ຈີນຊື້ໝາກຖົ່ວ ຊາວບ້ານ ເມືອງບຸນໃຕ້ ຖືກກ່ວາສັນຍາ
2019.12.23

ໃນເດືອນມີນາ ທີ່ຜ່ານມາ, ບໍຣິສັດຈີນ ຮັບຊື້ ໝາກຖົ່ວຍາວ ຈາກປະຊາຊົນ ຢູ່ບ້ານເພັຽເຫຼັກ, ເມືອງບຸນໃຕ້ ແຂວງຜົ້ງສາລີ ໃນລາຄາ ຖືກກ່ວາ ທີ່ຕົກລົງກັນ ເອົາໄວ້.
ໃນເບື້ອງຕົ້ນ, ບໍຣິສັດຈີນ ສັນຍາວ່າ ຈະຮັບຊື້ ໃນລາຄາ 2,000 ກີບ/ກິໂລ, ແຕ່ໃນຕົວຈິງ ບໍຣິສັດ ຊຶ້ື້ພຽງແຕ່ 500 ກີບ/ກິໂລ. ດັ່ງປະຊາຊົນ ບ້ານເພັຽເຫຼັກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 20 ທັນວາ ວ່າ:
“ເປັນແນວນີ້ ເຂົາມາເວົ້າ ໃນຕອນທຳອິດນີ້ ຊາວບ້ານເອີຍ ຖ້າວ່າ ຄອບຄົວໃດ ຫຼືວ່າ ບຸກຄົນໃດ ຢາກເຮັດ ຄັນປະກັນດຽວນີ້ນິ ກະຄືເວົ້າ ໂລນຶ່ງກະ 2,000 ກີບ. ບາດນີ້, ອັນທີ່ ປະຊາຊົນ ກະຍັງທວງ ທວງວ່າແນວນີ້ ອັນທີ່ເຂົາກົດນີ້ ໂລນຶ່ງນີ້ 500 ກີບໄດ໋.”
ທ່ານໄດ້ກ່າວ ຕື່ມວ່າ ຕັ້ງແຕ່ປີ 2007 ເປັນຕົ້ນມາ, ໝາກຖົ່ວຍາວ ຢູ່ບ້ານເພັຽເຫຼັກ ເປັນພືດ ທີ່ບໍຣິສັດຈີນ ໄດ້ລົງທຶນ ຊື້ແນວພັນ ແລະ ປຸ໋ຍ ເພື່ອໃຫ້ ປະຊາຊົນ ພາຍໃນບ້ານ ປູກໃນຣະດູແລ້ງ ແລະ ຈະໄດ້ ປີລະ 20 ຕັ່ນ, ໄລ່ເປັນເງິນ 40 ລ້ານກີບ.
ບໍຣິສັດຈີນ ຮັບຊື້ໝາກຖົ່ວ ກິໂລລະ 500 ກີບ ນັ້ນ, ເປັນຍ້ອນວ່າ ໝາກຖົ່ວຍາວ ຈຳນວນດັ່ງກ່າວ ເປັນໝາກຖົ່ວ ຄຸນນະພາບ ບໍ່ດີ ມີລັກສະນະ ຝັກງໍ-ຝັກຫັກ. ດັ່ງເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ກ່າວວ່າ:
“500 ກີບຕໍ່ໂລນີ້, ນຶ່ງມານີ້ ເຂົາເຈົ້າ ຈະເບິ່ງໝາກຖົ່ວ ມັນຈະເປັນໄປໄດ້ ຕາມເກດ ມັນບໍ່? ໝາກຖົ່ວນີ້ ເຮົາເກັບຊຸດທີນຶ່ງ ໝາກຖົ່ວດີເນາະ. ຄັນຖ້າມັນ ເປັນໝາກຖົ່ວງໍ ເປັນໝາກຖົ່ວ ຫຍັງໄປແລ້ວ, ເຂົາເຈົ້າ ຈະເກັບຊື້ ເປັນລາຄາ ທີ່ວ່າ ມັນບໍ່ມີລາຄາ ຄ້ຳປະກັນ ໂຕນັ້ນນ່າ.”
ສ່ວນເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງ ກໍເວົ້າວ່າ ບໍຣິສັດຈີນ ຮັບຊື້ໝາກຖົ່ວ ນຳປະຊາຊົນ ຕາມລາຄາ ທີ່ຕົກລົງກັນ ເອົາໄວ້. ດັ່ງທ່ານໄດ້ກ່າວວ່າ:
“ໂຕນີ້ ເຂົາບໍ່ປະໄດ໋ ເຣື້ອງການເກັບຊື້ ເຂົາເຈົ້າເກັບຊື້, ແຕ່ວ່າບໍ່ໃຫ້ຫຼຸດ ຕາມສັນຍາ ມີບົດຕາມສັນຍາກັນ ຕ່າງໆໄດ໋. ພວກເຮົາຕ້ອງ ໄດ້ໃຫ້ເຂົາເຈົ້າ ເຮັດສັນຍາ ແລະ ມັດຈຳ ສາກ່ອນ. ເງິນມັດຈຳ ໂຕນີ້, ແຕ່ວ່າໄປຈ່າຍຄືນ ໃຫ້ປະຊາຊົນ ຕາມສັນຍາ.”
ອີງຕາມ ເຈົ້າໜ້າທີ່ ຜແນກກະສິກັມ, ທົ່ວແຂວງຜົ້ງສາລີ ມີນັກລົງທຶນຈີນ ມາລົງທຶນ ປູກໝາກຖົ່ວຍາວ ເປັນຈຳນວນຫຼາຍ ຢູ່ບ້ານເພັຽເຫຼັກ, ບ້ານນາໝາກ ແລະ ບ້ານຍອດອູ ກໍເປັນອີກ ສາເຫຕນຶ່ງ ທີ່ເຮັດໃຫ້ ລາຄາ ໝາກຖົ່ວຍາວ ຖືກລົງ.