ຕໍາຫຼວດຈະລາຈອນ ພ້ອມປ້ອງກັນ ອຸບັດຕິເຫດ ປີໃໝ່ສາກົນ 2025
ຕໍາຫຼວດຈະລາຈອນ ແລະເຈົ້າໜ້າທີ່ ອາສາສະໝັກກູ້ໄພ ກຽມຮັບມືອຸບັດຕິເຫດ ໃນໄລຍະ ສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ສາກົນ 2025 ເພື່ອຫຼຸດຜ່ອນ ຜົນເສຍຫາຍທາງດ້ານຊີວິດ ແລະຊັບສິນ.
-
ສຸພັດຕາ
2024-12-26 -
-
-
Your browser doesn’t support HTML5 audio
ຕໍາຫຼວດຈະລາຈອນ ແລະເຈົ້າໜ້າທີ່ ອາສາສະໝັກກູ້ໄພ ກຽມຮັບມືອຸບັດຕິເຫດ ໃນໄລຍະ ສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ສາກົນ 2025 ເພື່ອຫຼຸດຜ່ອນ ຜົນເສຍຫາຍທາງດ້ານຊີວິດ ແລະຊັບສິນ ເປັນຕົ້ນ: ຢູ່ນະຄອນຫຼວງວຽງຈັນ ກົມຕໍາຫຼວດຈະລາຈອນ ຈະຕັ້ງຈຸດກວດກາຈັບຄວາມໄວ ຢູ່ເຂດນະຄອນຫຼວງວຽງຈັນ, ສ່ວນຕໍາຫຼວດຈະລາຈອນຂັ້ນເມືອງ ຂອງນະຄອນຫຼວງວຽງຈັນ ຈະຈັດກໍາລັງ ລົງເຮັດໜ້າທີ່ ຈັດສັນອໍານວຍຄວາມສະດວກ ຕາມສະຖານທີ່ຕ່າງໆ ທີ່ຊາວລາວ ແລະຊາວຕ່າງປະເທດ ຈະໄປສະເຫຼີມສະຫຼອງ ເປັນຕົ້ນ: ຢູ່ບໍລິເວນ ປະຕູໄຊ ຈະມີຕໍາຫຼວດເບິ່ງແຍງ ການຈະລາຈອນເຂົ້າ-ອອກ ຕາມສາມແຍກ, ສີ່ແຍກ ເພື່ອຫຼຸດຜ່ອນ ອຸບັດຕິເຫດຕາມທ້ອງຖະໜົນ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ທັນວາ ນີ້ວ່າ:
“ຄັນຢູ່ໃນໂຕເມືອງ ຈະບໍ່ໄດ້ກວດຄວາມໄວເນາະ ຄວາມໄວຈະແມ່ນ ກົມຈະລາຈອນ ຜູ້ລົງ ຢູ່ເຂດນອກໆ ເພາະລົດແລ່ນ ຢູ່ໃນໂຕເມືອງ ບໍ່ເກີນຄວາມໄວ 30-40-50 (ກິໂລແມັດຕໍ່ຊົ່ວໂມງ) ຢູ່ແລ້ວ ທາດເຫຼົ້າ ໂຕນີ້ ເຮົາບໍ່ໄດ້ກວດເນາະ ເພາະວ່າ ບໍ່ມີຄໍາສັ່ງຈາກຂັ້ນເທິງ ນັກຂັບຂີ່ ອາດຈະພົບຄວາມຫຍຸ້ງຍາກ ກໍ່ຄື ໄປທາງໃດ ອາດຈະເຫັນວ່າ ດ່ານຕໍາຫຼວດ ເພື່ອຫຍັງ ເພື່ອເປັນຕີຖອຍ ນັກຂັບຂີ່ ທີ່ີຈະຂີ່ລົດໄວ ທີ່ອີຫຍັງຕ່າງໆຫຍັງ.”
ຂະນະທີ່ ອາສາສະໝັກກູ້ໄພ ນະຄອນຫຼວງວຽງຈັນ ກໍ່ກຽມພ້ອມ ດ້ານອຸປະກອນຮັບໃຊ້ ວຽກງານກູ້ໄພ ແລະກຽມພ້ອມ ກໍາລັງອາສາສະໝັກ ປະຈໍາ 4 ໂຕເມືອງ ຄື: ເມືອງຫາດຊາຍຟອງ, ຈັນທະບູລີ, ໄຊເສດຖາ ແລະເມືອງໄຊທານີ ເພື່ອຊ່ວຍເຫຼືອຄົນເຈັບ ຈາກອຸບັດຕິເຫດ ແລະເຫດການສຸກເສີນຕ່າງໆ, ດັ່ງເຈົ້າໜ້າທີ່ກູ້ໄພ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ກະຈະໃຊ້ລົດຢູ່ປະມານ 4 ຄັນ ເມືອງລະຄັນໆ ເປັນ 5 ກັບ ອັນນ່າ ສູນສັ່ງການ ກໍາຊັບອ້າຍນ້ອງ ກະສິປະມານມື້ໜຶ່ງ ປະມານ 10 ຄົນ ເມືອງລະ 10 ຄົນເຈົ້າ ກໍ່ຮັບໃຊ້ ໃນຊ່ວງເຄົ້າດາວ ວ່າຈັ່ງຊີ້ສາ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ປະມານນີ້ ກະເພີ່ມຂຶ້ນມາ ກໍ່ຄືລົດດັບເພີງເນາະ ທາງກູ້ໄພເຮົາ ປະມານນີ້ ໄຟໄໝ້ລົດອີ່ຫຍັງ ປະມານນີ້.”
ຂະນະດຽວກັນ ຕໍາຫຼວດຈະລາຈອນ ຢູ່ແຂວງບໍ່ແກ້ວ ທ່ານໜຶ່ງ ກ່າວວ່າ ສໍາລັບ ຢູ່ແຂວງບໍ່ແກ້ວ ຈະມີຕໍາຫຼວດຈະລາຈອນ ຕັ້ງຈຸດກວດກາ ຢູ່ຕາມເສັ້ນທາງຫຼໍ້ແຫຼມ ແລະເສັ້ນທາງ ເຂົ້າ-ອອກເມືອງ ເພື່ອກວດກາທັງຄວາມໄວ ແລະຜູ້ທີ່ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ອາດເມົາແລ້ວຂັບລົດ ອັນເປັນຕົ້ນຕໍ ຂອງອຸບັດຕິເຫດ, ດັ່ງທ່ານ ກ່າວວ່າ:
“ພວກເຮົາ ຈະໄປປະຈໍາຢູ່ ເສັ້ນທາງຫຼໍ້ແຫຼມ ເສັ້ນທາງເຂົ້າ-ອອກເມືອງ ທັງເຊັກຄວາມໄວ ທັງກວດໝົດ ແລ້ວກໍ່ກວດກາທາດເຫຼົ້າແດ່ ໂດຍສະເພາະ ໂຕນີ້ ພວກເຮົາຈະເຮັດປົກກະຕິ ຮອດປີໃໝ່ຫັ້ນ ພວກເຮົາກໍສິເລີ່ມແຕ່ 30 (ທັນວາ 2024).”
ສ່ວນຊາວລາວ ຈາກເມືອງວັງວຽງ ແຂວງວຽງຈັນ ທ່ານໜຶ່ງ ພັດກ່າວວ່າ ຕົນເອງ ບໍ່ເຫັນຕໍາຫຼວດຈະລາຈອນ ຢູ່ເມືອງວັງວຽງ ຕັ້ງຈຸດກວດກາຄວາມໄວ ໃນຊ່ວງເທດສະການ ມີແຕ່ ຕັ້ງຈຸດກວດກາເອກກະສານລົດ, ກວດກາຜູ້ຂັບຂີ່ພາຫະນະ ແລະສະພາບເຕັກນິກ ພາຫະນະເທົ່ານັ້ນ ລວມທັງ ເຄີຍເຫັນວ່າ ຕໍາຫຼວດຈະລາຈອນບາງເຂດ ຢູ່ນະຄອນຫຼວງວຽງຈັນ ກໍ່ມີແຕ່ ຕັ້ງຈຸດກວດກາຄວາມໄວ ເທົ່ານັ້ນ ໂດຍບໍ່ໄດ້ກວດກາທາດເຫຼົ້າ ຈາກຜູ້ຂັບຂີ່ລົດ, ດັ່ງທ່ານກ່າວວ່າ:
“ຊ່ວງເທດສະການ ເຂົາເຈົ້າກໍ່ເຮັດ ສ່ວນຫຼາຍເພິ່ນບໍ່ໄດ້ກວດດອກ ຄວາມໄວ ສ່ວນຫຼາຍ ກໍ່ມີແຕ່ກວດກາ ເອກກະສານຕ່າງໆ, ກວດກາເຕັກນິກຂອງລົດອີ່ຫຍັງ ຢູ່ນະຄອນຫຼວງ ສ່ວນຫຼາຍເພິ່ນກວດ ກະມີແຕ່ກວດຄວາມໄວ ເຂົາເຈົ້າຈະບໍ່ກວດອັນນ່າ ເລຶື່ອງແອວກໍຫອກ ກໍຮໍ ບໍ່ເຫັນ ໃນປະເທດລາວເຮົາ.”
ນອກນັ້ນ ສໍາລັບສະຖິຕິ ອຸບັດຕິເຫດທາງທ້ອງຖະໜົນ ທົ່ວປະເທດລາວ ໃນໄລຍະສະຫຼອງປີໃໝ່ສາກົນ 4 ປີຍ້ອນຫຼັງ ມີ ດັ່ງນີ້:
ປີ 2024 ມີອຸບັດຕິເຫດ 148 ຄັ້ງ, ເສຍຊີວິດ 21 ຄົນ, ບາດເຈັບ 227 ຄົນ.
ປີ 2023 ມີອຸບັດຕິເຫດ 190 ຄັ້ງ, ເສຍຊີວິດ 26 ຄົນ, ບາດເຈັບ 311 ຄົນ.
ປີ 2022 ມີອຸບັດຕິເຫດ 197 ຄັ້ງ, ເສຍຊີວິດ 43 ຄົນ, ບາດເຈັບ 297 ຄົນ.
ປີ 2021 ມີອຸບັດຕິເຫດ 217 ຄັ້ງ, ເສຍຊີວິດ 36 ຄົນ, ບາດເຈັບ 342 ຄົນ.