ໂຄງການ “ດິນແດນ ແຫ່ງຄວາມຝັນລາວ” ຈະກະທົບ ຊາວບ້ານ 200 ຄອບຄົວ

ຊາວບ້ານເກືອບ 200 ຄອບຄົວຢູ່ບ້ານດອນກາງຂອງ ຊຶ່ງເປັນດອນກາງແມ່ນໍ້າຂອງ ໃນເຂດເມືອງສັງທອງ ນະຄອນຫລວງວຽງຈັນ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ເພື່ອໃຫ້ບໍຣິສັດ ຂອງເກົາຫລີໃຕ້ ກໍ່ສ້າງສນາມກັອບ ແລະຣີສອດ, ຂະນະນີ້ ຍັງຢູ່ໃນຂັ້ນຕອນການສໍາຣວດ.

ເກາະດອນ ແມ່ນ້ຳຂອງ ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ເດືອນຕຸລາ 2022. RFA

ຊາວບ້ານເກືອບ 200 ຄອບຄົວ ຢູ່ບ້ານດອນກາງຂອງ ຊຶ່ງເປັນບ້ານຢູ່ເທິງດອນ ກາງແມ່ນໍ້າຂອງ ໃນເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ຈະຖືກໃຫ້ໂຍກຍ້າຍ ອອກຈາກດອນນັ້ນ ໄປຢູ່ບ່ອນໃໝ່ ເພື່ອໃຫ້ບໍຣິສັດ ວິສະວະກັມ ແລະ ກໍ່ສ້າງ (Seojin Engineering and Construction) ຈໍາກັດ ຂອງເກົາຫລີໃຕ້ ກໍ່ສ້າງສນາມກັອບ ແລະຣີສອດໃສ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງສັງທອງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 13 ມິຖຸນານີ້.

“ມັນເປັນບ້ານທີ່ຢູ່ກາງດອນນ່າ, ດອນໃຫຍ່ໆເຕີບແຫຼະ ມີເຮືອນມີເກືອບວ່າ 100 ປາຍຄອບຄົວພຸ້ນໄດ໋ ຢູ່ຫັ້ນ ແມ່ນແລ້ວເພິ່ນຫາກໍເຊັນ MOU ຫວ່າງທິດເມື່ອກີ້. ຫລັງຈາກເຊັນ MOU ແລ້ວກະຊິວາງແຜນສໍາຣວດ ເຣີ່ມສໍາຣວດແຕ່ປີນີ້.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ເມືອງສັງທອງ ຜູ້ຂໍສງວນຊື່ ແລະສຽງ ນາງນຶ່ງ ກໍກ່າວເຖິງເຣື່ອງນີ້ວ່າ “ມີແຜນທີ່ຈະໃຫ້ຊາວບ້ານ ຊຶ່ງອາສັຍຢູ່ບ້ານດອນກາງຂອງ ໂຍກຍ້າຍແທ້ ແຕ່ກໍຍັງບໍ່ມີແຈ້ງການລະບຸເທື່ອວ່າ ຈະໃຫ້ໂຍກຍ້າຍໃນມື້ໃດ, ຈະໂຍກຍ້າຍໄປຢູ່ບ່ອນໃດ ແລະຈະໄດ້ຮັບການຊົດເຊີຍ ແລະຊ່ອຍເຫລືອແນວໃດເທື່ອ, ຖ້າມີຄວາມຄືບໜ້າ ທາງພາກສ່ວນທີ່ກ່ຽວຂ້ອງ ຈະອອກແຈ້ງການໃຫ້ຮູ້ເພີ່ມຕື່ມ.”

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາຊາວບ້ານ ທີ່ອາສັຍຢູ່ດອນກາງແມ່ນໍ້າຂອງ ນັ້ນ ເພື່ອຂໍຮູ້ຄວາມຄິດເຫັນ ຂອງພວກເຂົາເຈົ້າ, ແຕ່ຍັງບໍ່ສາມາດຕິດຕໍ່ຜູ້ໃດໄດ້ເທື່ອ.

ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ເມືອງສັງທອງຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ຖ້າໂຄງການກໍ່ສ້າງ ສນາມກັອບ ແລະຣີສອດນັ້ນ ໄດ້ລົງມືແທ້ເປັນທີ່ແນ່ນອນວ່າ ຈະສົ່ງຜົລກະທົບຕໍ່ຊາວບ້ານ ທີ່ຫາຢູ່ ຫາກິນ ເຂດດອນນັ້ນ ຮວມໄປເຖິງຊາວ ບ້ານທີ່ຫາປາ ຢູ່ບໍຣິເວນໃກ້ຄຽງ ນໍາດ້ວຍ.

“ເຈົ້າ! ແມ່ນ, ສ່ວນຫຼາຍກະໄປຫາປູຫາປາ. ໂອ໋! ອັນນີ້ກະຄັນຖ້າມີຢູ່ຫັ້ນ ແມ່ນຊາວບ້ານກະຊິລໍາບາກຢູ່ຫັ້ນແຫຼະ ອັນນີ້ກໍຍັງບໍ່ຮູ້ ບໍ່ແນ່ໃຈ ຍັງບໍ່ຮູ້ເທື່ອເດ໋ ເພາະວ່າເຮົາຢູ່ພີ້ນ່າ ບໍ່ຄ່ອຍໄດ້ໄປໆມາໆ.

ຊາວບ້ານຢູ່ເມືອງສັງທອງອີກນາງນຶ່ງ ກໍເວົ້າເຖິງອາຊີບ ຂອງຊາວບ້ານ ທີ່ອາສັຍຢູ່ດອນກາງແມ່ນໍ້າຂອງ ນີ້ ວ່າ ສ່ວນໃຫຍ່ຈະເຮັດໄຮ່ ແລະລ້ຽງສັດ, ແຕ່ກໍຈໍາເປັນຕ້ອງໄດ້ຍ້າຍອອກໄປ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ມີແຜນຈະສ້າງດອນແຫ່ງນີ້ ໃຫ້ເປັນແຫລ່ງທ່ອງທ່ຽວ ຂນາດໃຫຍ່ ຂອງເມືອງສັງທອງ.

“ແຕ່ວ່າສ່ວນຫຼາຍ ກະມີແຕ່ປ່າ ແລ້ວກະລ້ຽງສັດ. ໂອ໋! ຖ້າວ່າຢາກສ້າງ ສນາມກັອບ ກະໂອເຄຢູ່ ແລ້ວນີ້ມັນຈະເປັນແຫລ່ງທ່ອງທ່ຽວ ເລີຍນ່າ ເພາະດຽວນີ້ເຂົາເຈົ້າ ກໍາລັງເລາະສາຍຂອງນີ້ເດ໋ ແຫລ່ງທ່ອງທ່ຽວ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຄືອຂ່າຍແມ່ນໍ້າຂອງ ແລະຊາວບ້ານ ຈໍານວນນຶ່ງ ຢູ່ເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ທີ່ຢູ່ກົງກັນຂ້າມ ກັບເມືອງສັງທອງ ກໍໄດ້ຕິດຕາມຄວາມຄືບໜ້າ ຂອງແຜນການກໍ່ສ້າງ ສນາມກັອບ ແລະຣີສອດ ຢູ່ດອນກາງແມ່ນໍ້າຂອງ ຢ່າງໃກ້ຊິດ ແລະກໍກັງວົນວ່າ ຖ້າມີການລົງມື ກໍ່ສ້າງ ກໍອາຈເຮັດໃຫ້ເກີດບັນຫາ ຕໍ່ສະພາບແວດລ້ອມ ແລະເຮັດໃຫ້ເກີດບັນຫາ ນໍ້າເສັຍ ຈົນສົ່ງຜົລກະທົບ ເຖິງເມືອງສັງຄົມໄດ້.

ດັ່ງເຄືອຂ່າຍ ແມ່ນໍ້າຂອງ ຢູ່ເມືອງສັງຄົມ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 13 ມິຖຸນານີ້ວ່າ:

ທ່ານເວົ້າວ່າ “ຄັນກໍ່ສາງ ໂຄງການ ສນາມກັອບແທ້ໆ ມັນຈະຕ້ອງມີບັນຫາ ເຣື່ອງສານເຄມີ ແມ່ນບໍ່, ຢາຂ້າຫຍ້າ ຫລື ອິຫຍັງຕ່າງໆ. ອັນທີ 2. ກໍຄືເຣື່ອງນໍ້າເສັຽ ແລະ ຂີ້ເຫຍື້ອ ອັນນີ້ຈະແຈ້ງວ່າ ເຂົາເຈົ້າບໍ່ເອົາໄປຖິ້ມ ຢູ່ຝັ່ງລາວດອກ ມັນຕ້ອງມີການກໍາຈັດ ຂີ້ເຫຍື້ອຢູ່ບໍຣິເວນດອນແຫ່ງນີ້. ຂ້າພະເຈົ້າເຊື່ອວ່າ ຄັນກໍ່ສ້າງ ສໍາເຣັດ ແລະເປີດແລ້ວ ບັນຫາເຫລົ່ານີ້ ກໍຈະຕາມມາ.”

ອີງຕາມ ສົນທິສັນຍາ ລະຫວ່າງສຍາມ ແລະຝຣັ່ງເສດ ເມື່ອປີ 1893, ດອນທຸກແຫ່ງໃນແມ່ນໍ້າຂອງ ລະຫວ່າງລາວ ແລະໄທຍ ຕ້ອງຕົກເປັນຂອງຝຣັ່ງເສດ. ດັ່ງນັ້ນຈຶ່ງເຮັດໃຫ້ ດອນກາງແມ່ນໍ້າຂອງ ດັ່ງກ່າວ ຂຶ້ນກັບປະເທດລາວ, ເຮັດໃຫ້ປະເທດໄທຍ ບໍ່ສາມາດຄັດຄ້ານ ການກໍ່ສ້າງຕ່າງໆ ຢູ່ເທິງດອນນັ້ນໄດ້, ແຕ່ຖ້າໂຄງການ ພັທນານັ້ນ ຫາກສົ່ງຜົລກະທົບ ຂ້າມຊາຍແດນ ຜູ້ທີ່ໄດ້ຮັບຜົລກະທົບ ກໍສາມາດປະທ້ວງໄດ້.

ດັ່ງອະດີດເຈົ້າໜ້າທີ່ ຢູ່ເມືອງສັງຄົມຂອງໄທຍ ກ່າວວ່າ:

ທ່ານກ່າວວ່າ “ຄັນສ້າງແທ້ໆ ຊາວບ້ານຝັ່ງໄທຍ ກໍປະທ້ວງບໍ່ໄດ້ ຍ້ອນວ່າມັນເປັນຂອງລາວ ໂດຍກົງຢູ່ແລ້ວ ເຂົາຢາກເຮັດຫຍັງກໍໄດ້ ຍົກເວັ້ນວ່າ ຄັນດອນໃດມີບັນຫາ ຫລື ສົ່ງຜົລກະທົບ ຂ້າມຊາຍແດນກໍສາມາດປະທ້ວງໄດ້. ຊາວບ້ານທີ່ໄດ້ຮັບຜົລກະທົບ ຢູ່ຝັ່ງໄທຍ ກໍຈະມີການຮ້ອງຮຽນ ຫລື ຟ້ອງຮ້ອງ ຕາມກົດໝາຍ ລະຫວ່າງປະເທດ.”  

ເມື່ອວັນທີ 2 ມິຖຸນານີ້ ບໍຣິສັດ ວິສະວະກັມ ແລະກໍ່ສ້າງ Seojin (Seojin Engineering and Construction) ຈໍາກັດ ຂອງເກົາຫລີໃຕ້ ກໍໄດ້ລົງນາມບົດບັນ ທຶກຄວາມເຂົ້າໃຈກັນ ກັບກະຊວງແຜນການ ແລະການລົງທຶນ ເພື່ອສຶກສາຄວາມ ເປັນໄປໄດ້ ແລະສໍາຣວດ ເຮັດໂຄງການນັ້ນ ຢູ່ດອນກາງແມ່ນໍ້າຂອງ ໃນເຂດເມືອງສັງທອງ ໂດຍໃຫ້ຊື່ ໂຄງການວ່າ ດິນແດນແຫ່ງຄວາມຝັນລາວ (Dream Land Laos) ທີ່ຈະໃຊ້ທຶນກໍ່ສ້າງ ປະມານ 200 ລ້ານໂດລ້າຣ໌ສະຫະຣັຖ ແລະສັມປະທານ ເປັນເວລາ 90 ປີ. ໂຄງການນີ້ ຈະແບ່ງອອກເປັນ 5 ເຂດ ຄືສນາມກັອບ, ຣີສອດ, ຫ້າງຊັບພະສິນຄ້າ, ເຂດຊຸມຊົນ ແລະເຂດກະສິກັມ, ອີງຕາມຣາຍງານຂ່າວ ວຽງຈັນທາມສ໌ ວັນທີ 5 ມິຖຸນາ 2023 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org