ບຸນຊ້າງ ແຂວງໄຊຍະບຸຣີ ປີນີ້ຈັດນ້ອຍລົງ
2021.02.04
ທາງການແຂວງໄຊຍະບຸຣີ ຈະຈັດບຸນຊ້າງປະຈຳປີ 2021 ນີ້ ໃນວັນທີ 13 ກຸມພາ ນີ້ ແລະຈະຈັດຈັດພຽງແຕ່ນຶ່ງມື້ ເທົ່ານັ້ນບໍ່ໃຫ້ ເຮັດໃຫຍ່ໂຕ ແລະ ບໍ່ຫຼາຍມື້ຄືແຕ່ກ່ອນຕົວຢ່າງເມື່ອ ປີກາຍ ໄດ້ຈັດເຖິງ 7 ມື້ເຕັມ.
ສຳຣັບປີນີ້ ທາງຄະນະກັມມະການຈັດງານບຸນຊ້າງ ຈະຈັດບໍ່ພຽງແຕ່ມື້ດຽວເທົ່ານັ້ນ ແຕ່ຫາກຍັງຈະຈັດຣາຍການບຸນໜ້ອຍລົງຄືຈະມີ ແຕ່ພິທີຕັກບາດ ອຸທິດສ່ວນກຸສົນ ໃຫ້ແກ່ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ ແລະ ຈັດອາຫານໃຫ້ຊ້າງເທົ່ານັ້ນ, ແຕ່ຈະບໍ່ມີ ຂອງໂຄວິດ-19. ອີກຢ່າງນຶ່ງພິທີແຫ່ຊ້າງກໍຈະບໍ່ມີຊ້າງມາຮ່ວມຈາກແຂວງອື່ນ ຈະມີແຕ່ຊ້າງ ທັງໝົດພຽງ 18 ໂຕ ແລະກໍເປັນຊ້າງ ທີ່ລ້ຽງຢູ່ພາຍໃນ ແຂວງໄຊຍະບຸຣີ ເອງ.
ເມື່ອປີກາຍມີຊ້າງ ທັງຢູ່ພາຍໃນແຂວງໄຊຍະບູຣີ ແລະ ມາຈາກແຂວງອື່ນ ເຂົ້າມາຮ່ວມງານເຖິງ 71 ໂຕ ຊຶ່ງມີທັງຊ້າງເຜືອກ ແລະ ຊ້າງທັມດາ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງໄຊຍະບຸຣີ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ຕໍ່ RFA ໃນມື້ວັນທີ່ 18 ມົກກະຣາ ທີ່ຜ່ານມາ. ທ່ານກ່າວຕອນນຶ່ງວ່າ:
“ເຮັດເປັນອັນປະເພນີ ເປັນຮີດເປັນຄອງ ກໍສິເຮັດແຕ່ກິຈກັມຊ້າງ ກໍມີຢູ່ ແຕ່ວ່າມັນບໍ່ໄດ້ເຮັດຫລາຍມື້ເດ໋ ປີຜ່ານມາເຮົາກໍເຮັດຫລາຍ ໂອ໋ ເກືອບຮອດທິດເນາະ ແຕ່ປີນີ້ ມັນຈະບໍ່ມີ ການວາງສະແດງສິນຄ້າເນາະ ເພື່ອຄວບຄຸມການຣະບາດ ຂອງ ພຍາດໂຄວິດ ນີ້ແຫລະ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ໄປວ່າ ນອກຈາກນີ້ ພາຍໃນງານບຸນຊ້າງປີນີ້ ຍັງຈະຈໍາກັດຜູ້ເຂົ້າຮ່ວມ ຄືໃຫ້ມີພຽງ 300 ຄົນເທົ່ານັ້ນ, ຕາມ ຄໍາແນະນໍາຂອງ ທ່ານ ເພັດພີໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູຣີ ປະທານຈັດງານບຸນຊ້າງຄັ້ງທີ 15 ທີ່ໄດ້ຖແລງຂ່າວກ່ຽວກັບ ການຈັດງານບຸນຊ້າງ ໃນມື້ວັນທີ 17 ມົກຣາ ຜ່ານມາທີ່ສະໂມສອນ ຫ້ອງວ່າການແຂວງ ໄຊຍະບູຣີ. ກ່ຽວກັບເຣື່ອງນີ້ ແມ່ຄ້າຂາຍ ສົ້ມປາ ໃນງານບຸນຊ້າງ ປີ 2020 ທີ່ຜ່ານມາເວົ້າຕໍ່ RFA ໃນມື້ວັນທີ 18 ມົກກະຣາ ທີ່ຜ່ານມາວ່າ ປີນີ້ຕົນເອງ ຈະບໍ່ໄດ້ໄປຂາຍ ສົ້ມປາແຊບ ຢູ່ງານບຸນຊ້າງແລ້ວ ເພາະເພິ່ນຈະຈັດພຽງແຕ່ມື້ດຽວ ແລະ ກໍອາດຈະບໍ່ມີຄົນມາຮ່ວມຫລາຍ:
“ບໍ່ໄດ້ໄປດອກ ອັນໄດ້ຍິນເພິ່ນວ່າ ຈັດແຕ່ມື້ດຽວກໍເຫັນວ່າ ບໍ່ໃຫ້ວາງຕລາດນັດກໍ໋.”
ປະຊາຊົນຢູ່ໃນເຂດເທສບານ ແຂວງໄຊຍະບູຣີ ກໍເວົ້າຕໍ່ RFA ໃນວັນທີ 18 ມົກຣາ ຜ່ານມານີ້ວ່າປີນີ້ ຕົນເອງວາງແຜນທີ່ຈະໄປ ຮ່ວມງານບຸນຊ້າງ ພ້ອມດ້ວຍຄອບຄົວ ຍ້ອນເປັນມື້ພັກ ແລະ ບຸນຊ້າງ ກໍເປັນບຸນສໍາຄັນຂອງແຂວງ ທີ່ມີມາແຕ່ດົນແລ້ວ:
“ກໍໄດ້ໄປຢູ່ ເພາະວ່າເຮົາກໍເຮັດມາຫຼາຍປີແລ້ວເນາະ ມັນເປັນປະເພນີຂອງແຂວງເຮົາ ເປັນງານໃຫຍ່ກະເຮົດຈັດທຸກເດືອນກຸມພາ ເນາະ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກຖແລງຂ່າວ ແລະ ວັທນະທັມ ແຂວງໄຊຍະບູຣີ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ບຸນຊ້າງ ປະຈໍາປີ 2021 ນີ້ ກໍບໍ່ໄດ້ໂຄສະນາ ເຊີນຊວນ ໃຫ້ຜູ້ຄົນມາທ່ຽວງານບຸນຫລາຍ ເພື່ອບໍ່ໃຫ້ງານບຸນ ແອອັດ ອັນຈະມີຄວາມສ່ຽງ ຕໍ່ການທີ່ເກີດການຣະບາດ ຂອງ ໂຄວິດ-19 ທີ່ອາດເປັນໄປໄດ້ນັ້ນ.
ພາຍໃນງານບຸນຊ້າງປີນີ້ ຈະມີເຈົ້າໜ້າທີ່ ປະຈໍາຢູ່ຈຸດຕ່າງໆ ເພື່ອກວດກາຄວາມເປັນຣະບຽບຮຽບຮ້ອຍ ແລະໃຫ້ຄໍາແນະນໍາແກ່ ຜູ້ຄົນທີ່ມາທ່ຽວງານບຸນນັ້ນ. ຫາກຜູ້ໃດບໍ່ໃສ່ ຜ້າອັດປາກອັດດັງ ກໍຈະບໍ່ອະນຸຍາດ ໃຫ້ເຂົ້າມາໃນງານ ດັ່ງທີ່ຍານາງກ່າວວ່າ:
“ແບບວ່າ ເຮົາບໍ່ໄດ້ໂຄສະນາ ກວ້າງຂວາງເນາະ ກໍຄົນຕ່າງເມືອງຕ່າງແຂວງ ບໍ່ທັນໄດ້ຮັບຮູ້ຂໍ້ມູລນໍາເຂົາຫຼາຍ ອັນນຶ່ງກໍຮັກສາ ໄລຍະຫ່າງ ແລະ ລົດຊຸມຊົນແອອັດຫັ້ນແຫລະ.”
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຖແລງຂ່າວ ແລະ ວັທນະທັມ ແຂວງໄຊຍະບູຣີ ແລ້ວແມ່ນວ່າ, ງານບຸນຊ້າງປີ 2021 ນີ້ ຈະເຊີນຜູ້ຕາງໜ້າແຕ່ລະບ້ານພາຍໃນແຂວງ ບ້ານລະປະມານ 10 ຄົນ ເຂົ້າຮ່ວມເພື່ອລົດຄວາມແອອັດ ແລະຮັກສາໄລຍະຫ່າງ.
ພ້ອມດຽວກັນນັ້ນ ຍານາງກໍຍັງໄດ້ກ່າວມ້ວນທ້າຍວ່າ ເຖິງແມ່ນວ່າ ສະພາບການຈະບໍ່ອໍານວຍ ແຕ່ທາງການແຂວງ ໄຊຍະບູຣີ ກໍຍັງ ຈັດງານບຸນຊ້າງຢູ່ ເພາະງານບຸນຊ້າງ ມີຄວາມສໍາຄັນຫລາຍ ເພື່ອສະແດງໃຫ້ຊາວໂລກເຫັນວ່າ ປະເທດລາວ ຍັງມີການອານຸຮັກຊ້າງ ແລະ ກໍຍັງມີສັດໃຫຍ່ ປະເພດນີ້ຫລາຍ ຢູ່ໃນປະເທດລາວ ແລະກໍເພື່ອໃຫ້ແຂກ ຕ່າງປະເທດ ແລະ ຄົນລາວຮູ້ວ່າ ປະເທດລາວ ສົມກັບເປັນປະເທດ ທີ່ເຄີຍເປັນອານາຈັກລາວລ້ານຊ້າງ ໃນສມັຍກ່ອນ.
ກ່ຽວກັບບຸນຊ້າງທີ່ ແຂວງໄຊຍະບູຣີ ປີ 2021 ຊຶ່ງມີການກໍານົດຈັດຂຶ້ນໃນ ມື້ວັນທີ 13 ກຸມພາ ນີ້, ວິທຍຸກະຈາຍສຽງແຫ່ງຊາດລາວ ກໍຣາຍງານວ່າ ຈະຈັດພຽງ 1 ມື້ ໂດຍກໍານົດ ເອົາພິທີທາງສາສນາ ເປັນຫລັກ ເພື່ອປະຕິບັດຕາມມາຕການ ຂອງຄະນະສະເພາະກິດ ໃນການປ້ອງກັນ ຄວບຄຸມ ແລະແກ້ໄຂການຣະບາດ ຂອງໂຄວິດ-19 ຢູ່ລາວ.
ແລະຫາກເບິ່ງຄືນຫລັງເຖິງບຸນຊ້າງ ຢູ່ແຂວງໄຊຍະບູຣີ ປີ 2020 ທີ່ຜ່ານມາ ຊຶ່ງໄດ້ດໍາເນີນໄປ ເປັນເວລາ 3 ມື້ ໃນເດືອນກຸມພາ ຄືກັນນີ້ ຕາມຂ່າວກໍວ່າບັນຍາກາດ ໂດຍທົ່ວໄປ ບໍ່ຄຶກຄື້ນ ຍ້ອນວ່າຜູ້ຄົນ ມີຄວາມກັງວົນນໍາເຣື່ອງ ການຣະບາດຂອງໂຄວິດ-19 ທີ່ເຮັດໃຫ້ຄົນມາທ່ຽວງານ ຫລຸດເປົ້າໝາຍ ທີ່ທາງການເພິ່ນຕັ້ງໄວ້ ຄືບໍ່ໃຫ້ຫລຸດແສນຄົນ ແລະ ສ່ວນໃຫຍ່ ກໍເປັນຊາວລາວເອງ ມາຮ່ວມງານ ແລະ ຮ້ານຄ້າຮ້ານຂາຍ ກໍບໍ່ມີຫລາຍ ຄືກັນກັບປີກ່ອນໆ ທີ່ບໍ່ມີບັນຫາໂຄວິດ-19 ຣະບາດ, ທັງໂຮງແຮມ ແລະ ບ້ານພັກ ກໍມີຫ້ອງ ເປົ່າຫລາຍ.
ງານບຸນຊ້າງ ຕາມປົກກະຕິແລ້ວ ແມ່ນຈັດຂຶ້ນຫລາຍມື້ ແລະໄດ້ເລີ່ມກ່ອນມື້ບຸນແທ້ ຮວມທັງບຸນຊ້າງປີ 2017 ນໍາດ້ວຍ. ບຸນຊ້າງປີ 2017 ທີ່ຈັດຂຶ້ນເປັນ ຄັ້ງທີ 11 ຢູ່ສນາມ ໜອງເມືອງ ເມືອງໄຊຍະບູຣີ ຄືແຕ່ມື້ວັນທີ 17 ຫາວັນທີ 19 ກຸມພາ ແລະ ງານບຸນໄດ້ ດໍາເນີນໄປຢ່າງມີຜົລສໍາເຣັດຈົບງາມ ແລະຄຶກຄື້ນ, ມີທັງການສະແດງຊ້າງຂະບວນແຫ່ຊ້າງ ຫລາຍປະເພດ ຮວມທັງຊ້າງໄປເສິກ ສົງຄາມ, ຊ້າງທ່ອງທ່ຽວ, ຊ້າງລໍາລຽງ, ຊ້າງເຕະບານ, ຊ້າງວາດພາບ, ຊ້າງດຶງເຊືອກ, ມີພິທີບາສີ ຫລືສູ່ຂວັນຊ້າງ, ການອາບນໍ້າ ຊ້າງ, ການບໍຣິການໃຫ້ຂີ່ຊ້າງ ຊຶ່ງທັງໝົດນັ້ນ ກໍເພື່ອສົ່ງເສີມໃຫ້ປະຊາຊົນ ເຂົ້າໃຈແລະຮ່ວມກັນ ອະນຸຮັກຊ້າງໃຫ້ຫລາຍຂຶ້ນ;
ນອກຈາກນັ້ນກໍມີການສະແດງສິລປະວັທນະທັມ ຂອງຊົນເຜົ່າຕ່າງໆ, ມີການວາງສະແດງສິນຄ້າ, ມີຕລາດອາຫານເຖິງ 100-200 ຮ້ານ ໂດຍໄດ້ຮັບການສນັບສນູນ ຈາກ ຜູ້ປະກອບການ ໃນລາວ ແລະ ຈາກປະເທດໄທ.
ແລະໃນມື້ກ່ອນເລີ່ມບຸນ ຢ່າງເປັນທາງການ ທາງແຂວງໄຊຍະບູຣີ ກໍມີຂະບວນຕ້ອນຮັບ ນັກທ່ອງທ່ຽວ ໄປດື່ມຊາພັນປີ, ຊົມການ ສະແດງປຸງແຕ່ງຊາ ແບບດັ່ງເດີມ, ຮູ້ຈັກ ວັທນະທັມພື້ນເມືອງ, ທ່ຽວຊົມທະເລໝອກ ຍາມເຊົ້າທີ່ ເມືອງໄຊສະຖານ ເພື່ອເປັນການ ສົ່ງເສີມ ການທ່ອງທ່ຽວ ຢູ່ແຂວງໄຊຍະບູຣີ ນໍາດ້ວຍ.
ດຣ. ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງສາທາຣະນະສຸຂ ໄດ້ແຈ້ງການໃນມື້ວັນທີ 2 ກຸມພາ 2021 ກ່ຽວກັບມາຕການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການຣະບາດ ຂອງໂຄວິດ-19 ນັບແຕ່ ວັນທີ 1 ກຸມພາ ເຖິງວັນທີ 31 ມິນາ 2021 ຄືຍັງໃຫ້ ໂຈະຖ້ຽວບິນ ເໝົາລໍາ ມາຈາກຕ່າງປະເທດ ທີ່ມີໂຄວິດ-19 ຣະບາດ, ຍົກເວັ້ນຖ້ຽວບິນ ສົ່ງຄົນເຈັບ, ຖ້ຽວບິນຜູ້ໂດຍສານຂາອອກ, ໂຈະວີຊາທ່ອງທ່ຽວ ແລະຢ້ຽມຢາມ; ຄົນຕ່າງປະເທດ, ນັກລົງທຶນ, ນັກວິຊາ ການທີ່ຈໍາເປັນ ສາມາດເຂົ້າມາໄດ້ ແຕ່ຕ້ອງໄດ້ຮັບ ອະນຸຍາດກ່ອນ. ຍັງປິດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ບໍ່ໃຫ້ຄົນທົ່ວໄປເຂົ້າ-ອອກ, ມີພຽງຣົດຂົນສົ່ງ ທີ່ໄດ້ຮັບ ອະນຸຍາດເທົ່ານັ້ນເຂົາມາໄດ້, ບໍ່ໃຫ້ຈັດງານຄອນເສີດ, ງານສເລີມສລອງ ທີ່ເປັນງານໃຫຍ່, ສ່ວນງານບຸນປະເພນີ ສາມາດຈັດໄດ້ ແບບກະທັດລັດ ບໍ່ໃຫ້ໃຫຍ່ໂຕ.