ພຣະພຸທຮູບເປັນມູນມັງລໍ້າຄ່າ

ຈໍາປາທອງ
2015.01.12
F-Buddha ພຣະພຸທຮູບ ເປັນມູນມັງ ທີ່ລໍ້າຄ່າ
RFA

 

ພຣະ ພຸທຮູບເກົ່າແກ່ ທີ່ ບັນພະບູຣຸດ ລາວ ປົກປັກ ຮັກສາ ດ້ວຍການ ເສັຽສຣະເລືອດເນື້ອ ແລະ ຊີວິດ ບໍ່ຈັກວ່າ ເທົ່າໃດ ເພື່ອເອົາໄວ້ ເປັນມູນ ມໍຣະດົກ ອັນລໍ້າຄ່າ ທາງ ວັທນະທັມ ຂອງ ປວງຊົນ ຊາວລາວ ສືບທອດ ຕໍ່ໆກັນມາ. ດັ່ງນັ້ນ ປວງຊົນ ຊາວລາວ ຈຶ່ງ ມີພັນທະ ປົກປັກ ຮັກສາ ເອົາໄວ້ ບໍ່ໃຫ້ສູນຫາຍ ໄປ.

ແຕ່ເຖິງຢ່າງ ໃດກໍດີ ສິ່ງ ດັ່ງກ່າວ ກໍໜີບໍ່ພົ້ນ ຈາກ ສາຍຕາ ແລະ ຄວາມຕ້ອງການ ຂອງ ຊາວ ຕ່າງຊາດ ຜູ້ ບໍ່ຫວັງດີ ທີ່ ພຍາຍາມ ເຄື່ອນໄຫວ ເພື່ອໃຫ້ໄດ້ ມາເປັນ ຂອງພວກຕົນ.
ເຫດການ ນຶ່ງ ທີ່ເກີດຂຶ້ນ ໃນກາງ ນະຄອນ ຫລວງ ວຽງຈັນ ຄືຊາວ ວຽດນາມ ກຸ່ມນຶ່ງ ມາເອົ າພຣະ ພຸທຮູບອົງ ເກົ່າແກ່ໄປ ຈາກ ວັດ ອົງຕື້ ຊຶ່ງເປັນ ວັດສໍາຄັນ ທີ່ສຸດ ແຫ່ງນຶ່ງ ໃນ ນະຄອນ ຫຼວງ ຂອງລາວ ນັ້ນ ສໍ່ສະແດງ ໃຫ້ເຫັນ ອີກເທື່ອນຶ່ງ ເຖິງຄວາມ ບໍ່ຫວັງດີ ທີ່ ມີຕໍ່ລາວ.

ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ມີການ ວິພາກ ວິຈານກັນ ຢ່າງ ກວ້າງຂວາງ ວ່າເປັນ ຫຍັງ ພວກວຽດນາມ ຈຶ່ງ ຢາກເອົາ ສິ່ງລໍ້າຄ່າ ທຸກຢ່າງ ຂອງຊາດ ແລະ ປະຊາຊົນ ລາວ ໄປເປັນຂອງ ຕົນແທ້, ເຂົ້າມາຕັດ ໄມ້ ຂົນອອກໄປ ຢ່າງເປັນ ຂະບວນ ສໍາປະທານ ໃນໂຄງການ ຕ່າງໆ ທີ່ຍຶດຄອງ ທີ່ດິນ ຂອງ ປະຊາຊົນ ຊຶ່ງ ສ່ວນຫຼວງ ຫລາຍ ກໍແມ່ນ ປະຊາຊົນ ຜູ້ທຸກຍາກ ຂາດເຂີນ, ຊາວໃຮ່, ຊາວນາ, ຊາວຮົ້ວ ຊາວສວນ ກະທັ້ງບຽດ ຍຶດເອົາດິນ ແດນ ລາວ ໃນ ຫລາຍເຂດ ເພື່ອ ຜົລປໂຍດ ຂອງຕົນ, ແມ່ນແຕ່ ພຣະ ພຸທຮູບ ທີ່ພວກເຂົາ ເຫັນວ່າ ມີ ຄວາມສໍາຄັນ ກໍຍັງຢາກ ເອົາໄປ ໂດຍບໍ່ຄໍານຶງ ເຖິງ ຄວາມຜູກພັນ ທາງຈິດໃຈ ຂອງ ປວງຊົນ ລາວ. ດັ່ງຊາວລາວ ຜູ້ນຶ່ງ ເວົ້າວ່າ: .ສຽງ.

ພຣະ ພຸທຮູບ ເກົ່າແກ່ ຂນາດ ໜ້າຕັກ 50 ເຊັນ ຢູ່ໃນສິມ ວັດອົງຕື້ ຖືກ ຊາວວຽດນາມ ຈໍານວນ ນຶ່ງ ໃຊ້ລົດ ໂຕໂຍຕາ ແລນກຣູເຊີ ເອົາໄປໃນ ຕອນເຊົ້າ ປະມານ 11 ໂມງ ຂອງວັນ ທີ 9 ມົກກະຣາ 2015 ແລະ ຕອນປະມານ ບ່າຍ 4 ໂມງ ຂອງ ວັນດຽວກັນ ພວກເຂົາ ກໍຕ້ອງໄດ້ ເອົາກັບມາ ສົ່ງຄືນ ບ່ອນເກົ່າ. ຊຶ່ງຕາມ ຂ່າວວ່າ ຍ້ອນຄໍາສັ່ງ ຂອງ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງ ທ່ຽວ.

ໃນຕອນເຊົ້າ ຂອງ ວັນທີ 10 ມົກກະຣາ ຫລັງຈາກ ໄດ້ຮັບຂ່າວ ທາງ ສື່ສັງຄົມ ອອນລາຍ ແລ້ວ ກໍມີ ປະຊາຊົນ ຫລາຍຮ້ອຍ ຄົນ ມາເຕົ້າໂຮມກັນ ຢູ່ ວັດອົງຕື້ ແລະ ມີການຕັ້ງ ຂໍ້ສົງສັຍ ຂຶ້ນ ຫລາຍຢ່າງ.

ກ່ຽວກັບ ການສົງສັຍ ທີ່ວ່າ ພຣະ ພຸທຮູບ ທີ່ພວກ ວຽດນາມ ເອົາກັບຄືນ ມາສົ່ງ ນັ້ນ ເປັນອົງເກົ່າ ຫລື ວ່າແນວໃດ ແຕ່ທ່ານ ສາຍທອງ ແກ້ວດວງດີ ຮອງ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ຜູ້ຮັບ ຜິດຊອບ ວຽກງານ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ມາ ພົບປະ ກັບ ປະຊາຊົນ ທີ່ ພາກັນມາ ໃນ ວັນນັ້ນ ແລະ ຢືນຢັນວ່າ ພຣະ ພຸທຮູບ ທີ່ເຂົາເຈົ້າ ເອົາມາ ສົ່ງຄືນ ນັ້ນ ແມ່ນ ອົງແທ້. ຕາມຄໍາເວົ້າ ຂອງ ປະຊາຊົນ ແລ້ວ ແມ່ນວ່າ ເປັນພຣະ ພຸທຮູບ ເກົ່າແກ່ ເມື່ອ 400 ປີ ກ່ອນ: ສຽງ..

ກ່ຽວກັບ ເຫດການ ເຣຶ່ອງ ພຣະ ພຸທຮູບ ຢູ່ ວັດອົງຕື້ ນັ້ນ ປະຊາຊົນ ລາວ ຜູ້ນຶ່ງ ເວົ້າວ່າ: .ສຽງ..

ທີ່ຜ່ານມາ ຕາມການ ບອກເລົ່າ ຂອງ ປະຊາຊົນ ລາວ ທີ່ ຮູ້ເຖິງ ເຣຶ່ອງ ພຣະ ພຸທຮູບ ຂອງລາວ ຊຶ່ງ ຖືກນໍາໄປ ວຽດນາມ ນັ້ນ ກໍແມ່ນ ພຣະບາງ: ..ສຽງ..

ຕາມຄໍາເວົ້າ ຜ່ານທາງ ເຟັສບຸກ ສ່ວນຕົວ ຂອງ ພຣະອາຈານ ໄຊຍະເດດ ທີ່ ຢູ່ ວັດອົງຕື້ ນັ້ນ ແລ້ວ ແມ່ນວ່າ ເມື່ອປີ ຜ່ານມາ ປະທານ ທະນາຄານ ລົງທຶນ ແລະ ພັທນາ ວຽດນາມ BIDV ແລະ ຮອງ ຣັຖມົນຣີ ກະຊວງ ປ້ອງກັນ ປະເທສ ວຽດນາມ ໄດ້ພາກັນ ໄປ ນະມັສການ ພຣະ ອາຈານ ເຈົ້າ ອະທິການ ວັດອົງຕື້.

ຕໍ່ມາ ບໍ່ດົນ ປະທານ ທະນາຄານ ກໍໄດ້ເຮັດ ໜັງສື ມາຂໍ ພຣະ ພຸທຮູບ ອົງ ດັ່ງກ່າວ ແລ້ວ ກໍສົ່ງຄົນ ມາຂໍເອົາ ໂດຍບອກວ່າ ເຈົ້າ ອະທິການ ວັດ ເພີ່ນເຫັນດີ ອະນຸຍາດ ໃຫ້ແລ້ວ. ເມື່ອ ຄຣູບາ ຢູ່ວັດນັ້ນ ຮູ້ວ່າ ເຈົ້າໜ້າທີ່ ທະນາຄານ ແລະ ຄຣູບາ ວຽດນາມ ຈາກວັດ ເຝິດຕິກ ທີ່ ຢູ່ຂ້າງວັດ ເທພນິມິດ ຫລື ວັດ ທາດຝຸ່ນ ມາຂໍ ພຣະ ພຸທຮູບ ອົງນັ້ນ ນໍາເຈົ້າ ອະທິການ ວັດ ກໍ ໂທຣະສັບ ບອກໃຫ້ ພຣະ ອາຈານ ໄຊຍະເດດ ຊຶ່ງເວລາ ນັ້ນເພີ່ນ ໄປ ປາກເຊ. ເມື່ອຮູ້ຄື ແນວນັ້ນ ທ່ານ ກໍຟ້າວ ໂທລະສັບ ໄປຂ່າວ ໃຫ້ ກົມ ສາສນາ ແລະ ອາຈານ ໃຫຍ່ ວັດ ສີ ສະເກດ ຮັບຊາບນໍາ.

ທາງກົມ ສາສນາ ກໍໄດ້ແຈ້ງໄປ ຍັງກົມ ມໍຣະດົກ ແລະ ອະນຸຮັກ ສິລປະ ແຫ່ງຊາດ ເພື່ອ ຮັບຮູ້. ເມື່ອ ກົມ ມໍລະດົກ ລົງມາ ກວດກາ ກໍບອກວ່າ ໃຫ້ບໍ່ໄດ້ ເພາະ ພຣະ ພຸທຮູບ ອົງນັ້ນ ເປັນ ມໍລະດົກ ຂອງຊາດ ແລະ ໄດ້ ລົງທະບຽນ ໄວ້ແລ້ວ. ແຕ່ ຖ້າຂໍ ໃນນາມ ຣັຖບາລ, ເຮັດໜັງສື ຜ່ານຕາມ ຂັ້ນຕອນ ກໍອາຈໄດ້. ແຕ່ ເວລາ ນັ້ນ ທາງ ອາຈານ ໃຫຍ່ ວັດ ອົງຕື້ ຍັງບໍ່ຮູ້ວ່າ ທາງການ ເພິ່ນຍັງ ບໍ່ ອະນຸຍາດ ໃຫ້.

ຕອນນັ້ນ ພວກ ວຽດນາມ ເຮັດບຸນ ໃນວັດ ແລະ ໄດ້ ຖວາຍເງິນ ບໍຣິຈາກ 10,000 ໂດລາ ສະຫະຣັຖ ແກ່ ຫ້ອງການ ສູນກາງ ອົງການ ພຸທສາສນາ ສໍາພັນ ລາວ, ບໍ່ແມ່ນ ໃຫ້ ວັດ ອົງຕື້. ພ້ອມກັນນັ້ນ ຍັງ ມີແຜນວ່າ ເມື່ອຂໍ ພຣະ ພຸທຮູບ ອົງນັ້ນໄດ້ ແລ້ວ ຈະນິມົນ ເຈົ້າ ອະທິການ ວັດ ອົງຕື້ ຮ່ວມຂະບວນ ແຫ່ ພຣະ ນັ້ນໄປ ວຽດນາມ ນໍາ ໂດຍ ມີຈຸດປະສົງ ເອົາ ໄປໄວ້ ເມືອງ ວິນ ພາກກາງ ວຽດນາມ.

ເຖິງຢ່າງໃດ ກໍຕາມ ດ້ວຍຄວາມ ຢາກໄດ້ ພຣະ ພຸທຮູບ ທີ່ມີຄຸນຄ່າ ທາງຈິດໃຈ ສູງ ອົງນັ້ນ ພວກ ວຽດນາມ ກໍຍັງບໍ່ ລົດລະ ຄວາມ ພຍາຍາມ ຂອງຕົນ ຄືຕໍ່ມາ ອີກ ບໍ່ດົນ ກໍໄດ້ເຮັດ ໜັງສື ຜ່ານ ຫຼາຍ ຂັ້ນຕອນ ຢ່າງເປັນ ທາງການ ໂດຍອ້າງອີງ ໃສ່ລາຍເຊັນ ເຫັນດີ ຂອງ ເຈົ້າ ອະທິການ ວັດ ອົງຕື້, ແຕ່ໄດ້ຮັບ ຄໍາຕອບ ຈາກ ກົມ ມໍລະດົກ, ສິລປະ ແລະ ວັທນະທັມ ແຫ່ງຊາດວ່າ ບໍ່ ອະນຸຍາດ ໃຫ້ ອົງນີ້, ເຫັນດີ ໃຫ້ ອົງໃໝ່ ແທນ, ແຕ່ພວກ ວຽດນາມ ບໍ່ຢາກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.