ສິດເສຣີພາບທາງສາສນາ ໃນລາວ
ຣາຍງານ ຂອງ ຄະນະ ກັມມະການ ດ້ານ ສິດ ເສຣີພາບ ທາງ ສາສນາ ນາໆ ຊາດ ຂອງ ສະຫະຣັຖ ອະເຣິກາ USCIRF.
-
ຈໍາປາທອງ
2014-05-08 -
-
-
Your browser doesn’t support HTML5 audio
ຣາຍງານ ຂອງ ຄະນະ ກັມມະການ ດ້ານ ສິດ ເສຣີພາບ ທາງ ສາສນາ ນາໆ ຊາດ ຂອງ ສະຫະຣັຖ ອະເຣິກາ USCIRF ວ່າ ການ ລ່ວງ ຣະເມິດ ສິດທິ ທາງ ສາສນາ ຢູ່ ສປປລາວ ຍັງມີຢູ່ ຕໍ່ມາ, ໂດຍ ສະເພາະ ໃນເຂດ ຊົນເຜົ່າ ສ່ວນໜ້ອຍ.
ໃນ ສປປລາວ ຍັງມີ ການ ລ່ວງ ຣະເມີດ ສິດ ເສຣີພາບ ທາງ ສາສນາ ຢ່າງ ຮ້າຍແຮງ ຢູ່ຕໍ່ມາ ໂດຍ ສະເພາະ ຢູ່ເຂດ ຊົນເຜົ່າ ສ່ວນໜ້ອຍ ຕ່າງໆ ແລະ ການ ປະຕິບັດ ກົດໝາຍ ທີ່ ຈໍາແນກ ສິດທິ ຕ່າງໆ ກໍຍັງມີ ຢູ່. ຣັຖບານ ລາວ ປະກົດ ວ່າບໍ່ ສາມາດ ຫລືວ່າ ບໍ່ພ້ອມ ທີ່ ຈະຈໍາກັດ ການລ່ວງ ຣະເມີດ ເສຣີພາບ ທາງສາສນາ. ຕາມຣາຍ ງານ ປະຈໍາ ປີ 2014 ຂອງ ຄະນະ ກັມການ ດ້ານ ສິດ ເສຣີພາບ ທາງ ສາສນາ ນາໆ ຊາດ ຂອງ ສະຫະຣັຖ ອະເມຣິກາ ຫລື USCIRF.
ຣາຍງານ ທີ່ ເຜີຍແພ່ ອອກ ໃນ ວັນທີ 30 ເມສາ 2014 ນີ້ ກໍເວົ້າວ່າ ໃນ ຣະຍະ 5 ປີ ຜ່ານມາ ນີ້ ການ ປະຕິບັດ ສິດ ເສຣີພາບ ທາງ ສາສນາ ສໍາລັບ ຊາວພຸດ ຊຶ່ງ ເປັນກຸ່ມ ຄົນ ສ່ວນໃຫຍ່ ຂອງລາວ ແລະ ກຸ່ມ ສາສນາ ອື່ນໆ ທີ່ ຢູ່ຕາມ ຕົວເມືອງ ແມ່ນຢູ່ ໃນ ສະພາບດີ ຂຶ້ນ. ພ້ອມ ດຽວກັນ ອົງການ ຈັດຕັ້ງ ຂອງ ຣັຖ ທີ່ ມີໜ້າທີ່ ສັງເກດ ການ ເຄື່ອນໄຫວ ທາງ ສາສນາ ແລະ ດໍາເນີນ ນະໂຍບາຍ ຂອງ ຣັຖບານ ນັ້ນ ກໍໄດ້ ຕິດຕໍ່ ພົວພັນ ກັບ ກຸ່ມ ສາສນາ ແລະ ອົງການ ຈັດຕັ້ງ ສາກົລ ຕ່າງໆ ທີ່ບໍ່ຂຶ້ນ ກັບ ຣັຖບານ ຫລື NGO ເພື່ອ ຄວາມ ເຂົ້າໃຈ ກ່ຽວກັບ ເສຣີພາບ ທາງ ສາສນາ ໃຫ້ດີຂຶ້ນ ແລະ ບາງຄັ້ງ ກໍຊ່ວຍ ແກ້ໄຂ ກໍຣະນີ ກັກຂັງ ຫຼື ຍຶດ ຊັບສິນ ຕ່າງໆ.
ຢ່າງໃດ ກໍຕາມ ອັນທີ່ ໜ້າ ກັງວົນ ຢູ່ຕໍ່ໄປ ຄື ທາງ ຄະນະ ກັມການ ສິດທິ ມະນຸດ ຂອງ ສະຫະຣັຖ ອະເມຣິກາ ຍັງຈັດ ສປປລາວ ເຂົ້າຢູ່ ໃນ Tier 2 ຄືຢູ່ ຣະດັບ ຣະຫວ່າງ ກາງ ຄືເກົ່າ ນັບແຕ່ ປີ 2009 ມາ. ກ່ຽວກັບ ເຣື່ອງນີ້ ດຣ. Katrina Lantos Swett ຮອງ ປະທານ ຄະນະ ກັມການ ດ້ານ ສິດ ເສຣີພາບ ທາງ ສາສນາ ນາໆຊາດ ຂອງ ສະຫະຣັຖ ອະເມຣິກາ ຕອບ ຄໍາຖາມ ເອເຊັຍ ເສຣີ ທີ່ວ່າ ຢູ່ ປະເທສ ລາວ ການ ປະຕິບັດ ຕໍ່ ສາສນາ ດີຂຶ້ນ ຫລື ວ່າຍັງຢູ່ ຄືເກົ່າ ນັ້ນວ່າ:
"ກ່ຽວກັບ ລາວ ຂ້າພະເຈົ້າ ຄິດວ່າ ບໍ່ມີ ຫຍັງ ແຕກຕ່າງ ໄປຈາກ ປີກາຍ ແລະ ປີນີ້ ແລະ ຂໍ້ສລຸບ ຂອງ ພວກເຮົາ ກໍຄືວ່າ ມີຄວາມ ຄືບໜ້າ ໃນການ ປະຕິບັດ ສິດທິ ທາງ ສາສນາ ສໍາລັບ ຊຸມຊົນ ຊາວພຸດ ທີ່ເປັນ ຄົນ ສ່ວນໃຫຍ່ ແລະ ໃນເຂດ ຕົວເມືອງ ແຕ່ການ ນັບຖື ສາສນາ ຂອງ ຊົນເຜົ່າ ສ່ວນໜ້ອຍ ໃນເຂດ ແຂວງ ຕ່າງໆ ຍັງມີ ການລ່ວງ ຣະເມີດ ການ ຈໍາກັດ ຂູ່ເຂັນ ກັກຂັງ ຢູ່ຕໍ່ມາ".
ຢ່າງໃດ ກໍຕາມ ຄວາມ ອົດກັ້ນ ຂອງ ຣັຖບານ ລາວ ຕໍ່ ກິຈກັມ ທາງ ສາສນາ ຕ່າງໆ ຍັງ ແຕກຕ່າງ ກັນ ຢູ່ຄືເກົ່າ ຍັງຂຶ້ນ ຢູ່ກັບ ເຂດ ຊົນເຜົ່າ ແລະ ກຸ່ມ ສາສນາ. ສາສນາ ພຸດ ທີ່ຢັ່ງ ຮາກເຫງົ້າ ຢູ່ໃນ ວັທນະທັມ ລາວ ແລະ ເປັນທີ່ ນັບຖື ຂອງ ປະຊາຊົນ ສ່ວນໃຫຍ່ ນັ້ນ ທົ່ວໄປ ແລ້ວ ແມ່ນ ບໍ່ຖືກ ຈໍາກັດ. ຊາວ ກາໂຕລິກ ລາວ ໄດ້ຮັບ ອະນຸຍາດ ໃຫ້ສ້າງໂບດ ໄດ້. ແລະ ໃນຫລາຍປີ ຜ່ານມາ ນີ້ ກໍບວດໄດ້ ແລະ ມີ ສັງຄະຣາຊ bishop ຄົນໃໝ່ ຕັ້ງແຕ່ປີ 1975 ມາ. ຊາວ ໂປຣແຕສຕັງ ລາວ ຢູ່ ຕາມຕົວ ເມືອງ ຕ່າງໆ ກໍໄດ້ ຣາຍງານ ເຖິງເຣື່ອງ ຄວາມ ສາມາດ ຂອງ ພວກຕົນ ຫລາຍຂຶ້ນ ໃນການ ສວດມົນ ພາວະນາ ແລະ ເປີດ ໂບດ ຄືນໃໝ່, ສ້າງ ແລະ ຂຍາຍ ສະຖານທີ່ ທາງ ສາສນາ ໄດ້ ຈໍານວນ ນຶ່ງ. ຊຸມຊົນ ທີ່ ເຊື່ອຖື ສາສນາ ບາຮາຍ ຊຶ່ງ ເປັນຊຸມຊົນ ສ່ວນໜ້ອຍ ນັ້ນ ກໍ ຣາຍງານ ວ່າ ມີການ ພົວພັນ ເຮັດວຽກ ກັບ ເຈົ້າໜ້າທີ່ ຣັຖບານ ດີ ຂຶ້ນ ກວ່າກົ່າ. ພວກ ທີ່ເຊື່ອຜີ ເຊື່ອສາງ ຊຶ່ງ ເປັນກຸ່ມ ຊົນເຜົ່າ ສ່ວນໜ້ອຍ ທີ່ ຢູ່ ຕາມເຂດ ຊົນນະບົດ ເປັນ ສ່ວນໃຫຍ່ ນັ້ນ ກໍ ປະຕິບັດ ຕາມ ຄວາມເຊື່ອ ຂອງ ເຂົາເຈົ້າ ໂດຍທີ່ ທາງການ ບໍ່ຮັບຮູ້. ແລະ ກໍຍັງມີ ຣາຍງານ ວ່າ ຣັຖບານ ລາວ ບໍ່ສົ່ງເສີມ ໃຫ້ ນັບຖືຜີ ຖືສາງ ເພາະ ເຫັນວ່າ ເປັນພັຍ ອັນຕຣາຍ ຫລື ເຊື່ອແບບ ງົມງາຍ ຂະນະທີ່ ຣັຖບາລ ສົ່ງເສີມ ສາສນາ ພຸດ ຢ່າງຂຍັນ ແຂງຂັນ.
ຣັຖທັມນູນ ລາວ ຣະບຸ ເຖິງ ສິດ ເສຣີພາບ ຂອງ ພົລເມືອງ ໃນການ ເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ແຕ່ ດໍາຣັຖ ນາຍົກ ຣັຖມົນຕຣີ ປີ 2002 ວ່າດ້ວຍ ການ ປະຕິບັດ ທາງ ສາສນາ ອະນຸຍາດ ໃຫ້ ຣັຖບານ ຄວບຄຸມ ແລະ ເຂົ້າ ກ່ຽວຂ້ອງ ໃນການ ເຄື່ອນໄຫວ ທາງ ສາສນາ ຕ່າງໆ. ດໍາຣັຖ ນັ້ນ ຍັງໄດ້ ບົ່ງເຖິງ ການຫ້າມ ການ ເຄື່ອນໄຫວ ທີ່ ສ້າງຄວາມ ແຕກແຍກ ທາງ ສັງຄົມ ຫລື ຄວາມ ປັ່ນປ່ວນ ແລະ ເນັ້ນ ເຖິງ ມາຕຣາ ໃນ ກົດໝາຍ ທີ່ ເວົ້າເຖິງ ອາສຍາກັມ ຂອງລາວ ທີ່ ໃຊ້ກັນ ແບບ ຊະຊາຍ ໃນຊ່ວງ ທີ່ຜ່ານມາ ເພື່ອ ຈັບກຸມ ແລະ ກັກຂັງ ຜູ້ບໍ່ ເຫັນພ້ອມນໍາ ທາງການ ນໍາດ້ວຍ. ເຈົ້າໜ້າທີ່ ຂັ້ນແຂວງ ປົກຕິ ແລ້ວ ຈະອ້າງ ເຖິງຄວາມ ແຕກແຍກ ທາງ ສັງຄົມ ທີ່ວ່າ ເກີດຂຶ້ນ ຍ້ອນການ ຂຍາຽຕົວ ຂອງ ສາສນາ ເຢຊູ ນິກາຍ ໂປຣແຕສຕັງ ແລະ ຖືເປັນ ຂໍ້ອ້າງ ໃນການ ລ່ວງ ຣະເມີດ ເສຣີພາບ ທາງ ສາສນາ.
ຣາຍງານ ຂອງ ຄະນະ ກັມການ ສິດທິ ມະນຸດ ຂອງ ສະຫະຣັຖ ອະເມຣິກາ ເວົ້າຕໍ່ໄປ ເຖິງການ ປະຕິບັດ ຕໍ່ ສາສນາ ຢູ່ ປະເທສ ລາວໃນປີ 2013 - 2014 ວ່າ ເຈົ້າໜ້າທີ່ ຂັ້ນແຂວງ ໄດ້ລ່ວງ ຣະເມີດ ສິດ ເສຣີພາບ ທາງ ສາສນາ ຫລື ລ່ວງ ຣະເມີດ ຄວາມ ເຊື່ອຖື ຂອງຊາວ ໂປຣແຕສຕັງ ຊຶ່ງ ເປັນ ຊຸມຊົນ ສ່ວນຫນ້ອຍ ດ້ວຍການ ກັກຂັງ, ຕິດຕາມ ສັງເກດ, ການຂູ່ເຂັນ, ການຍຶດ ຊັບ ສົມບັດ, ບັງຄັບ ໃຫ້ ໂຍກຍ້າຍ ບ່ອນຢູ່ ອາສັຍ ແລະ ບັງຄັບ ໃຫ້ ປະລະ ຄວາມ ເຊື່ອຖື ຂອງ ພວກ ເຂົາເຈົ້າ ເຖິງ ແມ່ນ ມີຣາຍງານ ໃນປີນີ້ ວ່າໜ້ອຍ ກວ່າປີ ກາຍ ກໍຕາມ.
ເຈົ້າໜ້າທີ່ ເມືອງພີນ ແລະ ເມືອງ ອາດສະພັງ ທອງ ແຂວງ ສວັນນະເຂດ ໄດ້ ພຍາຍາມ ບັງຄັບ ຊາວ ໂປຣແຕສຕັງ ໃຫ້ປະລະ ຄວາມ ເຊື່ອຖື ຂອງພວກ ເຂົາເຈົ້າ ໂດຍໃຫ້ ພວກ ເຂົາເຈົ້າ ເຂົ້າຮ່ວມ ພິທີ ເຊື່ອຖື ຜີຖື ສາງ. ທີ່ ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ ຊົນເຜົ່າ ສ່ວນນ້ອຍ ທີ່ ປ່ຽນໄປ ເຊື່ອຖື ສາສນາ ຄຣິສຈຽນ ຖືກສັ່ງ ໃຫ້ເຊົາ ເຊື່ອຖື ສາສນາ ຂອງ ພວກ ເຂົາເຈົ້າ ບໍ່ດັ່ງນັ້ນ ຈະສູນເສັຽ ຊັບ ສົມບັດ ໄປ.
ທີ່ເມືອງ ສະໜາມໄຊ ແຂວງ ອັຕຕະປື ເຈົ້າໜ້າທີ່ ບັງຄັບ ຄູ່ ຜົວເມັຽ ນຶ່ງ ໃຫ້ຍ້າຍ ບ່ອນຢູ່ ຍ້ອນ ພວກເຂົາ ປ່ຽນໄປ ເຊື່ອຖື ສາສນາ ຄຣິສຈຽນ. ແຕ່ ກໍຍັງດີ ທີ່ ປີກາຍນີ້ ທາງການ ລາວ ໄດ້ປ່ອຍ ຕົວ ທ່ານ ຄໍາສອນ ບັກກໍາ ຫົວໜ້າ ຊາວ ໂປຣແຕສຕັງ ທີ່ ຖືກຈັບ ເມື່ອ ປີ 2007 ຍ້ອນ ເຫດຜົລ ທາງ ສາສນາ. ແແຕ່ ຄຸນພໍ່ ໂປຣແຕສຕັງ Yohan ແລະ Vanna ຖືກຈັບ ໃນ ເດືອນ ມົກກະຣາ 2011 ຍ້ອນຈັດ ເທສການ ສລອງ ບຸນ ຄຣິສມາສ.
ໃນ ຣາຍງານ ປະຈໍາ ປີ 2014 ຂອງ ຄະນະ ກັມການ ດ້ານ ສິດ ເສຣີພາບ ທາງ ສາສນາ ນາໆຊາດ ຂອງ ສະຫະຣັຖ ອະເມຣິກາ ຫລື USCIRF ມີ ຂໍ້ແນະນໍາ ສໍາລັບ ນະໂຍບາຍ ສະຫະຣັຖ ນໍາດ້ວຍ. ຄະນະ ກັມການ ດ້ານ ສິດ ເສຣີພາບ ທາງ ສາສນາ ນາໆຊາດ ຂອງ ສະຫະຣັຖ ອະເມຣິກາ ແມ່ນ ອົງການ ທີ່ ເປັນ ເອກຣາສ ທີ່ໃຫ້ ຄໍາປຶກສາ ຣັຖບານ ກາງ, ຖືກຕັ້ງ ຂຶ້ນ ມາຕາມ ກົດໝາຍ ວ່າດ້ວຍ ສິດ ເສຣີພາບ ທາງ ສາສນາ ຣະຫວ່າງ ປະເທດ ເພື່ອ ຕິດຕາມ ສັງເກດ ການ ລ່ວງ ຣະເມີດ ສິດ ເສຣີພາບ ທາງ ສາສນາ ໃນ ປະເທດ ຕ່າງໆ ທົ່ວໂລກ ແລະ ອອກ ຣາຍງານ ປະຈໍາ ທຸກໆ ປີ.