80 ຄອບຄົວ ຄອຍຄ່າຊົດເຊີຍ ເສຖກິຈ ພິເສດ ສວັນ-ເຊໂນ
2019.12.19
ປະຊາຊົນ ປະມານ 80 ຄອບຄົວ ໃນ 8 ບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ເຂດເສຖກິຈ ພິເສດ ສວັນ-ເຊໂນ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ທີ່ດິນ ຂອງເຂົາເຈົ້າ ທີ່ຖືກໂຄງການ ກວມເອົາ ແຕ່ປີ 2003.
ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 19 ທັນວາ ວ່າ:
“ບ້ານນາທາດ, ບ້ານໄຊຍະມຸງຄຸນ ເນາະ, ບ້ານຈອມເພັດ, ບ້ານເຊໂນ, ບ້ານໄຊອຸດົມ, ກໍບໍ່ຫຼາຍດອກ 3 ຄອບຄົວ ເປັນໄຮ່ນາຕໍ່ກັນນ່າ. ຖືກເຂດ ເສຖກິຈ ພິເສດ ຈຸດ B ນີ້ນ່າ. ແຕ່ກ່ອນ ເພິ່ນກໍມາ, ເພິ່ນກໍຈະ ຊົດເຊີຍໃຫ້ ເພິ່ນເວົ້າຫັ້ນນ່າ. ປະຊາຊົນ ກໍຖ້າຢູ່ ດຽວນີ້ ຍັງບໍ່ທັນໄດ້ຍິນ ຄຳຕອບ ທາງເທິງເລີຍ ວ່າ ຈະຊົດເຊີຍແບບໃດ?”
ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ທີ່ຍັງບໍ່ທັນ ໄດ້ຮັບ ຄ່າຊົດເຊີຍ ລວມມີ ບ້ານນາທາດ 43 ຄອບຄົວ, ບ້ານຈອມເພັດ 10 ຄອບຄົວ, ບ້ານໄຊຍະມຸງຄຸນ 9 ຄອບຄົວ.
ສ່ວນວ່າ ບ້ານເຊໂນ, ບ້ານອຸດົມມີໄຊ, ບ້ານໄຊອຸດົມ, ບ້ານຈັນທະລັງສີ, ບ້ານມະນີວົງໄຊ ລວມທັງໝົດ 20 ຄອບຄົວ.
ທີ່ຜ່ານມາ, ເຈົ້າໜ້າທີ່ ເຄີຍລົງມາ ຮິບໂຮມຂໍ້ມູນ ນຳຊາວບ້ານ ໃນປີ 2013-2014, ແຕ່ຈົນມາເຖິງ ປັດຈຸບັນ ກໍຍັງບໍ່ມີ ຄວາມຄືບໜ້າ ແນວໃດ ກ່ຽວກັບເຣື້ອງນີ້. ດັ່ງຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
“ຄອບຄົວ ທີ່ຖືກ ຜົລກະທົບຫັ້ນ ເພິ່ນກໍເອົາ ຂໍ້ມູນ ໄປຮຽບຮ້ອຍ, ມີບ້ານນາທາດ ແດ່ ເຊໂນ ແດ່ ອັນລວມຢູ່ໃນຫັ້ນ. ມັນບໍ່ແມ່ນ ດິນປຸກສ້າງໄດ໋ ມັນເປັນດິນ ກະສິກັມ, ເພິ່ນເອົາໄປຕັ້ງແຕ່ 2013-2014 ພຸ້ນໄດ໋ ເພິ່ນລົງມາເອົາຂໍ້ມູນ, ແຕ່ດຽວນີ້ ເພິ່ນກໍຍັງບໍ່ມີ ການຊົດເຊີຍ ອີ່ຫຍັງໃຫ້.”
ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ ເມືອງອຸທຸມພອນ ກໍຢາກໃຫ້ ຊາວບ້ານ ໄດ້ຮັບຄ່າຊົດເຊີຍ, ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ວ່າ:
“ເຮົາກໍຖາມຢູ່ ເຫຕຜົລ ຕໍ່ການຊ້າ ເປັນຫຍັງເດ? ເພິ່ນວ່າຈະຊົດເຊີຍບໍ່ ຫຼື ບໍ່ຊົດເຊີຍ ການໂຄງສ້າງບໍ່ ການສ້າງສາ ສ້າງໄປເລີຍໆໄດ໋ ບາດນິ່ນ່າ. ໂຕໄຮ່ນາ ເຂົາເຈົ້າ ກະຍັງບໍ່ທັນໄດ້ຄ່າຊົດເຊີຍໄດ໋. ກໍເວົ້າກັນຢູ່ ດຽວນີ້ ຈັກຊິເຮັດແນວໃດ ກະຄາ. ຖ້າຟັງຄຳຕອບຂັ້ນເທິງ.”
ໂຄງການເຂດ ເສຖກິຈ ພິເສດ ສວັນ-ເຊໂນ ມີເນື້ອທີ່ ປະມານ 1,000 ເຮັກຕ້າຣ໌ ເປັນເຂດ ເສຖກິຈ ພິເສດ ແຫ່ງທຳອິດ ຂອງປະເທດລາວ. ເຣີ້ມກໍ່ສ້າງ ຕັ້ງແຕ່ປີ 2003 ເປັນຕົ້ນມາ, ມູລຄ່າການລົງທຶນ 74 ລ້ານ ໂດລາຣ໌.