ເຂື່ອນໄຟຟ້າຢູ່ລາວ ບໍ່ມີໃຜຂັດໄດ້
2020.08.03
ເຂື່ອນໄຟຟ້າຢູ່ລາວ, ເຂື່ອນດອນສະໂຮງ, ເຂື່ອນໄຊຍະບູຣີ ກັ້ນແມ່ນໍ້າຂອງ ແລະ ເຂື່ອນໃຫຍ່ ອີກຫຼາຍແຫ່ງ ໃນແມ່ນໍ້າສາຂາ ຮວມທັງເຂື່ອນນໍ້າເທີນ 2 ທີ່ຖືກສ້າງໄປແລ້ວ, ມີຜົລກະທົບຫຼາຍ ຕໍ່ສິ່ງແວດລ້ອມ ແລະ ຕໍ່ປະຊາຊົນລາວ ແລະ ປະຊາຊາຕຕ່າງໆ ໃນເຂດລຸ່ມແມ່ນໍ້າຂອງ ຫຼາຍສິບລ້ານຄົນ ແລະ ຈະສ້າງຂຶ້ນຕື່ມ ອີກຫຼາຍເຂື່ອນ, ຕາມແຜນ ຂອງທາງການລາວ, ໂດຍບໍ່ມີຜູ້ໃດ ຂັດໄດ້, ເຊິ່ງໃນຂະນະນີ້ ກໍແມ່ນເຂື່ອນຊະນະຄາມ ທີ່ວ່າ ຈະເຣີ່ມສ້າງ ໃນປີນີ້ ຍ້ອນຖືວ່າ ມັນຢູ່ໃນເຂດນໍ້າ-ດິນແດນ ຂອງຕົນ ເຖິງຈະມີ ການຄັດຄ້ານແນວໃດ ກໍບໍ່ຟັງ.
ສິ່ງທີ່ວ່ານີ້, ອັນນຶ່ງ ຈະຮູ້ໄດ້ ຈາກຄໍາເວົ້າຂອງທ່ານ ສຸລິອຸດົງ ສູນດາລາ, ຮອງຣັຖມົນຕຣີ ກະຊວງວິທຍາສາດ ແລະ ເຕັກໂນໂລຈີ ຂອງລາວ ກ່ຽວກັບການສ້າງເຂື່ອນ ໃນລາວ ຜ່ານເຟສບຸກສ່ວນຕົວ ໃນມື້ວັນທີ 28 ກໍຣະກະດາ ທີ່ຜ່ານມານີ້ວ່າ ໜ່ວຍງານສິ່ງແວດລ້ອມ, ໜ່ວຍງານສິດທິມະນຸດ ແລະ ຫຼາຍອົງການ ທີ່ບໍ່ຂຶ້ນກັບຣັຖບານ ທີ່ຮຽກຮ້ອງ ເພື່ອສະກັດກັ້ນ ການສ້າງເຂື່ອນໃນລາວ ຈະບໍ່ສາມາດແຊກແຊງ ເຂົ້າກິຈການພາຍໃນ ຂອງລາວ ແລະ ອໍານາດອະທິປະຕັຍ ໃນເຂດນໍ້າ-ດິນແດນລາວ ໄດ້ເດັດຂາດ.
ໃນຂະນະດຽວກັນ, ນັກວິຊາການ ໃນປະເທດໄທຍ ກໍມີຄໍາເຫັນວ່າ ເຖິງແມ່ນວ່າ ຕ່າງປະເທດ ບໍ່ສາມາດແຊກແຊງ ກິຈການພາຍໃນ ຂອງລາວ ໄດ້ກໍຕາມ, ແຕ່ທາງການລາວ ກໍຕ້ອງມີ ການແບ່ງປັນຂໍ້ມູນ ໃຫ້ປະເທດ ທີ່ໄດ້ຮັບ ຜົລກະທົບ ຍ້ອນການສ້າງເຂື່ອນນັ້ນ. ດັ່ງ ດຣ. ຊະວະລິດ ວິທະຍານົນ, ນັກວິຊາການອິສຣະ ດ້ານຄວາມຫຼາກຫຼາຍ ທາງຊີວະພາບ ກ່າວວ່າ:
ທ່ານກ່າວວ່າ: "ການແຊກແຊງ ອາຈເຮັດບໍ່ໄດ້ ຕາມທີ່ເພິ່ນເວົ້າ, ແຕ່ວ່າ ການເຈຣະຈາຕໍ່ລອງ ແລ້ວກໍການທີ່ ຈະແບ່ງປັນຂໍ້ມູນ ໃຫ້ປະເທດທີ່ໄດ້ຮັບ ຜົລກະທົບ ໄດ້ຮັບຊາບ ແລະ ມີວິທີການ ຕອບຮັບຫຼາຍໜ້ອຍສໍ່າໃດ ກໍເຮັດໄດ້ຢູ່ ເພາະວ່າລາວ ເປັນຜູ້ໄດ້ປໂຍດ ເຂົາຈຶ່ງພະຍາຍາມ ປັດຄວາມຮັບຜິດຊອບ ຢູ່ແລ້ວ. ແຕ່ແທ້ຈິງແລ້ວ, ການສ້າງເຂື່ອນ ໃນແມ່ນໍ້າຂອງ ເຮົາຕ້ອງເບິ່ງວ່າ ໃຜເປັນຜູ້ຊື້ໄຟຟ້າ ໃຜເປັນຜູ້ຂາຍ ເປັນຜູ້ໄດ້ປໂຍດ."
ແລະ ເຈົ້າໜ້າທີ່ ຄນະກັມມາທິການ ແມ່ນໍ້າຂອງສາກົລ ກໍໄດ້ກ່າວຕໍ່ RFA ໃນມື້ວັນທີ 31 ກໍຣະກະດາ ຜ່ານມາວ່າ ການສ້າງຫຍັງ ກະແລ້ວແຕ່ ສິດຂາດ ຢູ່ກັບຣັຖບານລາວ, MRC ບໍ່ໄດ້ເຂົ້າໄປຂ້ອງກ່ຽວ ໃນເຣື່ອງນີ້.
ແຕ່ເຖິງແນວໃດກໍຕາມ, ພົລເອກ ປຣະວິທ ວົງສຸວັນ, ຮອງນາຍົກຣັຖມົນຕຣີ ຝ່າຍຄວາມໝັ້ນຄົງ ຂອງໄທຍ ກໍໄດ້ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ຂອງໄທຍ ເຝົ້າຣະວັງ ແລະ ວິເຄາະໃຫ້ເລິກ ທຸກປະເດັນ ເຣຶ່ອງໂຄງການ ເຂື່ອນຊະນະຄາມ ໃນລາວ, ຫາແນວທາງຫຼຸດຜ່ອນ ຜົລກະທົບ ຕໍ່ສິ່ງແວດລ້ອມ ທີ່ອາຈເກີດຂຶ້ນ ກ່ອນຈະສເນີທ່າທີ ຕໍ່ປະເທດລາວ. ທ່ານກ່າວ ໃນຖານະປະທານ ກອງປະຊຸມ ຄນະກັມມະການ ແມ່ນໍ້າຂອງ ແຫ່ງຊາຕໄທຍ ໃນມື້ວັນທີ 3 ສິງຫານີ້.
ທີ່ປະຊຸມ ມີມະຕິ ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ວິເຄາະຢ່າງຮອບດ້ານ ແລະ ໃຫ້ຄວາມສໍາຄັນຫຼາຍ ກັບທຸກປະເດັນ ທາງເທັກນິກ ເຊັ່ນດ້ານອຸທົກວິທຍາ ແລະ ຊົລສາຕ, ຝຸ່ນຕົມ ແລະ ສັນຖານແມ່ນໍ້າ, ການປະມົງ ແລະ ສິ່ງແວດລ້ອມ, ຄວາມປອດພັຍ ຂອງເຂື່ອນ, ການເດີນເຮືອ ແລະ ເສຖກິຈ-ສັງຄົມ. ໃຫ້ກະຊວງພະລັງງານ ຂອງໄທຍ ນໍາປະເດັນ ຜົລກະທົບຂ້າມຊາຍແດນ ເປັນເງື່ອນໄຂ ໃນການຊື້-ຂາຍ ໄຟຟ້າກັບລາວ ເພື່ອໃຫ້ເກີດ ກົລໄກໃນການປ້ອງກັນ, ຫຼຸດຜ່ອນ ແລະ ບັນເທົາຜົລກະທົບນັ້ນ ຢ່າງເປັນຮູບປະທັມ ຮວມທັງ ໃຫ້ມີການຈັດເວທີ ໃຫ້ຂໍ້ມູນ ແກ່ພາກປະຊາຊົນ ຢູ່ແຂວງ ແຄມແມ່ນໍ້າຂອງ 4 ຄັ້ງ ຄືຄັ້ງທີ 1 ຢູ່ແຂວງເລີຍ ປະມານກາງເດືອນສິງ ນີ້, ຄັ້ງທີ 2 ຢູ່ແຂວງບຶງການ ໃນເດືອນຕຸລາ, ຄັ້ງທີ 3 ຢູ່ແຂວງມຸກດາຫານ ໃນເດືອນທັນວາ ແລະ ຄັ້ງທີ 4 ຢູ່ແຂວງເລີຍ ຫຼືແຂວງໜອງຄາຍ ໃນເດືອນມົກກະຣາ ປີໜ້າ.
ພົລເອກ ປຣະວິທ ຢໍ້າວ່າ ຈະເຊີນຜູ້ແທນ ສປປລາວ ມາໃຫ້ຂໍ້ມູນ ແລະ ຕອບຄໍາຖາມ ພາກປະຊາຊົນ ເພື່ອໃຫ້ເກີດ ຂະບວນການ ມີສ່ວນຮ່ວມ ຂອງພາກປະຊາຊົນ ຢ່າງແທ້ຈິງ ໃຫ້ໄດ້ຫຼາຍທີ່ສຸດ.
ການທີ່ຊຸມຊົນ ປົກປ້ອງທັມຊາດ ແລະ ອົງການອະນຸຮັກ ສິ່ງແວດລ້ອມຕ່າງໆ ຄັດຄ້ານ ການສ້າງເຂື່ອນໃນລາວ ຢ່າງຮຸນແຮງ ຈົນມາຮອດປັດຈຸບັນນີ້ ກໍຍ້ອນກັງວົນ ນໍາຜົລກະທົບຕ່າງໆ ທີ່ໄດ້ເກີດຂຶ້ນ ແລະ ອາຈເກີດຂຶ້ນ ຢູ່ພາຍໃນລາວ ແລະ ຜົລກະທົບຂ້າມຊາຍແດນ ທີ່ອາຈບໍ່ໄດ້ຮັບ ການແກ້ໄຂ ຕາມຂໍ້ກໍານົົດ ຂອງມາດຕຣາ 7 ວ່າດ້ວຍ ການປ້ອງກັນ ແລະ ການຢຸດຢັ້ງ ຜົລກະທົບ ທີ່ເປັນອັນຕະລາຍ ແລະ ຄວາມຮັບຜິດຊອບ ຂອງຣັຖ ຕໍ່ຄວາມເສັຽຫາຍ ຕາມການຕົກລົງ ວ່າດ້ວຍ ການຮ່ວມມື ເພື່ອພັທນາ ລຸ່ມແມ່ນໍ້າຂອງ ຢ່າງຍືນຍົງ ປີ 1995. ພ້ອມກັນນັ້ນ ກໍກັງວົນນໍາ ການປຶກສາຫາລື ລ່ວງໜ້າ ກ່ຽວກັບ ໂຄງການເຂື່ອນໄຟຟ້າ ຫຼາຍເຂື່ອນຜ່ານມາ ທີ່ບໍ່ສາມາດ ປະເມີນຜົລກະທົບ ໄດ້ຢ່າງຈະແຈ້ງ ແລະ ຍັງບໍ່ມີ ການຖອດຖອນບົດຮຽນ ຈາກໂຄງການເຂື່ອນ ທີ່ໄດ້ສ້າງໄປແລ້ວ ຢ່າງເປັນຮູບປະທັມ ກ່ອນຈະເຣີ່ມ ຂະບວນການ ປຶກສາຫາລືລ່ວງໜ້າ ຂອງໂຄງການໃໝ່. ຂະນະນີ້, ໂຄງການ ເຂື່ອນຫຼວງພຣະບາງ ກໍຈະເຣີ່ມກໍ່ສ້າງ ແລະ ເຂື່ອນຊະນະຄາມ ກໍຢູ່ໃນຂັ້ນຕອນ ການປຶກສາຫາລື ລ່ວງໜ້າ 6 ເດືອນ ຫຼືອາຈດົນກວ່ານັ້ນ. ດັ່ງດຣ. ສົມກຽດ ປະຈໍາວົງ, ເລຂາທິການ ສໍານັກງານຊັພຍາກອນນໍ້າ ແຫ່ງຊາຕໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກໍຣະກະດາ ຜ່ານມາວ່າ:
ທ່ານກ່າວວ່າ: “ຄືທີ່ຈິງແລ້ວ ເຂື່ອນຊະນະຄາມ ເຂົາຈະເຣີ່ມ ໃຫ້ຄນະກັມມາທິການ ແມ່ນໍ້າຂອງ ຊີ້ແຈງກ່ອນວ່າ ຂໍ້ມູນເປັນຈັ່ງໃດ ມີປະເດັນໃດແດ່ ທີ່ຄິດວ່າ ເປັນປະເດັນສໍາຄັນ ຂອງແຕ່ລະປະເທດ ທີ່ຈະຕ້ອງ ໄປເຮັດເພິ່ມຕື່ມ, ເຊິ່ງພວກເຮົາ ຈະໂອ້ລົມກັນ ຕັ້ງແຕ່ວັນທີ 30 ນີ້ ຕາມຣະບຽບ ຂະບວນການ ປຶກສາຫາລືລ່ວງໜ້າ ແລ້ວຈະໃຊ້ເວລາ 6 ເດືອນ, ແຕ່ເຮົາບອກວ່າ 6 ເດືອນນີ້ ເຮົາຂໍສໍາລອງເອົາໄວ້ ເພາະວ່າ ອາຈໃຊ້ເວລາ ຫຼາຍກວ່າ 6 ເດືອນ ຍ້ອນສະຖານະການ ເຝົ້າໂຄວິດ-19.”
ແຕ່ຄວາມຈິງແລ້ວ, ຜົລຂອງການປຶກສາຫາລືລ່ວງໜ້າ ຈະອອກມາຄືແນວໃດນັ້ນ, ຣັຖບານລາວ ກໍບໍ່ໃຫ້ຄວາມສໍາຄັນ ມີແຕ່ວ່າ ເຮັດແນວໃດ ຕ້ອງໄດ້ສ້າງເຂື່ອນນັ້ນ ຕາມແຜນ ດັ່ງດຽວກັນກັບ ເຂື່ອນຫຼາຍແຫ່ງ ໃນລາວ ທີ່ຜ່ານມາ ຍ້ອນຖືຂະບວນການປຶກສາຫາລືລ່ວງໜ້າ ເປັນພຽງຮູບການປະຕິບັດ ໃຫ້ຄົບຕາມຣະບຽບການ ກ່ອນຈະມີ ການສ້າງເຂື່ອນໃຫຍ່ ໃດນຶ່ງເທົ່ານັ້ນ. ດັ່ງທ່ານ ສຸວິດ ກຸຫຼາບວົງ, ຜູ້ປະສານງານ ເຄືອຂ່າຍປະຊາຊົນ ລຸ່ມນໍ້າຂອງ ພາກອິສານ ຂອງໄທຍ ກ່າວຕໍ່ RFA ໃນມື້ວັນທີ 31 ກໍຣະກະດາ ຜ່ານມາວ່າ:
ທ່ານກ່າວວ່າ: “ຄືຂ້າພະເຈົ້າຄຶດວ່າ ຣັຖບານລາວ ບໍ່ໄດ້ສົນໃຈ ປະຊາຄົມໂລກ ຫຼືໃນສ່ວນ ຂອງຄົນ ທີ່ກ່ຽວຂ້ອງເຣື່ອງນີ້. ຄືຂະບວນການຕ່າງໆ ທີ່ເຂົາບອກວ່າ ການປຶກສາຫາລືເບື້ອງຕົ້ນ ຫຼືແມ່ນຫຍັງຕ່າງໆ ຣັຖບານລາວ ເຊື່ອວ່າແນວໃດ ກໍແລ້ວແຕ່ ມັນກະຜ່ານໄປ, ແຕ່ມັນບໍ່ໄດ້ ນໍາໄປສູ່ ການຕັດສິນໃຈຈະສ້າງ ຫລືບໍ່ສ້າງ.”
ເມື່ອເວົ້າເຖິງວ່າ ເປັນຫຍັງທາງການລາວ ຈຶ່ງເອົາໃຈໃສ່ ສ້າງເຂື່ອນໄຟຟ້າ ໃສ່ທັງແມ່ນໍ້າຂອງ ແລະ ລຳນໍ້າສາຂາ ຫຼາຍແຫ່ງແທ້ນັ້ນ, ທ່ານ ນິວັດ ຣ້ອຍແກ້ວ, ປະທານກຸ່ມຮັກຊຽງຂອງ ແຂວງຊຽງຣາຍຂອງໄທຍ ໃຫ້ຄວາມເຫັນ ຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ນານມານີ້ວ່າ ການສ້າງເຂື່ອນ ໃນແມ່ນໍ້າຂອງ ຕ້ອງຢຸດໄດ້ແລ້ວ ມັນມີຜົລກະທົບຫຼາຍ, ແຕ່ກໍຍັງສ້າງຕໍ່ ຍ້ອນພວກກຸ່ມທຶນ ໄດ້ກໍາລັຍງ່າຍກວ່າ ທີ່ຈະເລືອກຜລິຕພະລັງງານ ທາງເລືອກອື່ນ ດັ່ງທີ່ທ່ານກ່າວວ່າ:
"ເຂື່ອນໃນແມ່ນໍ້າຂອງ ຕ້ອງຢຸດໄດ້ແລ້ວ ເພາະວ່າ ເຂື່ອນທີ່ສ້າງມານີ້ ມັນສ້າງຄວາມເສັຽຫາຍ ພໍສົມຄວນແລ້ວ, ແຕ່ວ່າ ທຸກວັນນີ້ ຍັງເຮັດເຂື່ອນ ເພາະວ່າຫຍັງ ເພາະວ່າກຸ່ມທຶນ ທີ່ຕ້ອງການກໍາລັຍ ທີ່ມັນງ່າຍ ງ່າຍມາກ ເພາະວ່າ ແມ່ນໍ້າມັນບໍ່ໄດ້ຊື້ ບໍ່ໄດ້ຊື້ນໍ້າ ມາຜລິຕກະແສໄຟຟ້າ, ແຕ່ຈິງໆແລ້ວ ໂລກປັດຈຸບັນ ໂລກໃນພະລັງງານ ທາງເລືອກອີກຫຼວງຫຼາຍ. ມັນສົມຄວນ ທີ່ຈະໄປ ເຊັ່ນ ໂຊລ້າຣເຊລ ພະລັງງານລົມ ພວກນີ້ພີ້."
ເວົ້າເຖິງການສ້າງເຂື່ອນໃນລາວ, ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານຢູ່ໄທຍ ຫລາຍອົງການ ໄດ້ຈັດເວທີເສວະນາ ທີ່ບາງກອກ ໃນມື້ວັນທີ 29 ກໍຣະກະດາ ຜ່ານມາ, ໂດຍສະແດງຈຸດຢືນ ຂອງພວກຕົນວ່າ ບໍ່ມີຄວາມຈໍາ ເປັນທີ່ຈະສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເພື່ອຂາຍໄຟຟ້າ ໃຫ້ໄທຍອີກຕໍ່ໄປ ຍ້ອນວ່າ ໄທຍມີໄຟຟ້າສໍາຮອງ ເກີນຄວາມຕ້ອງການແລ້ວ. ດັ່ງຍານາງ ພຽນພອນ ດີເທດ, ເຈົ້າໜ້າທີ່ອົງການແມ່ນໍ້າສາກົລ ປະຈໍາປະເທດໄທຍ ກ່າວຕອນນຶ່ງວ່າ:
ຍານາງກ່າວວ່າ: "ປະຣິມານ ໄຟຟ້າສໍາຮອງ ຂອງປະເທດໄທຍ ຫຼ້າສຸດ ຢູ່ທີ່ 60% ເທົ່າກັບວ່າ ໂຄງການເຂື່ອນໃນແມ່ນໍ້າຂອງ ມັນບໍ່ມີ ຄວາມຈໍາເປັນອີກແລ້ວ. ແລ້ວກໍເປັນໂອກາດ ທີ່ເຮົາຈະພັທນາ ພະລັງງານ ຫຼືແນວທາງ ການຈັດການ ພະລັງງານ ຮູບແບບອື່ນໆ."
ເວົ້າສະເພາະ ເຂື່ອນຊະນະຄາມ ທີ່ທາງການລາວ ມີແຜນທີ່ຈະສ້າງ ໃນມໍ່ໆນີ້, ນັກວິຊາການ ດ້ານເຂື່ອນໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ກໍຣະກະດາ ຜ່ານມາວ່າ ເຂື່ອນຊະນະຄາມ ເປັນເຂື່ອນນຶ່ງ ທີ່ດີທີ່ສຸດຂອງລາວ.
"ເຂື່ອນຊະນະຄາມນີ້ ເປັນ one of the best ຂອງລາວ ຫ່າງຈາກຊາຍແດນໄທຍ ປະມານ 2 ກິໂລນີ້ແຫລະ ເປັນເຂື່ຶອນທີ່ງາມໄດ໋, ໝາຍຄວາມວ່າ ຄັນເຮົາເຮັດແລ້ວ ນໍ້າສິຍື່ງໄປຮອດປາກລາຍ ຖືວ່າເປັນເຂື່ອນຢູ່ເໜືອ ກໍາແພງນະຄອນວຽງຈັນ ໄປປະມານ 100 ກວ່າກິໂລແມັຕ ເປັນ run off river scheme ບໍ່ມີຜົລກະທົບຫຍັງຫຼາຍ, ຫັ້ນນ່າ."
ຣັຖບານລາວ ກໍມີແຜນ ທີ່ຈະສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ເຖິງ 9 ແຫ່ງ, ເຊິ່ງໃນນັ້ນ ສ້າງໄດ້ແລ້ວ 2 ເຂື່ອນ ຄືເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ. ອີກເຂື່ອນນຶ່ງ ຄືເຂື່ອນຫຼວງພຣະບາງ ກໍຈະເຣີ່ມກໍ່ສ້າງ. ແລະ 3 ເຂື່ອນ, ຄືເຂື່ອນປາກລາຍ, ເຂື່ອນປາກແບງ ແລະ ເຂື່ອນຊະນະຄາມ ກໍວ່າຈະເຣີ່ມສ້າງ ປິີ 2020 ນີ້.
ເມື່ອຕົ້ນປີກາຍ, ຄນະກັມມາທິການ ແມ່ນໍ້າຂອງສາກົລ ເວົ້າເຖິງຜົລກະທົບ ຈາກເຂື່ອນໄຟຟ້າໃນລາວ ໃນໄລຍະຜ່ານມາວ່າ ໄດ້ເຮັດໃຫ້ປະຊາຊົນ ຖືກໂຍກຍ້າຍ ອອກຈາກບ້ານເດີມ ເຖິງ 12,000 ຄອບຄົວ ໃນ 240 ປາຍບ້ານ - 60,000 ຄົນ ໄປຢູ່ເຂດຈັນສັນ. ນັກລົງທຶນສ້າງເຂື່ອນ ໄດ້ໃຊ້ເງິນ 500 ປາຍລ້ານ ໂດລ້າຣສະຫະຣັຖ ເພື່ອຊົດເຊີຍ ຄ່າເສັຽຫາຍ, ສ້າງທີ່ຢູ່ອາສັຍໃໝ່ ໃຫ້ຜູ້ທີ່ ຖືກຜົລກະທົບ.
ເຖິງປະຊາຊົນ ໄດ້ຮັບຜົລກະທົບ ຢ່າງຫຼວງຫຼາຍຄືແນວນັ້ນ, ແຕ່ຣັຖບານລາວ ມາເຖິງປັດຈຸບັນ ກໍຍັງອະນຸມັດ ໃຫ້ສ້າງເຂື່ອນໄຟຟ້າ ຢູ່ຕໍ່ໄປ, ເຊິ່ງສ່ວນໃຫຍ່ ກໍແມ່ນຈີນ ເປັນຜູ້ລົງທຶນສ້າງ, ໂດຍຄາດວ່າ ຖ້າເປັນໄປຕາມແຜນ ແຕ່ນີ້ ຮອດປີ 2025, ລາວ ຈະມີເຂື່ອນໄຟຟ້າ ເຖິງ 100 ແຫ່ງ.
ສໍາລັບໂຄງການ ສ້າງເຂື່ອນຊະນະຄາມ ກັ້ນແມ່ນໍ້າຂອງ ທີ່ວ່າຈະເຣີ່ມສ້າງ ໃນປີນີ້ ແລະ ຈະໃຫ້ສໍາເຣັດໃນປີ 2028 ນັ້ນ, ອາຈເປັນໄປໄດ້ຍາກ ຖ້າຫາກວ່າຣັຖບານໄທຍ ເອົາຈິງເອົາຈັງ ໃນເຣຶ່ອງນີ້ ຄືທີ່ວ່າມານັ້ນແທ້.