ຟາມງົວ ທີ່ວ່ານີ້ ແມ່ນຢູ່ ບ້ານນາຄຳ, ເມືອງສິງ ແຂວງຫຼວງນໍ້າທາ ມີເນື້ອທີ່ ທັງໝົດ  ປະມານ 100 ປາຍເຮັກຕ້າ​ຣ໌ ສ່ວນເນື້ອທີ່ປູກຫຍ້ານັ້ນ ແມ່ນຢູ່ເຂດບ້ານ ນໍ້າແກ້ວຍ້ອຍ, ບ້ານໜອງຄຳ,  ບ້ານທົ່ງໃໝ່ ແລະ ບ້ານໜອງບົວ ມີເນື້ອທີ່ ເກືອບ 300 ເຮັກຕ້າ​ຣ໌.

ຟາມງົວ ດັ່ງກ່າວ ແມ່ນຈະສ້າງ ເປັນບ່ອນລ້ຽງງົວ ແລະ ຄັງພັກງົວ ທີ່ນໍາເຂົ້າມາ ຈາກປະເທດໄທຍ ເພື່ອກຽມສົ່ງໄປ ປະເທດຈີນ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້  ແຂວງຫຼວງນໍ້າທາ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ:

ເຂົາຈະເຮັດ ເປັນບ່ອນ ສະຕັອກງົວ ທີ່ເຂົາເຈົ້າ ນຳເຂົ້າແຕ່ໄທຍ. ເຂົາ​ເຈົ້າເອົາມາ ພັກໄວ້ ແລະ ກະກຽມສົ່ງ ອອກໄປຈີນ. ຟາມໂຕນີ້, ເປັນຟາມໃຫ​ຍ່ໄດ໋ ປີນຶ່ງນີ້ ເຂົາຈະສົ່ງງົວ ໄປຈີນນີ້ ບໍ່​ຕ່ຳກວ່າ ຫ້າແສນໂຕ ພຸ້ນຕິ.

ຟາມງົວ ດັ່ງກ່າວນີ້ ແມ່ນໄດ້ເຣີ່ມສ້າງ ມາແຕ່ປີ 2018 ຄາດວ່າ ຈະສຳເຣັຈ ໃນຕົ້ນປີ 2020  ທີ່ຈະມາເຖິງນີ້. ສ່ວນການປູກຫຍ້າ ໃນແຕ່ລະບ້ານ ເພື່ອສນອງໃຫ້ ຟາມງົວນັ້ນ, ສາມາດ ເກັບກ່ຽວໄດ້ແລ້ວ. ຟາມງົວ ຂອງບໍຣິສັດ ເຢຫົງ ນີ້, ຈະເປັນຟາມງົວ ທີ່ໃຫ​ຍ່ທີ່ສຸດ ໃນເຂດພາກເໜືອ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.