ສວນກ້ວຍຈີນຫຼຸດລົງ ເກືອບເຄິ່ງ ຂ.ບໍ່ແກ້ວ

ສຸພັດຕາ
2020.08.20
F-Huayxai-Bokeo ສວນປູກກ້ວຍຂອງຈີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ນັກຂ່າວພົລເມືອງ

ເນື້ອທີ່ສວນກ້ວຍຂອງນັກລົງທຶນຈີນ ຢູ່ແຂວງບໍ່ແກ້ວ ຫຼຸດລົງ ຈາກແຕ່ກ່ອນ 11,000 ເຮັກຕ່າຣ ໃນປີ 2014, ຫຼຸດລົງປັດຈຸບັນເຫຼືອພຽງ 6,000 ເຮັກຕ່າຣ ເຖິງວ່າຣັຖບານ ຈະມີຄຳສັ່ງ ອະນຸຍາດ ໃຫ້ປູກກ້ວຍຄືນກໍຕາມ, ດັ່ງຊາວບ້ານ ເມືອງຕົ້ນເຜິ້ງ ຜູ້ນຶ່ງໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 19 ສິງຫາ ນີ້ວ່າ:

“ກະເຫຼືອໜ້ອຍແລ້ວ ແຕ່ກ່ອນຫຼາຍ ເປັນໝື່ນພຸ້ນແຫຼະ ເຂົາກັບບ້ານຫຼາຍແລ້ວເດ້ ຊ່ວງໂຄວິດ ນີ້ເຂົາກັບບ້ານ ກໍຍັງບໍ່ຮູ້ເທື່ອ.”

ຊາວບ້ານຜູ້ນີ້ ກ່າວຕື່ມອີກວ່າ; ສະເພາະຢູ່ເມືອງຕົ້ນເຜິ້ງ ແຕ່ກ່ອນນັກລົງທຶນຈີນ ມາລົງທຶນປູກກ້ວຍຫຼາຍພັນເຮັກຕ່າຣ, ແຕ່ປັດຈຸບັນເຫຼືອ ບໍ່ຮອດ 1,000 ເຮັກຕ່າຣ ແລະ ນັກລົງທຶນຈີນ ຫຼາຍຄົນ ກໍໄດ້ຍົກເລີກການປູກກ້ວຍ ແລະ ກັບເມືອປະເທດຈີນ ຍ້ອນຂາດທຶນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ເນື້ອທີ່ປູກກ້ວຍ ທົ່ວເມືອງຕົ້ນເຜິ້ງ ໄດ້ຫຼຸດລົງຫຼາຍເຕີບ:

“ດຽວນີ້ເຮົາມີຢູ່ 792,97 ເຮັກຕ່າຣ ຫຼຸດລົງຫຼາຍເຕີບ ເພິ່ນປະຖິ້ມແລ້ວກະໝົດສັນຍາ ເຊົ່າແດ່ ແລ້ວກະບໍ່ເຫຼືອໄວ້ເລີຍ ມັນມີສ່ວນໜ້ອຍ ທີ່ວ່າ ກ້ວຍມັນຕາຍ ແລ້ວກະປະໜີໄປ ມັນບໍ່ໄດ້ ຜົລຜລິດແດ່ ດຽວນີ້ມັນຢູ່ປະມານ 20 ບໍຣິສັດ ນີ້ແຫຼະ.”

ທ່ານກ່າວຕື່ມວ່າ ສໍາລັບ ບໍຣິສັດ ທີ່ຍັງເຫຼືອຢູ່ ກໍບໍ່ໄດ້ຂໍຂຍາຍເນື້ອທີ່ ປູກກ້ວຍອອກໄປຕື່ມ ແຕ່ຢ່າງໃດ ສ່ວນນັກລົງທຶນຈີນ ທີ່ກັບໄປຈີນນັ້ນ ກໍບໍ່ໄດ້ກັບມາ ເມືອງຕົ້ນເຜິ້ງອີກ.

ເມືອງປາກທາ ກໍເປັນອີກເມືອງນຶ່ງ ທີ່ສວນກ້ວຍຂອງນັກລົງທຶນຈີນ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ປັດຈຸບັນເຫຼືອພຽງແຕ່ປະມານ 200 ເຮັກຕ່າຣ ຍ້ອນການປູກກ້ວຍ ປະສົບບັນຫາ ເຊື້ອຣາ, ດັ່ງເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງປາກທາ ກ່າວວ່າ:

“ສວນກ້ວຍຈີນ ບໍ່ມີຫຼາຍປານໃດຢູ່ພີ້ ປະມານ 200 ປາຍນີ້ແຫຼະ ບໍ່ໄດ້ຂຍາຍຕໍ່ ມີແຕ່ຫຼຸດລົງໃດ໋ ດຽວນີ້ ເພາະວ່າມັນຢູ່ເຂດຮັກສານີ້ ຂະເຈົ້າ ເຊົາໝົດແລ້ວ ເປັນເຊື້ອຣາເຊື້ອຫຍັງ ເຂົາກະເຊົາເນິ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມໂທຫາ ຜແນກກະສິກັມ ແລະ ປ່າໄມ້ ແຂວງບໍ່ແກ້ວ ເພື່ອຖາມຣາຍຣະອຽດເພີ່ມ ແຕ່ເຈົ້າໜ້າທີ່ ຜູ້ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ ສັມພາດ.

ນັກວິຊາການກ່ຽວກັບ ການປູກພືດອິນຊີ ຢູ່ລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການປູກກ້ວຍ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະເຮັດໃຫ້ດິນ ເສັຍຄຸນ, ດັ່ງທ່ານ ກ່າວວ່າ:

“ຮູ້ສຶກວ່າ ມັນກະບໍ່ຄັກຫັ້ນແຫຼະ ເສັຍດາຍແຫຼະດິນກະດາຍ ຢາກໃຫ້ເປັນແບບອິນຊີ ນີ້ແຫຼະ ຈິງໆແລ້ວປູກທັມມະດາ ອິນຊີ ກະໄດ້ຢູ່ດອກ ຖ້າເປັນອັນຊີ ນີ້ເຮົາກະດີໃຈນໍາຢູ່.”

ຊາວເມືອງຜາອຸດົມ ແຂວງບໍ່ແກ້ວ ຜູ້ທີ່ເຄີຍໃຫ້ນັກລົງທຶນຈີນ ເຊົ່າດິນປູກກ້ວຍ ກໍເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ດິນຫັ້ນນະຂະເຈົ້າເຊົ່າ ແຕ່ໝົດສັນຍາແລ້ວ ຂະເຈົ້າກະຮື້ອອກ ດິນຍັງໃຊ້ໄດ້ຢູ່ດິນເຮົາຍັງງາມຢູ່ ມີຫຼາຍແຕ່ກ່ອນນະ ດຽວນີ້ບາງບ່ອນ ຂະເຈົ້າກໍາລັງແປງໃໝ່ ປູກໃໝ່.”

ນາງເວົ້າຕື່ມວ່າ ການປູກກ້ວຍຂອງນັກລົງທຶນຈີນ ຢູ່ເມືອງຜາອຸດົມ ເຮັດໃຫ້ຊາວບ້ານ ຈໍານວນນຶ່ງ ໄດ້ຮັບຜົລກະທົບ ດ້ານສຸຂພາບທັງຜູ້ທີ່ ອາສັຍຢູ່ແຄມສວນກ້ວຍ ແລະ ຜູ້ເປັນຄົນງານ ຢູ່ສວນກ້ວຍ ເຊິ່ງພາໃຫ້ເປັນວິນ ແລະ ອອກຕຸ່ມຕາມຮ່າງກາຍ ຕ້ອງໄດ້ພາໄປປິ່ນປົວ ຢູ່ໂຮງໝໍ ເຮັດໃຫ້ຊາວບ້ານ ຫຼາຍຄົນຮູ້ສຶກຢ້ານ.

ໃນຕົ້ນເດືອນສິງຫາ 2020 ນີ້ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ໜັງສືພິມວຽງຈັນທາມສ ວ່າປັດຈຸບັນເນື້ອທີ່ ປູກກ້ວຍຢູ່ແຂວງບໍ່ແກ້ວ ໄດ້ຫຼຸດລົງ ຈາກທີ່ເຄີຍ ມີຈໍານວນ 11,000 ເຮັກຕ່າຣ ໃນແຕ່ກ່ອນ ເຫຼືອພຽງປະມານ 6,000 ເຮັກຕ່າຣ ແລະ ສໍາລັບເນື້ອທີ່ ທີ່ໄດ້ເຊົາປູກກ້ວຍ ໄປແລ້ວນັ້ນ ກໍໄດ້ໃຫ້ປະຊາຊົນ ຫັນໄປປູກພືືດອື່ນແທນ.

ນອກຈາກນີ້ ທາງການແຂວງບໍ່ແກ້ວ ຍັງໄດ້ກວດກາບັນດາ ບໍຣິສັດ ປູກກ້ວຍພາຍ ໃນແຂວງ ທີ່ມີຢູ່ 60 ບໍຣິສັດ ໃນນັ້ນພົບພຽງ ແຕ່ 13 ບໍຣິສັດ ທີ່ປະກອບເອກກະສານ ຖືກຕ້ອງ,

ສ່ວນບໍຣິສັດທີ່ເຫຼືອ ຍັງບໍ່ສາມາດແກ້ໄຂໄດ້ ຍ້ອນເຈົ້າຂອງບໍຣິສັດ ຫຼາຍແຫ່ງໄດ້ ເດີນທາງກັບເມືອ ປະເທດຈີນ.

ໃນວັນທີ 26 ມິຖຸນາ ປີ 2014 ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ອອກຄຳສັ່ງໃຫ້ໂຈະການພິຈາຣະນາ ແລະ ອະນຸຍາດໂຄງການລົງທຶນໃໝ່ ສຳລັບການ ປູກກ້ວຍຫອມ ໃນທົ່ວແຂວງ ຍ້ອນວ່າມີການໃຊ້ສານເຄມີຫຼາຍ ທີ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຄົນ, ມີຂໍ້ຂັດແຍ່ງທີ່ດິນ ແລະບັນຫາອື່ນໆ.

ແຕ່ ນາຍົກຣັຖມົນຕຣີ ໄດ້ອອກຄຳສັ່ງເລຂທີ 09 ລົງວັນທີ 2 ກໍຣະກະດາ 2018 ທີ່ອະນຸຍາດ ໃຫ້ສັມປະທານ ປູກກ້ວຍຄືນ. ຊຶ່ງຄຳສັ່ງ ດັ່ງກ່າວໄດ້ຣະບຸຕອນນຶ່ງ ວ່າ:

“ອຳນາດການປົກຄອງທ້ອງຖິ່ນ ກະຊວງກະສິກັມ ແລະປ່າໄມ້ ຕ້ອງກັ່ນຕອງການລົງທຶນປູກກ້ວຍ ແລະ ພືດຊນິດອື່ນໆດ້ວຍມາຕຖານ ການຜລິດກະສິກັມທີ່ດີ ແລະ ນະໂຍບາຍ ກະສິກັມສະອາດ.”

ອີງຕາມຂໍ້ມູນຈາກກະຊວງກະສິກັມ ແລະ ປ່າໄມ້ ໃນປີ 2015, ຢູ່ແຂວງຜົ້ງສາລີ, ແຂວງອຸດົມໄຊ, ຫຼວງນ້ຳທາ, ບໍຣິຄຳໄຊ, ສາຣະວັນ ໄດ້ອະນຸມັດ ໃຫ້ມີການປູກກ້ວຍ ທັງໝົດ 27,000 ເຮັກຕ່າຣ, ແຂວງບໍ່ແກ້ວ ໄດ້ອະນຸມັດໄປ 11,000 ເຮັກຕ່າຣ ຮວມທັງໝົດເປັນ 38,000 ເຮັກຕ່າຣ ຊຶ່ງມີຫຼາຍກ່ວາ 100 ບໍຣິສັດມາລົງທຶນ ແຕ່ຍັງບໍ່ຮວມເອົາເນື້ອທີ່ ທີ່ຣັຖບານໄດ້ອະນຸມັດ ໃຫ້ປູກໃໝ່ ຢູ່ແຂວງວຽງຈັນ ນະຄອນຫຼວງວຽງຈັນ, ບໍຣິຄຳໄຊ, ຄຳມ່ວນ, ແລະ ແຂວງອັດຕະປື ຫຼັງຈາກ ມີຄໍາສັ່ງ ນາຍົກຣັຖມົນຕຣີ ເລຂທີ 09.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.