ງານຣະລຶກຄ້າຍວັນກຳເນີດ ກອງທັບ ພຣະຣາຊອານາຈັກລາວ
2019.03.25

ສະມາຄົມນັກຣົບເກົ່າ ແລະຜູ້ປະສົບພັຍສົງຄາມ ແຫ່ງຣາຊອານາຈັກລາວ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ຮ່ວມກັບສະມາຄົມ ມິຕພາບທະຫານລາວ ທີ່ ປະເທສຝຣັ່ງເສດ ຈັດງານສລອງ ວັນຄ້າຍວັນກຳເນີດກອງທັບ ແຫ່ງຊາດ ຂອງ ພຣະຣາຊອານາຈັກລາວ ຄົບຮອບ 69 ປີ ຢູ່ວັດລາວພຸທວົງ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ໃນມື້ວັນທີ 23 ມິນາ 2019 ໂດຍການເປັນປະມຸກ ຂອງ ສະເດັດເຈົ້າຟ້າຊາຍ ສຸລິວົງສ໌ ສະວ່າງ ອົງຄ໌ຜູ້ສໍາເຣັດຣາຊການ ແຜ່ນດິນ.
ງານສລອງວັນຄ້າຍວັນກຳເນີດກອງທັບແຫ່ງຊາດ ຄັ້ງນີ້ ມີ 3 ຈຸດປະສົງຄື: ຣະລຶກເຖິງວັນສ້າງຕັ້ງກອງທັບແຫ່ງຊາດ ແລະບັນພະບູຣຸດ; ເຕົ້າໂຮມຄວາມສາມັກຄີ ຣະຫວ່າງນັກຣົບເກົ່າ ແລະຜູ້ປະສົບພັຍສົງຄາມ ແລະທຳບຸນສິນກິນທານ ຊັກອະນີຈາ ເຖິງດວງວິນຍານ ຂອງ ຣາຊວົງທຸກພຣະອົງ ແລະວິຣະຊົນລາວທັງມວນ.
ໃນພິທີກ່າວເປີດງານ ທ່ານ ສຸດທາລາວົງສ໌ ບຸຕະ ປະທານຄນະບໍຣິຫານ ສະມາຄົມນັກຣົບເກົ່າ ແລະຜູ້ປະສົບພັຍສົງຄາມ ໄດ້ກ່າວບາງ ຕອນວ່າ:
"ມື້ນີ້ພວກເຮົາໄດ້ມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອມາທໍາການໄວ້ອາລັຍ ໄດ້ທໍາບຸນຮັກສາສິນໃຫ້ທານ ເພື່ອອຸທິດບຸນກຸສົນໄປຍັງວິຣະຊົນຂອງຊາດ ພ້ອມຈະຕິກາວົງສາ ທີ່ລ່ວງລັບໄປແລ້ວນັ້ນ ຂ້າພະເຈົ້າໃນນາມ ປະທານສະມາຄົມນັກຣົບເກົ່າ ແລະຜູ້ປະສົບ ພັຍສົງຄາມ ຂໍສະແດງຄວາມ ຮູ້ບຸນຄຸນ ຕໍ່ຣາຊວົງ ທີ່ໃຫ້ຄວາມໄວ້ວາງໃຈ ແລະຕັດສິນພຣະທັຍ ຕົກລົງເປັນປະມຸກໃນການຈັດງານ ອັນມີກຽດນີ້."
ການສລອງວັນຄ້າຍວັນກຳເນີດ ກອງທັບແຫ່ງ ພຣະຣາຊອານາຈັກລາວ 23 ມິນາ ຄົບຮອບ 69 ປີ ປີນີ້ ສະເດັດເຈົ້າຟ້າຊາຍ ສຸລິວົງສ໌ ສະວ່າງ ອົງຄ໌ຜູ້ສໍາເຣັດຣາຊການແຜ່ນດິນ ແລະອົງຣັຊທາຍາດແຫ່ງ ສະເຫວດຕະສັດຣາຊວົງສ໌ ລ້ານຊ້າງຮົ່ມຂາວ ໄດ້ຊົງ ກ່າວຕອນນຶ່ງວ່າ:
"ຂ້າພຣະເຈົ້າໃນນາມອົງສໍາເຣັດຣາຊການແຜ່ນດິນ ຕາງໜ້າພຣະເນດພຣະກັນ ຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດລາວ ທີ່ດໍາຣົງ ຕໍາແໜ່ງເປັນຈອມທັບ ຕາມມາດຕຣາ 14 ຂອງຣັຖທັມນູນແຫ່ງຊາດ ຈຶ່ງຂໍສັລເສີນພວກທ່ານທີ່ຍັງຮັກສາ ປະເພນີອັນນີ້ ເພື່ອຄວາມຊົງຈໍາ ສັນຍາລັກ ອັນສໍາຄັນ ໃນຊີວິດຂອງພວກເຮົາ."
ທ່ານນາຍພົນ ສຸດໃຈ ວົງສະຫວັນ ຜູ້ຕາງໜ້າກອງທັບແຫ່ງ ພຣະຣາຊອານາຈັກລາວ ໄດ້ກ່າວເຖິງບົດບາດຂອງກອງທັບ ນັ້ນຕອນນຶ່ງວ່າ:
"ການທີ່ພວກເຮົາໄດ້ໜີອອກຈາກປະເທສຊາດ ອອກມາເປັນອົພຍົບ ຢູ່ຕ່າງປະເທສນີ້ ບໍ່ແມ່ນກອງທັບແຫ່ງຊາດ ຂອງພວກເຮົາໄດ້ເສັຍໄຊ ໃນສນາມຣົບ ແຕ່ແມ່ນການເສັຍປຽບ ທາງດ້ານການເມືອງ ພ້ອມບວກໃສ່ ສະພາບການ ຂອງປະເທສອິນດູຈີນ ແລະສະຖານະການ ຂອງໂລກ ກໍໄດ້ມີການປ່ຽນແປງໄປພ້ອມໆກັນ."
ງານສຳຄັນດັ່ງກ່າວ ພາກເຊົ້າ ມີພິທີທາງສາສນາ, ພາກບ່າຍມີພິທີທາງກອງທັບ ແລະພາກແລງມີງານຣາຕຣີສະໂມສອນ ໄປເຖິງທ່ຽງຄືນ. ງານທີ່ນະຄອນຫລວງ ວໍຊິງຕັນ ດີຊີ ປີນີ້ ເປັນປີພິເສດ, ມີເຈົ້າຟ້າຊາຍ ສຸລິວົງສ໌ ສະວ່າງ ແລະພຣະຊາຍາ ໄດ້ມາຮ່ວມຊຶ່ງທຸກປີຜ່ານມາ ເຈົ້າຟ້າຊາຍ ກໍໄປຮ່ວມງານວັນກອງທັບ ທີ 23 ມິນາ ຊຶ່ງທາງສະມາຄົມມິຕພາບທະຫານລາວ ທີ່ປະເທດຝຣັ່ງເສດຈັດຂຶ້ນ.
ໃນງານວັນກອງທັບແຫ່ງຊາດ 23 ມິນາ ຄົບຮອບ 69 ປີ ທີ່ໄດ້ຈັດຂຶ້ນ ຢູ່ວັດລາວພຸທວົງ ໃນປີນີ້ ມີຫຼາຍພາກສ່ວນເຂົ້າມາຮ່ວມກັບ ບັນດາຄອບຄົວນັກຣົບເກົ່າ, ຜູ້ປະສົບພັຍສົງຄາມ ແລະຊາວລາວໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ແລ້ວ ກໍມີມາຈາກ ຣັຖໃກ້ຄຽງ ແລະຈາກ ຫລາຍຣັຖ ຂອງສະຫະຣັຖອະເມຣິກາ ຮວມທັງຣັຖ ຈໍເຈັຍ, ເຄນຕາກີ, ໄອໂອວາ, ນິວແຮມເຊີ, ແມັດຊາຊູເຊັດ ແລະ ຈາກ ປະເທສຝຣັ່ງເສດ ເຂົ້າຮ່ວມ ແລະໄດ້ສະແດງອອກເຖິງຄວາມປິຕິຍິນດີ, ຄວາມຊນິດຊນົມ ສາມັກຄີ ຮັກແຮງ ຊຶ່ງກັນແລະກັນ ທັງໃນພິທີ ທາງສາສນາ, ພິທີທາງກອງທັບ ແລະງານຣາຕຣີສະໂມສອນ ຊຶ່ງເຈົ້າຟ້າຊາຍ ສຸລິວົງສ໌ ສະວ່າງ ກໍໄດ້ປະກອບສ່ວນ ຫລິ້ນດົນຕຣີພື້ນເມືອງ ແລະຮ້ອງເພັງລາວ ທີ່ເປັນໜ້າພາກພູມໃຈ, ເຮັດໃຫ້ບັນຍາກາດ ໃນງານເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ ອົບອຸ່ນ ແລະໄດ້ຮັບ ຜົລສຳເຣັດ ເປັນທີ່ໜ້າພໍໃຈ.